ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບໍ່ວ່າຈະເປັນ ທ. ທຣຳ ຫຼື ທ. ໄບເດັນ ຊະນະ ຊາວອາຣັບ ອາດຈະເຫັນລະບຽບການໃໝ່ ເກີດຂຶ້ນໃນພາກພື້ນ ອິງຕາມບັນດານັກວິເຄາະ


ນາຍົກລັດຖະມົນຕີ ອິສຣາແອລ ເບັນຈາມິນ ເນຕັນຢາຮູ້, ຊ້າຍ, ປະທານາທິບໍດີ ດໍໂນລ ທຣຳ, ລມຕ ກະຊວງການຕ່າງປະເທດ ບາຫ໌ເຣນ ທ່ານ ຄາລີດ ບິນ ອາເມັດ ອາລ ຄາລີຝາ ແລະ ລມຕ ກະຊວງການຕ່າງປະເທດ ສຫລ ອາຣັບເອເມີເຣັສ ອັບດູລາ ບິນ ຊາເຢັດ ອາລ-ນາຮີຢານ ຢືນຢູ່ຮ່ວມກັນ ທີ່ທຳນຽບຂາວ, ວັນທີ 15 ກັນຍາ 2020.
ນາຍົກລັດຖະມົນຕີ ອິສຣາແອລ ເບັນຈາມິນ ເນຕັນຢາຮູ້, ຊ້າຍ, ປະທານາທິບໍດີ ດໍໂນລ ທຣຳ, ລມຕ ກະຊວງການຕ່າງປະເທດ ບາຫ໌ເຣນ ທ່ານ ຄາລີດ ບິນ ອາເມັດ ອາລ ຄາລີຝາ ແລະ ລມຕ ກະຊວງການຕ່າງປະເທດ ສຫລ ອາຣັບເອເມີເຣັສ ອັບດູລາ ບິນ ຊາເຢັດ ອາລ-ນາຮີຢານ ຢືນຢູ່ຮ່ວມກັນ ທີ່ທຳນຽບຂາວ, ວັນທີ 15 ກັນຍາ 2020.

ບັນດານັກວິເຄາະດ້ານການເມືອງກ່າວວ່າ ບໍ່ວ່າຜູ້ໃດຈະໄດ້ຮັບໄຊຊະນໃນ ການເລືອກຕັ້ງຂອງສະຫະລັດ ພັນທະມິດໃໝ່ໃນພາກພື້ນອາດຈະປາກົດອອກມາຢູ່ໃນເຂດພາກຕາເວັນອອກກາງ ພາຍຫຼັງຈາກອິສຣາແອລ ໄດ້ມີຂໍ້ຕົກລົງສັນຕິພາບ ກັບສະຫະລັດອາຣັບເອເມີເຣັສ ແລະບາຫ໌ເຣນ ແລະບາງທີ ອາດຈະມີຂໍ້ຕົກລົງຕາມມາອີກກໍເປັນໄດ້. ແດລ ແກບວ໌ລັກ ລາຍງານມາຈາກ ນະຄອນຫຼວງອໍາມານ ຂອງຈໍແດັນ ຊຶ່ງໄຊຈະເລີນສຸກ ຈະນຳລາຍລະອຽດມາສະເໜີີທ່ານ ໃນອັນດັບຕໍ່ໄປ.

ບັນດານັກວິເຄາະໃນພາກຕາເວັນອອກກາງ ຄາດການວ່າ ສະຫະລັດຈະຫລຸດຜ່ອນກຳລັງທະຫານປະຈຳການຢູ່ໃນຂົງເຂດດັ່ງກ່າວລົງ ໃນຂະນະດຽວກັນ ກໍສະໜັບສະໜຸນກຸ່ມຕົວແທນ ທີ່ເປັນພັນທະມິດກັບອິສຣາແອລແລະອາຣັບ ເພື່ອປະເຊີນໜ້າກັບໄພຂົ່ມຂູ່ຈາກອີຣ່ານ ແລະເທີກີ ທີ່ເພີ້ມຂຶ້ນນັບມື້.

