ຜົນທີ່ຕິດຕາມມາທີຫຼັງອັນນຶ່ງທີ່ບໍ່ໄດ້ຄາດຄິດໄວ້ ໃນການປາກົດໂຕຂອງປະທານາທິບໍດີ
ສະຫະລັດ ທ່ານ ດໍໂນລ ທຣຳ ໃນກອງປະຊຸມສຸດຍອດ G-20 ໃນນະຄອນ Hamburg ປະເທດເຢຍຣະມັນນັ້ນ ໄດ້ຮື້ຟື້ນຈຸດເພັ່ງເລັງຄືນມາ
ໃໝ່ ໃສ່ເສັ້ນແບ່ງທີ່ບໍ່ແຈ້ງຂາວ ລະຫວ່າງບົດບາດທາງການ ກັບຄອບຄົວຂອງທ່ານ.
ດັ່ງທີ່ນັກຂ່າວຂອງ VOA ປະຈຳທຳນຽບຂາວ Steve Herman ລາຍງານມານັ້ນ
ກໍແມ່ນວ່າ ທັງນີ້ກໍແມ່ນເປັນຍ້ອນວ່າ Ivanka Trump
ໄດ້ຮັບບົດບາດເປັນຜູ້ຕາງໜ້າໃຫ້ປະທານາທິບໍດີ ຢ່າງໜ້ອຍກໍແມ່ນເທື່ອນຶ່ງ ໃນລາຍ
ການສະເພາະຂອງກອງປະຊຸມສຸດຍອດດັ່ງກ່າວ ຊຶ່ງວັນນະສອນ ຈະນຳລາຍລະອຽດ
ມາສະເໜີທ່ານ.
ສຳຫຼັບທຳນຽບຂາວແລ້ວ ກອງປະຊຸມສຸດຍອດ G-20 ບໍ່ແມ່ນເລື່ອງແປກໃໝ່.
ທ່ານ Reince Priebus ຫົວໜ້າພະນັກງານປະຈຳທຳນຽບຂາວ ມອງເຫັນວ່າ
ກອງປະຊຸມດັ່ງກ່າວນີ້ ເປັນໄປໃນທາງສ້າງສັນ ຊຶ່ງທ່ານ ໄດ້ກ່າວໃນການໃຫ້ສຳພາດ
ທາງໂທລະພາບໃນລາຍການ Fox News Sunday ວ່າ “ທ່ານປະທານາທິບໍດີ
ໄດ້ໄປປາກົດໂຕຢູ່ກາງເວທີໃນຢູໂຣບ. ບັນດາຜູ້ນຳຂອງກອງປະຊຸມສຸດຍອດ
G-20 ທັງຫຼາຍໄດ້ພາກັນ ເຂົ້າມາພົບທ່ານປະທານາທິບໍດີ. ທ່ານແມ່ນດາວທີ່ເດັ່ນ
ດວງນຶ່ງໃນນະຄອນ Hamburg ຊຶ່ງບໍ່ມີຜູ້ໃດຈະເອົາໜີໄປໄດ້. ຂ້າພະເຈົ້າຄິດວ່າ
ຄວາມຈິງແລ້ວ ແມ່ນທ່ານໄດ້ຍົກເອົາອາເມຣິກາຂຶ້ນໄວ້ໃຫ້ເປັນນຶ່ງ ເໜືອກວ່າ
ສິ່ງອື່ນໃດ.”
ເຖິງຢ່າງນັ້ນກໍເຖາະ, ກໍມີການມອງເຫັນວ່າ ທ່ານທຣຳ ໄດ້ຍົກເອົາຄອບຄົວເປັນໃຫຽ່.
ທ່ານໄດ້ຖືກຕຳນິຕິຕຽນ ໃນການທີ່ໄດ້ຈັດໃຫ້ລູກສາວຂອງທ່ານ ຮັບບົດບາດນັ່ງເກົ້າອີ້
ແທນທ່ານ ໃນບາງພາກສ່ວນຂອງ 3 ລາຍການ ຂອງກອງປະຊຸມ G-20 ຊຶ່ງຢ່າງ
ໜ້ອຍກໍແມ່ນເທື່ອນຶ່ງທີ່ຄວບຄຸມຢ່າງເຕັມສ່ວນ.
ນຶ່ງໃນຫຼາຍໆເລື່ອງຂອງກອງປະຊຸມນັ້ນ ກໍແມ່ນເລື່ອງການພັດທະນາໃນອາຟຣິກາ
ທີ່ຖືກເປີດເຜີຍທາງ twitter ຈາກສະມາຊິກຕົວແທນຂອງຣັດເຊຍ ຊຶ່ງຂໍ້ຄວາມທີ່ວ່ານີ້
ໃນທີ່ສຸດກໍໄດ້ຖືກລຶບຖິ້ມ.
ພວກຕຳນິຕິຕຽນ ໄດ້ເອີ້ນການກະທຳດັ່ງກ່າວນີ້ວ່າ ບໍ່ເຄີຍມີມາກ່ອນ ແລະບິດເບືອນ
ຈັນຍາບັນທາງດ້ານການທູດ.
ທ່ານ Lawrence Summers ອະດີດລັດຖະມົນຕີການຄັງ ໄດ້ຂຽນລົງໃນໜັງສືພິມ
Financial Times ແລະ ໜັງສືພິມ Washington Post ວ່າ “ບໍ່ເຄີຍມີແບບນີ້ມາກ່ອນ
ທີ່ລູກຂອງຜູ້ນຳລັດຖະບານ ໄດ້ຮັບບົດບາດນີ້...ນັ້ນແມ່ນເປັນຢຽບຢໍ່າຄົນອື່ນໆທີ່ໄປ
ມີໜ້າຢູ່ ທັງເປັນການສົ່ງສັນຍານຂອງການຫຼຸດອຳນາດຂອງພວກເຈົ້າໜ້າທີ່ຂັ້ນອະວຸໂສທັງຫຼາຍຂອງລັດຖະບານລົງນຳ.”
ທ່ານປະທານາທິບໍດີ ໄດ້ອອກມາຕອບໂຕ້ໃນວັນຈັນມື້ກ່ອນ ໂດຍພະຍາຍາມທີ່ຈະ
ຫັນເຫ ໂດຍການຂຽນລົງໃນ twitter ເພື່ອໃຫ້ເພັ່ງເລັງໃສ່ຄູ່ແຂ່ງໃນການເລືອກຕັ້ງທົ່ວ
ປະເທດໃນປີກາຍນີ້ ຄືທ່ານນາງ Hillary Clinton ຈາກພັກ Democrat ນັ້ນ.
ນາງ ChelseaClinton ລູກສາວຂອງອະດີດລັດຖະມົນຕີການຕ່າງປະເທດຄົນ
ດັ່ງກ່າວ ໄດ້ຂຽນຕອບໂຕ້ທາງ twitter ຕໍ່ທ່ານທຣຳ ໃນທັນທີ.
ປະທານາທິບໍດີ ແມ່ນຖືກແລ້ວ ທີ່ໃຫ້ຂໍ້ສັງເກດວ່າ ເຈົ້າພາບກອງປະຊຸມສຸດຍອດ G20 ໄດ້ປ້ອງກັນ Ivanka Trump ໃນການຮັບບົດບາດເປັນຕົວແທນຂອງພໍ່ລາວ.
ທ່ານນາງ Angela Merkel ນາຍົກລັດຖະມົນຕີເຢຍຣະມັນ ກ່າວວ່າ “ບັນດາຕົວແທນ
ທັງໝົດນັ້ນລະ ເປັນຜູ້ຕັດສິນ ຖ້າຫາກວ່າປະທານາທິບໍດີ ບໍ່ເຂົ້າຮ່ວມກອງປະຊຸມ
ແມ່ນຜູ້ໃດຈະເປັນຕົວແທນໄດ້. Ivanka Trump ແມ່ນສ່ວນນຶ່ງຂອງການເປັນຕົວ
ແທນຂອງອາເມຣິກາ ເພາະສະນັ້ນ ກໍແມ່ນເລື່ອງທີ່ບັນດາຕົວແທນທັງໝົດ ຈະປະ
ຕິບັດຕາມຄືກັນ. ນີ້ແມ່ນເລື່ອງທີ່ຊາບກັນດີຢູ່ແລ້ວວ່າ ທ່ານນາງເຮັດວຽກຢູ່ໃນ
ທຳນຽບຂາວ ສະນັ້ນຈຶ່ງກໍຄວນພົວພັນໃນການລິເລີ່ມໂຄງການບາງຢ່າງ.”
ໂຄສົກຍິງປະຈຳທຳນຽບຂາວ ທ່ານນາງ Sarah Huckabee Sanders ເອີ້ນການ
ຕຳນິຕິຕຽນຕໍ່ທ່ານນາງ Ivanka Trump ນັ້ນວ່າ “ເປັນການໂຈມຕີທີ່ໂພດເກີນໄປ.”
ຮອງໂຄສົກຍິງປະຈຳທຳນຽບຂາວ ທ່ານນາງ Sarah Huckabee Sanders ກ່າວວ່າ
“ພວກເຮົາຄວນຈະຊື່ນຊົມຍິນດີ ທີ່ໄດ້ທ່ານນາງ Ivanka Trump ຮັບບົດບາດນີ້
ໂດຍສະເພາະໃນເລື່ອງຫົວຂໍ້ທີ່ຈະຈັດເຂົ້າໃນປະສົບການຕ່າງໆຂອງທ່ານນາງ.
ຖ້າຫາກວ່າ ທ່ານນາງບໍ່ໃຊ້ນາມສະກຸນ ທຣຳ ແລ້ວນັ້ນ ທ່ານນາງກໍຈະຖືກຈັດວ່າ
ຢູ່ໃນລະດັບດາລາ ຜູ້ສຳຄັນຄົນນຶ່ງຂອງແວດວົງສັງຄົມ ແທນທີ່ຈະຖືກໂຈມຕີ.”
ທ່ານ Steve Herman ກ່າວວ່າ “ລູກສາວຂອງທ່ານທຣຳ ແລະສາມີຂອງທ່ານນາງ
ທ່ານ Jared Kushner ນັ້ນແມ່ນເປັນເຈົ້າໜ້າທີ່ ທີ່ປຶກສາຂັ້ນອາວຸໂສໃຫ້ປະທານາ
ທິບໍດີ ແຕ່ວ່າ ການທີ່ໄດ້ສ້າງຄວາມຍຸ້ງຍາກລຳບາກຕໍ່ການຕຳນິຕິຕຽນຕໍ່ປະທານາ
ທິບໍດີແລະບາງພວກທີ່ສະໜັບສະໜຸນທ່ານນັ້ນ ແມ່ນບໍ່ແຈ້ງຂາວໃນເສັ້ນແບ່ງ
ລະຫວ່າງບົດບາດຂອງເຈົ້າໜ້າທີ່ທຳນຽບຂາວ ກັບທຸລະກິດອະສັງຫາລິມະສັບ
ຂອງຄອບຄົວຊຶ່ງນັ້ນໄດ້ສ້າງຄວາມຂຸ່ນໝອງ, ຄວາມເປັນຫ່ວງ ແລະເກີດໃຫ້ມີ
ຄຳຖາມ ກ່ຽວກັບຄວາມໂປ່ງໃສ.”
ອ່ານຂ່າວນີ້ເພີ້ມຕື່ມເປັນພາສາອັງກິດ