ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ການສຳຫຼວດ ຄວາມຄິດເຫັນ ພົບວ່າ ບັນດາປະເທດ ຕາເວັນຕົກ ມີທັດສະນະຄະຕິ ທີ່ບໍ່ເປັນມິດກັບ ຈີນ


ອະດີດນາຍົກລັດຖະມົນຕີ ອັງກິດ ທ່ານ ໂທນີ ແບລ ກຳລັງໃຫ້ຄຳເຫັນ ໃນການສຳພາດ ກັບອົງການຂ່າວ ຣອຍເຕີ. ນະຄອນຫຼວງ ລອນດອນ. 25 ພະຈິກ, 2019.
ອະດີດນາຍົກລັດຖະມົນຕີ ອັງກິດ ທ່ານ ໂທນີ ແບລ ກຳລັງໃຫ້ຄຳເຫັນ ໃນການສຳພາດ ກັບອົງການຂ່າວ ຣອຍເຕີ. ນະຄອນຫຼວງ ລອນດອນ. 25 ພະຈິກ, 2019.

ທ່າທີຂອງປະເທດຕາເວັນຕົກໄດ້ແຂງຂັນຂຶ້ນຕໍ່ປັກກິ່ງ ທ່າມກາງການລະບາດຂອງໄວຣັສໂຄໂຣນາ ໂດຍສ່ວນໃຫຍ່ຂອງຊາວອັງກິດ ອາເມຣິກັນ ແລະ ຝຣັ່ງ ມອງເບິ່ງ ຈີນ ວ່າເປັນກຳລັງທີ່ເປັນໄພ ອັນຕະລາຍຢູ່ໃນໂລກ ອີງຕາມການຢັ່ງຫາງສຽງຄັ້ງໃໝ່.

ການສຳຫຼວດໂດຍສະຖາບັນເພື່ອການປ່ຽນແປງໂລກ, ເຊິ່ງແມ່ນກຸ່ມຄົ້ນຄວ້າ ທີ່ມີຫ້ອງການຕັ້ງຢູ່ປະເທດ ອັງກິດ, ຄົ້ນພົບວ່າ ປະຊາຊົນອັງກິດ ແລະ ຝຣັ່ງ 60 ເປີເຊັນໃນປັດຈຸບັນນີ້ ພິຈາລະນາ ປັກກິ່ງ ເປັນ “ກຳລັງທີ່ບໍ່ດີ” ໃນໂລກ. ການພິຈາລະນາດັ່ງກ່າວແມ່ນເຫັນພ້ອມໂດຍຄົນ ອາເມຣິກັນ 56 ເປີເຊັນ ແລະ ເຢຍຣະມັນ 47 ເປີເຊັນ. ມີຊາວອັງກິດ 3 ເປີເຊັນ, ເຢຍຣະມັນ 4 ເປີເຊັນ ແລະ ຝຣັ່ງ ກັບ ອາເມຣິກັນ 5 ເປີເຊັນທີ່ລະບຸວ່າ ຈີນ ແມ່ນກຳລັງທີ່ດີ.

ສະຖາບັນເພື່ອການປ່ຽນແປງໂລກ ໄດ້ຖືກຕັ້ງຂຶ້ນໂດຍອະດີດນາຍົກລັດຖະມົນຕີ ອັງກິດ ທ່ານ ໂທນີ ແບລ ແລະ ການສຳຫຼວດຄວາມຄິດເຫັນໄດ້ດຳເນີນການ ໂດຍອົງການ YouGov.

ໃນຂະນະທີ່ໄດ້ເຕືອນຕໍ່ການເຮັດສົງຄາມເຢັນຢ່າງເຕັມທີ່ກັບ ຈີນ ຍ້ອນສາຍພົວພັນທີ່ເລິກເຊິ່ງທາງເສດຖະກິດຂອງເຂົາເຈົ້າ ກັບບັນດາປະເທດຕາເວັນຕົກນັ້ນ, ທ່ານ ແບລ, ຜູ້ທີ່ໄດ້ເປັນນາຍົກລັດຖະ ມົນຕີຈາກປີ 1997 ຫາ 2007, ໄດ້ ກ່າວໃນການໃຫ້ຄຳເຫັນພ້ອມກັບຜົນການຢັ່ງຫາງສຽງວ່າ ປັກ ກິ່ງ ມີ “ຄຳຖາມ ທີ່ຈິງຈັງ” ຕ້ອງໄດ້ຕອບ ກ່ຽວກັບ ການຮັບມືກັບໄວຣັສໂຄໂຣນາຂອງເຂົາເຈົ້າ ເວລາທີ່ມັນໄດ້ກຳເນີດຂຶ້ນຕອນທຳອິດ.

ບັນດາຜູ້ນຳປະເທດຕາເວັນຕົກໄດ້ກ່າວຫາ ປັກກິ່ງ ກ່ຽວກັບ ການເຜີຍແຜ່ຂໍ້ມູນທີ່ຜິດ ກ່ຽວກັບ ຕົ້ນກຳເນີດຂອງໄວຣັສ ແລະ ຫຼີກລ່ຽງການຕອບ ກ່ຽວກັບ ຂອບເຂດ ແລະ ການຕິດເຊື້ອຂອງໂຣກດັ່ງກ່າວ.

ໃນວັນທີ 9 ທັນວາ 2019, ໂທລະພາບ CCTV ຂອງລັດຖະບານ ຈີນ ໄດ້ ລາຍງານ ກ່ຽວກັບ ການລະບຸກໍລະນີທຳອິດຂອງ ໂຄວິດ-19 ໃນເແຂວງວູ ຮານ. ແຕ່ບໍ່ແມ່ນຈົນຮອດວັນທີ 31​ ເດືອນ 12, ຫຼັງຈາກໄດ້ຍັບຢັ້ງການເຕືອນ ຂອງບັນດາແພດໝໍ ຈີນ, ວ່າປະເທດດັ່ງກ່າວ ໄດ້ເຕືອນອົງການອະນາໄມໂລກ ຢ່າງເປັນທາງການວ່າ ເຂົາເຈົ້າໄດ້ກວດພົບ “ຕົ້ນກຳເນີດຂອງໂຣກປອດອັກ ເສບທີ່ບໍ່ມີໃຜຮູ້ຈັກ,” ອີງຕາມການກ່າວກ່າວຂອງບັນດານັກວິເຄາະ ແລະ ເຈົ້າ ໜ້າທີ່ຕາເວັນຕົກ.

ການສຳຫຼວດຄວາມຄິດເຫັນ, ອີງຕາມ ທ່ານ ແບລ ນັ້ນ, ໄດ້ສະແດງໃຫ້ເຫັນ ວ່າ “ໃນລະຫວ່າງວິ ກິດການ ໂຄວິດ, ມັນໄດ້ມີການປ່ຽນແປງຢ່າງຫຼວງຫຼາຍໃນຄວາມຄິດເຫັນຂອງສາທາລະນະຕາ ເວັນຕົກ, ທີ່ມີທັດສະນະຄະຕິດທີ່ບໍ່ເປັນມິດ ຢ່າງຜິດຫູຜິດຕາຕໍ່ ຈີນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG