ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ຈະດໍາເນີນງານແນວໃດຕໍ່ໄປ ໃນອັຟການິສຖານ?


ນັກຮົບຕາລິບານຢືນຢູ່ຂ້າງກອງລູກປືນຕາມຖະໜົນໃນຂົງເຂດມາລາສະປາ, ເມືອງບາຊັຮ໌ກ, ແຂວງພານເຊຍ ໃນວັນທີ 15 ກັນຍາ, ປີ 2021. ບໍ່ເທົ່າໃດມື້ຫລັງຈາກກຸ່ມຕາລິບານຫົວຮຸນແຮງປະກາດການຢຶດແຂວງສຸດທ້າຍທີ່ຕໍ່ຕ້ານການປົກຄອງຂອງພວກເຂົາ.
ນັກຮົບຕາລິບານຢືນຢູ່ຂ້າງກອງລູກປືນຕາມຖະໜົນໃນຂົງເຂດມາລາສະປາ, ເມືອງບາຊັຮ໌ກ, ແຂວງພານເຊຍ ໃນວັນທີ 15 ກັນຍາ, ປີ 2021. ບໍ່ເທົ່າໃດມື້ຫລັງຈາກກຸ່ມຕາລິບານຫົວຮຸນແຮງປະກາດການຢຶດແຂວງສຸດທ້າຍທີ່ຕໍ່ຕ້ານການປົກຄອງຂອງພວກເຂົາ.

ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ທ່ານແອນໂຕນີ ບລິງເກັນ
ໄດ້ກ່າວຖະແຫລງຕໍ່ລັດຖະສະພາໃນອາທິດນີ້ ເພື່ອປ້ອງກັນຢ່າງບໍ່ລົດລະກ່ຽວກັບການຖອນກຳລັງອອກຈາກອັຟການິສຖານຂອງລັດຖະບານທ່ານໄບເດັນ ຊຶ່ງທ່ານໄດ້ອະທິບາຍເຖິງບູລິມະສິດຕ່າງໆ ຂອງລັດຖະບານ ສຳລັບປະເທດໃນໄລ ຍະຕໍ່ໜ້າ.

ຕໍ່ໄປນີ້ຄືບູລິມະສິດແລະຄວາມທ້າທ້າຍຕ່າງໆທັງຫຼາຍ ທີ່ຈະຕ້ອງໄດ້ປະຕິບັດ.

ທ່ານບລິງເກັນ ໄດ້ກ່າວວ່າ ລັດຖະບານສືບຕໍ່ “ຄວາມພະຍາຍາມຢ່າງບໍ່ຢຸດຢັ້ງ” ເພື່ອຊ່ອຍພວກຊາວອາເມຣິກັນທີ່ຍັງເຫຼືອຢູ່ບໍ່ເຖິງ 100 ຄົນ ພ້ອມດ້ວຍພວກຊາວອັຟການິສຖານ ທີ່ຕົກຢູ່ໃນຄວາມສ່ຽງ ຊຶ່ງອາດເປັນໄດ້ສູງວ່າ ມີຢູ່ຫຼາຍພັນຄົນ ອອກຈາກປະເທດ ຖ້າວ່າພວກເຂົາເລືອກທີ່ຈະອອກໄປ.

ໂດຍອ້າງເຖິງ “ໄພຂົ່ມຂູ່ຈາກກຸ່ມກໍ່ການຮ້າຍຢ່າງຕໍ່ເນື່ອງຕໍ່ການປະຕິງານໃນລັກສະນະແບບນີ້” ກະຊວງການຕ່າງປະເທດໄດ້ປະຕິເສດທີ່ຈະໃຫ້ຈຳນວນທີ່ເປັນທາງການຂອງພວກຊາອັຟການິສຖານ ທີ່ພະຍາຍາມຈະຫລົບໜີ.

ແຫລ່ງຂ່າວຂອງວີໂອເອ ທີ່ມີຄວາມຮູ້ກ່ຽວກັບຂັ້ນຕອນໃນການຍົກຍ້າຍພວກອົບພະຍົບ ກ່າວວ່າ ມາເຖິງວັນອາທິດຜ່ານມານີ້ ຊາວອັຟການິສຖານແລະບຸກຄົນທີ່ມີສ່ວນກ່ຽວຂ້ອງກັບສະຫະລັດ ຢ່າງໜ້ອຍ 1,300 ຄົນຕົກຢູ່ໃນຄວາມສ່ຽງ ກຳລັງຫາທາງທີ່ຈະຫລົບໜີໂດຍຜ່ານສະໜາມບິນກາບູລ ຫຼືຜ່ານການຂົນສົ່ງທາງພື້ນດິນ. ປະມານ 8,200 ຄົນ ກຳລັງພະຍາຍາມເດີນທາງ ອອກຈາກສະໜາມບິນ ມາຊາຣ-ອີ-ຊາຣີຟ ບ່ອນທີ່ພວກເຮືອບິນຮັບເໝົາໄດ້ລໍຖ້າມາເປັນເວ ລາຫຼາຍອາທິດແລ້ວ ເພື່ອການອະນຸຍາດໃຫ້ບິນອອກໄປໄດ້.

ໂຄສົກກະຊວງການຕ່າງປະເທດ ໄດ້ກ່າວວ່າ “ສະຫະລັດໄດ້ໃຊ້ທຸກວິີທີທາງທີ່ມີຢູ່ສຳລັບພວກເຮົາ ເພື່ອອຳນວຍໃຫ້ພວກເຮືອບິນຮັບເໝົາທັງຫຼາຍບິນອອກໄປຈາກມາຊາຣ.”

ແຕ່ພວກຄົນທີ່ຊ່ອຍໃນການຍົກຍ້າຍອົບພະຍົບ ແມ່ນໝົດຄວາມອົດທົນ ແລະກ່າວຫາລັດຖະບານວ່າ ສະເໜີໃຫ້ “ຄຳໝັ້ນສັນຍາທີ່ບໍ່ເປັນຈິງ.”

ທ່ານນາງຮາຊາມີ ບາຣມາດາ ເຈົ້າໜ້າທີ່ດ້ານມະນຸດສະທຳທີ່ເປັນອິດສະຫຼະ ກ່າວຕໍ່ວີໂອເອວ່າ “ໃນຂະນະທີ່ຫຼາຍວັນຜ່ານພົ້ນໄປແລະສະຖານະການການເປັນເລື້ອງທີ່ຫຍຸ້ງຍາກຫຼາຍຂຶ້ນສຳລັບພວກຜູ້ໂດຍສານ 704 ຄົນ, ມັນເປັນຍາກທີ່ຈະມີຄວາມເຊື່ອໃດໆໃນຄຳໝັ້ນສັນຍາທາງດ້ານການເມືອງ.” ໃນບໍ່ເທົ່າ ໃດອາທິດມໍ່ໆມານີ້ ທ່ານນາງໄດ້ຊ່ອຍຍົກຍ້າຍພວກອົບພະຍົບກຸ່ມນຶ່ງທີ່ລວມມີ ພົນລະເມືອງອາເມຣິກັນ 9 ຄົນ, 9 ຄົນເປັນຜູ້ອາໄສຢູ່ໃນສະຫະລັດ ຢ່າງຖາ ວອນຖືກຕ້ອງຕາມກົດໝາຍ, ແລະ 170 ຄົນ ໄດ້ຮັບວີຊາຄົນເຂົ້າເມືອງພິເສດ ຫຼື SIV ພ້ອມດ້ວຍຄອບຄົວຂອງພວກເຂົາເຈົ້າ. ມາເຖິງວັນພຸດວານນີ້ ກຸ່ມດັ່ງ ກ່າວ ແມ່ນຍັງຄົງຕົກຄ້າງ ທີ່ເມືອງມາຊາຣ-ອີ-ຊາຣີຟ ຢູ່.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG