ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໂຄງການອາຫານໂລກ ກ່າວວ່າ ໄພຫາຍະນະ ດ້ານຄວາມອຶດຫິວ ໄດ້ເຂົ້າໄປສູ່ເຂດພາກໃຕ້ຂອງ ມາດາກາສກາ 


ພວກຜູ້ເຖົ້າຜູ້ແກ່ແລະເດັກນ້ອຍ ໄດ້ຮັບຜົນກະທົບໜັກທີ່ສຸດ ຈາກ ຈາກຄວາມບໍ່ໝັ້ນຄົງດ້ານອາຫານຢູ່ໃນເມືອງ ອາມໂບວອມບີ ຂອງປະເທດມາດາກາສກາ, ວັນທີ 12 ມິຖຸນາ 2021, ຕັ້ງແຕ່ພວກເຂົາບໍ່ມີຫຍັງກິນ ເຫຼືອແຕ່ໃບຕົ້ນໜາມທະເລຊາຍເທົ່ານັ້ນ. (Courtesy Image: WFP/Tsiory Andriantsoarana)
ພວກຜູ້ເຖົ້າຜູ້ແກ່ແລະເດັກນ້ອຍ ໄດ້ຮັບຜົນກະທົບໜັກທີ່ສຸດ ຈາກ ຈາກຄວາມບໍ່ໝັ້ນຄົງດ້ານອາຫານຢູ່ໃນເມືອງ ອາມໂບວອມບີ ຂອງປະເທດມາດາກາສກາ, ວັນທີ 12 ມິຖຸນາ 2021, ຕັ້ງແຕ່ພວກເຂົາບໍ່ມີຫຍັງກິນ ເຫຼືອແຕ່ໃບຕົ້ນໜາມທະເລຊາຍເທົ່ານັ້ນ. (Courtesy Image: WFP/Tsiory Andriantsoarana)

ຫົວໜ້າອົງການອາຫານໂລກ ຫຼື WFP ໄດ້ກ່າວໃນວັນອັງຄານວານນີ້ ວ່າ ປະຊາຊົນໃນພາກໃຕ້ຂອງ ມາດາກາສກາ ຫຼາຍກວ່ານຶ່ງລ້ານຄົນ “ກຳລັງກ້າວເຂົ້າສູ່” ຄວາມອຶດຫິວ ແລະບາງສ່ວນ ຈຳນວນ 14,000 ຄົນແມ່ນຢູ່ໃນສະພາບຄ້າຍຄືກັບຄົນຂາດອາຫານ.

ທ່ານເດວິດ ບີສລີ ໄດ້ກ່າວຕໍ່ນັກຂ່າວກຸ່ມນ້ອຍໆກຸ່ມນຶ່ງກ່ຽວກັບສະພາບການດັ່ງກ່າວວ່າ “ເຈົ້າບໍ່ສາມາດຈິນຕະນາການໄດ້ແທ້ໆເລີຍວ່າ ມັນຮ້າຍແຮງປານໃດ” ຕໍ່ສິ່ງທີ່ທ່ານໄດ້ເຫັນໃນລະຫວ່າງການເດີນທາງໄປຍັງປະເທດເກາະທາງພາກຕາເວັນອອກຂອງອາຟຣິກາແຫ່ງນັ້ນ.

ທ່ານບີສລີ ໄດ້ກ່າວວ່າ ພວກຄົນດັ່ງກ່າວແມ່ນບໍ່ມີຫຍັງກິນເລີຍ ແລະຫຼາຍຄົນໃກ້ຈະຕາຍ. ຫົວໜ້າອົງການ WFP ໄດ້ບັນລະຍາຍເຖິງພວກຄົນທີ່ອາໄສຢູ່ລອດດ້ວຍຕົມແລະດອກໄມ້ຈາກຕົ້ນຕະ ບອງເພັດ ແລະ ພວກເດັກນ້ອຍຫຼາຍຮ້ອຍຄົນມີສະພາບຈ່ອຍເຫຼືອງຈົນຜິວໜັງຢູ່ຕາມແຂນແລະຂາຂອງພວກເຂົາຢ່ອນລົງເປັນຊັ້ນໆ.

ທ່ານບີສລີ ເວົ້າວ່າ “ມັນເປັນສິ່ງທີ່ເຈົ້າເຫັນຢູ່ໃນຮູບເງົາສະຫຍອງຂວັນ.”

ປະເທດດັ່ງກ່າວໄດ້ຮັບຜົນກະທົບຫຼາຍຮອບຕິດຕໍ່ກັນຈາກສະພາບແຫ້ງແລ້ງນັບຕັ້ງແຕ່ປີ 2014 ເປັນຕົ້ນມາ ຊຶ່ງນຳໄປສູ່ການເກັບກ່ຽວທີ່ບໍ່ດີເລີຍ. ເມື່ອປີກາຍນີ້ ຝູງແມງຕັກແຕນທະເລຊາຍໄດ້ບິນເຂົ້າໄປໃນພາກຕະເວັນອອກຂອງອາຟຣິກາ. ເມື່ອຕົ້ນປີນີ້ພາຍຸຝົນເຂດຮ້ອນສອງຫົວປາກົດວ່າ ໄດ້ຊ່ວຍບັນເທົາສະພາບແຫ້ງແລ້ງໃນບາງສ່ວນ ແຕ່ຈຳນວນນ້ຳຝົນທີ່ຕົກລົງມານັ້ນ ບວກກັບອາກາດທີ່ອົບອຸ່ນ ໄດ້ກາຍເປັນສະພາບການທີ່ເໝາະສົມສຳລັບການລະບາດຂອງກອງທັບໜອນ ທີ່ທຳລາຍພວກເຂົ້າສາລີ.

ທ່ານບີສລີ ໄດ້ກ່າວວ່າ “ບໍ່ມີບັນຫາຂັດແຍ້ງໃດໆທີ່ຂັບດັນໃຫ້ເກີດການອຶດຢາກເຫຼົ່ານີ້ ຢູ່ໃນພາກໃຕ້” ຊຶ່ງເປັນການກ່າວອ້າງເຖິງສາເຫດຫຼັກຂອງບັນຫາຄວາມບໍ່ໝັ້ນຄົງໃນດ້ານອາຫານ ທີ່ສົ່ງຜົນກະທົບຕໍ່ປະເທດອື່ນ. ທ່ານກ່າວອີກວ່າ “ມັນເປັນການປ່ຽນແປງຂອງສະພາບດິນຟ້າອາກາດໂດຍສະເພາະເລີຍ ມັນເປັນສະພາບແຫ້ງແລ້ງໂດຍສະເພາະ ຊ້ຳແລ້ວຊ້ຳອີກ.”

ຫຼາຍໆຄອບຄົວ ໄດ້ຂາຍທີ່ດິນຂອງພວກເຂົາ ຂາຍງົວຂອງພວກເຂົາ ແລະໝົດທຸກຢ່າງທີ່ພວກເຂົາເຈົ້າມີ ເພື່ອຊື້ອາຫານ.

ຂອບເຂດຂອງບັນຫາດັ່ງກ່າວ ແມ່ນຍາກທີ່ຈະແກ້ໄຂໄດ້. ພວກຄົນຢູ່ໃນພາກໃຕ້ເຄິ່ງລ້ານ ແມ່ນຢູ່ຫ່າງຈາກຄວາມອຶດຫິວ ພຽງບາດກ້າວດຽວ. ຕາມຫຼັງພວກເຂົາ ແມ່ນມີຢູ່ປະມານ 800,000 ຄົນຕື່ມອີກ. ສ່ວນຈຳນວນ 14,000 ຄົນ ທີ່ມີສະພາບຄ້າຍຄືກັບຄົນຂາດອາຫານຢູ່ແລ້ວນັ້ນ ອົງການ WFP ກ່າວວ່າ ຈຳນວນຕົວເລກຂອງພວກເຂົາເຈົ້ານັ້ນ ອາດເພີ້ມຂຶ້ນສອງເທົ່າໃນບໍ່ເທົ່າໃດເດືອນຈະມາເຖິງນີ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG