ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ແມ່ນຫຍັງເກີດຂຶ້ນແທ້ໆ ໃນການສະຫລອງບຸນ ວັນຂອບຄຸນພະເຈົ້າ ຄັ້ງທໍາອິດນັ້ນ


ພາບການສະຫລອງບຸນຂອບຄຸນພະເຈົ້າ ຫລື Thanksgiving ທີ່ແຕ້ມໂດຍ Jean Leon Gerome Ferris.
ພາບການສະຫລອງບຸນຂອບຄຸນພະເຈົ້າ ຫລື Thanksgiving ທີ່ແຕ້ມໂດຍ Jean Leon Gerome Ferris.

ພວກສະແຫວງບຸນໄດ້ສະຫຼອງຜົນການເກັບກ່ຽວທີ່ປະສົບຜົນສຳເລັດເປັນຄັ້ງທຳອິດຂອງເຂົາເຈົ້າ ໃນລະດູໃບໄມ້ຫຼົ່ນປີ 1621 ດ້ວຍການຍິງປືນນ້ອຍ ແລະປືນໃຫຍ່ຢູ່ເມືອງພລີມອດ (Plymouth), ລັດແມັດຊາຈູແຊັສ. ສຽງປືນດັງກ້ອງໄດ້ເຮັດໃຫ້ພວກອະວຸໂສຂອງຊົນເຜົ່າວາມພາໂນແອກຫລື Wampanoag ໄປສືບເບິ່ງວ່າແມ່ນຫຍັງເກີດຂຶ້ນ.

ນັ້ນຄືວິທີທີ່ພວກຊົນເຜົ່າພື້ນເມືອງໄດ້ຖືກນໍາສະເໜີໃຫ້ຮູ້ກ່ຽວກັບບຸນຂອບຄຸນພະເຈົ້າ ຫລື Thanksgiving, ອີງຕາມຄໍາເວົ້າຂອງທ່ານຣາໂມນາ ພີເທີສ໌ (Ramona Peters), ເຈົ້າໜ້າທີ່ປົກປັກຮັກສາປະຫວັດສາດໃນຫໍພິພິດທະພັນຊົນເຜົ່າແມັສພີ ວາມພາໂນແອກ (Mashpee Wampanoag), ເຊິ່ງເປັນການບອກວ່າ ຮູບ ແຕ້ມທີ່ສະແດງໃຫ້ເຫັນວ່າ ມີຊາວອາເມຣິກັນພື້ນເມືອງນັ່ງກິນອາຫານຢ່າງອຸດົມ ສົມບູນ ແລະຮັກແພງກັນກັບຄອບຄົວ ພວກມາຕັ້ງຖິ່ນຖານນັ້ນ ໂດຍພື້ນຖານແລ້ວແມ່ນບໍ່ຈິງ.

ທ່ານພີເທີສ໌ກ່າວຕໍ່ໄປວ່າ "ພວກຜູ້ຊາຍຊາວວາມພາໂນແອກ, ບໍ່ແນ່ໃຈວ່າສິ່ງທີ່ພວກເຂົາໄດ້ຍິນຄົນເວົ້ານັ້ນເປັນຄວາມຈິງແທ້ໆບໍ່, ເພາະສະນັ້ນພວກເຂົາຈຶ່ງພັກຢູ່ໃກ້ໆ ແຖວນັ້ນປະມານສອງສາມມື້. ພວກເຂົາເຈົ້າຕັ້ງຄ້າຍພັກຢູ່ນອກ.” “ສະນັ້ນ, ກໍ່ຍັງມີຄວາມເຄັ່ງຕຶງຫລາຍຢູ່ຄືກັນ, ພວກຜູ້ຊາຍທັງໝົດເຫລົ່ານີ້, ພວກນັກລົບ, ແມ່ນຢູ່ຖັດກັນໄປໃນປ່າໃກ້ໆຫັ້ນ ໃນຕອນກາງຄືນມືດໆ.”

ໃນຂະນະທີ່ຊາວວາມພາໂນແອກອາດຈະໄດ້ແບ່ງປັນອາຫານໃຫ້ພວກສະແຫວງບຸນກິນນໍາ ໃນໄລຍະທີ່ໄປທໍາໜ້າທີ່ກວດຊອກຫາຄວາມເທັດຈິງທີ່ຫຍຸ້ງຍາກຢູ່ນັ້ນ, ພວກເຂົາເຈົ້າກໍໄດ້ລ່າເນື້ອເພື່ອມາເປັນອາຫານກໍເປັນໄດ້.

ສິ່ງທີ່ໄດ້ຮັບປະທານໃນວັນບຸນ Thanksgiving ຄັ້ງທຳອິດນັ້ນ ແມ່ນແຕກຕ່າງຈາກໄກ່ງວງ, ມັນຝຣັ່ງບົດ ແລະເຄື່ອງຍັດໃສ້ໄກ່ງວງທີ່ເອົາມາວາງໄວ້ເທິງໂຕະອາຫານຢ່າງງົດງາມໃນທຸກມື້ນີ້ນັ້ນຫລາຍ, ອີງຕາມຜູ້ຊ່ຽວຊານທີ່ນິຄົມພລີມອດ (Plimoth) ພິພິດທະພັນທາງປະຫວັດສາດ ທີ່ມີຊີວິດຊີວາ ຢູ່ໃນເມືອງພລີມອດ (Plymouth), ລັດແມສຊາຈູແຊັສ.

ທ່ານນາງເຄດ ຊີແຮນ (Kate Sheehan) ຈາກນິຄົມພລີມອດກ່າວຕໍ່ວີໂອເອທາງອີເມລວ່າ "ພວກເຮົາ ... ຮູ້ວ່າມັນມີໄກ່ງວງເປັນຈຳນວນຫລວງຫລາຍຢູ່ໃນເຂດນິຄົມພລີມອດ, ແຕ່ພວກເຮົາບໍ່ຮູ້ແນ່ນອນວ່າ ມັນຖືກເອົາໄປເປັນອາຫານກິນໃນຕອນນັ້ນຫລືບໍ່." ທ່ານນາງກ່າວຕໍ່ໄປວ່າ "ຄວາມເປັນໄປໄດ້ແມ່ນສູງຫຼາຍແຕ່ມັນກໍຍັງມີຫອຍແມງຜູ່, ກຸ້ງຍັກ, ອ່ຽນໃຫຍ່, ແລະກໍໄດ້ຮັບຄວາມນິຍົມຈາກທັງພວກອັງກິດ ແລະຊາວວາມພາໂນແອກເຊັ່ນກັນ."

ນິຄົມພລີມອດພະຍາຍາມຜັນຂະຫຍາຍແບບແຜນການຕັ້ງຖິ່ນຖານໃໝ່ໃນຕອນ ທໍາອິດຂອງອານານິຄົມດັ້ງເດີມພລາຍມອດ ທີ່ສ້າງຂຶ້ນ ໂດຍພວກຕັ້ງຖິ່ນຖານຊາວອັງກິດໃນສະຕະວັດທີ 17 ແລະເຮັດໃຫ້ມີການຄາດເດົາໃນທາງການສຶກສາກ່ຽວກັບວ່າ ມີສິ່ງອື່ນອັນໃດແດ່ ທີ່ອາດຈະມີຢູ່ເທິງໂຕະອາຫານໃນການສະ ຫລອງບຸນ Thanksgiving ຄັ້ງທຳອິດ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG