ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຂໍ້​ມູນ​ຄວາມ​ຈິງ ກ່ຽວ​ກັບ​ເຂດ​ໂດ​ແນັດ ແລະ​ລູ​ຮານ ຂອງ​ຢູ​ເຄ​ຣນ


ຜູ້​ຊາຍ​ຄົນ​ນຶ່ງ ຍ່າງ​ຜ່ານ​ປ້າຍ​ຫົນ​ທາງ ທີ່​ເມືອງອາ​ດິບ​ກາ (Avdiivka) ໃນ​ເຂດ​ໂດ​ແນັດ ຊຶ່ງ​ເປັນ​ເຂດ​ແນວ​ໜ້າ ກັບ​ພວກ​ກະ​ບົດ​ແບ່ງ​ແຍກ​ດິນ ທີ່​ໜຸນ​ຫຼັງ​ໂດຍ​ຣັດ​ເຊຍ ເມື່ອ​ວັນ​ທີ 21 ກຸມ​ພາ 2022.
ຜູ້​ຊາຍ​ຄົນ​ນຶ່ງ ຍ່າງ​ຜ່ານ​ປ້າຍ​ຫົນ​ທາງ ທີ່​ເມືອງອາ​ດິບ​ກາ (Avdiivka) ໃນ​ເຂດ​ໂດ​ແນັດ ຊຶ່ງ​ເປັນ​ເຂດ​ແນວ​ໜ້າ ກັບ​ພວກ​ກະ​ບົດ​ແບ່ງ​ແຍກ​ດິນ ທີ່​ໜຸນ​ຫຼັງ​ໂດຍ​ຣັດ​ເຊຍ ເມື່ອ​ວັນ​ທີ 21 ກຸມ​ພາ 2022.

ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ ທ່ານວ​ລາ​ດີ​ເມຍ ປູ​ຕິນ ໄດ້​ປະ​ກາດ​ຮັບ​ຮູ້​ ໃນ​ວັນ​ຈັນ​ວານນີ້ ຕໍ່​ເຂດ​ໂດ​ແນັດ​ແລະ​ລູ​ຫານ ທີ່​ປາກ​ພາ​ສາ​ຣັດ​ເຊຍ ຢູ່ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄ​ຣນ ເປັນ​ປະ​ເທດ​ເອກ​ກະ​ລາດ ໂດຍ​ລົງ​ນາມ​ໃນ​ເອກ​ກະ​ສານ​ທີ່
ປະ​ເທດ​ວ່າເຂດ​ດັ່ງ​ກ່າວ​ບໍ່​ໄດ້​ເປັນ​ພາກ​ສ່ວນ​ຂອງ​ຢູ​ເຄ​ຣນ​ອີກ​ຕໍ່​ໄປ​ແລ້ວ. ບໍ່​ເທົ່າ​ໃດ​ຊົ່ວ​ໂມງ​ກ່ອນ​ໜ້ານັ້ນ ພວກ​ຜູ້​ນຳ​ແບ່ງ​ແຍກ​ດິນ​ແດນ​ໃນ​ເຂດ​ທັງ​ສອງໄດ້​ອອກວີ​ດີ​ໂອ ຮ້ອງ​ຂໍ​ໃຫ້​ມີ​ການ​ປະ​ກາດ​ເອກ​ກະ​ລາດ.

ສະ​ຖານ​ທີ່

ເຂດ​ໂດ​ແນັດ ແລະ​ລູ​ຮານ ຊຶ່ງ​ຮວມ​ກັນ​ແລ້ວ​ແມ່ນ​ຮູ້​ໃນ​ຊື່ ດອນ​ບາ​ສ ທີ່​ຕັ້ງ​ຢູ່​ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄ​ຣນໃກ້ໆ​ຊາຍ​ແດນ​ຣັດ​ເຊຍ. ເຂດ​ດັ່ງ​ກ່າວ​ແມ່ນ​ຮວມ​ທັງບາງ​ສ່ວນ​ທີ່​ຄວບ​ຄຸມ​ໂດຍ​ລັດ​ຖະ​ບານ​ກີ​ຢິບ ແລະ​ບາງ​ສ່ວນ​ໂດຍ​ພວກ​ແບ່ງ​ແຍກ​ດິນ​ແດນ. ອຸດ​ສາ​ຫະ​ກຳ​ຫຼັກ​ຂອງ​ຂົງ​ເຂດ​ແມ່ນບໍ່ຖ່ານ​ຫີນ ແລະ​ຜະ​ລິດ​ເຫຼັກ.

ແຜນ​ທີ່​ສະ​ແດງ​ໃຫ້​ເຫັນ​ເຂດ​ໂດ​ແນັດ ແລະ​ລູ​ຮານ
ແຜນ​ທີ່​ສະ​ແດງ​ໃຫ້​ເຫັນ​ເຂດ​ໂດ​ແນັດ ແລະ​ລູ​ຮານ

ພົນ​ລະ​ເມືອງ

ສ່ວນ​ໃຫຍ່​ຂອງ​ພວກ​ທີ່​ອາ​ໄສ​ຢູ່​ໃນ​ເຂດ​ໂດ​ແນັດ​ແລະ​ລູ​ຮານ ແມ່ນ​ປາກ​ພາ​ສາ​ຣັດ​ເຊຍ ຊຶ່ງ​ເປັນ​ຜົນ​ເນື່ອງ​ມາ​ຈາກ​ການ​ຍົກ​ຍ້າຍ​ຖິ່ນ​ຖານ​ຂອງ​ພວກ​ຄົນ​ງານ​ຣັດ​ເຊຍ
ເຂົ້າ​ໄປ​ໃນ​ເຂດ​ເດັ່ງ​ກ່າວຫຼັງ​ສົງ​ຄາມ​ໂລກ​ຄັ້​ງ​ທີ 2. ໃນ​ລະ​ຫວ່າງ​ບໍ່​ເທົ່າ​ໃດ​ປີ​ຜ່ານ​ມານີ້ ມົ​ສ​ກູ​ໄດ້​ອອກ​ໜັງ​ສື​ເດີນ​ທາງ​ຣັດ​ເຊຍ ​ໃຫ້​ແກ່ 720,000 ຄົນ ຫຼື​ປະ​ມານ​ນຶ່ງ​ສ່ວນ​ຫ້າ​ຂອງ​ປະ​ຊາ​ກອນ​ຢູ່​ໃນ​ຂົງ​ເຂດ ອີງ​ຕາມ​ອົງ​ການ​ຂ່າວ​ເອ​ພີ.

ພວກ​ກະ​ບົດ​ຄວບ​ຄຸມ

ພວກ​ແບ່ງ​ແຍກ​ດິນ​ແດນ​ທີ່​ນິ​ຍົມ​ຣັດ​ເຊຍ ໃນ​ເຂດ​ໂດ​ແນັດ​ແລະ​ລູ​ຮານ ເຂົ້າ​ຢຶດ​ເອົາ​ຕຶກ​ໂຮງ​ການ​ຂອງ​ລັດ​ຖະ​ບານ​ໃນ​ປີ 2014 ແລະ​ປະ​ກາດ​ໃຫ້​ເຂດ​ດັ່ງ​ກ່າວ ເປັນ​ເອກ​ກະ​ລາດ ໃນ​ຖາ​ນະ “ສາ​ທາ​ລະ​ນະ​ລັດ​ປະ​ຊາ​ຊົນ.” ການ​ເຄື່ອນ​ໄຫວ​ມີ​ຂຶ້ນ​ຫຼັງ​ຈາກ​ຣັດ​ເຊຍ​ໄດ້​ປະ​ກາດ​ຮວມ​ເອົາ​ຢູ​ເຄ​ຣນ​ເຂົ້າ​ເປັນ​ດິນ​ແດນ​ສ່ວນ​ນຶ່ງ​ຂອງ
ປະ​ເທດ​ຕົນ.

ການ​ສູ້​ລົບ

​ນັບ​ແຕ່​ປີ 2014 ເປັນ​ຕົ້ນ​ມາ ມີ​ຫຼາຍກວ່າ 14,000 ຄົນ​ແລ້ວ​ໄດ້​ເສຍ​ຊີ​ວິດ​ຍ້ອນ​ການ​ສູ້​ລົບ​ຢູ່​ໃນ​ເຂດດອນ​ບາ​ສ ລະ​ຫວ່າງ​ພວກ​ກະ​ບົດ​ແບ່ງ​ແຍກ​ດິນ​ແດນ​ທີ່​ນິ​ຍົມ​ຣັດ​ເຊຍ ແລະ​ທະ​ຫານ​ລັດ​ຖະ​ບານ​ຢູ​ເຄ​ຣນ. ຢູ​ເຄ​ຣນ​ແລະ​ປະ​ເທດ​ຕາ​ເວັນ​ຕົກ​ໄດ້ກ່າວ​ຫາ​ຣັດ​ເຊຍ​ວ່າ ໃຫ້​ການ​ສະ​ໜັບ​ສະ​ໜຸນ​ຕໍ່​ພວກ​ແບ່ງ​ແຍກ​ດິນ​ແດນ​ທັງ​ໃນ​ດ້ານ​ທະ​ຫານ​ແລະ​ດ້ານ​ການ​ເງິນ ຊຶ່ງ​ເປັນ​ຂໍ້​ກ່າວ​ຫາ​ທີ່​ມົ​ສ​ກູ​ໄດ້​ປະ​ຕິ​ເສດ.

ທ່າມ​ກາງ​ທີ່​ມີ​ການ​ສູ້​ລົບ​ກັນ​ນັ້ນ ເຮືອ​ບິນ​ຂອງ​ສາຍ​ການ​ບິນ​ມາ​ເລ​ເຊຍ​ໄດ້​ຖືກ​ຍິງ​ຕົກ​ໃນ​ພາ​ກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄ​ຣນ​ໃນ​ປີ 2014 ເຮັດ​ໃຫ້ 298 ຄົນ​ຢູ່​ເທິງ​ເຮືອ​ບິນ​ເສຍ​ຊີ​ວິດ. ການ​ສື​ບ​ສວນ​ຂອງ​ລະ​ຫວ່າງ​ປະ​ເທດ​ສະ​ຫລຸບ​ວ່າ ລູກ​ສອນ​ໄຟ​ທີ່​ສະ​ໜອງ​ໂດຍ​ຣັດ​ເຊຍ ໄດ້​ຖືກ​ຍິງ​ ຈາກ​ເຂດ​ທີ່​ຄວບ​ຄຸມ​ໂດຍ​ພວກ​ກະ​ບົດ​ແບ່ງ​ແຍກ​ດິນ​ແດນ​ນິ​ຍົມ​ຣັດ​ເຊຍ. ແຕ່​ຣັດ​ເຊຍ​ໄດ້​ປະ​ຕິ​ເສດ​ວ່າ ຕົນ​ບໍ່​ມີ​ສ່ວນ​ພົວ​ພັນ​ໃດໆ.

ຜູ້​ອົບ​ພະ​ຍົບ​ຫຼົບ​ໄພ​ພົນ​ລະ​ເຮືອນ​ຈາກ​ເຂດ​ໂດ​ແນັດ ແລະ​ລູ​ຮານ ເຂົ້າ​ໄປ​ອາ​ໄສ​ຢູ່​ໃນ​ສ​ະ​ຖານ​ທີ່​ຫຼິ້ນ​ກິ​ລາ ໃນ​ເມືອງ​ຕາ​ການ​ຣອກ (Taganrog) ປະ​ເທດ​ຣັດ​ເຊຍ ເມື່ອ​ວັນ​ທີ 1 ກຸມ​ພາ 2022.
ຜູ້​ອົບ​ພະ​ຍົບ​ຫຼົບ​ໄພ​ພົນ​ລະ​ເຮືອນ​ຈາກ​ເຂດ​ໂດ​ແນັດ ແລະ​ລູ​ຮານ ເຂົ້າ​ໄປ​ອາ​ໄສ​ຢູ່​ໃນ​ສ​ະ​ຖານ​ທີ່​ຫຼິ້ນ​ກິ​ລາ ໃນ​ເມືອງ​ຕາ​ການ​ຣອກ (Taganrog) ປະ​ເທດ​ຣັດ​ເຊຍ ເມື່ອ​ວັນ​ທີ 1 ກຸມ​ພາ 2022.

ເອກ​ກະ​ລາດ

ຫຼັງ​ຈາກ​ພວ​ກ​ກະ​ບົດ​ແບ່ງ​ແຍກ​ດິນ​ແດນ​ໃນ​ເຂດ​ໂດ​ແນັດ​ແລະ​ລູ​ຮານ ເຂົ້າ​ຢຶດ​ອຳ​ນາດ​ໃນ​ປີ 2014 ແລ້ວ ພວກ​ເຂົາ​ກໍ​ໄດ້​ລົງ​ຄະ​ແນນ​ສຽງ​ປະ​ກາດ​ເອກ​ກະ​ລາດ. ມາ​ຈົນ​ຮອດ​ປັດ​ຈຸ​ບັນ​ນີ້ ຍັງ​ບໍ່​ມີ​ປະ​ເທດ​ໃດ​ຮັບ​ຮູ້​ເທື່ອ. ໃນ​ວັນ​ຈັນ​ວານນີ້ ປູ​ຕິນ​ໄດ້ປະ​ກາດ​ເອ​ກກະ​ລາດ​ຂອງ​ເຂດ​ດັ່ງ​ກ່າວ ​ຫຼັງ​ຈາກ​ໄດ້​ພົບ​ປະ​ກັບ​ສະ​ພາ​ຄ​ວາມ​ໝັ້ນ​ຄົງ​ຂອງ​ຣັດ​ເຊຍ. ການ​ປະ​ກາດ​ຂອງ​ທ່ານ​ມີ​ຂຶ້ນ​ຫຼັງ​ຈາກ​ພວກ​ຜູ້​ນຳ​ແບ່ງ​ແຍກ​ດິນແດນ​ຢູ່​ໃນ​ເຂດນັ້ນ ອອກວີ​ດີ​ໂອ​ຮ້ອງ​ຂໍ​ໃຫ້​ມີ​ການ​ຮັບ​ຮູ້​ເອກ​ກະ​ລາດ.

ຂັ້ນ​ຕອນ​ສັນ​ຕິ​ພາບ​ມິງ​ສ໌

ການ​ຮັບ​ຮູ້​ຂອງ​ຣັດ​ເຊຍ​ຕໍ່​ຂົງ​ເຂດ​ດັ່ງ​ກ່າວ ເປັນ​ຜົນ​ເຮັດ​ໃຫ້​ຂັ້ນ​ຕອນ​ສັນ​ຕິ​ພາບ​ມິງ​ສ໌ສິ້ນ​ສຸດ​ລົງ ຊຶ່ງ​ບໍ່​ໄດ້​ຮັບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ໂດຍ​ເຕັມ​ມາ​ຈັກ​ເທື່ອ. ຂໍ້​ຕົກ​ລົງທີ່​ເຊັນ​ກັນ​ໃນ​ປີ 2014 ແລະ 2015 ທີ່​ວ່ານີ້ ຮຽກ​ຮ້ອງ​ໃຫ້​ທັງ​ສອງ​ເຂດ ທີ່​ຢູ່​ໃນ​ຢູ​ເຄ​ຣນນັ້ນ ມີ​ສິດ​ໃນ​ການ​ປົກ​ຄອງ​ຕົນ​ເອງ​ຫຼາຍ​ຂຶ້ນ.

ເຂດ​ແຍກ​ໂຕ​ອື່ນໆ

ກ່ອນ​ໜ້ານີ້ ຣັດ​ເຊຍ​ກໍ​ໄດ້​ຮັບ​ຮູ້​ເອກ​ກະ​ລາດ​ຂອງ 2 ເຂດ​ໃນ​ປະ​ເທດ​ຈໍ​ເຈຍ​ທີ່​ໄດ້​ປະ​ກາດ​ແຍກ​ໂຕ ຄື​ເຂດ​ອັ​ຟ​ກາ​ເຊຍ ແລ​ະ​ອອ​ສ​ຊີ​ເຕຍ​ໃຕ້ ຫຼັງ​ຈາກ​ໄດ້​ເຮັດ​ສົງ​ຄາມ​ເປັນ​ເວ​ລາ​ສັ້ນໆ​ກັບ​ຈໍ​ເຈຍ ໃນ​ປີ 2008. ນັບ​ແຕ່ນັ້ນ​ມາ ຣັດ​ເຊຍ​ກໍ​ສົ່ງ​ທະ​ຫານ​ຂອງ​ຕົນ​ໄປ​ປະ​ຈຳ​ການ​ຢູ່​ທີ່ນັ້ນ ແລະ​ສະ​ເໜີ​ໃຫ້​ສັນ​ຊາດ​ແກ່​ປະ​ຊາ​ຊົນ​ຢູ່​ໃນ​ຂົງ​ເຂດ​ດັ່ງ​ກ່າວ.

Some information in this report came from The Associated Press, Reuters and Agence France-Presse.

XS
SM
MD
LG