ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ​ຳ​ນຽບ​ຂາວ ປະ​ຕິ​ຍານ​ຈະ​ຕອບ​ໂຕ້​ຕໍ່​ການ​ໂຈມ​ຕີ​ດ້ວຍ​ໂດຣນ ທີ່​ໄດ້​ຖິ້ມ​ໂທດ​ໃສ່ ອີ​ຣ່ານ


US MILITARY – MIDDLE EAST USAGM
please wait

No media source currently available

0:00 0:03:09 0:00

ເຊີນ​ຊົມ​ວິ​ດີ​ໂອ ກ່ຽວ​ກັບ ລາ​ຍ​ງານນີ້.

ທຳ​ນຽບ​ຂາວ​ກ່າວ​ວ່າ ​ເຂົາ​ເຈົ້າ​ບໍ່​ໄດ້​ພະ​ຍາ​ຍາມ​ເຮັດ​ສົງ​ຄາມ​ກັບ ອີ​ຣ່ານ, ທ່າມ​ກາງ​ການ​ປະ​ຕິ​ຍານ ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບ​ເດັນ ວ່າ​ຈະ​ຕອບ​ໂຕ້​ຕໍ່​ການ​ໂຈມ​ຕີ​ດ້ວຍ​ໂດ​ຣນ​ ທີ່​ໄດ້​ສັງ​ຫານ​ທະ​ຫານ ສະ​ຫະ​ລັດ ສາມ​ຄົນ​ໃນ​ປະ​ເທດ ຈໍ​ແດນ, ເຊິ່ງ​ແມ່ນ​ການ​ກະ​ທຳ​ທີ່ ວໍ​ຊິງ​ຕັນ ໄດ້​ຖິ້ມ​ໂທດ​ໃສ່​ພວກ​ທະ​ຫານ​ບ້ານ ​ທີ່​ໄດ້​ຮັບ​ການ​ໜູນ​ຫຼັງ​ໂດຍ ອີ​ຣ່ານ. ລັດ​ຖະ​ສະ​ພາ​ໄດ້​ກົດ​ດັນ​ທຳ​ນຽບ​ຫ້າ​ແຈ ​ໃຫ້​ໂຈມ​ຕີ​ຄືນ, ເຊິ່ງ​ມີ​ຄວາມ​ເປັນ​ໄປ​ໄດ້​ວ່າ ​ຈະ​ເຮັດ​ໃຫ້​ຄວາມ​ຂັດ​ແຍ້ງ​ຮຸນ​ແຮງ​ຂຶ້ນ ແລະ ຂະ​ຫຍາຍກວ້າງ​ອອກ​ໄປ​ຕື່ມ ທີ່​ເກີດ​ຂຶ້ນ​ຍ້ອນ​ການ​ໂຈມ​ຕີ​ປະ​ຊາ​ຊົນ ອິ​ສ​ຣາ​ແອ​ລ ໂດຍ​ກຸ່ມ​ຮາ​ມາ​ສ ເມື່ອ​ວັນ​ທີ 7 ຕຸ​ລາ​. ນັກ​ຂ່າວ​ວີ​ໂອ​ເອ ນາ​ຕາ​ລີ ພາວ ມີ​ລາຍ​ງານ​ຈາກ​ນະ​ຄອນຫຼວງ ວໍ​ຊິງ​ຕັນ, ເຊິ່ງ ພຸດ​ທະ​ສອນ ມີ​ລາຍ​ງານ.

ທຳ​ນຽບ​ຂາວ ແມ່ນ​ກຳ​ລັງ​ຖືກ​ກົດ​ດັນ​ໃຫ້​ຕອບ​ໂຕ້ ຫຼັງ​ຈາ​ການ​ໂຈມ​ຕີ​ດ້ວຍ​ໂດ​ຣນ​ເມື່ອ​ວັນ​ອາ​ທິດ​ທີ່​ຜ່ານ​ມາ ​ໄດ້​ສັງ​ຫານ​ທະ​ຫານ​ສະ​ຫະ​ລັດ​ສາມ​ຄົນ​ໃນ​ປະ​ເທດ ຈໍ​ແດັນ, ເຊິ່ງ​ແມ່ນ​ການ​ກະ​ທຳ​ທີ່​ວໍ​ຊິງ​ຕັນ​ໄດ້​ຖິ້ມ​ໂທດ​ໃສ່​ພວກ​ທະ​ຫານ​ທີ່​ໄດ້​ຮັບ​ການ​ໜູນ​ຫຼັງ​ໂດຍ ອີ​ຣ່ານ ທີ່​ປະ​ຕິ​ບັດ​ການ​ໃນ​ປະ​ເທດ ຊີ​ເຣຍ ແລະ ອີ​ຣັກ ທີ່​ຢູ່​ໃກ້​ຄຽງ.

ໃນ​ວັນ​ຈັນ​ທີ່​ຜ່​ານ​ມາ, ບັນ​ດາ​ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ​ໄດ້​ສະ​ແດງ​ຄວາມ​ໝັ້ນ​ໃຈ​ວ່າ ອີ​ຣ່ານ ແມ່ນ​ຢູ່​ເບື້ອງຫຼັງ​ການ​ໂຈມ​ຕີ​ດັ່ງ​ກ່າວ ແຕ່ບໍ່​ໄດ້​ໃຫ້​ລາຍ​ລະ​ອຽດ. ຫຼື​ບັນ​ດາ​ເຈົ້າ​ໜ້າ​ທີ່​ໄດ້​ອະ​ທິ​ບາຍ ກ່ຽວ​ກັບ ການ​ເຄື່ອນ​ໄຫວ​ຕໍ່​ໄປ​ຂອງ​ເຂົາ​ເຈົ້າ.

ທ່ານ​ ຈອນ ເຄີ​ບີ, ຈາກ​ສະ​ພາ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ກ່າວ​ວ່າ “ຂ້າ​ພະ​ເຈົ້າ​ຈະ​ບໍ່​ເວົ້າເຖິງ​ການ​ເຄື່ອນ​ໄຫວ​ຕໍ່​ໄປ​ໃດໆ​ຈາກ​ແທ່ນ​ກ່າວ​ຄຳ​ປາ​ໄສ​ນີ້. ຫຼື​ຂ້າ​ພະ​ເຈົ້າ​ຈ​ະ​ໄປ​ລັດ​ໜ້າ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ຫຼື ການ​ຕັດ​ສິນ​ໃຈ​ຂອງ​ທ່ານ. ດັ່ງ​ທີ່​ທ່ານ​ໄດ້​ເວົ້າ​ມື້​ວານນີ້, ພວກ​ເຮົາ​ຈະ​ຕອບ​ໂຕ້. ພວກ​ເຮົາ​ຈະ​ເຮັດ​ສິ່ງ​ນັ້ນ​ ໃນ​ຕາ​ຕະ​ລາງ​ຂອງ​ພວກ​ເຮົາ ແລະ ເວ​ລາ​ຂອງ​ພວກ​ເຮົາ, ແລະ ພວກ​ເຮົາ​ຈະ​ເຮັດ​ມັນ​ຕາມ​ການ​ເລືອກ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ, ໃນ​ຖາ​ນະ​ເປັນ​ຫົວ​ໜ້າ​ຜູ້​ບັນ​ຊາ​ການ, ຈະ​ເຮັດ​ມັນ​ຕາມ​ການ​ຮັບ​ຮູ້​ຢ່າງ​ເຕັມ​ທີ່ ກ່ຽວ​ກັບ ຂໍ້​ເທັດ​ຈິງ​ທີ່​ວ່າ​ກຸ່ມ​ທີ່​ວ່າ​ນີ້, ທີ່​ໄດ້​ຮັບ​ການ​ໜູນ​ຫຼັງ​ໂດຍ ເຕ່ຫະ​ຣ່ານ, ແມ່ນ​ຫາ​ກໍ່​ໄດ້​ເອົາ​ຊີ​ວິດ​ຂອງ​ທະ​ຫານ ອາ​ເມ​ຣິ​ກັນ ໄປ.”

