ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທຳນຽບຂາວ ແລະພັກເດໂມແຄຣັດ ອ້າງເຖິງຄວາມຄືບໜ້າບາງຢ່າງ ໃນການເຈລະຈາ ການຊ່ອຍເຫຼືອຊຸດໃໝ່


ທ່ານຊັກ ຊູເມີ ສະມາຊິກສະພາສູງ ຈາກລັດນິວຢອກ, ຂວາ, ກ່າວ ໃນຂະນະຢືນຢູ່ຄຽງຂ້າງປະທານສະພາຕ່ຳ ທ່ານນາງ ແນນຊີ ເພໂລຊີ ຈາກລັດ ຄາລີຟໍເນຍ, ຊ້າຍ, ຢູ່ລັດຖະສະພາ ໃນນະຄອນຫຼວງ ວໍຊິງຕັນ, ວັນຈັນ ທີ 3, 2020.
ທ່ານຊັກ ຊູເມີ ສະມາຊິກສະພາສູງ ຈາກລັດນິວຢອກ, ຂວາ, ກ່າວ ໃນຂະນະຢືນຢູ່ຄຽງຂ້າງປະທານສະພາຕ່ຳ ທ່ານນາງ ແນນຊີ ເພໂລຊີ ຈາກລັດ ຄາລີຟໍເນຍ, ຊ້າຍ, ຢູ່ລັດຖະສະພາ ໃນນະຄອນຫຼວງ ວໍຊິງຕັນ, ວັນຈັນ ທີ 3, 2020.

ບັນດາເຈົ້າໜ້າທີ່ທຳນຽບຂາວ ແລະບັນດາສະມາຊິກສະພາຂັ້ນສູງສັງພັກເດໂມແຄຣັດ ມີແຜນທີ່ຈະເຂົ້າປະຊຸມກັນອີກຄັ້ງນຶ່ງ ໃນວັນອັງຄານມື້ນີ້ ຫຼັງຈາກທີ່ທັງສອງຝ່າຍ ໄດ້ກ່າວອ້າງເຖິງຄວາມກ້າວໜ້າບາງສ່ວນໃນຄວາມພະຍາຍາມຂອງພວກເພິ່ນທີ່ຈະຫາທາງບັນລຸຂໍ້ຕົກລົງ ກ່ຽວກັບການຊ່ອຍເຫຼືອຊຸດໃໝ່ ຍ້ອນໄວຣັສໂຄໂຣນາ.

ປະທານສະພາຕ່ຳທ່ານນາງ ແນນຊີ ເພໂລຊີ ໄດ້ກ່າວໃນວັນຈັນວານນີ້ ວ່າ ບັນດາສະມາຊິກສະພາພົບປະກັນຈົນເດິກ ແລະວ່າ ທ່ານນາງ ແລະຜູ້ນຳສຽງສ່ວນນ້ອຍຂອງສະພາສູງ ທ່ານຊັກ ຊູເມີ ຈະຈັດກອງປະຊຸມເຈລະຈາອີກຮອບນຶ່ງ ໃນວັນອັງຄານມື້ນີ້ ກັບລັດຖະມົນຕີກະຊວງການເງິນ ທ່ານສະຕີບເວັນ ມະນູຈິນ ແລະທີ່ປຶກສາຂອງທຳນຽມຂາວ ທ່ານມາກ ແມໂດສ໌.

“ພວກເຮົາກໍາລັງເດີນໜ້າໄປເລື້ອຍໆ” ທ່ານນາງເພໂລຊີ ໄດ້ກ່າວຕໍ່ບັນດານັກຂ່າວ ຫຼັງຈາກທີ່ ໄດ້ເຈລະຈາກັນເປັນເວລາສອງຊົ່ວໂມງ. ທ່ານນາງກ່າວອີກວ່າ “ພວກເຮົາຍັງມີຄວາມເຫັນແຕກຕ່າງກັນຫຼາຍຢ່າງຢູ່. ພວກເຮົາພະຍາຍາມຈະທຳຄວາມເຂົ້າໃຈໃຫ້ມັນຈະແຈ້ງວ່າ ຄວາມຕ້ອງການນັ້ນແມ່ນຫຍັງ.”

ທັງສອງຝ່າຍບໍ່ສາມາດຕົກລົງກັນໄດ້ຍ້ອນຈຳນວນເງິນຊ່ອຍເຫຼືອທີ່ໄດ້ສະເໜີໄປແລ້ວນັ້ນ ໂດຍພັກເດໂມແຄຣັດ ໄດ້ຮຽກຮ້ອງຂໍງົບປະມານໃຊ້ຈ່າຍຊຸດໃໝ່ ຈຳນວນ 3 ພັນຕື້ໂດລາ ແລະສ່ວນພັກຣີພັບບລີກັນ ຢາກຈະຈຳກັດມັນໃຫ້ຢູ່ໃນຈຳນວນ 1 ພັນຕື້.

ພາຍໃນລາຍການຕ່າງໆທີ່ຢູ່ໃນການປຶກສາຫາລືກັນ ແມ່ນການໃຫ້ເງິນຊ່ອຍເຫຼືອຮອບໃໝ່ເພື່ອຊ່ອຍພວກທີ່ເຊົ່າເຮືອນຢູ່ທັງຫຼາຍບໍ່ໃຫ້ຖືກໄລ່ອອກຈາກເຮືອນ ການຊ່ອຍເຫຼືອແກ່ກົມໄປສະນີ ແລະມາດຕະການເພື່ອແກ້ໄຂ ເງິນຫວ່າງງານຂອງລັດຖະບານກາງ ຈຳນວນ 600 ໂດລາຕໍ່ອາທິດ ທີ່ໄດ້ໝົດອາຍຸເມື່ອອາທິດແລ້ວນີ້.

ບັນດາຜູ້ນຳພັກຣີພັບບລີກັນ ໄດ້ນຳສະເໜີຄວາມຄິດໃຫ້ຮັບຜ່ານຊຸດການຊ່ອຍເຫຼື້ອຂະໜາດນ້ອຍກວ່າ ທີ່ແກ້ໄຂບາງລາຍການກ່ອນ ໃນຂະນະດຽວກັນ ເຈລະຈາຊຸດອື່ນຕາມທີຫລັງ ແຕ່ໃນວັນຈັນວານນີ້ ທ່ານມະນູຈິນ ໄດ້ສົ່ງສັນຍານໃຫ້ຮູ້ວ່າ ທ່ານສາມາດປັບປ່ຽນໄດ້.

ທ່ານໄດ້ກ່າວຕໍ່ບັນດານັກຂ່າວວ່າ “ພວກເຮົາເປີດກວ້າງຕໍ່ຊຸດການຊ່ອຍເຫຼືອທີ່ໃຫຍ່ກວ່າ ກໍໄດ້ ຖ້າພວກເຮົາສາມາດບັນລຸຂໍ້ຕົກລົງນຶ່ງ.”

ພັກເດໂມແຄຣັດ ບໍ່ເອົາຫົວຊານຳວິທີທາງອັນນັ້ນ ໂດຍໂຕ້ແຍ້ງວ່າ ແທນທີ່ລັດຖະບານກາງ ຄວນຕ້ອງເອົາມາດຕະການທີ່ໃຫຍ່ ເພື່ອແກ້ໄຂກັບຄວາມທ້າທາຍຕ່າງໆທາງດ້ານເສດຖະກິດທີ່ປະເຊີນໜ້າປະເທດຊາດຢູ່ນີ້.

“ຖ້າພວກເຮົາບໍ່ມີມາດຕະການຮັບມືອັນນັ້ນ ມັນກໍຈະໃຊ້ເວລາດົນກວ່ານັ້ນ ຫຼາຍຄົນຕື່ມອີກ ຈະຫວ່າງງານດົນກວ່າເກົ່າອີກ ພວກທຸລະກິດທັງຫຼາຍຈະປິດໄວ້ ຕ່າງໆເປັນຕົ້ນ” ທ່ານຊູເມີ ໄດ້ກ່າວຕໍ່ບັນດານັກຂ່າວ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG