ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທຳນຽບຂາວ: ພວກເຮົາຈະບໍ່ລືມ ສິ່ງທີ່ເທີກີ ປະຕິບັດກັບ ຄຸນພໍ່ຂອງ ສຫລ ທີ່ເທີກີ ນັ້ນ


White House: ‘We Won't Forget' How Turkey is Treating US Pastor
please wait

No media source currently available

0:00 0:01:59 0:00

ເຊີນຊົມວິດີໂອ ກ່ຽວກັບ ລາຍງານນີ້.

ສະຫະລັດ ໄດ້ສືບຕໍ່ກົດດັນປະທານາທິບໍດີ ເທີກີ ທ່ານ ຣີເຊັບ ໄຕຢິບ ເອີດູອານ ເພື່ອ
ໃຫ້ປ່ອຍຕົວຄຸນພໍ່ຊາວ ອາເມຣິກັນ ແອນດຣູ ບຣັນສັນ (Andrew Brunson), ຫຼັງ
ຈາກສານ ເທີກີ ໃນວັນພຸດທີ່ຜ່ານມາ ໄດ້ປະຕິເສດການຂໍອຸທອນຄັ້ງທີສອງ ເພື່ອໃຫ້
ປ່ອຍຕົວເພິ່ນຈາກການຖືກກັກບໍລິເວນ. ແລະ ເທີກີ ກໍໄດ້ຕອບໂຕ້ຄືນຢ່າງຮຸນແຮງ,
ດ້ວຍການເພີ່ມພາສີສິນຄ້າ ອາເມຣິກັນ ຫຼາຍລາຍການຢ່າງກະທັນຫັນ ຕໍ່ການເກັບ
ພາສີເຫຼັກກ້າ ແລະ ອາລູມີນຽມຂອງ ເທີກີ ໂດຍປະທານາ ທິບໍດີ ທຣຳ ເມື່ອສັບປະດາ
ທີ່ຜ່ານມາ. ນັກຂ່າວການທູດຂອງ ວີໂອເອ ຊິນດີ ເຊນ (Cindy Saine) ມີລາຍງານ
ຈາກກະຊວງການຕ່າງປະ ເທດ ກ່ຽວກັບ ສາຍພົວພັນທີ່ຊຸດໂຊມລົງ ກັບພັນທະມິດທີ່
ສຳຄັນຂອງ ສະຫະລັດ ໃນອົງການ ເນໂຕ (NATO) ເຊິ່ງ ພຸດທະສອນ ຈະນຳລາຍ
ລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.

ຊະຕາກຳຂອງຄຸນພໍ່ ສະຫະລັດ ທ່ານ ແອນດຣູ ບຣັນສັນໄດ້ເປັນໄພຂົ່ມຂູ່ທີ່ຈະສ້າງ
ຄວາມເສຍຫາຍຢ່າງຖາວອນ ໃຫ້ສາຍພົວພັນລະຫວ່າງ ສະຫະລັດ ກັບ ເທີກີ.

ທ່ານນາງ ຊາຣາ ຮັກຄາບີ ແຊນເດີສ໌ ໂຄສົກທຳນຽບຂາວໄດ້ກ່າວວ່າ “ພວກເຮົາຮູ້ສຶກ
ວ່າ ເທີກີ ແລະ ໂດຍສະເພາະ ປະທານາທິບໍດີ ເອດູອານ ໄດ້ປະຕິບັດຕໍ່ຄຸນພໍ່ ບຣັນສັນ,
ຜູ້ທີ່ພວກເຮົາຮູ້ວ່າເພິ່ນເປັນຄົນດີ ແລະ ເປັນຊາວຄຣິສຕຽນທີ່ເຂັ້ມແຂງ ຜູ້ທີ່ບໍ່ໄດ້ເຮັດ
ຫຍັງຜິດນັ້ນ, ຢ່າງບໍ່ຢຸດຕິທຳ ແລະ ຢ່າງຊົ່ວຮ້າຍຫຼາຍ. ແລະ ມັນແມ່ນກໍແມ່ນສິ່ງທີ່
ພວກເຮົາຈະບໍ່ລືມຢູ່ໃນລັດຖະບານ.”

ສານແຫ່ງນຶ່ງໃນ ເທີກີ ໄດ້ປະຕິເສດຕໍ່ການຂໍອຸທອນເພື່ອປ່ອຍຕົວຈາກການຖືກກັກບໍລິ
ເວນ ຂອງຄຸນພໍ່ ບຣັນສັນ ເປັນຄັ້ງທີສອງ, ຫລັງຈາກເພິ່ນໄດ້ຖືກຂັງຄຸກດົນ 21 ເດືອນ
ໃນຂໍ້ກ່າວຫາ ກ່ຽວກັບ ການສອດ ແນມ ແລະ ການກໍ່ການຮ້າຍ. ສະຫະລັດ ເວົ້າວ່າຂໍ້
ກ່າວຫາທີ່ວ່ານັ້ນ ບໍ່ມີຄວາມຈິງ.

ທ່ານນາງ ເຮເທີ ນາວເອີດ ໂຄສົກກະຊວງການຕ່າງປະເທດ ສະຫະ ລັດ ກ່າວວ່າ “ແນ່
ນອນພວກເຮົາຜິດຫວັງກັບການປະກາດດັ່ງກ່າວນັ້ນ. ພວກເຮົາຢາກໃຫ້ຄຸນພໍ່ ບຣັນສັນ
ຖືກສົ່ງກັບບ້ານ ມາຍັງ ສະຫະລັດ.”

ບັນດານັກວິເຄາະກ່າວວ່າ ການປະຕິເສດທີ່ຈະປ່ອຍຕົວຄຸນພໍ່ ບຣັນສັນ ໂດຍປະທານາ
ທິບໍດີ ເທີກີ ທ່ານ ເອີດູອານ ແລະ ຊາວອາເມຣິກັນ ຄົນອື່ນໆທີ່ຖືກກັກຂັງໃນປະເທດ
ເທີກີ ນັ້ນ ແມ່ນກຳລັງເຮັດໃຫ້ ວິກິດການເພີ່ມຄວາມຮຸນແຮງຂຶ້ນ ຫຼັງຈາກ ປະທານາທິບໍ
ດີ ດໍໂນລ ທຣຳ ໄດ້ເລີ່ມສາຍພົວພັນເປັນຢ່າງດີ ກັບທ່ານ ເອີດູອານ.

ທ່ານນາງ ໄລເຊລ ຮິ້ນສ໌ (Lisel Hintz) ຈາກມະຫະວິດທະຍາໄລ ຈອນສ໌ ຮັອບກິນສ໌
ພາກວິຊາການສຶກສາສາກົນລະດັບສູງ ໄດ້ກ່າວວ່າ “ບັນດາຜູ້ກຳນົດນະໂຍບາຍ
ສະຫະລັດ ແມ່ນພ້ອມທີ່ສະຕໍ່ສູ້ ກ່ຽວກັບ ວ່າຈະເຮັດຫຍັງກັບ ເທີກີ, ວິທີທີ່ຈະບັງຄັບ,
ກົດດັນ, ດຶງດູດ, ຊັກຊວນໃຫ້ ເທີກີ ປ່ຽນພຶດຕິກຳຂອງເຂົາເຈົ້າ. ແລະ ບັນຫາຂອງຄຸນພໍ່
ບຣັນສັນ ໄດ້ເຮັດໃຫ້ສິ່ງຕ່າງໆທັງໝົດນັ້ນ ເປັນຮູບເປັນຮ່າງຂຶ້ນມາ.”

ທ່ານ ແອຣັອນ ເດວິດ ມິລເລີ, ນັກວິເຄາະຈາກສູນ ວິລສັນ ໄດ້ກ່າວວ່າ “ສິ່ງທີ່ມາພ້ອມ
ກັບກໍລະນີຂອງຄຸນພໍ່ ບຣັນສັນ, ເຊິ່ງລັດຖະບານເຊື່ອວ່າ ເຂົາເຈົ້າມີບັນຫານັ້ນ, ແລະ
ຂ້າພະເຈົ້າຄິດວ່າ ທ່ານ ພອມພຽວ ກັບ ຮອງປະທານາທິບໍດີ ທ່ານ ເພັນສ໌, ເຊິ່ງທັງສອງ
ທ່ານເປັນຜູ້ສັດທາໃນສາສະໜາຄຣິສຕຽນຢ່າງໜັກແໜ້ນນັ້ນ, ເຫັນບັນຫາຂອງຄຸນພໍ່
ບຣັນສັນ, ທັງໃນແງ່ຂອງຄວາມເປັນໄປໄດ້ ກ່ຽວກັບ ການເຮັດໃຫ້ປະຊາຄົມພວກນັກ
ແຜ່ສາສະໜາ ທີ່ມີຄວາມສຳຄັນຫຼາຍ ແຕກແຍກກັນ.”

ບັນດາເຈົ້າໜ້າທີ່ ສະຫະລັດ ກ່າວວ່າ ເຂົາເຈົ້າກຳລັງຕິດຕາມເບິ່ງຜົນຮ້າຍທີ່ຕາມມາ
ຂອງເສດຖະກິດທົ່ວໂລກ ຈາກການຕົກລາຄາຂອງເງິນ ລີຣາ ຂອງ ເທີກີ, ແຕ່ໄດ້ກ່າວ
ເພີ່ມເຕີມວ່າ ວິກິດການທາງເສດຖະກິດຂອງລັດຖະບານ ອັງກາຣາ ແມ່ນເກີດມາຈາກ
ເຂົາເຈົ້າເອງ.

The U.S. continued to press Turkish President Recep Tayyip Erdogan to release detained American Pastor Andrew Brunson, after a Turkish court Wednesday rejected a second legal appeal to release him from house arrest.And Turkey is pushing back hard, sharply raising tariffs on a range of American goods in retaliation to the tariffs imposed last week by President Trump on Turkish steel and aluminum.VOA's Diplomatic Correspondent Cindy Saine reports from the State Department on deteriorating relations with a key U.S. NATO ally.

The fate of U.S. pastor Andrew Brunson threatens to cause lasting damage to U.S. - Turkish ties.

"We feel that Turkey and specifically President Erdogan have treated Pastor Brunson, who we know to be a very good person and a strong Christian who has done nothing wrong, very unfairly, very badly. And it's something that we won't forget in the administration."

A Turkish court rejected Brunson's second legal appeal for release from house arrest, after he was jailed for 21 months on espionage and terrorism charges. The U.S. says the charges are spurious.

"We're certainly disappointed by that announcement. We would like Pastor Brunson to be brought home to the United States."

Analysts says the refusal of Turkish President Erdogan to release Brunson and other Americans detained in Turkey is creating an escalating crisis after President Donald Trump started off on good terms with Erdogan.

"U.S. policymakers are up in arms about what to do about Turkey, how to try to coerce, pressure, incentivize, convince Turkey to change its behavior. And the Andrew Brunson issue has been something around which all of that has crystallized."

"Along comes the Pastor Brunson case, in which the administration believed it had a deal, and I think Mr. Pompeo and [Vice President] Mr. Pence, both devout Christians, see the Brunson matter, also in terms of the potential of alienating a very important evangelical community."

U.S. officials say they are monitoring global economic fallout from the decline of the Turkish lira, but add that Ankara's economic crisis is of its own making.

XS
SM
MD
LG