ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໑ ກັນຍາ ໒໐໒໔

ນະໂຍບາຍຕ່າງປະເທດຂອງ ສະຫະລັດ ຈະເປັນແນວໃດ? ພາຍໃຕ້ການນຳພາໃນສະໄໝທີ່ສອງຂອງ ທ. ໄບເດັນ ຫຼື ທ. ທຣໍາ


ນະໂຍບາຍຕ່າງປະເທດຂອງ ສະຫະລັດ ຈະເປັນແນວໃດ? ພາຍໃຕ້ການນຳພາໃນສະໄໝທີ່ສອງຂອງ ທ. ໄບເດັນ ຫຼື ທ. ທຣໍາ

ສົງຄາມໃນພາກຕາເວັນອອກກາງ ແລະ ຢູໂຣບ - ລວມເຖິງການແຂ່ງຂັນຂອງ ສະຫະລັດ ແລະ ຈີນ - ຈະຍັງສືບຕໍ່ເປັນປະເດັນສຳຄັນສຳລັບນັກການທູດຂອງ ສະຫະລັດ ບໍ່ວ່າໃຜຈະຊະນະການເລືອກຕັ້ງປະທານາທິບໍດີ ໃນເດືອນພະຈິກນີ້.

ຈິນຕະນາການພາບໃນປີ 2025. ການຢຸດຍິງແບບຖາວອນໃນເຂດກາຊາ ຍັງຄົງບໍ່ສາມາດບັນລຸໄດ້ເທື່ອ.

ສົງຄາມໃນຮູບແບບການຫລຸ້ຍຫ້ຽນ ຍັງຄົງດຳເນີນຕໍ່ໄປໃນປະເທດຢູເຄຣນ.

ແລະ ຈີນ ກໍຍັງຄົງເປັນໄພຄຸກຄາມ.

ບໍ່ວ່າທ່ານ ໂຈ ໄບເດັນ ຫຼື ທ່ານ ດໍໂນລ ທຣໍາ ຈະຊະນະການເລືອກຕັ້ງປະທານາທິບໍດີໃນຄັ້ງນີ້, ຄວາມທ້າທາຍເຫຼົ່ານີ້ຈະຍັງຄົງມີຢູ່.

ນະໂຍບາຍຕ່າງປະເທດສະໄໝທີ່ສອງຂອງ ທ່ານ ໄບເດັນ ຈະອີງໃສ່ຫຼັກການດຽວກັນກັບສະໄໝທຳອິດ - ຄວາມເປັນຜູ້ນຳລະດັບໂລກ ແລະ ຫຼາຍຄູ່ພາຄີ.

ປະທານາທິບໍດີ ໂຈ ໄບເດັນ ກ່າວວ່າ “ສະຫະລັດ ຈະແຂ່ງຂັນ ແລະ ຈະແຂ່ງຂັນຢ່າງດຸເດືອດ, ແລະ ຈະເປັນຜູ້ນຳດ້ວຍຄ່ານິຍົມ ແລະ ຈຸດແຂງຂອງພວກເຮົາ. ເຮົາຈະປົກປ້ອງແລະສະໜັບສະໜູນພັນທະມິດ ແລະ ມິດສະຫາຍຂອງພວກເຮົາ.”

ພ້ອມກັບ, ສຸມໃສ່ດ້ານທີ່ລັດຖະບານ ເຊື່ອວ່າ ຈຳເປັນຕ້ອງປັບປຸງ.

ທ່ານເຈັກ ຊູລີຫວັນ ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດຂອງທຳນຽບຂາວ ກ່າວວ່າ “ໂຄງການລິເລີ້ມທີ່ສຳຄັນ ຮ່ວມກັບລັດຖະສະພາ ທີ່ແນໃສ່ ເພື່ອເຮັດໃຫ້ສຳເລັດຕໍ່ຄຳໝັ້ນສັນຍາໄດ້ຢ່າງຈິງຈັງ ໃນການເປີດແຫລ່ງຊັບພະຍາກອນທັງຫຼາຍ ເພື່ອໂລກທີ່ກຳລັງພັດທະນາ.”

ນັ້ນໝາຍເຖິງການລົງທຶນຂອງສະຫະລັດຈະຫຼາຍຂຶ້ນໃນໂຄງການບັນເທົາໜີ້ສິນ, ການປະຕິຮູບທະນາຄານພັດທະນາຫຼາຍຄູ່ພາຄີ ແລະ ໂຄງການພື້ນຖານໂຄງລ່າງຕ່າງໆໃນທົ່ວໂລກ.

ເປົ້າໝາຍກໍຄື, ເພື່ອຕ້ານຢັນຕໍ່ໂຄງການລິເລີ້ມພັດທະນາລະດັບໂລກຂອງຈີນ, ໂດຍການສະໜັບສະໜູນໂຄງການແລວທາງຫຼາຍແຫ່ງໃນທົ່ວໂລກ ເຊັ່ນວ່າ ເສັ້ນທາງ Lobito ທີ່ເຊື່ອມຕໍ່ປະເທດແຊມເບຍ, ສາທາລະນະລັດປະຊາທິປະໄຕຄອງໂກ ແລະ ອັງໂກລາ.

ທ່ານຊູລີຫວັນ ກ່າວວ່າ “ພວກເຮົາບໍ່ພຽງແຕ່ສາມາດສ້າງສັກກະຍະພາບໃນການຂົນສົ່ງ ເພື່ອຊ່ວຍໃຫ້ແນ່ໃຈວ່າ ເຮົາຈະມີສິ່ງນຳເຂົ້າສຳລັບລະບົບຕ່ອງໂສ້ການສະໜອງພະລັງງານທີ່ສະອາດຂອງພວກເຮົາເທົ່ານັ້ນ, ແຕ່ຍັງສາມາດປົດປ່ອຍສັກກະຍະພາບທາງການກະສິກຳອັນກວ້າງໃຫຍ່ຂອງອາຟຣິກາ ໂດຍການສົ່ງສິນຄ້າທັງຫຼາຍອອກສູ່ຕະລາດ ແລະ ຍັງຊ່ວຍເປີດການຫັນປ່ຽນໄປເປັນລະບົບດິຈິໂຕລ ທົ່ວພື້ນທີ່ນັ້ນ ອີກດ້ວຍ.”

ຖ້າຫາກທ່ານ ທຣໍາ ຊະນະ, ຈະບໍ່ຄ່ອຍມີການມຸ່ງເນັ້ນໄປໃນດ້ານການພັດທະນາລະດັບສາກົນຫຼາຍເທົ່າທີ່ຄວນ.

ທ່ານດໍໂນລ ທຣຳ ຜູ້ສະໝັກແຂ່ງຂັນເປັນປະທານາທິບໍດີ ກ່າວວ່າ “ເຮັດໃຫ້ອາເມຣິກາຮັ່ງມີ, ປອດໄພ, ເຂັ້ມແຂງ, ພູມໃຈ ແລະ ສວຍງາມຂຶ້ນກວ່າເກົ່າ ທີ່ເຄີຍມີມາ. ຂ້ອຍຄິດວ່າ ພວກເຮົາມີໂອກາດສຸດທ້າຍໃນຄັ້ງນີ້.”

ຢ່າງໃດກໍຕາມ ຄຳຂວັນທີ່ມັກໄດ້ຍິນຂອງທ່ານ ທຣໍາ ກໍແມ່ນວ່າ “ອາເມຣິກາຕ້ອງມາກ່ອນ”, ແຕ່ກໍບໍ່ໄດ້ໝາຍຄວາມວ່າ ນະໂຍບາຍຕ່າງປະເທດຂອງລາວຈະເປັນແບບຢູ່ໂດດດ່ຽວ.

ທ່ານນາງ ເຣໂຊຈ ຣີສໂຊ ເຈົ້າໜ້າທີ່ອາວຸໂສ ຈາກສະພາແອັດແລນຕິກ ກ່າວວ່າ “ເປັນນະໂຍບາຍການຄ້າການພານິດ, ແນ່ນອນ, ເປັນນະໂຍບາຍແບບການເຮັດທຸລະກຳ, ແມ່ນ. ແຕ່ຂ້ອຍຄິດວ່າສ່ວນທີ່ໜ້າສົນໃຈທີ່ສຸດໃນນະໂຍບາຍຕ່າງປະເທດຂອງລາວ ແມ່ນລະດັບວິໄສທັດຂອງລາວ ໃນດ້ານເຄື່ອງມືຕ່າງໆ ໃນດ້ານອຳນາດຂອງສະຫະລັດ ຖືກນຳໃຊ້ໃນວິທີທີ່ແຕກຕ່າງອອກໄປ.”

ການສະໜັບສະໜູນຢ່າງບໍ່ລົດລະສຳລັບອິສຣາແອລ, ການຊ່ວຍເຫຼືອຢູເຄຣນແບບມີເງື່ອນໄຂ ແລະ ການແຂ່ງຂັນກັບຈີນຢ່າງດຸເດືອດ. ສິ່ງເຫຼົ່ານີ້ແມ່ນຫຼັກການນະໂຍບາຍຕ່າງປະເທດສຳລັບສະໄໝທີ່ສອງ ທີ່ຖືກສະເໜີໂດຍສະຖາບັນວິໄຈ America First Policy Institute ໃນເຄືອຂອງທ່ານ ທຣໍາ.

ທ່ານ ແຊດ ວຸຟ ກ່າວວ່າ “ສິ່ງເຫຼົ່ານັ້ນຄືສາມດ້ານ ທີ່ຜູ້ໃດກໍຕາມທີ່ກຳລັງຈະເຂົ້າມາ ປະຈຳໃນຄະນະຝ່າຍບໍລິຫານຂອງ ‘ອາເມຣິກາຕ້ອງມາກ່ອນ ຫຼື America First’ ຈະຕ້ອງຮັບມືນຳ ແລະ ຈະຕ້ອງນຳເອົາແນວທາງ ‘ສັນຕິພາບຜ່ານຄວາມເຂັ້ມແຂງ’ ມາທົດສອບ.”

ໃນຂະນະທີ່ ເຮົາບໍ່ຮູ້ວ່າ ໃຜຈະເປັນຜູ້ຊະນະໃນເດືອນພະຈິກນີ້, ແຕ່ເຮົາຮູ້ວ່ານະໂຍບາຍຕ່າງປະເທດຈະບໍ່ແມ່ນປັດໄຈທີ່ຕັດສິນຜົນ.

ຈາກການສຳຫຼວດສະແດງໃຫ້ເຫັນວ່າ ຄົນອາເມຣິກາ ສ່ວນໃຫຍ່ເປັນຫ່ວງເປັນໃຍກັບເລື່ອງເງິນເຟີ້, ເສດຖະກິດ, ຄົນເຂົ້າເມືອງ ແລະ ອາດຊະຍາກຳ ຫຼາຍກວ່າການພົວພັນຂອງສະຫະລັດໃນຕ່າງປະເທດ.

ອ່ານຂ່າວນີ້ໃນພາສາອັງກິດ

Wars in the Middle East and Europe — and the U.S. rivalry with China — will remain key issues to U.S. diplomats no matter who wins the November presidential elections.

Picture the year 2025. A permanent cease-fire in Gaza could still be out of reach.

A war of attrition still simmering in Ukraine.

And China continues to be a threat.

Whether Joe Biden or Donald Trump wins the presidency, these challenges will remain.

Biden’s second-term foreign policy will be based on the same principles as his first — global leadership and multilateralism.

(President Joe Biden)

“The United States will compete and will compete vigorously, and lead with our values and our strength. We'll stand up for our allies and our friends.”

Plus, a focus on an area the administration believes it needs to improve on.

(Jake Sullivan, White House National Security Advisor)

“A major initiative with Congress aimed at truly delivering on the promise of unlocking resources for the developing world.”

That means more U.S. investments for debt relief programs, multilateral development bank reforms, and various infrastructure projects worldwide.

The goal, to push back on China’s global development initiatives by supporting various corridor projects around the world, such as the Lobito Corridor that connects Zambia, Democratic Republic of Congo and Angola

(Jake Sullivan, White House National Security Advisor)

“We can not only build out a transportation capacity to help ensure that we have the inputs for our clean energy supply chain, but also unlock Africa's vast agricultural potential by getting goods to market, and also unlock a digital transformation across that area.”

If Trump wins, there won’t be as much focus on international development.

(Donald Trump, Republican Presidential Candidate)

“Make America richer and safer and stronger and prouder and more beautiful than ever before. I think we have a final shot at it.”

Although Trump's catchphrase is America First, it does not mean his foreign policy is isolationist.

(Rachel Rizzo, Atlantic Council)

“Mercantilist, sure. Transactionalist, yes. But I think the most interesting part of his foreign policy is just the degree to which his vision of the tools of U.S. power be used in a different way.”

Unwavering support for Israel, conditional aid to Ukraine and a strong rivalry with China. These are foreign policy principles proposed for a second term, by the Trump-affiliated think tank America First Policy Institute.

(Chad Wolf, America First Policy Institute)

“Those are three areas that any incoming America First administration is going to have to deal with and it's going to have to put that ‘peace through strength’ approach to the test.”

While we don’t know who will win in November, we do know that foreign policy won’t be the determining factor.

Polls suggest most Americans are more concerned with inflation, the economy, immigration and crime than with U.S. engagements abroad.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG