ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທຳນຽບຂາວ ພ້ອມແລ້ວ ຈະຈັດການແຂ່ງຂັນ ກິ້ງໄຂ່ປະຈຳປີ ໃນບຸນອິສເຕີ ວັນຈັນ ຈະມານີ້


ການແຂ່ງກິ້ງໄຂ່ ໂດຍທີ່ພວກເດັກນ້ອຍ ບໍ່ໄດ້ຮັບການ
ຊ່ວຍເຫຼືອຫຍັງຫຼາຍຈາກພໍ່ແມ່ ທີ່ເດີ່ນຫຍ້າຂອງທຳນຽບຂາວ.
ການແຂ່ງກິ້ງໄຂ່ ໂດຍທີ່ພວກເດັກນ້ອຍ ບໍ່ໄດ້ຮັບການ ຊ່ວຍເຫຼືອຫຍັງຫຼາຍຈາກພໍ່ແມ່ ທີ່ເດີ່ນຫຍ້າຂອງທຳນຽບຂາວ.

ທຳນຽບຂາວ​ໄດ້​ປະກາດ​ແຜນ ເນື່ອງໃນວັນ​ຄົບຮອບ 140 ປີ ຂອງພິທີກິ້ງໄຂ່ ປະຈຳປີ
ໃນວັນ​ບຸນອິສ​ເຕີ້​ ທີ່​ຈະ​ຈັດ​ຂຶ້ນ​ຢູ່່​ເດີ່ນຫຍ້າ​ກ້ຳ​ໃຕ້ ຂອງ​ທຳນຽບຂາວ​ໃນ ​ວັນ​ຈັນ​ຈະມານີ້.

​ນອກຈາກພິທີ​ທີ່ຈັດຂຶ້ນຕາມປະ​ເພ​ນີ ເຊັ່ນການ​ກິ້​ງ​ໄຂ່​ໃນບຸນ​ອິສ​ເຕີ້ ການ​ຊອກ​ຫາໄຂ່
ການສະ​ແດງ​ໄຂ່​ແຫ່ງ​ຊາດແລະ​ການນັ່ງ​ອ່ານປື້​ມແລ້ວ ສະຕີໝາຍເລກ​ນຶ່ງ ທ່ານນາງ
Melania Trump ​ຍັງໄດ້​ເພີ້​ມບ່ອນ​ຫຼິ້ນໂບລິ້ງ​ຢູ່​ເດີ່ນ​ຫຍ້າ ໃຫ້​ເປັນ​ພິທີໃໝ່​ສຳລັບ​ປີ​ນີ້ ອີງຕາມຖະແຫຼງການຂອງທຳນຽບຂາວ ​ທີ່ນຳອອກ​ເຜີຍ​ແຜ່ໃນ​ວັນ​ສຸກ​ວານ​ນີ້.

ປະ​ທາ​ນາ​ທິບໍດີດາ​ໂນ​ລ ​ທຣໍາ ​ແລະ​ບັນດາ​ສະມາຊິກ​ຄອບຄົວຄົນອື່ນໆ ພ້ອມ​ດ້ວຍ​ພວກ
​ເຈົ້າ​ໜ້າ​ທີ່​ລັດຖະບານ ກໍຈະ​ເຂົ້າ​ຮ່ວມ​ ໃນພິທີດັ່ງກ່າວ.

ບັນ​ດາ​ຜູ້​ຈັດພິທີ​ຄາດວ່າ​ ຈະມີຜູ້ເຂົ້າຮ່ວມເກືອບ 30,000 ຄົນ​. ປີ້​ສຳລັບ​ພິທີ​ດັ່ງ ກ່າວ​ແມ່ນບໍ່ເສຍເງິນ ​ແຕ່​ຕ້ອງຜ່ານການຈົກສະຫຼາກ ທາງ​ອອນ​ລາຍ ຊຶ່ງ​ໄດ້​ຈັດ​ຂຶ້ນ​ໃນ​ຕົ້ນ
​ປີ​ນີ້.

ພິທີ​ດັ່ງກ່າວ​ໄດ້​ຈັດ​ຂຶ້ນເປັນ​ເທື່ອ​ທຳ​ອິດໃນ​ປີ 1878 ໃນສະໄໝ​ລັດຖະບານ​ຂອງ​ປະທາ
ນາທິບໍດີ ຣູ​ເທີ​ຟອດ ບີ. ​ເຮ​ສ໌.

ໄຂ່ບຸນອິສເຕີ ຂອງທຳນຽບຂາວ ປະຈຳປີ 2018 ທີ່ເປັນໄຂ່ ລະລຶກທາງການ ເຮັດດ້ວຍໄມ້ ຂາຍໂດຍ ສະມາຄົມປະຫວັດສາດ ທໍານຽບຂາວ.
ໄຂ່ບຸນອິສເຕີ ຂອງທຳນຽບຂາວ ປະຈຳປີ 2018 ທີ່ເປັນໄຂ່ ລະລຶກທາງການ ເຮັດດ້ວຍໄມ້ ຂາຍໂດຍ ສະມາຄົມປະຫວັດສາດ ທໍານຽບຂາວ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG