ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທໍານຽບຂາວກ່າວວ່າ ​ຈົ່ງ​ໄປ​ສັກຢາວັກຊີນບຸສເຕີໃໝ່ພາຍໃນວັນບຸນຮາໂລວີນນີ້ ເພື່ອຄວາມປອດໄພ ສໍາລັບວັນພັກອື່ນໆອີກ


ແຟ້ມ-ຄົນຍ່າງ ຍ່າງຜ່ານປ້າຍທີ່ຫ້ອຍຢູ້ດ້ານນອກສໍານັກງານໃຫຍ່ຂອງບໍລິສັດຢາຟາຍເຊີ ໃນນະຄອນນິວຢອກ, ແລະອີກປ້າຍນຶ່ງ ແມ່ນຫ້ອຍຢູ່ລົດໂດຍສານ ໂດຍສົ່ງເສີມໃຫ້ໄປຮັບການສັກຢາບຸສເຕີໂຄວິດ-19, ວັນທີ 23 ພຶດສະພາ 2022.
ແຟ້ມ-ຄົນຍ່າງ ຍ່າງຜ່ານປ້າຍທີ່ຫ້ອຍຢູ້ດ້ານນອກສໍານັກງານໃຫຍ່ຂອງບໍລິສັດຢາຟາຍເຊີ ໃນນະຄອນນິວຢອກ, ແລະອີກປ້າຍນຶ່ງ ແມ່ນຫ້ອຍຢູ່ລົດໂດຍສານ ໂດຍສົ່ງເສີມໃຫ້ໄປຮັບການສັກຢາບຸສເຕີໂຄວິດ-19, ວັນທີ 23 ພຶດສະພາ 2022.

ທໍານຽບຂາວກ່າວວ່າ ຊາວອາເມຣິກັນຜູ້ທີ່ມີສິດ ຄວນໄປຮັບການສັກວັກຊີນບຸສເຕີ້ຫຼ້າສຸດສໍາລັບໂຄວິດ-19 ພາຍໃນເວລາບຸນຮາໂລວີນທີ່ໃກ້ຈະມາເຖິງນີ້ ເພື່ອປ້ອງກັນ​ໄວຣັ​ສໂຄໂຣນາທີ່ມີຄຸນນະພາບສູງສຸດສໍາລັບວັນບຸນຂອບຄຸນພະເຈົ້າແລະວັນພັກຕ່າງໆ, ເຊິ່ງເປັນການເຕືອນລ່ວງໜ້າກ່ຽວກັບ “ລະດູການທີ່ທ້າທາຍຂອງພະຍາດ,” ອີງ​ຕາມ​ລາຍງານ​ຂອ​ງອົງການຂ່າວ AP.

ຜູ້ປະສານງານກ່ຽວກັບພະຍາດໂຄວິດ-19 ປະຈໍາທໍານຽບຂາວ ດຣ. ອາຊິສ ຮາ (Ashish Jha) ກ່າວໃນວັນອັງຄານວານນີ້ວ່າ ສະຫະລັດ ມີຢາວັກຊີນ ແລະອຸປະກອນການຮັກສາ ເພື່ອກໍາຈັດຄວາມເຈັບປ່ວຍ ແລະລົ້ມຕາຍທີ່ຮຸນແຮງຈາກພະຍາດດັ່ງກ່າວ. ແຕ່ທ່ານໄດ້ເນັ້ນຢໍ້າວ່າ ມີພຽງແຕ່ປະຊາຊົນຫາກຕ້ອງປະຕິບັດໃນສ່ວນຂອງພວກເຂົາເທົ່ານັ້ນ.

ສູນກາງຄວບຄຸມ ແລະປ້ອງກັນພະຍາດ ຫຼື CDC ​ຂອງ​ສະ​ຫະ​ລັດກ່າວວ່າ ມີປະຊາຊົນຊາວອາເມຣິກັນພຽງແຕ່ 11.5 ລ້ານຄົນເທົ່ານັ້ນທີ່ໄດ້ຮັບການສັກຢາບຸສເຕີ້ຫຼ້າສຸດນີ້, ແຕ່ວ່າ ຖ້າມີປະຊາຊົນໄດ້ຮັບຢາວັກຊີນຫຼາຍກວ່ານີ້ ມັນສາມາດຊ່ວຍຮັກສາຊີວິດໄດ້ຫຼາຍຮ້ອຍຊີວິດ ໃນແຕ່ລະວັນຂອງຊ່ວງລະດູໜາວ ທີ່ກໍາລັງຍັບໃກ້ເຂົ້າມານີ້.

WASHINGTON (AP) — The White House says eligible Americans should get the updated COVID-19 boosters by Halloween to have maximum protection against the coronavirus by Thanksgiving and the holidays, as it warns of a "challenging" virus season ahead. White House COVID-19 coordinator Dr. Ashish Jha said Tuesday the U.S. has vaccine and treatment tools to largely eliminate serious illness and death from the virus. But he stressed that's only if people do their part. The Centers for Disease Control and Prevention says only about 11.5 million Americans have received the updated shots so far, but if more people get them, it could save hundreds of lives each day by winter.

XS
SM
MD
LG