ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຫົວໜ້າໂຄງການອາຫານໂລກ ເຕືອນ ກ່ຽວກັບ ການຂາດແຄນອາຫານ ທີ່ອາດເປັນໄປໄດ້ ໃນປີ 2023

ແຟ້ມພາບ - ທ່ານເດວິດ ບີສລີ, ຫົວໜ້າໂຄງການອາຫານໂລກ ຂອງສະຫະປະຊາຊາດ (U.N. World Food Program), ກ່າວຖະແຫລງໃນະລຫວ່າງ ກອງປະຊຸມ ສະພາຄວາມໝັ້ນຄົງ ກ່ຽວກັບ ຄວາມບໍ່ໝັ້ນຄົງດ້ານອາຫານ ແລະບັນຫາຂັດແຍ້ງ, ວັນທີ 19 ພຶດສະພາ 2022, ຢູ່ທີ່ສຳນັກງານໃຫຍ່ຂອງສະຫະປະຊາຊາດ.

ຫົວໜ້າໂຄງການອາຫານໂລກ ຫຼື WFP ທ່ານເດວິດ ບີສລີ ໄດ້ກ່າວເຕືອນໃນວັນພຸດວານນີ້ ຢູ່ທີ່ລັດຖະສະພາ ສະຫະລັດ ກ່ຽວກັບຄວາມເປັນໄປໄດ້ຂອງການຂາດແຄນອາຫານ ໃນປີໜ້ານີ້ ຖ້າຫາກຣັດເຊຍ ບໍ່ຍົກເລີກການປິດລ້ອມຂອງຕົນ ເພື່ອບໍ່ໃຫ້ສົ່ງອອກອາຫານປະເພດເມັດຂອງຢູເຄຣນ ແລະສົ່ງປຸຍຂອງຕົນເອງໄປຕະຫຼາດໃນທົ່ວໂລກ.

ທ່ານໄດ້ກ່າວເຕືອນວ່າ “ແລະອັນນັ້ນ ຈະເປັນວິກິດການເກີນກວ່າສິ່ງໃດໆທີ່ພວກເຮົາເຄີຍເຫັນໃນຊີວິດຂອງເຮົາ.”

ທ່ານບີສລີ ໄດ້ໃຫ້ຂໍ້ສັງເກດວ່າ ໃນປີ 2008 ເວລາທີ່ໂລກເກີດພາວະເງິນເຟີ້ ແລະໃນຄັ້ງຫຼ້າສຸດ ທີ່ໄດ້ເຫັນທັງລາຄາອາຫານເພີ້ມສູງຂຶ້ນຫຼວງຫຼາຍ, ຄວາມບໍ່ສະຫງົບໃນສັງຄົມ ການປະທ້ວງ ແລະການກໍ່ຈະລາຈົນ ຕິດຕາມມາ ຢູ່ໃນເກືອບ 50 ປະເທດ.

ທ່ານບີສລີ ໄດ້ເວົ້າວ່າ “ສະຖານະການໃນມື້ນີ້ ແມ່ນຮ້າຍແຮງຫຼາຍກວ່າເກົ່າ ແລະພວກເຮົາກໍໄດ້ເລີ້ມເຫັນຄວາມບໍ່ມີສະຖຽນລະພາບເກີດຂຶ້ນ ໃນຫຼາຍປະເທດແລ້ວ-ເຊັ່ນ ສຣີລັງກາ ພວກເຮົາໄດ້ເຫັນ ສິ່ງທີ່ໄດ້ເກີດຂຶ້ນ ຢູ່ໃນ ມາລີ ຊາດ ເບີກີນາ ຟາໂຊ.” ແລະກ່າວຕໍ່ໄປວ່າ “ພວກເຮົາກຳລັງເຫັນການປະທ້ວງ ແລະການກໍ່ຈະລາຈົນ ຢູ່ໃນເຄັນຢາ ປາກິສຖານ ເປຣູ ອິນໂດເນເຊຍ. ແລະ ຂ້າພະເຈົ້າສາມາດໄລ່ໄປເລີຍໆ.”

ແຟ້ມພາບ - ກະສິກອນຄົນນຶ່ງ ໃຫ້ເບິ່ງເມັດພືດໃນເລົ້າຂອງລາວ ທີ່ Ptyche, ຂົງເຂດໂດເນັສ ທາງພາກຕາເວັນອອກ ຂອງຢູເຄຣນ, ວັນທີ 12 ມິຖຸນາ 2022. ປະເທດນີ້, ກ່ອນໜ້າ ການຮຸກຮານຂອງຣັດເຊຍ, ເປັນຜູ້ສົ່ງອອກເມັດພືດໄປທົ່ວໂລກ ລາຍໃຫຍ່.

ນອກຈາກເກີດຄວາມບໍ່ມີສະຖຽນລະພາບ ແລະມີທ່າແຮງຂອງການຍົກຍ້າຍຖິ່ນຖານຂະໜາດໃຫຍ່ ທ່ານບີສລີ ໄດ້ກ່າວວ່າ ຈຳນວນຂອງປະຊາຊົນທີ່ຂາດຄວາມໝັ້ນຄົງທາງດ້ານອາຫານ ແມ່ນຢູ່ທີ່ 276 ລ້ານຄົນ ກ່ອນໜ້າການບຸກລຸກຂອງຣັດເຊຍ. ບັດນີ້ ພວກເຂົາເຈົ້າ ໄດ້ຄາດຄະເນວ່າ ຢູ່ທີ່ 345 ລ້ານຄົນ. ພາຍໃນຈຳນວນດັ່ງກ່າວ ທ່ານໄດ້ກ່າວວ່າ 50 ລ້ານຄົນ ຢູ່ໃນ 45 ປະ ເທດ ແມ່ນ “ກຳລັງຈະເຂົ້າສູ່ພາວະໄພອຶດຢາກ.”

ທ່ານບີສລີ ຍິນດີນຳການສະໜັບສະໜຸນຂອງສະຫະລັດ ຕໍ່ອົງການອາຫານໂລກ ຊຶ່ງໃຫ້ທຶນລວມທັງໝົດເກືອບ 6 ຕື້ໂດລາ ໃນງົບປະມານປະຈຳປີນີ້. ແຕ່ທ່ານໄດ້ກ່າວວາ ປະເທດອື່ນໆ ຍັງບໍ່ທັນປະກອບສ່ວນຢ່າງພຽງພໍ.

“ດັ່ງທີ່ພວກເຮົາໄດ້ຍິນ ຈີນ ໃຫ້ທຶນແກ່ພວກເຮົາພຽງ 3 ລ້ານໂດລາ” ທ່ານບີສລີ ໄດ້ກ່າວ ແລະກ່າວຕໍ່ໄປວ່າ “ສ່ວນປະເທດໃນອ່າວເປີເຊຍທັງຫຼາຍ ໂດຍມີລາຄານ້ຳມັນທີ່ບໍ່ເຄີຍເຫັນມາກ່ອນ ຊຶ່ງສົມທົບກັບວິກິດການດ້ານອາຫານ ສົມ ຄວນທີ່ຈະປະກອບສ່ວນໃນທາງທີ່ເກີນກວ່າສິ່ງໃດໆທີ່ພວກເຮົາເຄີຍເຫັນໃນເມື່ອກ່ອນ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG