ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ອາວຸດ ທີ່ຕາເວັນຕົກ ແລະ ອ່າວເປີເຊຍ ສົ່ງໃຫ້ ກຸ່ມຕໍ່ຕ້ານໃນຊີເຣຍ ຮົ່ວໄຫຼໄປຫາ ລັດອິສລາມ


ພາບທີ່ນຳອອກເຜີຍແຜ່ ໂດຍແວັບໄຊຕ໌ຂອງກຸ່ມຫົວຮຸນແຮງ ທີ່ເຫັນພ້ອມກັບລາຍງານ ຂອງອົງການຂ່າວເອພີ ທີ່ສະແດງ
ໃຫ້ເຫັນວ່າ ພວກຫົວຮຸນແຮງ ລັດອິສລາມ ໄດ້ຕິດອາວຸດ ແລະປັກທຸງ ເທິງລົດ ໃນຂະບວນທີ່ຈະເຄື່ອນຍ້າຍໄປຍັງອີຣັກ ຈາກເມືອງຣັກກາ, ໃນຊີເຣຍ.
ພາບທີ່ນຳອອກເຜີຍແຜ່ ໂດຍແວັບໄຊຕ໌ຂອງກຸ່ມຫົວຮຸນແຮງ ທີ່ເຫັນພ້ອມກັບລາຍງານ ຂອງອົງການຂ່າວເອພີ ທີ່ສະແດງ ໃຫ້ເຫັນວ່າ ພວກຫົວຮຸນແຮງ ລັດອິສລາມ ໄດ້ຕິດອາວຸດ ແລະປັກທຸງ ເທິງລົດ ໃນຂະບວນທີ່ຈະເຄື່ອນຍ້າຍໄປຍັງອີຣັກ ຈາກເມືອງຣັກກາ, ໃນຊີເຣຍ.

ອາວຸດ ໃນຈຳນວນຫຼວງຫຼາຍ ທີ່ໄດ້ຈັດສົ່ງໂດຍປະເທດຕາເວັນຕົກ ແລະປະເທດ
ໃນເຂດອ່າວເປີເຊຍ ໃຫ້ພັກຝ່າຍຕ່າງໆຂອງພວກຕໍ່ຕ້ານເພື່ອສູ້ລົບກັບລະບອບ
ການປົກຄອງຂອງປະທານາທິບໍດີ ບາຊາຣ໌ ອາລ-ອາຣ໌ຊາດ ໃນບັນຫາຂັດແຍ້ງຢູ່
ຊີເຣຍນັ້ນ ໄດ້ຖືກສົ່ງໄປໃຫ້ກຸ່ມລັດອິສລາມ ອີງຕາມການສືກສາຄົ້ນຄວ້າທີ່ໃຫ້ທຶນ
ໂດຍສະຫະພາບຢູໂຣບ ແລະກະຊວງການຕ່າງປະເທດຂອງເຢຍຣະມັນ.

ການຮົ່ວໄຫຼຂອງອາວຸດເຫຼົ່ານີ້ ແມ່ນ “ເຮັດໃຫ້ກຳລັງກຸ່ມລັດອິສລາມໄດ້ຮັບອາວຸດ
ເພີ້ມຂຶ້ນ ທັງໃນດ້ານຈຳນວນ ແລະຄຸນນະພາບ ໃນປະລິມານເກີນກວ່າທີ່ກຸ່ມດັ່ງ
ກ່າວຈະຍຶດມາໄດ້ຈາກສະໝໍລະພູມ ພຽງຢ່າງດຽວ,”
ອີງຕາມລາຍງານ ກ່ຽວກັບ “ອາວຸດຂອງກຸ່ມລັດອິສລາມ” ຊຶ່ງມີ 202 ໜ້າ ທີ່ໄດ້ນຳອອກເຜີຍແຜ່ ໃນວັນພຸດ
ວານນີ້.

ອົງການສິ້ງຊອມອາວຸດສາກົນ ຫຼື ຄາຣ (CAR) ຊຶ່ງເປັນອົງການທີ່ມີສຳນັກງານຢູ່ອັງກິດ ທີ່ໄດ້ສິ້ງຊອມເບິ່ງການເຄື່ອນໄຫວ ແລະການປ່ຽນທິດທາງຂອງອາວຸດ ໃນເຂດທີ່ມີບັນ
ຫາຂັດແຍ້ງ ທີ່ເປັນຜູ້ຈັດການສຶກສານີ້ຂຶ້ນ.

ບັນດາສະມາຊິກຂອງກອງກຳລັງເພື່ອປະຊາທິປະໄຕຊີເຣຍ ແອສດີແຟັຟ (SDF) ເຂົ້າຮ່ວມໃນພິທີຊາປະນະກິດສົບ ຂອງທະຫານ 8 ຄົນ ທີ່ເສຍຊີວິດ ໃນການໂຈມຕີຕໍ່ຕ້ານກຸ່ມລັດອິສລາມ (IS) ໃນເມືອງແມນບິຈ ໃນຄຸ້ມໂກບານ, 24 ພຶດສະພາ 2016.
ບັນດາສະມາຊິກຂອງກອງກຳລັງເພື່ອປະຊາທິປະໄຕຊີເຣຍ ແອສດີແຟັຟ (SDF) ເຂົ້າຮ່ວມໃນພິທີຊາປະນະກິດສົບ ຂອງທະຫານ 8 ຄົນ ທີ່ເສຍຊີວິດ ໃນການໂຈມຕີຕໍ່ຕ້ານກຸ່ມລັດອິສລາມ (IS) ໃນເມືອງແມນບິຈ ໃນຄຸ້ມໂກບານ, 24 ພຶດສະພາ 2016.

“ການໄດ້ຮັບອາວຸດຂອງກຸ່ມລັດອິສລາມ ແມ່ນທີ່ຕິດຕາມມາໂດຍບໍ່ໄດ້ຕັ້ງໃຈແບບ
ເດີມໆ - ໃນຊຸມປີ 1980 ຢູ່ອັຟການິສຖານ ໄດ້ກັບມາມີບົດບາດໃນຊີເຣຍ,”
ຊຶ່ງນັ້ນຄືຄຳເວົ້າຂອງທ່ານ ແຈມສ໌ ບີເວັນ ຜູ້ອຳນວຍການ ຂອງອົງການຄາຣ໌ ແລະທ່ານ
ຍັງກ່າວອີກວ່າ “ເວລາ ແລະອີກນຶ່ງ ປະເທດທີ່ຊອກຫາ ເພື່ອເອົາຊະນະໃນຈຸດປະສົງ
ທາງການເມືອງໃນເວລາສັ້ນໆນັ້ນ ໄດ້ເປັນຜູ້ສົ່ງອາວຸດໄປຊ່ອຍ ພວກທີ່ພວກເຂົາເຈົ້າ ມີບົດບາດນ້ອຍໆ ຫຼືບໍ່ ກໍບໍ່ມີການຄວບຄຸມເລີຍ. ພວກອາວຸດເຫຼົ່ານີ້ ແມ່ນດຶງດູດເຂົ້າ
ໄປຫາກຸ່ມກະບົດທີ່ມີການຈັດຕັ້ງ ແລະກຳລັງຕໍ່ສູ້ທີ່ມີປະສິດທິຜົນນັ້ນ.”

ອົງການຄາຣ ກ່າວວ່າ ພວກເຂົາເຈົ້າ ໄດ້ມີການປະສານງານ ຢ່າງເຕັມອັດຕາກັບລັດ
ຖະບານ ແລະອຸດສາຫະກຳ ໃນການສືບສວນ 3 ປີ ທີ່ພົວພັນກັບການສົ່ງຄະນະເພື່ອ
ໄປເກັບກຳຢູ່ໃນຂົງເຂດຕ່າງໆ ເນັ່ງຈາກເມືອງ ໂກບານ ທາງພາກເໜືອຂອງຊີເຣຍ
ໄປຈົນເຖິງນະຄອນແບັກແດດ ເມືອງຫຼວງຂອງອີຣັກ. ລັດຖະບານຂອງປະເທດຕາ
ເວັນຕົກ ໄດ້ໃຫ້ລາຍຊື່ຂອງພວກຄ້າຂາຍແລະພວກສົ່ງອາວຸດ ພ້ອມທັງນ້ຳເບີທະບຽນ
ຂອງອາວຸດ ແລະລູກປືນທີ່ສົ່ງໄປນັ້ນ.

ບັນດານັກວິໄຈຂອງອົງການຄາຣ ກ່າວວ່າ ນີ້ສະແດງໃຫ້ເຫັນເຖິງ ຄວາມໝາຍໝັ້ນ
ຂອງລັດຖະບານຕ່າງໆ ທີ່ຈະ “ຕັດການສົ່ງອາວຸດແລະອຸບປະກອນທີ່ກ່ຽວຂ້ອງ ໄປໃຫ້
ພວກທີ່ໃຊ້ມັນ ໂດຍບໍ່ໄດ້ຮັບການອະນຸຍາດ.” ລາຍງານຍັງໄດ້ຊີ້ໃຫ້ເຫັນວ່າລັດຖະບານ ແລະອຸດສາຫະກຳທັງຫຼາຍ ແມ່ນບໍ່ໄດ້ເຮັດຜິດກົດໝາຍ ເວລາເຂົາເຈົ້າໄດ້ສົ່ງອາວຸດ ແລະລູກປືນໄປໃຫ້ ພວກຕໍ່ຕ້ານຢູ່ໃນຊີເຣຍ ເພາະຍັງບໍ່ມີການຫ້າມຂອງນາໆຊາດ ບັງຄັບໃຊ້ເທື່ອ.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

ພວກທີ່ຕໍ່ຕ້ານປະທານາທິບໍດີຊີເຣຍ ທ່ານບາຊາຣ໌ ອາລ-ອາຣ໌ຊາດ ພວກປະທ້ວງຖືທຸງ ຈີຮາດ ແອລນູສຣາ, ໃນຄະນະທີ່ພວກເຮົາໂຮຮ້ອງ ຕອນທີ່ເດີນຄະບວນປະທ້ວງນັ້ນ ໃນ ຄາຟຣານແບລ, ແຂວງອິດລິບ, ພາກເໜືອຊີເຣຍ, 1 ມີນາ, 2013.
ພວກທີ່ຕໍ່ຕ້ານປະທານາທິບໍດີຊີເຣຍ ທ່ານບາຊາຣ໌ ອາລ-ອາຣ໌ຊາດ ພວກປະທ້ວງຖືທຸງ ຈີຮາດ ແອລນູສຣາ, ໃນຄະນະທີ່ພວກເຮົາໂຮຮ້ອງ ຕອນທີ່ເດີນຄະບວນປະທ້ວງນັ້ນ ໃນ ຄາຟຣານແບລ, ແຂວງອິດລິບ, ພາກເໜືອຊີເຣຍ, 1 ມີນາ, 2013.

XS
SM
MD
LG