ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ປະເທດຕາເວັນຕົກ ໃຫ້ສັນຍານວ່າ ເຂົາເຈົ້າ ເຝົ້າລະວັງ ກ່ຽວກັບ ການທົດລອງ ລູກສອນໄຟ ຂີປະນາວຸດຂອງ ອີຣ່ານ


ລູກສອນໄຟ Khoramshahr ຖືກຍິງອອກຈາກສະຖານ
ທີ່ໆບໍ່ໄດ້ເປີດເຜີຍຊື່ ນຶ່ງມື້ຫຼັງຈາກລູກສອນໄຟໄດ້ຖືກນຳ
ສະແດງໃນການເດີນສວນສະໜາມຄັ້ງທຳອິດ ໃນນະຄອນຫຼວງ ເຕຫະຣ່ານ, ອີຣ່ານ. 23 ກັນຍາ 2017.
ລູກສອນໄຟ Khoramshahr ຖືກຍິງອອກຈາກສະຖານ ທີ່ໆບໍ່ໄດ້ເປີດເຜີຍຊື່ ນຶ່ງມື້ຫຼັງຈາກລູກສອນໄຟໄດ້ຖືກນຳ ສະແດງໃນການເດີນສວນສະໜາມຄັ້ງທຳອິດ ໃນນະຄອນຫຼວງ ເຕຫະຣ່ານ, ອີຣ່ານ. 23 ກັນຍາ 2017.

ບັນດາຜູ້ນຳປະເທດຕາເວັນຕົກຫຼາຍຄົນ ໄດ້ມີປະຕິກິລິຍາແບບລະມັດລະວັງ ຕໍ່ການ
ປະກາດຂອງປະເທດ ອີຣ່ານ ໃນວັນເສົາວານນີ້ວ່າ ເຂົາ ເຈົ້າໄດ້ທົດລອງລູກສອນໄຟ
ຂີປະນາວຸດ ໄລຍະໄກປານກາງຢ່າງປະ ສົບຜົນສຳເລັດ.

ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໄດ້ຂຽນຂໍ້ຄວາມ ໃນ Twitter ເມື່ອວັນ
ເສົາວານນີ້ວ່າ, “ອີຣ່ານ ຫາກໍທົດລອງລູກສອນໄຟຂີ ປະນາວຸດ ທີ່ສາມາດຍິງເຖິງປະ
ເທດ ອິສຣາແອລ. ນອກນັ້ນ ເຂົາເຈົ້າຍັງໄດ້ ເຮັດວຽກກັບປະເທດ ເກົາຫຼີເໜືອ ເຊັ່ນກັນ
ເຊິ່ງມັນບໍ່ແມ່ນສິ່ງ ທີ່ເຮົາໄດ້ຕົກລົງກັນໄວ້.”

ທ່ານ ທຣຳ ໄດ້ອ້າງອີງຂໍ້ຕົກລົງນິວເລຍປີ 2015 ທີ່ໄດ້ຍົກເລີກມາດ ຕະການລົງໂທດ
ເສດຖະກິດຂອງອົງການສະຫະປະຊາຊາດ ໃນການແລກ ປ່ຽນກັບການຍົກເລີກກິດຈະ
ກຳນິວເຄລຍຂອງເຂົາເຈົ້າ. ຝຣັ່ງ, ເຊິ່ງ ແມ່ນຜູ້ລົງນາມໃນຂໍ້ຕົກລົງອີກປະເທດນຶ່ງ, ກໍ
ໄດ້ສະແດງປະຕິກິລິຍາ ໃນຖະແຫຼງການກະຊວງການຕ່າງປະເທດວ່າ "ຝຮັ່ງ ຂໍຮຽກ
ຮ້ອງໃຫ້ ອີຣ່ານ ຢຸດເຊົາ ທຸກໆກິດຈະກຳ ທີ່ສ້າງຄວາມບໍ່ໝັ້ນຄົງຢູ່ໃນພາກພື້ນ ແລະ
ໃຫ້ເຄົາລົບຕໍ່ທຸກໆຂໍ້ກຳນົດຂອງມະຕິ 2231, ລວມທັງການຮຽກຮ້ອງ ໃຫ້ຢຸດກິດຈະກຳ
ລູກສອນໄຟຂີປະນາວຸດຊະນິດນີ້”
ນຳ.

ແລະ ປະເທດ ອິສຣາແອລ, ເຊິ່ງມັກຈະຕົກເປັນເປົ້າໝາຍຂອງການ ຮຸກຮານດ້ວຍຄຳ
ເວົ້າເປັນປະຈຳຂອງ ອີຣ່ານ, ກໍໄດ້ອອກມາໂຕ້ຖຽງ ເຊັ່ນກັນ.

ລັດຖະມົນຕີປ້ອງກັນປະເທດ ທ່ານ Avigdor Lieberman ໄດ້ເອີ້ນ ການທົດລອງດັ່ງ
ກ່າວວ່າ “ເປັນການຍຸແຍ່ໃຫ້ຜິດກັນ” ເຊິ່ງເພັ່ງເລັງໃສ່ ສະຫະລັດ, ອິສຣາແອລ ແລະ
ພັນທະມິດຂອງເຂົາເຈົ້າ. ທ່ານ Lieberman ໄດ້ກ່າວເພີ່ມເຕີມວ່າ ການທົດລອງແມ່ນ
“ໄດ້ພິສູດໃຫ້ ເຫັນ ເຖິງຄວາມປາຖະໜາ ທີ່ຈະກາຍເປັນມະຫາອຳນາດໂລກ ເພື່ອຈະ
ຂົ່ມຂູ່ບັນດາປະເທດໃນເຂດຕາເວັນອອກກາງ ແລະ ບັນດາປະເທດ ປະຊາທິປະໄຕ
ໃນທົ່ວໂລກ.”

ສື່ມວນຊົນລັດຖະບານຂອງ ອີຣ່ານ ໃນວັນເສົາວານນີ້ ໄດ້ອອກອາກາດ ວິດີໂອການ
ທົດລອງ ແລະ ການບິນຂອງລູກສອນໄຟນັ້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG