ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທຳນຽບຂາວ ປະຕິເສດວ່າ ປ. ທຣໍາ ບໍ່ມີແຜນ ຈະປົດ ໄອຍະການພິເສດ ອອກຈາກຕຳແໜ່ງ


ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣໍາ ກຳລັງກ່າວຄຳປາໃສ ຢູ່ມະຫາວິທະຍາໄລ ແມນແຈສເຕີ ລັດນິວແຮມເຊີ.
ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣໍາ ກຳລັງກ່າວຄຳປາໃສ ຢູ່ມະຫາວິທະຍາໄລ ແມນແຈສເຕີ ລັດນິວແຮມເຊີ.

ເຖິງແມ່ນ​ໄດ້ມີການຕ້ອງ​ຕິເພີ້ມຂຶ້ນ​ຈາກ​ປະທາ​ນາທິບໍດີ ແຕ່ທຳ​ນຽບຂາວ​ກໍປະຕິ​ເສດ​ວ່າ ປະທານາທິບໍ​ດີ​ດໍ​ໂນ​ລ ທຣໍາ ບໍ່ມີ​ຄວາມຕັ້ງ​ໃຈ ​ທີ່​ຈະ​ປົດ​ໄອ​ຍະ​ການ​ພິ​ເສດ​ ທ່ານ​ໂຣ​ເບີດ
ມັ​ລເລີ ອອກ​ຈາກຕໍາ​ແໜ່​ງຜູ້​ທີ່​ກຳລັງ​ທຳການ​ສຶບສວນກ່ຽວກັບ​ການພົວພັນຂອງຄະນະ​
ໂຄສະນາ​ຫາ​ສຽງ​ປະທານາທິບໍດີທຣຳ ໃນ​ປີ 2016 ​ກັບຣັດ​ເຊຍ.

ຮອງ​ໂຄສົກ​ທຳນຽບຂາວ ​ທ່ານ​ໂຮ​ກັນ ກີດລີ ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ໃນ​ວັນ​ຈັນ​ວານ​ນີ້ ​ທີ່
​ເຮືອບິນ​ປະຈຳ​ຕຳ​ແໜ່​ງ ​ແອ​ຟອສວັນວ່າ “ບໍ່​ມີ​ການ​ໂອ້​ລົມ ຫຼື​ສົນທະ ນາໃດໆກ່ຽວ​ກັບ​
ການ​ປົດ​ທ່ານ​ມັລ​ເລີ.” ​

ໂຄສົກ​ໄດ້​ຮັບ​ຮູ້ເຖິງ​ “ຄວາມບໍ່ພໍໃຈທີ່ມີຢູ່ແລ້ວ” ຂອງປະທານາທິບໍດີ ກັບການສືບສວນ
ທີ່ວ່າ ຄະນະໂຄສະນາຫາສຽງຂອງທ່ານທຣໍາ ໄດ້ມີການຕິດຕໍ່ທີ່ບໍ່ສົມ ຄວນຫຼືບໍ່
ກັບຣັດເຊຍ.”

ທ່ານກີດລີ ໄດ້ກ່າວ ໂດຍສະທ້ອນເຖິງການສົ່ງຂໍ້ຄວາມຂຽນທີ່ລົງທາງທວິດເຕີ ຂອງ
ທ່ານທຣໍາ ໃນຕອນເຊົ້າວານນີ້ວ່າ “ປະທານາທິບໍດີເຊື່ອວ່າ ນີ້ແມ່ນການຊອກຫາ
ຄວາມຜິດທີ່ໃຫຍ່ທີ່ສຸດໃນປະຫວັດສາດ.”

ໃນການຂຽນຂໍ້ຄວາມ ລົງທາງທວິດເຕີນັ້ນ ປະທານາທິບໍດີທຣໍາ ເປັນເທື່ອທຳອິດໄດ້
ໂຈມຕີການສືບສວນຂອງທ່ານມັລເລີຢ່າງເປີດເຜີຍ ແລະກ່າວຫາທ່ານ ເຈມສ໌ ໂຄມີ ອະດີດຜູ້ອຳນວຍການອົງການສັນຕິບານກາງຫຼື FBI ຂອງສະຫະລັດວ່າ ມີຄວາມລຳ
ອຽງທາງການເມືອງ.

ການແນເປົ້າໝາຍໃສ່ທ່ານມັລເລີທາງສື່ສັງຄົມ ໂດຍທ່ານທຣໍານັ້ນ ພາໃຫ້ມີການ
ສະແດງຄວາມເປັນຫ່ວງວ່າ ປະທານາທິບໍດີ ອາດຈະປົດທ່ານ ອອກຈາກໜ້າທີ່ ຊຶ່ງ
ອາດຈະເຮັດໃຫ້ເກີດວິກິດການດ້ານລັດຖະທໍາມະນູນໃນສະຫະລັດ ອີງຕາມບັນດາ

ສະມາຊິກສະພາຈຳນວນນຶ່ງ ບັນດານັກວິເຄາະດ້ານກົດໝາຍ ແລະພວກ ນັກປະ
ຫວັດສາດປະທານາທິບໍດີ.

ທ່ານ ອາດຳ ຊິຟ ສະມາຊິກສະພາຕໍ່າ ພັກເດໂມແຄຣັດ ຈາກລັດຄາລີຟໍເນຍ ແລະຄະນະ ກຳມະການສືບລັບສະພາຕໍ່າ.
ທ່ານ ອາດຳ ຊິຟ ສະມາຊິກສະພາຕໍ່າ ພັກເດໂມແຄຣັດ ຈາກລັດຄາລີຟໍເນຍ ແລະຄະນະ ກຳມະການສືບລັບສະພາຕໍ່າ.

ຢູ່ໃນການສົ່ງຂໍ້ຄວາມທາງທວິດເຕີ ໄປຫາບັນດາສະມາຊິກສະພາຕໍ່ານັ້ນ ທ່ານ ອາດຳ
ຊິຟ ສະມາຊິກສະພາຕໍ່າ ຈາກລັດຄາລີຟໍເນຍ ຊຶ່ງເປັນບຸກຄົນສຳຄັນຂອງພັກເດໂມແຄ
ຣັດໃນຄະນະກຳມະການສືບລັບສະພາຕໍ່າກ່າວວ່າ “ຖ້າຫາກ ປະທານາທິບໍດີ ກໍ່ໃຫ້ເກີດ
ວິກິດການດ້ານລັດຖະທຳມະນູນໂດຍປົດທ່ານມັລເລີ ອອກຈາກຕຳແໜ່ງ ບໍ່ມີໃຜສາ
ມາດອ້າງໄດ້ວ່າ ເຂົາເຈົ້າມອງບໍ່ເຫັນວ່າ ມັນຈະ ເກີດຂຶ້ນ. ມັນເຖິງເວລາສຳລັບການ
ສະແດງຄວາມຄັດຄ້ານເພື່ອປ້ອງກັນລະບົບ ຂອງພວກເຮົາ ສຳລັບການກວດສອບ
ແລະສ້າງຄວາມກໍ້າເກິ່ງແມ່ນໃນປັດຈຸບັນ ນີ້.”

ທ່ານໂຣເບີດ ມັລເລີ ໄອຍະການພິເສດ ກຳລັງອອມາຈາກຫ້ອງປະຊຸມປິດລັບ ທີ່ລັດຖະສະພາ.
ທ່ານໂຣເບີດ ມັລເລີ ໄອຍະການພິເສດ ກຳລັງອອມາຈາກຫ້ອງປະຊຸມປິດລັບ ທີ່ລັດຖະສະພາ.

ສະມາຊິກພັກເດໂມແຄຣັດສາມທ່ານ ຄື ສະມາຊິກສະພາສູງ ຣິເຈີດ ບລູເມັນ ໂທລ ຈາກລັດຄອນເນັກຕິຄັດ ທ່ານໄມເກີລ ເບນແນັດ ຈາກລັດໂຄໂລຣາໂດ ແລະທ່ານ
ນາງຈີນ ຊາຮີນ ຈາກລັດນິວແຮມເຊີ ໃນຫວ່າງບໍ່ເທົ່າໃດມື້ທີ່ຜ່ານມາ ນີ້ ຍັງໄດ້ເຕືອນ
ເຖິງວິກິດການດັ່ງກ່າວ ຖ້າຫາກປະທານາທິບໍດີພະຍາຍາມປິດ ການສືບສວນຂອງໄອ
ຍະການພິເສດລົງນັ້ນ.

ບັນດາສະມາຊິກພັກຣີພັບບລິກກັນທີ່ສຳຄັນຈຳນວນນຶ່ງ ໄດ້ເຕືອນປະທານາທິບໍດີ ບໍ່ໃຫ້ດຳເນີນການດັ່ງກ່າວ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Trump Russia Probe
please wait
Embed

No media source currently available

0:00 0:00:30 0:00

XS
SM
MD
LG