ແຕ່​ທ່ານ​ ເຄີ​ບີ ໄດ້​ກ່າວ​ວ່າ, ມີ​ສິ່ງ​ນຶ່ງ​ທີ່​ກະ​ຈ່າງ​ແຈ້ງ.

ທ່ານ ຈອນ ເຄີ​ບີ ກ່າວ​ວ່າ “ພວກ​ເຮົາ​ບໍ່​ໄດ້​ພະ​ຍາ​ຍາມ​ເຮັດ​ສົງ​ຄາມ​ກັບ ອີ​ຣ່ານ. ພວກ​ເຮົາ​ບໍ່​ໄດ້​ຊອກ​ຫາ​ຄວາມ​ຂັດ​ແຍ້ງ ​ກັບ​ລະ​ບອບ​ການ​ປົດ​ຄອງ​ດັ່ງ​ກ່າວ ທາງ​ການ​ທະ​ຫານ.”

ພວກ​ເຈົ້າ​ໜ້າ​ທີ່ ອີ​ຣ່ານ ໃນ​ວັນ​ຈັນ​ທີ່​ຜ່ານ​ມາ​ໄດ້​ປະ​ຕິ​ເສດ​ຄວາມ​ຮັບ​ຜິດ​ຊອບ.

ທ່ານ ນາ​ສ​ເຊີ ຄາ​ນາ​ນີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອີ​ຣ່ານ ກ່າວ​ວ່າ “ພວກ​ເຮົາ​ບໍ່​ໄດ້​ພະ​ຍາ​ຍາມ​ສ້າງ​ຄວາມ​ເຄັ່ງ​ແມ່ນ​ກະ​ທັ້ງ​ກັບ ອາ​ເມ​ຣິ​ກາ, ຢູ່​ໃນ ຫຼື ນອກ​ພາກ​ພື້ນ. ສາ​ທາ​ລະ​ນະ​ລັດ ອິ​ສ​ລາມ ອີ​ຣ່ານ ເຊື່ອ​ໝັ້ນ​ໃນ​ຂໍ້​ແກ້​ໄຂ​ທາງ​ການ​ເມືອງ​ຕໍ່​ຄວາມ​ຂັດ​ແຍ້ງ​ສາ​ກົນ ແລະ ພາກ​ພື້ນ.”

ຫົວ​ໜ້າ​ອົງ​ການ NATO, ໃນ​ນະ​ຄອນຫຼວງ ວໍ​ຊິງ​ຕັນ ເມື່ອ​ວັນ​ຈັນ​ທີ່​ຜ່ານ​ມາ, ຍັງ​ໄດ້​ສະ​ແດງ​ຄວາມ​ເປັນ​ຫ່ວງ​ຂອງ​ທ່ານ ແລະ ໄດ້​ຊີ​ມື​ໄປ​ໃສ່ ອີ​ຣ່ານ.

ທ່ານ ເຈັນ​ສ໌ ສ​ໂຕ​ລ​ເທັນ​ເບີກ, ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ NATO ກ່າວ​ວ່າ “ພວກ​ເຮົາ​ເຫັນ ອີ​ຣ່ານ ສືບ​ຕໍ່​ສ້າງ​ຄວາມບໍ່​ໝັ້​ນ​ຄົງ​ໃນ​ພາກ​ພື້ນ. ອີ​ຣ່ານ ຍັງ​ເປັນ​ຜູ້​ຮັບ​ຜິດ​ຊອບ​ສຳ​ລັບ​ການ​ໜູນຫຼັງ​ພວກ​ກໍ່​ການ​ຮ້າຍ​ຜູ້​ທີ່​ໄດ້​ໂຈ​ມ​ຕີ​ກຳ​ປັ່ນ​ຕ່າງໆ​ໃນ​ທະ​ເລ​ແດງ. ການ​ປະ​ພຶດ​ຂອງ ເຕ່​ຫະຣ່ານ ໄດ້​ເຕືອ​ນ​ພວກ​ເຮົາ ກ່ຽວ​ກັບ ສິ່ງ​ທີ່​ໂລກ​ທີ່ບໍ່​ມີ​ກົດ​ລະ​ບຽບ​ເປັນ​ຄື​ແນວ​ໃດ: ເຊິ່​ງ​ມັນ​ຄາດ​ເດົາ​ບໍ່​ໄດ້ ແລະອັນ​ຕະ​ລາຍ, ໂລກ​ທີ່​ຄວາມ​ປອດ​ໄພ​ຂອງ​ພວກ​ເຮົາ​ ມີ​ລາ​ຄາ​ແພງກວ່າ​ເກົ່າ.”

ທ່ານ ເບີ​ນາດ ຮັດ​ສັນ, ອະ​ດີດ​ເຈົ້າ​ໜ້າ​ທີ່​ອົງ​ການ CIA ກ່າວ​ວ່າ “ເຫັນ​ໄດ້​ຢ່າງ​ຈະ​ແຈ້ງວ່າ, ແຜນ​ຍຸດ​ທະ​ສາດ​ຂອງ ສະ​ຫະ​ລັດ, ຖ້າ​ມັນ​ແມ່ນ, ເຊິ່ງ​ມັນ​ໄດ້​ເລີ່ມ​ເມື່ອ​ສາມ​ເດືອນ​ທີ່​ຜ່ານ​ມາ, ທີ່ບໍ່​ໃຫ້​ຄວາມ​ເຄັ່ງ​ຕຶງ​ໃນ​ພາກ​ພື້ນ​ຮຸນ​ແຮງ​ຂຶ້ນນັ້ນ, ແຜນ​ຍຸດ​ທະ​ສາດ​ດັ່ງ​ກ່າວ​ແມ່ນ​ໄດ້​ລົ້ມ​ແຫຼວ.”

ແລະ​ຈາກ​ນະ​ຄອນຫຼວງ​ຂອງ​ປະ​ເທດ ຈໍ​ແດັນ, ເຊິ່ງ​ຢູ່​ຫ່າງ​ໄກ​ຈາກ​ການ​ໂຈມ​ຕີ​ຂອງ​ໂດ​ຣນ, ປະ​ຊາ​ຊົນ ແລະ ບັນ​ດາ​ນັກ​ວິ​ເຄາະ​ເວົ້າ​ວ່າ ​ເຂົາ​ເຈົ້າ​ຮູ້​ສຶກວ່ານີ້​ໝາຍ​ເຖິງ​ຂັ້ນ​ຕອນ​ໃໝ່​ໃນ​ຄວາມ​ຂັດແຍ້ງນີ້.

ທ່ານ ເອ​ເມີ ຊາ​ໄບ​ເລ, ນັກ​ວິ​ເຄາະ​ການ​ເມືອງ​ກ່າວ​ວ່າ “ແທ້​ຈິງ​ແລ້ວ, ການ​ໂຈມ​ຕີນີ້​ໝາຍ​ເຖິງ​ມິ​ຕິ​ໃໝ່​ຂອງ​ຄວາ​ມ​ຂັດ​ແຍ້ງນີ້. ການ​ແນ​ເປົ້າ​ໃສ່​ທະ​ຫານ ອາ​ເມ​ຣິ​ກັນ​ໃນ​ປະ​ເທດ ຈໍ​ແດນ ຫຼື ຢູ່​ເຂດ​ຊາຍ​ແດນ ຈໍ​ແດັນ ໝາຍ​ຄວາມ​ວ່າ​ການ​ແນ​ເປົ້າ​ນີ້​ແມ່ນ​ກຳ​ລັງ​ຂະ​ຫຍາຍ​ອອກ​ຈາກ ຊີ​ເຣຍ ໄປ​ຫາ ອີ​ຣັກ ແລະ ຕອນນີ້​ໄປ​ຫາ ຈໍ​ແດັນ.”

ສະ​ນັ້ນ​ຕໍ່​ໄປ​ແມ່ນ​ຫຍັງ? ມັນ​ໄດ້​ກາຍ​ເປັນ​ຄວາມ​ຮັບ​ຜິດ​ຊອບ.

ທ່ານ ໂຈ ໄບ​ເດັນ, ປະ​ທານ​າ​ທິ​ບໍ​ດີ ສະ​ຫະ​ລັດ ກ່າວ​ວ່າ “ພວກ​ເຮົາ​ໄດ້​ສູນ​ເສຍ​ຜູ້​ກ້າ​ຫານ​ສາມ​ຄົນ​ໃນ​ການ​ໂຈມ​ຕີ​ໃສ່​ນຶ່ງ​ໃນ​ຖານ​ທັບ​ຂອງ​ພວກ​ເຮົາ. ຂ້າ​ພະ​ເຈົ້າ​ຂໍ​ຈັດ​ການ​ໄວ້​ອາ​ໄລ​ສຳ​ລັບ​ທະ​ຫານ​ສາມ​ຄົນ​ຂອງ​ພວກ​ເຮົາ​ທີ່​ໄດ້​ເສຍ​ຊີ​ວິດ. ແລະ ພວກ​ເຮົາ​ຈະ​ຕອບ​ໂຕ້. ຂໍ​ໃຫ້​ພະ​ເຈົ້າ​ຄຸ້ມ​ຄອງ​ພວກ​ທ່ານ​ໝົດ​ທຸກ​ຄົນ.”

The White House is under pressure to react after a drone strike Sunday killed three U.S. service members in Jordan, an act Washington blames on Iranian-backed militias operating in nearby Syria and Iraq.

On Monday, administration officials expressed confidence that Iran was behind the attack but did not give details. Nor would officials lay out their next move.

“I'm not going to telegraph any punches here from the podium. Nor will I get in front of the president or his decision-making. // As he said yesterday, we will respond. We'll do that on our schedule and our time, and we'll do it in the manner of the president's choosing, as commander-in-chief, will also do it fully cognizant of the fact that these groups, backed by Tehran, have just taken the lives of American troops.”

But, Kirby said, one thing is clear:

“We are not looking for a war with Iran. We are not seeking a conflict with the regime in the military way.”

Iranian officials on Monday denied responsibility.

"We are not seeking tensions even with America, inside or outside the region. The Islamic Republic of Iran seriously believes in political solutions to international and regional disputes."

The head of NATO, in Washington on Monday, also expressed his concerns and pointed a finger at Iran.

“We see Iran continue to destabilize the region. Iran also bears responsibility for backing terrorists who attack ships in the Red Sea. Tehran's behavior reminds us of what a world without rules looks like: unpredictable and dangerous, a world where our security becomes more expensive. “

It is also clear that this strike is part of the fallout from Israel’s ongoing military operation in Gaza after militant group Hamas conducted a stunning attack on civilians on October 7. And, analysts say, one more thing is clear:

“Clearly, the U.S. strategy — if it was, starting three months ago, not to let regional tensions escalate – that strategy has failed.”

And from Jordan’s capital – far from the drone strike — residents and analysts say they feel this represents a new phase in this conflict.

“This attack represents a new dimension of this conflict, actually. Targeting the American troops inside Jordan or on the Jordanian border represents that this targeting is expanding from Syria to Iraq and now to Jordan.”

So what now? It rests on these shoulders.

“We lost three brave souls in an attack on one of our bases. I’m asking for a moment of silence for all three of our fallen soldiers.” (Biden during moment) “And we shall respond. God bless you all.”

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG