ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທໍານຽບຂາວ ບໍ່ໃຫ້​ຄວາມ​ສຳ​ຄັນ ຕໍ່ການຄັດຄ້ານໃນການສ້າງລັດປາແລັສໄຕນ໌ ຂອງ ທ່ານເນຕັນຢາຮູ


ນາຍົກລັດຖະມົນຕີອິສຣາແອລ ທ່ານເບັນຈາມິນ ເນຕັນຢາຮູ ເປັນປະທານກອລປະຊຸມລັດຖະມົນຕີຢູ່ທີ່ ເຄີຢາ (Kirya), ເຊິ່ງເປັນສໍານັກງານຂອງກະຊວງປ້ອງກັນປະເທດ, ໃນນະຄອນເທລ ອາວີບ, ອິສຣາແອລ, ວັນທີ 31 ທັນວາ 2023.
ນາຍົກລັດຖະມົນຕີອິສຣາແອລ ທ່ານເບັນຈາມິນ ເນຕັນຢາຮູ ເປັນປະທານກອລປະຊຸມລັດຖະມົນຕີຢູ່ທີ່ ເຄີຢາ (Kirya), ເຊິ່ງເປັນສໍານັກງານຂອງກະຊວງປ້ອງກັນປະເທດ, ໃນນະຄອນເທລ ອາວີບ, ອິສຣາແອລ, ວັນທີ 31 ທັນວາ 2023.

ລັດຖະບານ ທ່ານໄບເດັນ, ເບິ່ງຄືວ່າ ບໍ່ປ່ຽນແປງຕໍ່ວິໄສທັດທີ່ພົ້ນເດັ່ນຂອງຕົນສໍາລັບແຫຼມກາຊາລຸນຫລັງສົງຄາມ, ເຖິງແມ່ນວ່ານາຍົກລັດຖະມົນຕີຂອງອິສລາແອລ ທ່ານເບັນຈາມິນ ເນຕັນຢາຮູ ໄດ້ປະຕິເສດກ່ຽວກັບອົງປະກອບທີ່ສໍາຄັນຂອງແຜນການດັ່ງກ່າວນັ້ນ ກ່ຽວກັບການສ້າງຕັ້ງລັດປາແລັສໄຕນ໌.

ທຳນຽບຂາວ​ ໃນ​ເວ​ລາ​ດຽວ​ກັນ ກໍມີຄວາມຫວັງ​ ​ທີ່ຈະ​ໄກ່​ເກ່ຍ​ໃຫ້​ມີ​ການ​ສ້າງ​ຕັ້ງ​ສາຍ​ພົວພັນຢ່າງ​ເປັນ​ປົກກະຕິ ​ລະຫວ່າງ​ອິສຣາ​ແອລ ​ແລະ ຊາ​ອຸ​ດີ ອາ​ຣາ​ເບຍ, ​ເຊິ່ງເປັນ​ລາງວັນ​ທີ່ສະແຫວງຫາມາດົນ​ນານໂດຍ​ມີຄວາມໝາຍ​ທາງ​ດ້ານ​ເສດຖະ ກິດ ​ແລະ ຄວາມ​ໝັ້ນຄົງ​ຢ່າງ​ກວ້າງ​ຂວາງຢູ່​ໃນ​ພາກ​ພື້ນ.

ແຕ່ ທ່ານເນຕັນຢາຮູ ຫັນຫຼັງ​ໃສ່​ແຜນການ​ດັ່ງກ່າວ​ຢູ່ທີ່​ກອງ​ປະຊຸມ​ຖະ​ແຫຼ​ງຂ່າວທີ່ອອກອາກາດ​ທົ່ວ​ປະ​ເທດ​ ໃນ​ວັນ​ພະຫັດ​ວານ​ນີ້, ​ໂດຍ​ຢືນ​ຢັດ​ໃຫ້​ອິສຣາ​ແອ​ລ​ຄວບຄຸມດ້ານຄວາມໝັ້ນຄົງ​ຕໍ່ໝົດ​ທຸກ​ສິ່ງ​ທີ່​ປະ​ກອບ​ດ້ວຍ​ດິນ​ແດນ​ຂອງຊາວ​ປາ​ແລັ​ສໄຕ​ນ໌.

ທ່ານກ່າວວ່າ "ນີ້ ຂັດກັບແນວຄວາມຄິດກ່ຽວກັບອະທິປະໄຕ, ແລ້ວພວກເຈົ້າສາມາດເຮັດຫຍັງໄດ້?"

ໂຄສົກ​ສະພາ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ ທ່ານຈອນ ເຄບີ ບອກ​ປະ​ຕິ​ເສດ​ຕໍ່​ຄຳ​ເຫັນ​ດັ່ງກ່າວນັ້ນ.

ທ່ານ​ກ່າວ​ຕໍ່​ບັນດານັກ​ຂ່າວ​ໃນຂະນະຢູ່ເທິງເຮືອບິນ Air Force One ໃນ​ວັນ​ພະຫັດ​ວານ​ນີ້ວ່າ "​ນີ້​ບໍ່​ແມ່ນການສະແດງ​ຄຳ​ເຫັນ​ໃໝ່ ​ຂອງ​ນາຍົກລັດຖະມົນຕີ ເນຕັນຢາຮູ. ພວກ​ເຮົາ​ເຊື່ອ​ວ່າ ຊາວ​ປາ​ແລັ​ສ​ໄຕ​ນ໌ມີ​ສິດທິໃນການ​ດຳ​ລົງ​ຊີ​ວິດ​ຢູ່​ໃນ​ລັດ​ເອ​ກະ​ລາດ ​ທີ່​ມີ​ສັນ​ຕິ​ພາບ ​ແລະຄວາມ​ໝັ້ນຄົງ."

US, Israel Differ Over Future of Gaza   
please wait

No media source currently available

0:00 0:03:38 0:00

ທ່ານ ເນຕັນຢາຮູ ກ່າວ​ວ່າ, ທ່ານ​ໄດ້​ແຈ້ງ​ໃຫ້ລັດຖະບານ ​ທ່ານ ໄບເດັນ ຮັບຮູ້​ກ່ຽວ​ກັບ​ທ່າ​ທີ​ຂອງ​ຕົນ, ​ໂດຍ​ໄດ້​ຍົກ​ໃຫ້​ເຫັນ​ເຖິງ​ຄວາມ​ແຕກ​ແຍກ ​ອັນ​ເລິກ​ເຊິ່ງລະຫວ່າງ​ລັດຖະບານ​ອິສຣາ​ແອລ ​ແລະ​ຜູ້​ສະໜັບສະໜຸນ​ທີ່​ແຂງຂັນ​ທີ່​ສຸດກ່ຽວກັບການບຸກ​ໂຈມ​ຕີຂອງກອງທັບຕົນຕໍ່ຕ້ານ​ພວກຫົວຮຸນແຮງຮາມາສ​ໃນດິນແດນປາ​ແລັ​ສ​ໄຕ​ນ໌ທີ່ຖືກປິດລ້ອມ.

ວໍຊິງຕັນ ໄດ້ຮຽກຮ້ອງໃຫ້ ອິສຣາແອລ ຜ່ອນຜັນການໂຈມຕີຂອງຕົນ, ເຊິ່ງໄດ້ສັງຫານປະຊາຊົນ ຢູ່ໃນຂົງເຂດກາຊາໄປແລ້ວຫຼາຍກວ່າ 24,000 ຄົນ, ອີງຕາມກະຊວງສາທາລະນະສຸກທີ່ປົກຄອງໂດຍກຸ່ມຮາມາສ ຢູ່ໃນຂົງເຂດກາຊາ. ການ​ໂຈມ​ຕີຂອງກຸ່ມຮາມາສ​ໃນ​ວັນ​ທີ 7 ຕຸລາ​ ​ໄດ້​ສັງຫານ​ປະຊາຊົນໃນອິສຣາແອລ 1,200 ຄົນ​, ເຊິ່ງ​ເປັນ​ເຫດການ​ທີ່​ນອງ​ເລືອດ​ທີ່​ສຸດ​ໃນ​ການ​ປະ​ທະ​ກັນ​ມາ​ເປັນ​ເວລາ​ຫຼາຍທົດ​ສະ​ວັດທີ່ຍາວນານ.

The Biden administration appears unswayed from its emerging vision for a postwar Gaza Strip despite Israeli Prime Minister Benjamin Netanyahu’s rejection Thursday of a key element of that plan — the establishment of a Palestinian state.

The White House hopes at the same time to broker a normalization of relations between Israel and Saudi Arabia, a long-sought prize with broad economic and security implications for the region.

But Netanyahu turned his back on the scheme at a nationally broadcast news conference Thursday, insisting on Israeli security control over all of what now comprises the Palestinian territories.

"This collides with the idea of sovereignty,” he said. “What can you do?"

National Security Council spokesman John Kirby brushed off the remark.

"This is not a new comment by Prime Minister Netanyahu. We obviously see it differently," he said to reporters Thursday onboard Air Force One. "We believe that the Palestinians have every right to live in an independent state with peace and security."

Netanyahu said he has informed the Biden administration of his position, highlighting deep divisions between the Israeli government and the staunchest backer of its military campaign against Hamas in the Palestinian enclave.

Washington has urged Israel to scale back its offensive, which has killed more than 24,000 people in Gaza, according to the Hamas-run Gaza Health Ministry. The October 7 attack by Hamas killed 1,200 people in Israel — the bloodiest episode in the decadeslong conflict.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG