ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ເປັນປະເທດ ທີ່ມີການແຂ່ງຂັນກັນ ຫຼາຍກວ່າໝູ່ ຢູ່ໃນໂລກ


ພວກຊື້ຂາຍຮຸ້ນ ພາກັນຕິດຕາມເບິ່ງໃນຈໍຄອມພິວເຕີ ລາຄາ
ຮຸ້ນສ່ວນ KOSPI ຂອງເກົາຫຼີ ກັບອັດຕາການແລກປ່ຽນ
ເງິນໂດລາ ສຫລ ກັບເງິນວອນ ຂອງເກົາຫຼີໃຕ້ ຢູ່ໃນຫ້ອງແລກ
ປ່ຽນເງິນຕາ ໃນນະຄອນຫຼວງໂຊລ 30 ກໍລະກົດ ປີ 2018
ພວກຊື້ຂາຍຮຸ້ນ ພາກັນຕິດຕາມເບິ່ງໃນຈໍຄອມພິວເຕີ ລາຄາ ຮຸ້ນສ່ວນ KOSPI ຂອງເກົາຫຼີ ກັບອັດຕາການແລກປ່ຽນ ເງິນໂດລາ ສຫລ ກັບເງິນວອນ ຂອງເກົາຫຼີໃຕ້ ຢູ່ໃນຫ້ອງແລກ ປ່ຽນເງິນຕາ ໃນນະຄອນຫຼວງໂຊລ 30 ກໍລະກົດ ປີ 2018

ລາຍງານສະບັບນຶ່ງເວົ້າວ່າ ສະຫະລັດເປັນປະເທດທີ່ມີການແຂ່ງຂັນຫຼາຍທີ່ສຸດຢູ່ໃນ
ໂລກ ລອງລົງມາແມ່ນສິງກະໂປ ຕິດຕາມມາດ້ວຍ ເຢຍລະມັນ ສວິດເຊີແລນ ແລະຍີ່
ປຸ່ນ. ລາຍງານດັ່ງກ່າວທີ່ຂຽນຂຶ້ນໂດຍອົງການເສດຖະກິດ ໂລກ ທີ່ມີສຳນັກງານໃ​ຫຍ່
ຕັ້ງຢູ່ນະຄອນເຈນີວາ ໄດ້ສຳຫຼວດ 140 ເສດຖະກິດ ອີງໃສ່ 12 ດັດຊະນີຊີ້ບອກ ອັນ
ລວມທັງນະວັດຕະກຳ ຄວາມໝັ້ນຄົງ ສະພາບ ແວດລ້ອມ ສຸຂະອະນາໄມ ການປົກ
ຄອງ ແລະການສໍ້ລາດບັງຫຼວງຫຼືຄໍຣັບຊັນ. Lisa Schlein ສົ່ງລາຍງານເລື້ອງນີ້ມາ ດັ່ງສາລີຈະນຳລາຍລະອຽດມາສະເໜີ ທ່ານໃນອັນດັບຕໍ່ໄປ.

ລາຍງານດັ່ງກ່າວພົບເຫັນວ່າ ການແຂ່ງຂັນດ້ານເສດຖະກິດໃນທົ່ວໂລກ ໄດ້ປ່ຽນຮູບ
ແບບເປັນແນວໃໝ່ ແລະໃຊ້ດິຈິເຕິລເທັກໂນໂລຈີ.

ລາຍງານດັ່ງກ່າວເວົ້າວ່າ ປະເທດໃດທີ່ບໍ່ຮຽນເອົາຄວາມຮູ້ໃໝ່ກໍຫລ້າຫຼັງໝູ່.

ລາຍງານນັ້ນເວົ້າວ່າ ການເປີດກວ້າງ ແມ່ນເປັນເລື້ອງສຳຄັນໂດຍສະເພາະ ສຳລັບ
ການແຂ່ງຂັນ ໃນຍາມທີ່ການຄ້າມີຄວາມເຄັ່ງຕຶງ ແລະປະຕິກິລິຍາຕໍ່ ຕ້ານໂລກາພິ
ວັດຢູ່ນີ້. ຍົກຕົວຢ່າງເຊັ່ນ​ ທ່ານ ເທຍຣີ ໄກເຈີ ຜູ້ນຳພາການຂຽນລາຍງານນັ້ນເວົ້າວ່າ
ປະເທດໃດທີ່ວາງອັດຕາພາສີຕໍ່າຫຼືບໍ່ເກັບພາສີເລີຍ ທັງເປີດກວ້າງ ການຈ້າງແຮງ
ງານຕ່າງປະເທດຈະກ້າວໜ້າກວ່າພວກສັງຄົມ ທີ່ປິດລັບ. ທ່ານ ໄກເຈີກ່າວວ່າ:

“ພວກເສດຖະກິດເປີດກວ້າງທັງຫຼາຍຈະໄດ້ຮັບໝາກ ຜົນເປັນສອງເທົ່າໃນນະວັດ​ຕະກຳຫຼາຍກວ່າພວກປະເທດທີ່ເສດຖະກິດບໍ່ເປີດ. ນອກນັ້ນ ພວກເຮົາກໍຍັງເຫັນ
ວ່າ ພວກເສດຖກິດທີ່ເປີດ ຈະມີຕະຫຼາດເດີນດີກວ່າ ເພາະວ່າ ມັນມີການແຂ່ງຂັນ
ຫຼາຍກວ່າຢູ່ໃນຕະຫຼາດ ອັນນີ້ມັນເປັນການ ດີກວ່າ ສຳລັບການແຂ່ງຂັນ.”

ສະຫະຣັດ ໄດ້ກາຍເປັນເລີດ ໃນດ້ານການເຄື່ອນໄຫວເໜັງຕີງຂອງທຸລະກິດ ຕະ
ຫຼາດແຮງງານ ລະບົບການເງິນ ນະວັດ​ຕະກຳ. ແຕ່ໃນດ້ານຄວາມປອດໄພ ແລະ
ລະບົບສຸຂະພາບແລ້ວແມ່ນຕົກຕໍ່າ. ສະມາຊິກຂອງສະພາບໍລິຫານຂອງ ອົງການ
ເສດຖະກິດໂລກ ທ່ານນາງຊາອາເດຍ ຊາຮີດີ ໄດ້ເລົ່າວ່າ ແນວໂນ້ມ ທີ່ໜ້າເປັນ
ຫ່ວງກໍຄື ສິ່ງທີ່ອາດພາໃຫ້ມີຜົນກະທົບໃນທາງລົບ ຈາກການແຂ່ງ ຂັນຂອງສະຫະ
ລັດ. ທ່ານນາງ ຊາຮີດີ ເວົ້າວ່າ:

“ຄວາມຈິງກໍຄືວ່າ ຂໍ້ມູນທາງດ້ານສຸຂະພາບ ແມ່ນຢູ່ໃນ ລະດັບຕໍ່າຫຼາຍກວ່າຫຼາຍໆ
ປະເທດ ເຊັ່ນຍີ່ປຸ່ນເປັນຕົ້ນ. ຄວາມຈິງທີ່ວ່າ ມັນ ມີຮ່ອງຮອຍທີ່ໜ້າເປັນຫ່ວງ ຢ້ານວ່າ
ຈະມີການພັງທະລາຍໃນສັງຄົມ ຈະບໍ່ ໃຫ້ມີການດຳເນີນໄປໄດ້ດີ. ຄວາມຈິງທີ່ວ່າ ຈະ
ມີການປ່ຽນແປງນຳ ໃນເສລີ ພາບທາງດ້ານຂ່າວສານ. ນັ້ນກໍແມ່ນອີກຂົງເຂດນຶ່ງ ທີ່
ຈັດວ່າ ຕົກຕໍ່າກວ່າ ຫຼາຍໆປະເທດ.”

ລາຍງານດັ່ງກ່າວໄດ້ພົບເຫັນວ່າປະເທດຈີນ ຊຶ່ງຕົກຢູ່ໃນອັນດັບທີ 28 ແມ່ນປະ ເທດ
ທີ່ມີການແຂ່ງຂັນຫຼາຍກວ່າໝູ່ ໃນຈຳພວກປະເທດ BRICS ຊຶ່ງເປັນຕະຫຼາດທີ່ພວມ
ໂຜ່ໂຕຂຶ້ນມາ ຕິດຕາມມາດ້ວຍຣັດເຊຍ ແລະອິນເດຍໃນຈຳພວກ ປະເທດດັ່ງກ່າວ​ 43
ຫາ 58 ປະເທດ. ປະເທດທີ່ຕິດອັນດັບ ທີ 33 ກໍຄື Chile ທີ່ນຳໜ້າອາເມ​ຣິກາລາຕິນ ແລະເຂດທະເລກາຣິບຽນ. ຊາວດີອາເຣເບຍ ຕິດອັນດັບທີ 39 ມາລຸນຫຼັງອິສຣາແອລ ຊຶ່ງຢູ່ໃນອັນດັບທີ 20 ໃນພາກຕາເວັນ ອອກກາງ.

ລາຍງານດັ່ງກ່າວພົບເຫັນວ່າ 17 ປະເທດ ໃນຈຳນວນເສດຖະກິດຂອງ 34 ປະເທດ
ໃນເຂດຊາຮາຣາຕອນໃຕ້ ຂອງອາຟຣິກາ ແມ່ນຈຳພວກທີ່ຢູ່ຕໍ່າ 20 ປະເທດ ຊຶ່ງມີ
ປະເທດ ແຈດ ຢູ່ຫຼ້າສຸດ ໃນຈຳນວນ 140 ປະເທດ. ຢ່າງໃດ ກໍດີ ປະເທດ ມໍຣິສຽດ ຊຶ່ງມາໃນອັນດັບທີ 49 ແມ່ນເຮັດໄດ້ດີ ໃນການແຂ່ງ ຂັນກັນທີ່ນຳໜ້າໝູ່ ໃນຂົງເຂດ
ດັ່ງກ່າວ ບ່ອນທີ່ປະເທດອາຟຣິກາໃຕ້ ຕົກຢູ່ໃນ ອັນດັບທີ 67 ນັ້ນ.

A report ranks the United States as the most competitive country in the world, followed by Singapore, Germany, Switzerland and Japan.The report, by the Geneva-based World Economic Forum, surveyed 140 economies based on 12 indicators, including innovation, security, environment, health, governance and corruption.Lisa Schlein has more for VOA.

The report finds global economic competitiveness is being transformed by new, digital technologies.It says countries that do not learn the new skills will be left behind.

The report says openness is especially important for competitiveness at a time of escalating trade tensions and a backlash against globalization.For example, lead author of the report Thierry Geiger says economies that have low tariff and non-tariff barriers and are open to hiring foreign labor leap ahead of more closed societies.

"Open economies are twice as prolific at innovation as less open economies.We also see that more open economies have better functioning markets because there is more competition in the markets, and this is good for competitiveness."

The United States wins top marks for its business dynamism, labor market, financial system and innovation.But it falls short in areas that include its worsening security situation and health system.World Economic Forum managing board member Saadia Zahidi cites other worrying trends that could negatively impact U.S. competitiveness.

"The fact that the health data is so much lower than countries like Japan.The fact that there are some worrying signs about a breakdown of social fabric, which is critical for any economy, much less any society, to be able to function.The fact that there are also changes when it comes to freedom of the press.That also is an area where there is a much lower ranking than a number of other economies."

The report finds 28th-ranked China is the most competitive of the BRICS large merging markets, with Russia and India behind among that grouping of nations at number 43 and 58.In 33rd place, Chile leads the Latin America and Caribbean region.Saudi Arabia, in 39th position, falls well behind 20th-ranked Israel in the Middle East.

The report finds 17 of the 34 sub-Saharan African economies studied are among the bottom 20, with Chad in last place at number 140.However, 49th-ranked Mauritius is doing well in the competitiveness race and leads the region ahead of 67th-ranked South Africa.









XS
SM
MD
LG