ທ່ານໂອຊາມາ ອາລ ຊາຣີຟ ນັກວິເຄາະຊາວຈໍແດັນ ກ່າວວ່າ ຖ້າປະທາ ນາທິບໍດີທຣຳ ໄດ້ຮັບໄຊຊະນະສະໄໝທີສອງ ພວກເຮົາອາດ “ຄາດໝາຍທີ່ຈະເຫັນສະພາບຄວາມເປັນປົກກະຕິໃໝ່” ກໍເປັນໄດ້ ຢູ່ໃນຕາເວັນອອກກາງ “ບ່ອນທີ່ອິສຣາແອລຈະກາຍເປັນຫລັກແຫລ່ງຂອງພັນທະມິດໃນຂົງ ເຂດ.” ໃນການຂຽນບົດຄວາມ ລົງໃນໜັງສືພິມ ຈໍແດັນໄທມສ໌ ທ່ານກ່າວວ່າ ພັນທະມິດເຊັ່ນນັ້ນ ອາດສາມາດຮັບມື ກັບໄພຂົ່ມຂູ່ຈາກອີຣ່ານ ແລະເທີກີ ໄດ້.

ທ່ານໄດ້ຂຽນວ່າ “ບັນດາປະເທດໃນເຂດອ່າວເປີເຊຍ ໂດຍສະເພາະແລ້ວ ເຫັນວ່າ ທັງສອງປະເທດດັ່ງກ່າວ ກຳລັງຂະຫຍາຍອິດທິພົນຂອງພວກເຂົາເຈົ້າຕໍ່ບັນດາປະເທດອາຣັບຢູ່ໃນຂົງເຂດ ແລະເປັນໄພຂົ່ມຂູ່ຕໍ່ຄວາມຢູ່ລອດຂອງພວກເຂົາເຈົ້ານັ້ນ.” ນະໂຍບາຍນີ້ຍັງຈະພິສູດໃຫ້ເຫັນ “ການຢຸດເຊົາໃນການພົວພັນ ໂດຍບັນດາປະເທດພັນທະມິດໃໝ່ຂອງອິສຣາແອລ ຈາກສິ່ງທີ່ເຄີຍເປັນສາເຫດສຳຄັນສຸດຂອງອາຣັບນັ້ນ ກໍຄື ຄຳຖາມກ່ຽວກັບປາແລັສໄຕນ໌.”

ທ່ານອາລ ຊາຣີຟ ກ່າວວ່າ ການໄດ້ຕຳແໜ່ງປະທານາທິບໍດີຂອງທ່ານໄບເດັນ ຈະເປັນໄປໄດ້ສູງວ່າ “ການຕັ້ງຕົ້ນແນວທາງໃໝ່” ໃນນະໂຍບາຍຂອງວໍໍຊິງຕັນ -- ເພື່ອແກ້ໄຂບັນຫາຂັດແຍ້ງລະຫວ່າງ ອາຣັບ ແລະອິສ ຣາແອລ ດ້ວຍການຟື້ນຟູ “ການຊ່ອຍເຫຼືອແກ່ອຳນາດການປົກຄອງຂອງປາແລັສໄຕນ໌ ແລະເປີດກົງສຸນສະຫະລັດຄືນໃໝ່ ເພື່ອຈັດການກັບພວກຊາວປາແລັສໄຕນ໌ ໃນເຈຣູຊາແລັມກ້ຳຕາເວັນອອກ.”

ແຕ່ທ່ານກ່າວວ່າ ສະຖານທູດສະຫະລັດ ໃນນະຄອນຫຼວງເຈຣູຊາແລັມຈະຢູ່ທີ່ເດີມ ແລະຈະມີ “ການພົວພັນຂັ້ນຕ່ຳ ກ່ຽວກັບການແກ້ໄຂ ໃຫ້ມີສອງປະເທດ” ຕໍ່ວິກິດການນີ້. ທ່ານກ່າວອີກວ່າ “ການໂຄສະນາຫາສຽງຂອງທ່ານໄບເດັນ ໄດ້ໃຫ້ຮ່ອງຮອຍວ່າ ສະຫະລັດສາມາດກັບຄືນເຂົ້າສູ່ ແຜນປະຕິບັດງານຮ່ວມຮອບດ້ານ ຂອງຂໍ້ຕົກລົງນິວເຄລຍປີ 2015 ຖ້າ ອີຣ່ານ ຫາກໃຫ້ຄວາມໝັ້ນໝາຍຂອງຕົນຄືນອີກ.”

