ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນໍ້າຖ້ວມ ຮ້າຍແຮງສຸດ ໃນຮອບ 100 ປີ ເຮັດໃຫ້ 23 ຄົນເສຍຊີວິດ ໃນລັດ West Virginia


ທ່ານ Mark Lester ທຳຄວາມສະອາດ ຢູ່ແມ່ນໍ້າ ທີ່ເມືອງ White Sulphur Springs ລັດ West Virginiaa ວັນທີ 24, 2016.
ທ່ານ Mark Lester ທຳຄວາມສະອາດ ຢູ່ແມ່ນໍ້າ ທີ່ເມືອງ White Sulphur Springs ລັດ West Virginiaa ວັນທີ 24, 2016.

ຜູ້​ປົກຄອງ​ລັດ West Virginia ​ໄດ້​ປະກາດ​ພາວະ​ສຸ​ກ​ເສີນ ຢູ່​ໃນ 44 ເມືອງ ຫລັງ​ຈາກໄດ້​ເກີດນໍ້າ​ຖ້ວມ​ ທີ່​ຮ້າຍ​ແຮງ​ສຸດ ​ຢູ່ໃນເຂດ​ແຄມ​ຝັ່ງ​ມະຫາ​ສະມຸດ Atlantic ຕອນ​ກາງຂອງ​ສະຫະລັດ​ໃນຮອບ 100 ປີ ທີ່​ເຮັດ​ໃຫ້ມີ​ຜູ້​ເສຍຊີວິດ 23 ຄົນ.

ທ່ານ Earl Ray Tomblin ກ່າວ​ໃນ​ວັນ​ສຸກ​ວານ​ນີ້​ວ່າ “ຄວາມ​ເສຍ​ຫາຍແມ່ນ ມີ​ຢູ່​ຢ່າງ​ກວ້າງຂວາງ ​ແລະ​ຮ້າຍ​ແຮງ. ຈຸດ​ເພັ່ງ​ເລັງ​ຂອງ​ພວກ​ເຮົາຍັງແມ່ນ​ການ​ຊອກ​ຄົ້ນ​ຫາ ​ແລະການ​ກູ້​ໄພ.”

​ໄດ້​ມີ​ຝົນຕົກ​ລົງ​ມາຫລາຍເຖິງ 25 ຊັງ​ຕີ​ແມັດ​ ​ໃນ​ວັນ​ພະຫັດ​ທີ່​ຜ່ານ​ມາ ​ເຮັດ​ໃຫ້​ແມ່​ ນໍ້າຫລາຍສາຍ ​ຢູ່​ພາກ​ຕາ​ເວັນ​ຕົກສຽງ​ໃຕ້ແລ​ະພາກ​ກາງຂອງ​ລັດ ​ໄດ້​ລົ້ນ​ຝັ່ງ ​ແລະ​ ໄຫລເຂົ້າຖ້ວມ ຖະໜົນ​ຫົນທາງ​ຢູ່​ບັນດາເມືອງ​ທີ່ຢູ່​ໃກ້ຄຽງ​.

​ເຈົ້າ​ເມືອງ ເມືອງນຶ່ງ ກ່າວ​ວ່າ ທ່ານ​ໄດ້​ຖືກ​ອ້ອມ​ລ້ອມ​ “ໄປ​ດ້ວຍ​ຄວາມສັບສົນ ວຸ້ນວາຍ.”

​ເຈົ້າ​ເມືອງ ເມືອງ Greenbrier ທ່ານ​ນາງ Jan Cahill ກ່າວ​ວ່າ “ຖະໜົນ​ຫົນທາງ​ຖືກ​ທຳ ລາຍ ຂົວ​ຂ້າມ​ບໍ່​ໄດ້ ບ້ານ​ເຮືອນ​ຖືກ​ໄຟ​ໄໝ້ ຫຼືຖືກ​ນ້ຳພັດ​ໄປ ຫລາຍ​ພາກສ່ວນ​ຂອງ​ທາງ​ຫຼວງຫາ​ຍສາຍ​ສູນ ທາງ​ຍ່າງ​ເງີງ​ຂຶ້ນ​ຄື​ກັບ​ປອກໝາກກ້ວຍ.”

ຫລາຍ​ສິບ​ພັນ​ຄົນ​ບໍ່ມີ​ໄຟຟ້າ​ໃຊ້ ​ແລະ​ຫລາຍ​ຮ້ອຍ​ຄົນ​ຕົກ​ຄ້າງ​ຢູ່​ໃນ​ບ້ານ​ເຮືອນ​ຂອງ​ເຂົາ​ເຈົ້າ. ປະມານ 500 ຄົນ​ໄດ້​ຖືກ​ຕົກຄ້າງ​ຢູ່​ຕາມ​ສູນ​ການ​ຄ້າ ຫລັງ​ຈາກ​ຂົວ​ທີ່ເປັນທາງ​ອອກ​ ໄດ້​ຖືກ​ນໍ້າພັດ​ໄປ.

ສ່ວນ​ຊາວບ້ານ​ຄົນ​ອຶ່ນໆ​ໄດ້​ພາກັນ​ຂຶ້ນ​ໄປຢູ່​ເທິງ​ຫລັງຄາ​ເຮືອນ ຫລັງ​ຈາກ​ນໍ້າໄດ້ຖ້ວມບ້ານ​ເຮືອນຂອງ​ເຂົາ​ເຈົ້າ.

ກຳລັງ​ພິທັກ​ຊາດ ປະ​ຈໍ​າລັດ West Virginia ກຳລັງໃຫ້ການ​ຊ່ວຍ​ເຫລືອ​ໃນ​ການປະຕິບັດ​ງານ​ກູ້​ໄພ.

ກຳລັງພິທັກ​ຊາດປະມານ 200 ຄົນ​ໄດ້ພາກັນ​ປະຕິບັດ​ງານ​ຢູ່ແປດ​ເມືອງ ​ເພື່ອ​ຊ່ວຍ​ໜ່ວຍ​ກູ້​ໄພ​ທ້ອງຖິ່ນ ​ແລະໄດ້​ເປີດບ່ອນ​ພັກ​ພາ​ອາ​ໄສ​ສຸກ​ເສີນ 17 ​ແຫ່ງ​ ໃຫ້ແກ່​ບັນດາ​ຜູ້​ທີ່​ເຮືອນ​ຊານ​ໄດ້​ຮັບຄວາມ​ເສຍ​ຫາຍ ​ແລະ​ຖືກ​ທຳລາຍ.

ບັນດາ​ນັກ​ພະຍາກອນ​ອາກາດ ​ກ່າວ​ວ່າ ​ໄພນໍ້າ​ຖ້ວມ​ແມ່ນ​ເກີດ​ຍ້ອນພາ​ຍຸ​ຫລາຍ​ຫົວ ​ເກີດ​ຂຶ້ນພ້ອມໆ​ກັນ​ຢູ່ໃນເຂດ​ນ້ອຍໆພຽງ​ເຂ​ດດຽວ. ຝົນຕົກ​ໜັກ​ຍັງ​ໄດ້່ສົ່ງກະ​ແສ​ນໍ້າ​ທີ່​ໄຫລ​ລົງ​ມາຢ່າງ​ແຮງ​ຈາກພູ.

ລະບົບລົມພາຍຸ​ດຽວ​ກັນນີ້ ຍັງ​ໄດ້​ເຮັດໃຫ້​ເກີດ​ລົມ​ຫົວກຸດ​ໃຫຍ່​ຫຼືທໍ​ເນ​ໂດ ຢູ່​ໃນ​ທົ່ວ​ເຂດພາກ​ກາງຂອງ​ສະຫະລັດ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG