ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທຳນຽບຂາວ ວາດພາບຊາຍແດນ ໃຫ້ເປັນ ວິກິດການ ເພື່ອຈະປະກາດ ພາວະສຸກເສີນ ແຫ່ງ​ຊາດ


ປະທານາທິບໍດີ ດໍໂນລ ທຣຳ ພ້ອມ​ດ້ວຍ ລັດຖະມົນຕີວ່າການ ກະຊວງຮັກສາຄວາມປອດໄພພາຍໃນ ສະຫະລັດ ທ່ານນາງ ເຄີຣສ໌ເຈັນ, ຊ້າຍ, ກຳລັງຟັງ ຮອງປະທານາທິບໍດີ ໄມຄ໌ ເພັນສ໌ ກ່າວຖະແຫລງ ຢູ່ທຳນຽບຂາວ ໃນນະຄອນຫຼວງ ວໍຊິງຕັນ ກ່ຽວກັບຄວາມປອດໄພ ຢູ່ຊາຍແດນ, ວັນທີ 4 ມັງກອນ 2019.
ປະທານາທິບໍດີ ດໍໂນລ ທຣຳ ພ້ອມ​ດ້ວຍ ລັດຖະມົນຕີວ່າການ ກະຊວງຮັກສາຄວາມປອດໄພພາຍໃນ ສະຫະລັດ ທ່ານນາງ ເຄີຣສ໌ເຈັນ, ຊ້າຍ, ກຳລັງຟັງ ຮອງປະທານາທິບໍດີ ໄມຄ໌ ເພັນສ໌ ກ່າວຖະແຫລງ ຢູ່ທຳນຽບຂາວ ໃນນະຄອນຫຼວງ ວໍຊິງຕັນ ກ່ຽວກັບຄວາມປອດໄພ ຢູ່ຊາຍແດນ, ວັນທີ 4 ມັງກອນ 2019.

ຄະນະລັດຖະບານ ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ພວມພະຍາຍາມ
ຢ່າງໜັກ ທີ່ຈະສ້າງພາບພົດ ຢູ່ຊາຍແດນທາງພາກໃຕ້​ຂອງ​ປະ​ເທດ ຕິດກັບເມັກຊິໂກ
ໃຫ້ເບິ່ງຄືກັບວ່າ ເປັນ “ວິກິດການດ້ານມະນຸດສະທຳ ແລະດ້ານ ຄວາມໝັ້ນຄົງແຫ່ງ
ຊາດ”
ທີ່ກຳລັງເກີດຂຶ້ນ ເພື່ອຈະໄດ້​ຮັບການສະໜັບສະໜຸນ ​ກ່ຽວ​ກັບທຶນສຳລັບ​ສ້າງ
ກຳແພງ ໃນການຕໍ່ສູ້ ກັບບັນດາສະມາຊິກສະພາ ທີ່ໄດ້ສົ່ງຜົນເຮັດໃຫ້ ລັດຖະບານ
​ບາງ​ສ່ວນຂອງປະເທດ ປິດມາເປັນເວລາ 18 ວັນ ແລ້ວ.

ປະທານາທິບໍດີ ທຣຳ ມີກຳນົດຈະນຳສະເໜີເລື່ອງດັ່ງກ່າວ ໃນການກ່າວຄຳປາ​ໄສ ທາງ
ໂທລະພາບ ຕໍ່ປະເທດຊາດ ໃນວັນອັງຄານມື້ນີ້ ກ່ອນທີ່ທ່ານຈະເດີນທາງ ໄປເຂດຊາຍ
ແດນ ໃນວັນພະຫັດ ຈະມາເຖິງນີ້.

ກ່ອນໜ້າການກ່າວຄຳປາໄສນັ້ນ ຮອງປະທານາທິບໍດີ ໄມຄ໌ ເພັນສ໌ ໄດ້ແຈ້ງໃຫ້ ບັນດາ
ນັກຂ່າວຊາບ ໃນວັນຈັນວານນີ້ ໂດຍກ່າວເນັ້ນຢ້ຳວ່າມັນເປັນ “ວິກິດການ ທີ່ແທ້ຈິງ”
ຢູ່ຊາຍແດນ ແລະ ຖິ້ມໂທດໃສ່ພັກເດໂມແຄຣັດ ໃນ “ການປະຕິເສດ ທີ່ຈະເຈລະຈາ”
ເພື່ອເປີດລັດຖະບານຄືນໃໝ່.

ທ່ານ ເພັນສ໌ ພ້ອມໂດຍ ລັດຖະມົນຕີວ່າການ ກະຊວງຮັກສາຄວາມປອດໄພ ພາຍໃນ
ສະຫະລັດ ທ່ານນາງ ເຄີຣສ໌ເຈັນ ນີລເສັນ ຜູ້ທີ່ໄດ້ກ່າວວ່າ ງົບປະມານ ແລະຕົວບົດ
ກົດໝາຍ ທີ່ມີຢູ່ແລ້ວນັ້ນ ແມ່ນ “ບໍ່ສາມາດແກ້ໄຂວິກິດການ ທີ່ພວກເຮົາກຳລັງປະ
ເຊີນໜ້າ ຢູ່ໃນຊາຍແດນ.”

ສ່ວນພັກເດໂມແຄຣັດ ແລະ ບັນດານນັກເຄື່ອນໄຫວເພື່ອອົບພະຍົບ ຈຳນວນນຶ່ງ ກ່າວ
ວ່າ ການສະແດງຄວາມຄິດເຫັນ ຕໍ່ບັນຫາດັ່ງກ່າວ ແມ່ນບໍ່ຖືກຕ້ອງ ແລະກ່າວຫາວ່າ
ເປັນການສ້າງວິກິດການຂຶ້ນມາ ເພື່ອຜົນປະໂຫຍດທາງດ້ານ ການເມືອງ ໃນການສ້າງ
ກຳແພງ ຊຶ່ງ ທ່ານ ທຣຳ ໄດ້ໂຄສະນາເອົາໄວ້ ໃນ ຂະນະທີ່ ລົງສະໝັກແຂ່ງຂັນ ເປັນ
ປະທານາທິບໍດີ ໃນປີ 2016.

ປະທານສະພາຕ່ຳ ທ່ານນາງ ແນນຊີ ເພໂລຊີ ແລະ ຜູ້ນຳສຽງສ່ວນນ້ອຍໃນສະພາສູງ
ທ່ານ ຊັກ ຊູເມີ ໄດ້ອອກຖະແຫລງການ ສະບັບນຶ່ງ ໃນຕອນແລງ ວັນຈັນວານນີ້ ໂດຍ
ຮຽກຮ້ອງໃຫ້ ເຄືອຂ່າຍໂທລະພາບຕ່າງໆ ຈົ່ງໃຫ້ໂອກາດ ແກ່ພັກເດໂມແຄຣັດ ເພື່ອ
ຕອບໂຕ້ ຕໍ່ຄຳປາໄສຂອງທ່ານ ທຣຳ ໂດຍກ່າວວ່າ ປະຫວັດຂອງທ່ານ ສະ​ແດງ​ໃຫ້​
ເຫັນ​ວ່າ ຄຳ​ປາ​ໄສ​ນີ້ “ຈະເຕັມໄປດ້ວຍຄວາມ​ປະ​ສົງຮ້າຍ ແລະຂໍ້ມູນທີ່ຜິດພ້ຽນ.”

ພວກເພິ່ນ ຍັງໄດ້ກ່າວອີກວ່າ ທ່ານປະທານາທິບໍດີ ຕ້ອງຍອມຮັບວ່າ ແຜນການສ້າງ
ກຳແພງ ບໍ່ໄດ້ຮັບການສະໜັບສະໜຸນ ພຽງພໍຢູ່ໃນລັດຖະສະພາ.

ທ່ານນາງ ເພໂລຊີ ແລະ ທ່ານ ຊູເມີ ໄດ້ກ່າວຕໍ່ໄປວ່າ “ພັກເດໂມແຄຣັດ ແລະ ບັນດາ
ສະມາຊິກພັກຣີພັບບລີກັນ ໃນລັດຖະສະພາ ທີ່ມີຈຳນວນຫຼາຍຂຶ້ນ ໄດ້ຊຸກຍູ້ ທ່ານ
ປະທານາທິບໍດີ ແລະ ຜູ້ນຳພັກ ທ່ານ ແມັກຄອນແນລ ຊ້ຳແລ້ວຊ້ຳອີກ ໃຫ້ຍຸຕິ
ການປິດລັດຖະບານ ຂອງທ່ານທຣຳ ແລະໃຫ້ເປີດລັດຖະບານຄືນ ໃນຂະນະທີ່
ລັດຖະສະພາ ອະພິປາຍ ໃນເລື່ອງກຳແພງ ຂອງທ່ານປະທານາທິບໍດີ ທີ່ມີລາຄາ
ແພງ ແລະບໍ່ມີປະສິດທິພາບ.”

​ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG