ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຢູໂຣບ ຕາເວັນຕົກ ເຮັດວຽກຢ່າງຮີບເລັ່ງ ເພື່ອຫຼີກລ່ຽງ ການກັກບໍລິເວນ ທົ່ວປະເທດ


ຕົວຫຼວດລົມກັບແມ່ຍິງຄົນນຶ່ງໃນຊຸມຊົນ ວາເຢກາສ ໃນວັນທຳອິດຂອງການກັກບໍລິເວນສ່ວນນຶ່ງ ພາຍໃນເຂດທີ 6, ທ່າມກາງການລະບາດຂອງໄວຣັສໂຄໂຣນາ, ນະຄອນຫຼວງ ມາດຣິດ, ສເປນ. 21 ກັນຍາ, 2020.
ຕົວຫຼວດລົມກັບແມ່ຍິງຄົນນຶ່ງໃນຊຸມຊົນ ວາເຢກາສ ໃນວັນທຳອິດຂອງການກັກບໍລິເວນສ່ວນນຶ່ງ ພາຍໃນເຂດທີ 6, ທ່າມກາງການລະບາດຂອງໄວຣັສໂຄໂຣນາ, ນະຄອນຫຼວງ ມາດຣິດ, ສເປນ. 21 ກັນຍາ, 2020.

ບັນດາປະເທດ ຢູໂຣບຕາເວັນຕົກ ແມ່ນກຳລັງຮີບເລັ່ງເພື່ອລະງັບການຕິດເຊື້ອ ໄວຣັສໂຄໂຣນາ ຄື້ນທີສອງທີ່ເພີ່ມຂຶ້ນຢ່າງວ່ອງໄວ ດ້ວຍການກຳນົດໃຊ້ຂໍ້ຫ້າມໂຣກລະບາດທີ່ໄດ້ຍົກເລີກໄປພາຍບໍ່ເທົ່າໃດອາທິດ ຫຼື ເດືອນທີ່ຜ່ານມາ. ແຕ່ລັດຖະບານຂອງເຂົາເຈົ້າກ່າວວ່າ ເຂົາເຈົ້າໄດ້ພິຈາລະນາທີ່ຈະຫຼີກລ່ຽງການສ້າງຄວາມກົດດັນຕໍ່ເສດຖະກິດຂອງເຂົາເຈົ້າ ດ້ວຍການນຳໃຊ້ມາດຕະການກັກບໍລິເວນທົ່ວປະເທດຄືນໃໝ່.

ຄຳຖາມທີ່ສຳຄັນກໍແມ່ນວ່າ ມັນຈະມີຄວາມເປັນໄປໄດ້ຫຼືບໍ່.

ຈາກອັງກິດ, ເຊິ່ງໄດ້ຫ້າມການເຕົ້າໂຮມກັນໃນສັງຄົມມາດົນກວ່າ 6 ເດືອນ ແລະ ໄດ້ຂົ່ມຂູ່ທີ່ຈະລົງໂທດປັບໃໝຕໍ່ຜູ້ລ່ວງລະເມີດຂ້າມເຂດແດນ, ຫາ ສເປນ, ເຊິ່ງນະຄອນຫຼວງ ມາດຣິດ ແມ່ນກຳລັງຢູ່ພາຍໃຕ້ການກັກບໍລິເວນໃນເວລານີ້, ບັນດາເຈົ້າໜ້າທີ່ແມ່ນກຳລັງດີ້ນຮົນທີ່ຈະຄວບຄຸມການຕິດເຊື້ອຄື້ນທີສອງ ໃນຂະນະທີ່ຍັງເປີດໂຮງຮຽນຢູ່ ແລະ ສະໜັບສະໜູນໃຫ້ປະຊາຊົນໄປເຮັດວຽກຄືເກົ່າ.

ບັນດາເຈົ້າໜ້າທີ່ໃນນະຄອນຫຼວງຂອງປະເທດຢູໂຣບທັງຫຼາຍເວົ້າວ່າ ມັນຈະຂຶ້ນກັບສາທາລະນະໃນທີ່ສຸດ, ຖ້າການກັກບໍລິເວນແມ່ນຈຳເປັນ. ເຂົາເຈົ້າຫວັງວ່າ ກົດລະບຽບການຢູ່ຫ່າງກັນທີ່ດີກວ່າເກົ່າ ແລະ ການໃສ່ໜ້າກາກທີ່ຮອບຄອບຈະຊ່ວຍຕ່າວປີ້ນການຕິດໂຣກທີ່ເພີ່ມຂຶ້ນຢ່າງວ່ອງໄວ ຫຼືຢ່າງໜ້ອຍເຮັດໃຫ້ມັນຊ້າລົງ.

ລັດຖະມົນຕີສາທາລະນະສຸກຂອງ ອັງກິດ ທ່ານ ແມັດ ແຮນຄຸກ ໄດ້ກ່າວວ່າ “ຖ້າພວກເຮົາຢາກຫຼີກລ່ຽງມາດຕະການທົ່ວປະເທດ ແລະ ການດຳເນີນການເພີ່ມເຕີມພວກເຮົາສາມາດເຮັດໄດ້, ແຕ່ພວກເຮົາມີແຕ່ຈະເຮັດໄດ້ຖ້າທຸກຄົນປະຕິບັດຕາມກົດລະບຽບຕ່າງໆ.”

ການກັກບໍລິເວນທົ່ວປະເທດສາມາດປ້ອງກັນໄດ້ ຖ້າພວກຄົນກຸ່ມນ້ອຍທີ່ລະເມີດກົດລະບຽບ ປ່ຽນການປະພຶດຂອງເຂົາເຈົ້າ. ທ່ານໄດ້ຮຽກຮ້ອງໃຫ້ປະຊາຊົນລາຍງານຜູ້ໃດທີ່ລະເມີດຄຳສັ່ງການຢູ່ປ່ຽວ ຫຼື ກົດລະບຽບຫົກຢ່າງ, ໂດຍເຕືອນວ່າຕຳຫຼວດ “ຈະລົງໂທດໜັກຕໍ່ຄົນທີ່ເຮັດສິ່ງບໍ່ຖືກ ຕ້ອງ”.

ການແຈ້ງຂ່າວດັ່ງກ່າວໄດ້ກໍ່ໃຫ້ເກີດການຄັດຄ້ານຈາກບາງຊຸມຊົນ ດ້ວຍບັນດານັກວິຈານເວົ້າວ່າ ມັນຈະປ່ຽນ ອັງກິດ ໃຫ້ເປັນປະເທດທີ່ເຕັມໄປດ້ວຍຄົນເຈົ້າກີ້ເຈົ້າການ.

ໃນ ສກັອດແລນ, ນາຍົກລັດຖະມົນຕີ ທ່ານ ນິໂຄລາ ສເຕີເຈິນ, ໄດ້ກ່າວໃນອາທິດທີ່ຜ່ານມາວ່າ, “ບໍ່ມີໃຜຢາກເຫັນການກັກບໍລິເວນຢ່າງເຕັມທີ່ອີກຄັ້ງນຶ່ງ. ແລະ ສຳຄັນທີ່ສຸດພວກເຮົາຢາກຮັກສາໂຮງຮຽນ ແລະ ໂຮງລ້ຽງເດັກໃຫ້ເປີດຢູ່ຄືເກົ່າ ເພາະພວກເຮົາຮູ້ວ່າມັນສຳຄັນຕໍ່ການສຶກສາ ແລະ ຄວາມຢູ່ດີເປັນສຸກທີ່ກວ້າງຂວາງຂອງພວກເດັກນ້ອຍ ແລະ ຊາວໜຸ່ມຫຼາຍຊໍ່າໃດ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG