ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທໍານຽບຂາວ ສະເໜີ ກຳແພງ ລາຄາສູງ ແລະ ຫົນທາງທີ່ຍາວໄກ ໃນການເປັນສັນຊາດ ຂອງ ພວກໄຝ່ຝັນ


ທຳນຽບຂາວ ທີ່ນະຄອນຫຼວງ ວໍຊິງຕັນ.
ທຳນຽບຂາວ ທີ່ນະຄອນຫຼວງ ວໍຊິງຕັນ.

ທຳນຽບຂາວ​ ໄດ້ເປີດ​ເຜີຍ​ລາຍ​ລະອຽດ ​ໃນ​ວັນ​ພະຫັດ​ວານ​ນີ້ ໃນອັນທີ່ທຳນຽບຂາວ
ກ່າວວ່າ ​ເປັນຂອບໃນການ​ປະນີປະນອມ​ກ່ຽວ​ກັບເລື່ອງ​ຄົນ​ເຂົ້າ​ເມືອງ​ເພື່ອ​ໃຫ້​ບັນດາ​
ສະ​ມາ​ຊິກ​ສະ​ພາ​ຮັບເອົາ​ ຫລື​ປະຕິ​ເສດ.

ສໍາ​ລັບ​ພວກ​ຄົນ​ເຂົ້າ​ເມືອງທີ່ຍັງໜຸ່ມນ້ອຍ​ຈຳນວນ 1 ລ້ານ 8 ​ແສນ​ຄົນກຳລັງອາໄສ​ຢູ່​
ໃນ​ສະຫະລັດທີ່​ຮູ້​ກັນ​ໃນຊື່ “ພວກທີ່​ມີ​ຄວາມ​ໄຝ່ຝັນ” ​ທີ່​ໄດ້​ຖືກ​ນຳ​ເຂົ້າ​ມາ​ໃນສະຫະລັດ​
ໂດຍ​ຄອບຄົວ​ເຂົາ​ເຈົ້າ​ໃນເວລາ​ທີ່ເຂົາ​ເຈົ້າ​ຍັງ​ເປັນ​ເດັກນ້ອຍ​ຢູ່​ນັ້ນ ຈະ​ມີຫົນທາງ​ອັນ​
ຍາວ​ນານ​ ໄປ​ສູ່​ການ​ໄດ້ຮັບ​ສັນຊາດ ​ແລະ​ມີ​ເງື່ອນໄຂ​ຫຼາຍໆ​ຢ່າງ.

ສຳ​ລັບ​ພວກທີ່​ໄດ້​ອະນຸຍາດ​ໃຫ້​ຢູ່​ໃນ​ສະຫະລັດ ພາຍ​ໃຕ້​ໂຄ​ງການປົກ​ປ້ອງພວກເດັກ
ນ້ອຍ ທີ່​ເຂົ້າ​ເມືອງບໍ່​ມີ​ເອກ​ກະສາ​ນຫລື DACA ຕະຫລອດ​ທັງ​ບຸກຄົນອື່ນໆ ​ທີ່​ຢູ່ໃນ​ກໍ
ລະນີ​ດຽວ​ກັນນີ້ ຈະ​ຕ້ອງໃຊ້ເວລາ 10 ຫາ 12 ​ປີ​ ໄປ​ສູ່​ການ​ໄດ້ຮັບສັນ ຊາດ ພ້ອມ​ດ້ວຍ​ອະນຸຍາດ​ໃຫ້​ເຮັດ​ວຽກ ຮັບການ​ສຶກສາ ​ແລະ​ມີ​ຄຸນສົມບັດທີ່ດີ.

ປະທານາທິບໍດີ​ທຣໍາ ຜູ້​ທີ່​ໄດ້ໃຫ້ຮ່ອງ​ຮອຍ​ໜ້ອຍນຶ່ງ​ກ່ຽວກັບ​ຂໍ້​ສະເໜີ​ນີ້ໃນ​ມື້ກ່ອນ​ ນັ້ນ
ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ວ່າ ​ເຂົາ​ເຈົ້າ​ຄວນ​ບອກ​ໃຫ້​ພວກທີ່ມີ​ຄວາມ​ໄຝ່ຝັນຮູ້​ວ່າ
“ຢ່າ​ເປັນ​ຫວ່ງ.”

ຂອບ​ຂອງ​ທຳນຽບຂາວ​ກ່ຽວ​ກັບ​ການ​ປະຕິ​ຮູບຄົນ​ເຂົ້າ​ເມືອງ ​ແລະ​ຮັກສາ​ຄວາມ​ປອດ
​ໄພ​ຊາຍ​ແດນ ​ໄດ້ຖືກ​ເປີດເຜີຍ​ຢ່າງ​ກະທັນຫັນ​ໂດຍ​ລັດຖະບານ​ປະທາ​ນາ​ທິບໍດີທຣໍາ
ສີ່​ມື້​ກ່ອນ​ທີ່ໄດ້ໝາຍກຳນົດໄວ້.

ອົງປະກອບອີກອັນນຶ່ງ ​ທີ່​ແນ່ນອນ​ວ່າຈະ​ຢູ່​ພາຍ​ໃຕ້​ການ​ກວດກາຢ່າງ​ທີ່​ຖ້ວນ​ກໍ​ຄື​ຕົ້ນທຶນ​
ທີ່ເປັນ​ຫົວໃຈ​ໃນ​ຄຳ​ໝັ້ນສັນຍາ​ ລະຫວ່າງການ​ໂຄສະນາ​ຫາ​ສຽງ​ຂອງປະ ທານາທິບໍດີ
ກອງ​ທຶນ 25 ພັນ​ລ້ານ​ໂດ​ລາ ​ເພື່ອ​ສ້າງ​ກຳ​ແພງ​ຢູ່​ຕາມ​ຊາຍ​ແດນ​ເມັກ​ຊິ​ໂກ ​ເຖິງ​ແມ່ນ
ວ່າ​ເງິນ​ຈຳນວນດັ່ງກ່າວ​ ຍັງ​ຈະມີການນຳໃຊ້ ສຳລັບ​ດ່ານ​ເຂົ້າອອກຕ່າງໆ ​ແລະ​ເສີມ
ຂະຫຍາຍການປ້ອງ​ກັນຢູ່​ຊາຍ​ແດນ​ພາກ​ເໜືອ​ທີ່ຕິດ ກັບ​ກາ​ນາ​ດາ.

ພວກປະທ້ວງພາກັນເຕົ້າໂຮມສະໜັບສະໜູນ ໂຄ​ງການປົກ​ປ້ອງພວກເດັກນ້ອຍ ທີ່​ເຂົ້າ​ເມືອງບໍ່​ມີ​ເອກ​ກະສາ​ນຫລື (DACA) ຢູ່ນອກລັດຖະສະພາ ວັນທີ 21 ມັງກອນ 2018.
ພວກປະທ້ວງພາກັນເຕົ້າໂຮມສະໜັບສະໜູນ ໂຄ​ງການປົກ​ປ້ອງພວກເດັກນ້ອຍ ທີ່​ເຂົ້າ​ເມືອງບໍ່​ມີ​ເອກ​ກະສາ​ນຫລື (DACA) ຢູ່ນອກລັດຖະສະພາ ວັນທີ 21 ມັງກອນ 2018.

ການ​ເຂົ້າ​ເມືອ​ງໂດຍອາໄສຄວາມເປັນຍາດພີ່ນ້ອງທີ່ບາງຄົນ​ເອີ້ນວ່າ “ຕ່ອງ​ໂສ້” ​ຊຶ່ງພວກ
ຄົນ​ເຂົ້າ​ເມືອງ ​ສາມາດ​ຮັບປະກັນ​ເອົາ​ຍາດຕິ​ພີ່ນ້ອງ ແລະບັນດາ​ສະມາ ຊິກ​ຄອບຄົວຄົນ
​ອື່ນໆນັ້ນ ຈະ​ຖືກ​ຕັດ ​ແລະ​ມີພຽງ​ແຕ່​ຜົວ​ເມຍ​ແລະ​ລູກນ້ອຍຂອງ ​ຜູ້​ເປັນ​ສັນຊາດ​ແລະ​ຜູ້​ທີ່
ໄດ້ຮັບອະນຸຍາດໃຫ້ຢູ່ໃນສະຫະລັດຢ່າງ​ຖືກຕ້ອງ​ຕາມ​ເທົ່ານັ້ນ ຈະມີ​ສິດ.

ລັດຖະບານ​ຍັງຮຽກ​ຮ້ອງ​ໃຫ້​ຍຸຕິລະບົບ​ຈົກ​ສະຫລາກ​ເອົາ​ວີ​ຊາ ​ສຳລັບບາງ​ປະ​ເທດ.

ອີງ​ຕາມ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງລັດຖະບານຄົນ​ນຶ່ງກ່າວ​ວ່າ "ນີ້​ເປັນການ​ມີຈິດໃຈ ກວ້າງຂວາງທີ່​ສຸດແລ້ວ."

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Trump Immigration
please wait
Embed

No media source currently available

0:00 0:01:31 0:00

XS
SM
MD
LG