ທຳນຽບຂາວ ກ່າວວ່າ ປະທານາທິບໍດີ ຣັດເຊຍ ທ່ານວລາດີເມຍ ປູຕິນ ໄດ້ໂທລະສັບຫາ ປະທານາທິບໍດີ ດໍໂນລ ທຣຳ ເພື່ອ “ຂອບໃຈທ່ານ ສຳລັບຂໍ້ມູນ ທີ່ສະຫະລັດສະໜອງໃຫ້ ຊຶ່ງໄດ້ຊ່ອຍໃຫ້ ທຳລາຍແຜນການໂຈມຕີກໍ່ການຮ້າຍໄດ້ ໃນໄລຍະວັນພັກ ທີ່ອາດຈະເກີດຂຶ້ນໄດ້ ຢູ່ໃນຣັດເຊຍ.
ຖະແຫລງການສະບັບນຶ່ງຂອງທຳນຽບຂາວ ທີ່ແຈ້ງອອກມານຶ່ງວັນຫຼັງຈາກ ວັງເຄຣັມລິນ ໄດ້ເປີດເຜີຍການສົນທະນາທາງໂທລະສັບດັ່ງກ່າວນັ້ນ ກ່າວວ່າ “ທັງສອງປະທານາທິບໍດີ ໄດ້ໝັ້ນໝາຍທີ່ຈະສືບຕໍ່ຮ່ວມມືກັນ ໃນການຕໍ່ຕ້ານການກໍ່ການຮ້າຍ ລະຫວ່າງສອງປະເທດ. ປະທານາທິບໍດີທັງສອງ ຍັງໄດ້ປຶກສາຫາລືໃນເລື້ອງສະພາບການຂອງສາຍສຳພັນລະຫວ່າງ ສະຫະລັດແລະຣັດເຊຍ ແລະຄວາມພະຍາຍາມໃນອະນາຄົດເພື່ອສະໜັບສະໜຸນ ການຄວບຄຸມອາວຸດ ທີ່ມີປະສິດທິພາບ.”
ສື່ມວນຊົນຂອງຣັດເຊຍ ໄດ້ອ້າງເຖິງອົງການສືບລັບຂອງຣັດເຊຍ ຫຼືເອີ້ນຫຍໍ້ວ່າ FSB ທີ່ໄດ້ກ່າວວ່າ ຊາວຣັດເຊຍສອງຄົນ “ຜູ້ທີ່ຢາກຈະດຳເນີນການໂຈມຕີກໍ່ການຮ້າຍ ຢູ່ທີ່ນະຄອນເຊນປີເຕີສເບີກ ໃນໄລຍະວັນພັກປີໃໝ່” ນັ້ນ ແມ່ນໄດ້ຖືກຄວບຄຸມຕົວ ອີງຕາມການໃຫ້ຂໍ້ມູນຂອງສະຫະລັດ.
ສາຍສຳພັນລະຫວ່າງມົສກູ ແລະວໍຊິງຕັນ ກໍຍັງມີຄວາມເຄັ່ງຕຶງຢູ່ ທ່າມກາງການວາງມາດຕະການລົງໂທດ ທີ່ມີຢູ່ຕໍ່ເນື່ອງ ແລະການວາງມາດຕະການລົງໂທດຕອບໂຕ້ ຕໍ່ການບຸກລຸກຢູເຄຣນຂອງຣັດເຊຍ ເມື່ອ 5 ປີກ່ອນ, ການປ່ອຍປະລະເລີຍ ຫຼື ການໝົດອາຍຸທີ່ໃກ້ເຂົ້າມາຂອງສົນທິສັນຍາວ່າດ້ວຍການຄວບຄຸມອາວຸດ ທີ່ເປັນຂີດໝາຍສຳຄັນນັ້ນ ແລະເບິ່ງຄືວ່າ ການກະທົບໃນດ້ານການເປັນພັນທະມິດ ແລະບູລິມະສິດຕ່າງໆ ຢູ່ໃນແຫ່ງຕ່າງໆທີ່ມີບັນຫາ ເຊັ່ນວ່າ ຊີເຣຍ ແລະເວເນຊູເອລາ ທີ່ລວມຢູ່ໃນເລື້ອງອື່ນໆນຳດ້ວຍ.
The White House says Russian President Vladimir Putin called President Donald Trump to "thank him for information the United States provided that helped foil a potential holiday terrorist attack in Russia."
"Both Presidents committed to continuingcounterterrorism cooperation between the two countries. The Presidents also discussed the state of relations between the United States and Russia and future efforts to support effective arms control," said a White House statement issued a day after a Kremlin read out of the phone call.
Russian media cited the Federal Security Service (FSB) as saying two Russians "who wanted to carry out [a] terror attack in St. Petersburg on New Year's holidays" were detained on the basis of the U.S. tip.
Relations between Moscow and Washington have been tense amid ongoing sanctions and counter-sanctions over Russia's invasion of Ukraine five years ago, the abandonment or looming expiration of milestone arms-control treaties, and seemingly clashing alliances and priorities in trouble spots like Syria and Venezuela, among other things.