ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທຳນຽບຂາວ ກ່າວວ່າ ສະຫະລັດ ຍົກເລີກ ການຫ້າມເດີນທາງ ຕໍ່ປະເທດຊາດ


ພວກນັກທ່ອງທ່ຽວຕ່າງປະເທດ ເດີນທາງມາເຖິງ ສຫລ ຫຼັງຈາກປະທານາທິບໍດີ ດໍໂນລ ທຣຳ ອອກດຳລັດ ຫ້າມເດີນທາງ ທີ່ສະໜາມບິນໂລແກນ ໃນນະຄອນບອສຕັນ ລັດແມັດຊາຈູແຊັສ. (ວັນທີ 30 ມັງກອນ 2017)
ພວກນັກທ່ອງທ່ຽວຕ່າງປະເທດ ເດີນທາງມາເຖິງ ສຫລ ຫຼັງຈາກປະທານາທິບໍດີ ດໍໂນລ ທຣຳ ອອກດຳລັດ ຫ້າມເດີນທາງ ທີ່ສະໜາມບິນໂລແກນ ໃນນະຄອນບອສຕັນ ລັດແມັດຊາຈູແຊັສ. (ວັນທີ 30 ມັງກອນ 2017)

ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ໄດ້ຍົກເລີກການຫ້າມເດີນທາງຕໍ່ປະເທດ
ຊາດ (Chad) ຊຶ່ງເປັນນຶ່ງໃນ 8 ປະເທດ ທີ່ປະຊາຊົນສ່ວນໃຫຍ່ເປັນຊາວມຸສລິມ ແລະ
ໂດຍທົ່ວໄປແລ້ວກໍໄດ້ຖືກຫ້າມບໍ່ໃຫ້ເດີນທາງເຂົ້າມາໃນສະຫະລັດ.

ທຳນຽບໄດ້ກ່າວອ້າງໃນອັນທີ່ຕົນເອີ້ນວ່າ ການປັບປຸງ ໃຫ້ດີຂຶ້ນ “ກ່ຽວກັບການຄຸ້ມຄອງ
ຂໍ້ມູນ ຂອງສ່ວນບຸກຄົນ ພ້ອມທັງລະບົບ ແລະຂັ້ນຕອນ ໃນການແບ່ງປັນ ຂໍ້ມູນ” ຂອງ
Chad ຊຶ່ງໝາຍຄວາມວ່າ ປະເທດດັ່ງກ່າວໄດ້ປະຕິບັດຕາມມາດຕະຖານຂັ້ນພື້ນຖານ ທາງດ້ານຄວາມປອດໄພ ຂອງສະຫະລັດອີກຄັ້ງນຶ່ງ.

Chad ແມ່ນມີຊື່ຢູ່ໃນບັນຊີການຫ້າມເດີນທາງຂອງສະຫະລັດສະບັບຫລ້າສຸດ ພ້ອມກັບ
ອີຣ່ານ ລີເບຍ ເກົາຫຼີເໜືອ ໂຊມາເລຍ ຊີເຣຍ ແລະເຢເມນ.

ແຕ່ການຮວມເອົາ ປະເທດດັ່ງກ່າວ ເຂົ້າໃນບັນຊີລາຍຊື່ ຂອງປະເທດທີ່ຖືກຫ້າມ ແມ່ນ
ໄດ້ສ້າງຄວາມງົງງວຍໃຫ້ແກ່ພວກນັກວິເຄາະທີ່ຊີ້ໃຫ້ເຫັນວ່າ ລັດຖະບານຂອງປະເທດ ດັ່ງກ່າວແມ່ນເປັນພັນທະມິດທີ່ສຳຄັນຂອງສະຫະລັດ ໃນການຕໍ່ຕ້ານພວກກໍ່ການຮ້າຍ.


President Donald Trump has lifted the travel ban on Chad, one of eight mostly Muslim majority nations whose citizens are generally barred from traveling to the U.S.

The White House cited what it calls improvements in Chad's "identity management and information sharing protocols and procedures," meaning the country again meets basic U.S. security standards.

Chad was named in the president's most recent travel ban, along with Iran, Libya, North Korea, Somalia, Syria and Yemen.

But its inclusion on the travel ban list puzzled many analysts, who pointed out that its government has been a key U.S. ally in the fight against terrorism.

XS
SM
MD
LG