ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທຳນຽບຂາວກັບພັກເດໂມແຄຣັດ ແນໃສ່ ເຮັດຂໍ້ຕົກລົງການຊ່ວຍເຫຼືອກ່ຽວກັບ ໄວຣັສໂຄໂຣນາ ໃຫ້ແລ້ວພາຍໃນ ທ້າຍອາທິດນີ້


ລັດຖະມົນຕີກະຊວງການເງິນ ທ່ານ ສຕີເວັນ ມະນຸຈຊິນ ໃຫ້ຄຳເຫັນຕໍ່ນັກຂ່າວ ກ່ຽວກັບ ການເຈລະຈາໂຄງການຊ່ວຍເຫຼືອກ່ຽວກັບໄວຣັສໂຄໂຣນາຢູ່ທຳນຽບຂາວ. ວັນທີ 23 ກໍລະກົດ, 2020.
ລັດຖະມົນຕີກະຊວງການເງິນ ທ່ານ ສຕີເວັນ ມະນຸຈຊິນ ໃຫ້ຄຳເຫັນຕໍ່ນັກຂ່າວ ກ່ຽວກັບ ການເຈລະຈາໂຄງການຊ່ວຍເຫຼືອກ່ຽວກັບໄວຣັສໂຄໂຣນາຢູ່ທຳນຽບຂາວ. ວັນທີ 23 ກໍລະກົດ, 2020.

ບັນດາເຈົ້າໜ້າທີ່ທຳນຽບຂາວ ແລະ ສະມາຊິກລັດຖະສະພາລະດັບສູງສັງກັດ ພັກເດໂມແຄຣັດ ມີແຜນທີ່ຈະພົບປະກັນອີກຄັ້ງນຶ່ງໃນວັນພຸດມື້ນີ້ ໃນຂະນະທີ່ເຂົາເຈົ້າແນເປົ້າໃສ່ການຕົກລົງກັນ ກ່ຽວກັບ ໂຄງການຊ່ວຍເຫຼືອໄວຣັສໂຄໂຣນາຊຸດໃໝ່ພາຍໃນທ້າຍອາທິດນີ້.

ລັດຖະມົນຕີກະຊວງການເງິນທ່ານ ສຕີຟ ມະນຸຈຊິນ ໄດ້ກ່າວຫຼັງຈາກການເຈລະຈາ 90 ນາທີ່ໃນວັນອັງຄານວານນີ້ວ່າ ເປົ້າໝາຍແມ່ນເພື່ອສະຫຼຸບຂໍ້ສະເໜີໃນສອງສາມວັນຂ້າງໜ້ານີ້ ເພື່ອທີ່ຈະອະນຸຍາດໃຫ້ມີການລົງຄະແນນສຽງຢູ່ໃນລັດຖະສະພາອາທິດໜ້າ.

ວັນພຸດມື້ນີ້ຈະເປັນວັນທີສາມລຽນຕິດຂອງການເຈລະຈາລະຫວ່າງທ່ານ ມະນຸຈຊິນ, ທີ່ປຶກສາທຳນຽບຂາວທ່ານ ມາກ ເມໂດສ໌, ປະທານສະພາຕໍ່າທ່ານນາງ ແນນຊີ ເພໂລຊີ ແລະ ຜູ້ນຳສະພາສູງສັງກັດພັກເດໂມແຄຣັດ ທ່ານ ຈັກ ຊູເມີ.

ທ່ານ ຊູເມີ ໄດ້ກ່າວຫຼັງຈາກການປະຊຸມຂອງວັນອັງຄານວານນີ້ວ່າ “ພວກເຮົາໄດ້ພິຈາລະນາແຕ່ລະບັນຫາໄປ ແລະ ເຮັດວຽກກ່ຽວກັບມັນ. ເຂົາເຈົ້າໄດ້ຜ່ອນຜັນໃຫ້ບາງອັນ, ເຊິ່ງພວກເຮົາກໍພໍໃຈ. ພວກເຮົາກໍໄດ້ຜ່ອນຜັນບາງອັນ, ເຊິ່ງເຂົາເຈົ້າກໍພໍໃຈ. ພວກເຮົາຍັງໄກຫລາຍໃນບັນຫາທີ່ສຳຄັນຫຼາຍຢ່າງ, ແຕ່ພວກເຮົາກໍາລັງສືບຕໍ່ເຮັດວຽກກ່ຽວກັບມັນ.”

ທ່ານ ເມໂດສ໌ ໄດ້ເອີ້ນການປະຊຸມຂອງວັນອັງຄານວານນີ້ວ່າ “ອາດຈະເວົ້າໄດ້ວ່າ ເປັນກອງປະຊຸມທີ່ມີໝາກຜົນທີ່ສຸດເທົ່າທີ່ພວກເຮົາມີມາຮອດປັດຈຸບັນນີ້.”

ທັງສອງຝ່າຍໄດ້ຂັດແຍ້ງກັນຍ້ອນຂະໜາດຂອງຂໍ້ສະເໜີໂຄງການຊ່ວຍເຫຼືອຂອງ ເຂົາເຈົ້າ, ໂດຍທີ່ພັກເດໂມແຄຣັດໄດ້ຮຽກຮ້ອງເງິນສາມພັນສີ່ຮ້ອຍຕື້ໂດລາ ໃນການໃຊ້ຈ່າຍຊຸດໃໝ່ ແລະ ພັກຣີພັບບລີກັນຢາກຈຳກັດມັນໃຫ້ຢູ່ທີ່ ນຶ່ງພັນຕື້ໂດລາ

ນຶ່ງໃນບັນຫາທີ່ກຳລັງຢູ່ພາຍໃຕ້ການປຶກສາຫາລືກໍແມ່ນການສົ່ງເງິນຊ່ວຍເຫຼືອກະຕຸ້ນອີກຮອບນຶ່ງອອກໄປ, ຊ່ວຍເຫຼືອຄົນເຊົ່າເຮືອນໃຫ້ຫຼີກລ່ຽງຈາກການຖືກຂັບໄລ່ອອກເຮືອນ, ຊ່ວຍເຫຼືອການບໍລິການໄປສະນີ ແລະ ການດຳເນີນການເພື່ອແກ້ໄຂການຈ່າຍເງິນຫວ່າງງານຂອງລັດຖະບານກາງ 600 ໂດລາຕໍ່ອາທິດທີ່ໄດ້ໝົດອາຍຸໃນອາທິດແລ້ວນີ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດຢູ່ລຸ່ມນີ້:

White House officials and top congressional Democrats plan to meet again Wednesday as they aim to agree on a new coronavirus aid package by the end of the week.

Treasury Secretary Steven Mnuchin said after 90 minutes of negotiations Tuesday that the goal was to finalize the proposal in the coming days in order to allow for a vote in Congress next week.

Wednesday will be the third straight day of talks between Mnuchin, White House chief of staff Mark Meadows, House Speaker Nancy Pelosi and Senate Democratic Leader Chuck Schumer.

“We really went down issue by issue by issue, slogging through,” Schumer said after Tuesday’s session. “They made some concessions, which we appreciated. We made some concessions, which they appreciated. We are still far away on a lot of the important issues, but we’re continuing to go at it.”

Meadows called the Tuesday meeting “probably the most productive meeting we've had to date."

The two sides have been divided by the size of their proposed aid packages, with Democrats calling for $3.4 trillion in new spending and Republicans wanting to limit it to $1 trillion.

Among the items under discussion are sending out another round of stimulus payments, helping renters avoid eviction, aiding the Postal Service and action to address $600-per-week federal unemployment payments that expired last week.

XS
SM
MD
LG