ທ່ານໂອເຣບ ຣານຕາວີ ຈາກສູນກາງ ອາລ ຄູດສ໌ ເພື່ອການສຶກສາດ້ານການເມືອງ ໃນນະຄອນຫຼວງອຳມານ ເຫັນວ່າ ຈະເປັນວິທີທາງ “ຫົວກາ ຣົດແລະໄມ້ຄ້ອນ” ຕໍ່ອີຣ່ານ ຖ້າຫາກປະທານາທິບໍດີ ທຣຳ ຖືກເລືອກຄືນອີກ.”

ທ່ານໂອເຣບ ຣານຕາວີ ກ່າວເປັນພາສາອັງກິດວ່າ “ຂ້າພະເຈົ້າຄິດວ່າ ບໍ່ຈຳເປັນ ທີ່ຈະຕ້ອງມີພັນທະມິດຍຸດທະສາດໃໝ່ ລະຫວ່າງປະເທດເຂດອ່າວເປີເຊຍ ແລະອິສຣາແອລ ເພື່ອປະເຊີນກັບອີຣ່ານ. ການເອົາອີຣ່ານ ລວມເຂົ້ານຳ ເຂົ້າມາປະສານງານກັບປະຊາຄົມນານາຊາດ ແລະຕະຫຼາດໂລກທັງຫຼາຍນັ້ນ ຄວນເປັນວິທີທາງນີ້. ຂັ້ນຕອນອັນນີ້ອາດປ່ຽນນະໂຍບາຍຕ່າງໆຂອງລະບອບການປົກຄອງອີຣ່ານ ຫຼາຍກວ່າການວາງມາດຕະການລົງໂທດ. ປະເທດອາຣັບບາງປະເທດ ແມ່ນເປັນຫ່ວງຫຼາຍ ທີ່ຈະເຫັນພັກເດໂມແຄຣັສເຂົ້າຄອງຕຳແໜ່ງ ໂດຍສະເພາະແມ່ນ ອີຈິບ ບາຫ໌ເຣນ ສະຫະລັດອາຣັບເອເມີເຣັສ ແລະຊາອຸດີອາຣາເບຍ ຍ້ອນບັນຫາເລື້ອງສິດທິມະນຸດ ການຜະຈົນໄພທາງທະຫານຂອງພວກເຂົາເຈົ້າຢູ່ໃນຂົງເຂດ ໄພຫາຍະນະທາງດ້ານມະນຸດສະທຳຢູ່ໃນເຢເມັນ ເປັນຕົ້ນ.”

ສ່ວນທ່ານຊາລາ ນາສຣາວີ ຂຽນລົງໃນໜັງສືພິມ ອາລ-ອາຣາມ ຂອງອີຈິບ ສະແດງຄວາມເປັນຫ່ວງທີ່ວ່າ ຜູ້ໃດກໍຕາມເຂົ້າດຳລົງຕຳແໜ່ງຢູ່ໃນທຳນຽບຂາວ ຕ້ອງຕ້ານຢັນການມີໜ້າຂອງຣັດເຊຍ ແລະ ຈີນ ທີ່ມີເພີ້ມຂຶ້ນ ຊຶ່ງເປັນການແຍ້ງຊິງອຳນາດຂອງສະຫະລັດ ໃນພາກຕາເວັນອອກກາງ ໂດຍຜ່ານດ້ານການເມືອງ ແລະອິດທິພົນດ້ານເສດຖະກິດ ປະສົມປະສານກັນ.”

ທ່ານນາສຣາວີ ກ່າວວ່າ ການເອົາບົດບາດທີ່ຕັ້ງໜ້າໂດຍສະຫະລັດ ໃນການແກ້ໄຂບັນຫາໄພຂົ່ມຂູ່ຂອງລັດທິກໍ່ການຮ້າຍ ແລະການຫາຊ່ອງທາງເພື່ອຍຸຕິບັນຫາຂັດແຍ້ງໃນອີຣັກ ລີເບຍ ຊີເຣຍ ແລະເຢເມັນນັ້ນ “ອາດກະຕຸ້ນໃຫ້ພາກຕາເວັນອອກກາງອອກມາຈາກສະພາບທີ່ບໍ່ມີການເໜັງຕີງ ທາງດ້ານພູມິສາດທີ່ມີຢູ່ໃນປັດຈຸບັນ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG