ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທຳນຽບຂາວ ຍົກຍ້ອງ ໂຄງຮ່າງກົດໝາຍ ປະຕິຮູບປືນ ເປັນດັ່ງ 'ບາດກ້າວໄປຂ້າງໜ້າ'


ປະທານາທິບໍດີ ໂຈ ໄບເດັນ ໃນພາບຖ່າຍນີ້ ໃນລະຫວ່າງ ຢູ່ທີ່ກອງປະຊຸມສຸດຍອດ ຂອງປະເທດໃນເຂດອາເມຣິກາ, ວັນທີ 9 ມິຖຸນາ 2022, ໃນນະຄອນ ລອສ ແອນເຈີລິສ.
ປະທານາທິບໍດີ ໂຈ ໄບເດັນ ໃນພາບຖ່າຍນີ້ ໃນລະຫວ່າງ ຢູ່ທີ່ກອງປະຊຸມສຸດຍອດ ຂອງປະເທດໃນເຂດອາເມຣິກາ, ວັນທີ 9 ມິຖຸນາ 2022, ໃນນະຄອນ ລອສ ແອນເຈີລິສ.

ທຳນຽບຂາວ ໄດ້ກ່າວໃນວັນຈັນວານນີ້ວ່າ ປະທານາທິບໍດີ ໂຈ ໄບເດັນ ຢາກ ໃຫ້ບັນດາສະມາຊິກສະພາຮັບຮອງເອົາຂໍ້ຕົກລົງທີ່ທັງສອງພັກການເມືອງເຫັນ ພ້ອມນຳກັນຢ່າງວ່ອງໄວ ເພື່ອແນໃສ່ກົດໝາຍຕ່າງໆ ໃນການຄວບຄຸມປືນ ທີ່ເຄັ່ງຄັດ ປັບປຸງດ້ານຄວາມປອດໄພໃນໂຮງຮຽນ ແລະສະໜອງການບໍລິການ ທາງດ້ານສຸຂະພາບຈິດຫຼາຍຂຶ້ນ ທ່າມກາງການຍິງສັງຫານໝູ່ທີ່ເກີດຂຶ້ນຫຼາຍຄັ້ງ ຊຶ່ງໄດ້ສັງຫານຊາວອາເມຣິກັນຫຼາຍສິບຄົນ-ຊຶ່ງ​ໃນ​ນັ້ນ ຫຼາຍຄົນເປັນພວກໜຸ່ມນ້ອຍ-ດ້ວຍອາວຸດລະດັບຂອງທະຫານ ຊຶ່ງໄດ້ມາຢ່າງຖືກຕ້ອງຕາມກົດໝາຍ.

ທ່ານໄບເດັນ ບໍ່ໄດ້ໃຫ້ຄຳເຫັນໃດໆ ເມື່ອບັນດານັກຂ່າວໄດ້ຖາມທ່ານໃນວັນຈັນ ວານນີ້ ວ່າ ທ່ານພໍໃຈກັບຂໍ້ສະເໜີທີ່ໄດ້ຕົກລົງຮ່ວມກັນ ໃນວັນອາທິດຜ່ານມານີ້ ໂດຍທັງສະມາຊິກສະພາ 10 ທ່ານຈາກພັກເດໂມແຄຣັດ ແລະ 10 ທ່ານຈາກ ພັກຣີພັບບລີກັນ ນັ້ນຫຼືບໍ່. ທ່ານໄບເດັນ ໄດ້ກ່າວໃນຖະແຫລງການສະ​ບັບ​ນຶ່ງ ເມື່ອວັນອາທິດຜ່ານ​ມາ ວ່າ ແຜນການນັ້ນ “ບໍ່ເຮັດທຸກສິ່ງທຸກຢ່າງທີ່ຂ້າພະເຈົ້າ ຄິດວ່າຈຳເປັນຕ້ອງ​ໄດ້​ເຮັດ ແຕ່ມັນສະທ້ອນໃຫ້ເຫັນເຖິງບາດກ້າວທີ່ສຳຄັນ ໄປ ໃນທິດທາງທີ່ຖືກຕ້ອງ ແລະຈະເປັນຮ່າງກົດໝາຍດ້ານຄວາມປອດໄພ ກ່ຽວກັບ ປືນທີ່​ສຳ​ຄັນ​ທີ່​ສຸດ ທີ່ຈະໄປຜ່ານລັດຖະສະພາ ໃນຮອບຫຼາຍທົດສະວັດ ຜ່ານມາ.”

ໃນວັນຈັນວານນີ້ ໂຄສົກທຳນຽບຂາວ ທ່ານນາງແຄຣິນ ຊອງ-ປີແອຣ (Karine Jean-Pierre) ໄດ້ກ່າວວ່າ ໂຄງຮ່າງນີ້ ຈະຊ່ອຍໃຫ້ທ່ານປະທານາທິບໍດີ ປະຕິ ບັດຕາມຄຳໝັ້ນສັນຍາຂອງທ່ານ ຕໍ່ບັນດາຜູ້ປົກຄອງທັງຫຼາຍໃນເມືອງຢູວາລດີ ຂອງລັດເທັກຊັສ ບ່ອນທີ່ພວກເດັກນ້ອຍ 19 ຄົນ ແລະນາຍຄູ 2 ຄົນໄດ້ຖືກ ຍິງຕາຍ ໃນວັນທີ 24 ພຶດສະພາ ໂດຍຄົນຮ້າຍຕິດອາວຸດປືນຍາວ ແບບສົງຄາມ ຢູ່ໃນໂຮງຮຽນປະຖົມ - ເພື່ອຈະ “ເຮັດສິ່ງໃດສິ່ງນຶ່ງ.”

ທ່ານນາງຊອງ-ປີແອຣ ໄດ້ກ່າວວ່າ “ທ່ານປະທານາທິບໍດີ ຍິນດີທີ່ເຫັນອັນນີ້ ດັ່ງກັບບາດກ້າວໄປໜ້າ.” ທ່ານນາງກ່າວຕໍ່ໄປວ່າ “ດັ່ງທີ່ພວກເຮົາຮູ້ດີ ອັນນີ້ ກ່ຽວກັບການຊ່ອຍຊີວິດຄົນ. ແລະເພາະສະນັ້ນ ທ່ານປະທານາທິບໍດີ ກໍຈະ-ຢາກຈະເຫັນ-ລັດຖະສະພາອອກຮ່າງກົດໝາຍ ທ່ານຢາກເຫັນອັນນີ້ ຢູ່ເທິງ ໂຕະຂອງທ່ານ ໄວທີ່ສຸດເທົ່າທີ່ເປັນໄປໄດ້.”

ຂໍ້ຕົກລົງດັ່ງກ່າວ ບໍ່ໄດ້ລວມເອົາສິ່ງທີ່ທ່ານໄບເດັນ ໄດ້ຮຽກຮ້ອງໃຫ້ຫ້າມການ ຂາຍອາວຸດປືນທີ່ຍິງໄດ້ຢ່າງວ່ອງໄວ ອັນເປັນອາວຸດທີ່ພວກມືປືນຍິງສັງຫານໝູ່ ມັກຈະເລືອກເອົາມານຳໃຊ້ ຢູ່ໃນສະຫະລັດ. ແຕ່ທ່ານນາງຊອງ-ປີແອຣ ໄດ້ກ່າວຕື່ມວ່າ ທ່ານໄບເດັນ ຈະສືບຕໍ່ກົດດັນໃຫ້ຫ້າມອາວຸດປືນຄືນໃໝ່ອີກ ພ້ອມກັບການຂະຫຍາຍການກວດປະຫວັດອອກອີກ ກ່ອນໜ້າໃນການຊື້ປືນ ແລະໃຫ້ມີການຢັ້ງຢືນຜູ້ທີ່ທ່ານສະເໜີຊື່ໃຫ້ເປັນຫົວໜ້າອົງການຮັບຜິດຊອບ ກ່ຽວກັບເຫຼົ້າ ຢາສູບ ປືນ ແລະວັດຖຸລະເບີດ ຫຼື ATF.

ສ່ວນສະມາຄົມປືນຍາວແຫ່ງຊາດ ກ່າວວ່າ ຕົນ “ບໍ່ໄດ້ເອົາຈຸດຢືນໃດໆກ່ຽວກັບ ‘ໂຄງຮ່າງນີ້.’ ພວກເຮົາຈະສະແດງຈຸດຢືນຂອງພວກເຮົາໃຫ້ຮູ້ ໃນເວລາທີ່ມີຂໍ້ ຄວາມຢ່າງເຕັມສ່ວນຂອງຮ່າງກົດໝາຍ ແມ່ນມີອອກມາໃຫ້ໄດ້ທົບທວນຄືນ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG