ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະທານາທິບໍດີ ສຫລ ນຳເອົານະໂຍບາຍ 'Bidenomics' ໄປໂຄສະນາ ທ່າມກາງຄວາມສົງໄສ ຂອງຊາວອາເມຣິກັນ ກ່ຽວກັບເສດຖະກິດ


Biden Refutes Top-Down Economic Policy with ‘Bidenomics’
please wait

No media source currently available

0:00 0:02:41 0:00

ທ່ານໄບເດັນ, ພວມກ່າວຖະແຫລງໃນນະຄອນ ຊິຄາໂກ, ວ່າ ນະໂຍບາຍຕ່າງໆ ເພື່ອ "ເສີມຂະຫຍາຍເສດຖະກິດຈາກພາກສ່ວນລຸ່ມຫາເທິງ ແລະອອກໄປຫາກາງ" ໄດ້ປະສົບຜົນສຳເລັດ ໃນການຄວບຄຸມໄພເງິນເຟີ້ ແລະເຮັດໃຫ້ການຫວ່າງງານຫລຸດລົງເລື້ອຍໆ.

ກ່ອນໜ້າການໂຄສະນາຫາສຽງໃນການເລືອກຕັ້ງຄືນອີກຄັ້ງນຶ່ງ ປະທານາທິບໍດີ ໂຈ ໄບເດັນ ກຳລັງໃຫ້ເຫດຜົນທີ່ວ່າ ນະໂຍບາຍຕ່າງໆເພື່ອ “ເສີມສ້າງເສດຖະ ກິດຈາກພາກສ່ວນລຸ່ມຂຶ້ນຫາເທິງ ແລະອອກໄປກາງ” ໄດ້ປະສົບຜົນສຳເລັດໃນການຄວບຄຸມໄພເງິນເຟີ້ ແລະເຮັດໃຫ້ການຫວ່າງງານຫລຸດລົງເລື້ອຍໆ.

ໃນລະຫວ່າງການກ່າວຄຳປາໄສ ເມື່ອວັນພຸດວານນີ້ ທີ່ນະຄອນ ຊິຄາໂກ ເພື່ອສົ່ງເສີມວິໄສທັດດ້ານເສດຖະກິດທີ່ທຳນຽບຂາວ ໄດ້ເອີ້ນວ່າ “Bidennomics” ທ່ານປະທານາທິບໍດີ ໄດ້ໂຄສະນາວ່າ ເປັນສິ່ງທີ່ທ່ານໄດ້ກ່າວວ່າ ການເຕີບໂຕດ້ານເສດຖະກິດທີ່ສູງທີ່ສຸດ ພາຍໃນບັນດາເສດຖະກິດຊັ້ນນຳຂອງໂລກ ນັບຕັ້ງແຕ່ໂຣກລະບາດ.

ທ່ານໄບເດັນ ເວົ້າວ່າ “ພວກເຮົາໄດ້ເພີ້ມວຽກເຮັດງານທຳກວ່າ 13 ລ້ານໜ້າວຽກ, ມີວຽກເຮັດຫຼາຍຂຶ້ນໃນສອງໄລຍະສອງປີ ຫຼາຍກວ່າປະທານາທິບໍດີຄົນອື່ນໃດ ທີ່ໄດ້ເພີ້ມວຽກໃນນຶ່ງສະໄໝໄລຍະສີ່ປີ.” ທ່ານກ່າວຕື່ມວ່າ “ແລະພວກທ່ານທັງຫຼາຍ ອັນນັ້ນ ບໍ່ແມ່ນອຸບັດຕິເຫດ. ອັນນັ້ນ ແມ່ນ Bidennomics ທີ່ກຳລັງດຳເນີນການ.”

ທ່ານສະຫລຸບວາລະເສດຖະກິດຂອງທ່ານໃນສາມເສົາຫຼັກຄື: ລົງທຶນໃນອາເມຣິກາຢ່າງສະຫຼຽວສະຫຼາດ, ສິດສອນແລະສ້າງຄວາມເຂັ້ມແຂງໃຫ້ແກ່ພວກຄົນງານຂອງອາເມຣິກາ ເພື່ອເສີມຂະຫຍາຍພວກຄົນຊັ້ນກາງ ແລະສົ່ງເສີມການແຂ່ງຂັນເພື່ອເຮັດໃຫ້ຄ່າໃຊ້ຈ່າຍຫລຸດລົງ ແລະຊ່ອຍເຫຼືອທຸລະກິດຂະໜາດນ້ອຍຕ່າງໆ.

Ahead of his 2024 reelection campaign, President Joe Biden is making the case that his policies to "grow the economy from the bottom up and the middle out" have succeeded in taming inflation and lowering unemployment.

During a speech Wednesday in Chicago to promote an economic vision the White House has dubbed “Bidenomics,” the president touted what he said was the highest economic growth among the world’s leading economies since the pandemic.

“We’ve added over 13 million jobs, more jobs in two years than any president has added in a four-year term,” he said. “And folks, that’s no accident. That’s Bidenomics in action.”

He summed up his economic agenda in three pillars: making smart investments in America, educating and empowering American workers to grow the middle class, and promoting competition to lower costs and help small businesses.

XS
SM
MD
LG