ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະບານ ທ. ທຣຳ ໄດ້ຍົກເລີກ ແຜນການ ໃຫ້ມີຄຳຖາມ ກ່ຽວກັບສັນຊາດ ໃນການສຳຫຼວດ ພົນລະເມືອງ


ເສື້ອຍຶດທີ່ມີສັນຍາລັກ ຂອງການສຳຫຼວດ ພົນລະເມືອງ ປີ 2020 ໄດ້ຖືກນຳມາວາງສະແດງ ຢູ່ທີ່ ງານຊຸມນຸມ ຂອງປະຊາຄົມ ນັກເຄື່ອນໄຫວ ແລະບັນດາຜູ້ນຳລັດຖະບານ ເພື່ອເປັນຂີດໝາຍ ການຄົບຮອບ ນຶ່ງປີ ຂອງການລິເລີ້ມ ການສຳຫຼວດພົນລະເມືອງ ປີ 2020 ໃນນະຄອນ ບອສຕັນ.
ເສື້ອຍຶດທີ່ມີສັນຍາລັກ ຂອງການສຳຫຼວດ ພົນລະເມືອງ ປີ 2020 ໄດ້ຖືກນຳມາວາງສະແດງ ຢູ່ທີ່ ງານຊຸມນຸມ ຂອງປະຊາຄົມ ນັກເຄື່ອນໄຫວ ແລະບັນດາຜູ້ນຳລັດຖະບານ ເພື່ອເປັນຂີດໝາຍ ການຄົບຮອບ ນຶ່ງປີ ຂອງການລິເລີ້ມ ການສຳຫຼວດພົນລະເມືອງ ປີ 2020 ໃນນະຄອນ ບອສຕັນ.

ລັດຖະບານທ່ານທຣຳ ໃນວັນອັງຄານວານນີ້ ໄດ້ຍົກເລີກ ແຜນການຂອງຕົນ ທີ່ຢາກ
ຈະໃຫ້ມີຄຳຖາມກ່ຽວກັບສັນຊາດ ຮວມຢູ່ໃນການສຳຫຼວດພົນລະເມືອງ ຂອງສະຫະລັດ
ປີ 2020 ນັ້ນ.

ອັນນີ້ ກໍໝາຍຄວາມວ່າ ອົງການສຳຫຼວດ​ປະ​ຊາ​ກອນຂອງສະຫະລັດສາມາດເລີ້ມພິມ
ເອກກະສານການສຳຫຼວດໄດ້ ເພື່ອການສົ່ງອອກໄປໃຫ້ຄົວເຮືອນ ຂອງຊາວອາເມຣິກັນ
100 ລ້ານຄົວເຮືອນ ຫຼັງຈາກທີ່ ທ່ານທຣຳ ເອງ ໄດ້ຕັ້ງຄຳຖາມ ວ່າ ການນັບປະຊາກອນ
ຄັ້ງນຶ່ງໃນທຸກໆຮອບສິບປີນັ້ນ ອາດຈະຊັກຊ້າ ຫຼືບໍ່. ແລະການຊັກຊ້ານັ້ນ ຈະເປັນການ
ລະເມີດຕໍ່ກົດໝາຍລັດຖະບານກາງ ຫຼືບໍ່.

ການສຳຫຼວດປະຊາກອນ ແມ່ນມີຄວາມສຳຄັນ ເພາະວ່າ ມັນຈະລະບຸໄດ້ວ່າ ຈະມີບ່ອນ
ນັ່ງໃນລັດຖະສະພາ ຫຼາຍປານໃດ ຊຶ່ງຈະຖືກກຳນົດໃຫ້ ໃນແຕ່ລະລັດ ແລະເງິນຂອງ
ລັດຖະບານກາງ ຈຳນວນຫຼາຍຮ້ອຍພັນລ້ານໂດລາ ຈະໄດ້ ຖືກຈັດສັນແນວໃດ.

ສານສູງສຸດສະຫະລັດ ໄດ້ຕັດສິນດ້ວຍການລົງຄະແນນສຽງ 5 ຕໍ່ 4 ເມື່ອສັບປະດາ
ແລ້ວນີ້ ທີ່ບໍ່​ເຫັນ​ພ້ອມ ​ກັບການຮ້ອງຂໍຂອງລັດຖະບານ ທີ່ຢາກໃຫ້ມີຄຳ ຖາມ ກ່ຽວກັບ
ສັນຊາດ ຢູ່ໃນການສຳຫຼວດດັ່ງກ່າວ.

ບັນດາທະນາຄວາມ ຂອງກະຊວງຍຸຕິທຳ ໄດ້ໂຕ້ແຍ້ງວ່າ ຄຳຖາມນັ້ນ ຈຳເປັນໃຫ້ມີ
ເພື່ອຈະຊ່ອຍໃນການບັງຄັບໃຊ້ກົດໝາຍ ວ່າດ້ວຍປົກປ້ອງສິດ ໃນການອອກສຽງ
ຂອງພວກຊົນກຸ່ມນ້ອຍ.

ຫົວໜ້າຜູ້ພິພາກສາສານສູງສຸດ ທ່ານຈອນ ໂຣເບີດສ ເຫັນດີນຳຝ່າຍຜູ້ພິພາກ ສາຂອງສານດັ່ງກ່າວ 4 ທ່ານທີ່ນິຍົມເສລີພາບແລະໄດ້ຂຽນເພື່ອເປັນສຽງສ່ວນ ຫຼາຍ ທີ່ໂຕ້ແຍ້ງວ່າ ແມ່ນ “ບ່າຍບ່ຽງ” ແລະ ບໍ່ເຖິງຂະໜາດມາດຕະຖານ ສຳ ລັບການອະທິບາຍທີ່ແຈ່ມແຈ້ງວ່າ ເປັນຫຍັງ ລັດຖະບານຈຶ່ງຢາກຈະເອົາ ມາດ ຕະການເຊັ່ນນັ້ນ.

ພວກຕ້ອງ​ຕິກ່າວວ່າ ຄຳຖາມກ່ຽວກັບຊັນຊາດຈະຂົ່ມຂູ່ພວກຊົນກຸ່ມນ້ອຍ ແລະ
ພວກຄົນເຂົ້າເມືອງ ໃນການກອງເອກກະສານ ແລະ ເຮັດໃຫ້ພັກຣີພັບບລີກັນ ໄດ້
ປຽບ ໃນອັນທີ່ ແທ້ຈິງແລ້ວ ເປັນເຂດເລືອກຕັ້ງຂອງພວກທີ່ສະໜັບສະໜຸນ ພັກ
ເດໂມແຄຣັດ ໂດຍສ່ວນໃຫຍ່.

ສ່ວນລັດຖະມົນຕີກະຊວງການຄ້າ ທ່ານວີລເບີ ຣັອສ ໄດ້ກ່າວໃນຖະແຫຼງການສະບັບ
ນຶ່ງວ່າ ທ່ານບໍ່ເຫັນດີ ກັບການຕັດສິນຂອງສານສູງສຸດ ແຕ່ວ່າ ທ່ານກໍ ນັບຖືການຕັດ
ສິນນັ້ນ ແລະຂັ້ນຕອນຂອງການພິມເອກກະສານສຳຫຼວດນັ້ນ ກໍ ໄດ້ເລີ້ມຕົ້ນຂຶ້ນ.

ທ່ານທຣຳ ຍັງໄດ້ສະແດງຄວາມເຫັນຄັດຄ້ານ ຕໍ່ການສຳຫຼວດທີ່ກຳລັງດຳເນີນ ໄປນັ້ນ
ໂດຍບໍ່ໄດ້ຕາມຄວາມຕ້ອງການຂອງທ່ານ ທີ່ຢາກໃຫ້ມີຄຳຖາມກ່ຽວກັບ ສັນຊາດ.

ທ່ານໄດ້ຂຽນລົງທວີດເຕີ້ວ່າ “ເປັນຊ່ວງເວລາທີ່ໜ້າໂສກເສົ້າ ສຳລັບອາເມຣິກາ ໃນເມື່ອ
ສານສູງສຸດ ຂອງສະຫະລັດ ຈະບໍ່ອະນຸຍາດໃຫ້ມີຄຳຖາມທີ່ວ່າ ‘ຄົນຜູ້ນີ້ ໄດ້ຮັບສັນຊາດ
ສະຫະລັດ ບໍ່?’ ທີ່ຈະຖືກຖາມ ຢູ່ໃນການສຳຫຼວດ ປີ 2020!”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG