ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ອາ​ທິດ​ທີ​ 2 ໃນ​ການ​ສືບ​ສວນ ​ຟ້ອງ​ຮ້ອງ ປະ​ທາ​ນາ​ທິ​ບໍ​ດີ ທ​ຣຳ ປະ​ກອບ​ມີ ນັກ​ການ​ທູດ ຊອນ​ແລນ ຢູ່​ແຖວ​ໜ້າ


ທ່ານ ກໍ​ຣ​ດັນ ຊອນ​ແລັນ (Gordon Sondland) ຜູ້​ທີ່​ເປັນ​ເອກ​ອັກ​ຄະ​ລັດ​ຖະ​ທູດ ປະ​ຈຳ ສະ​ຫະ​ພາບ​ຢູ​ໂຣບ, ກາງ, ເດີນ​ທາງ​ໄປ​ຮອດ ລັດ​ຖະ​ສະ​ພາ ຫຼື Capitol Hill ເພື່ອ​ໃຫ້​ການ​ສຳ​ພາດ ແບບ​ປິດ​ລັບ ກັບ​ຄະ​ນະ​ກຳ​ມະ​ການ​ຮ່ວມ, ​ວັນ​ທີ 17 ຕຸ​ລາ 2019.
ທ່ານ ກໍ​ຣ​ດັນ ຊອນ​ແລັນ (Gordon Sondland) ຜູ້​ທີ່​ເປັນ​ເອກ​ອັກ​ຄະ​ລັດ​ຖະ​ທູດ ປະ​ຈຳ ສະ​ຫະ​ພາບ​ຢູ​ໂຣບ, ກາງ, ເດີນ​ທາງ​ໄປ​ຮອດ ລັດ​ຖະ​ສະ​ພາ ຫຼື Capitol Hill ເພື່ອ​ໃຫ້​ການ​ສຳ​ພາດ ແບບ​ປິດ​ລັບ ກັບ​ຄະ​ນະ​ກຳ​ມະ​ການ​ຮ່ວມ, ​ວັນ​ທີ 17 ຕຸ​ລາ 2019.

ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ຕ່ຳ​ສະ​ຫະ​ລັດ ທີ່​ດຳ​ເນີນ​ການ​ສືບ​ສວນ​ເພື່ອ​ຟ້ອງ​ຮ້ອງ​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ແມ່ນພ້ອມ​ແລ້ວ ​ສຳ​ລັບ​ສັບ​ປະ​ດາ​ທີ​ສອງ ​ທີ່ວຸ້ນ​ວາຍ ໃນ​ການ​ຮັບ​ຟັງ​ຄຳ​ໃຫ້​ການ ຂອງ​ພະ​ຍານ​ທີ່​ສຳ​ຄັນ​ທັງຫຼາຍ ຜູ້​ທີ່​ມີ​ກຳ​ນົດ ຈະ​ມາ​ໃຫ້​ການ​ກ່ຽວ​ກັບ​ວ່າ ທ່ານ​ທ​ຣຳ ​ໄດ້ຊຸກ​ຍູ້ ​ຢູ​ເຄ​ຣນ ໃຫ້​ເປີດ​ການ​ສືບ​ສວນ​ສອບ​ສວນນຶ່ງ​ໃນບັນ​ດາ​ຄູ່​ແຂ່ງ​ທີ່​ນຳ​ໜ້າໝູ່ຄົນ​ນຶ່ງ ​ຈາກ​ພັກ​ເດ​ໂມ​ແຄ​ຣັດ ​ໃນ​ການເລືອກ​ຕັ້ງ ປີ 2020 ກໍ​ຄື ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ໂຈ​ ໄບ​ເດັນ ນັ້ນແນວ​ໃດ ໃນ​ຂະ​ນະ​ດຽວ​ກັນ ໄດ້​ກັກ​ການ​ຊ່ອຍ​ເຫຼືອ​ດ້ານ​ທະ​ຫານທີ່ ຢູ​ເຄ​ຣນ ຕ້ອງ​ການ ໄວ້ຊົ່ວ​ຄາວ​.

ບັນ​ດາ​ເຈົ້າ​ໜ້າ​ທີ່​ຂອງ​ລັດຖະ​ບານ ທັງ​ໃນ​ປັດ​ຈຸບັນ ແລະ​ອະ​ດີດ ອີກ 8 ທ່ານ ຈະ​ມາ​ປາ​ກົດ​ຕົວ​ຕໍ່​ໜ້າ​ຄະ​ນະ​ກຳ​ມະ​ການ​ສືບ​ລັບ​ຂອງ​ສະ​ພາ​ຕ່ຳ ເພື່ອ​ໃຫ້ປາ​ກ​ຄຳ ​ທີ່ຈະ​ຖືກ​ຖ່າຍ​ທອດສົດ​ຜ່ານ​ທາງ​ໂທ​ລະ​ພາບ​ທົ່ວ​ປະ​ເທດ ​ໂດຍ​ມີຕົວ​ຕັ້ງ​ຕົວ​ຕີຜູ້​ນຶ່ງ ກໍ​ຄື ທ່ານ ກໍ​ຣ​ດັນ ຊອນ​ແລັນ (Gordon Sondland) ຜູ້​ທີ່​ເປັນ​ເອກ​ອັກ​ຄະ​ລັດ​ຖະ​ທູດ ປະ​ຈຳ ສະ​ຫະ​ພາບ​ຢູ​ໂຣບ ຫຼື ອີ​ຢູ ທີ່​ໄດ້​ມີ​ກຳ​ນົດ​ຈະ​ມາ​ປາ​ກົດ​ຕົວ ໃນ​ວັນ​ພຸດ​ຈະ​ມາ​ເຖິງນີ້.

ໃນ​ການ​ດັດ​ແປງ​ຄຳ​ໃຫ້​ການ​ແບບ​ປິດ​ລັບ ຂອງ​ທ່ານ ​ຊອນ​ແລັນ ຜູ້​ທີ່​ໄດ້​ບໍ​ລິ​ຈາກ​ເງິນ​ເພື່ອ​ການ​ເມືອງ ຈຳ​ນວນ​ນຶ່ງ​ລ້ານ​ໂດ​ລາ ​ໃຫ້​ແກ່ທ່ານ​ທ​ຣຳ ກ່ອນ​ທີ່​ຈະ​ໄດ້​ຖືກ​ແຕ່ງ​ຕັ້ງ​ໃຫ້​ເປັນ​ເອກ​ອັກ​ຄະ​ລັດ​ຖະ​ທູດ ປະ​ຈຳອີ​ຢູ ໃນ​ນະ​ຄອນຫຼວງບ​ຣັ​ສ​ເຊີ​ລ​ສ໌ ຂອງ​ແບ​ລ​ຈ້ຽມ ທີ່​ໄດ້​ກ່າວ​ວ່າ ທ່ານ​ໄດ້​ກ່າວ​ເຕືອນ ​ທີ່​ປຶກ​ສາ​ຄົນ​ນຶ່ງ​ຂອງປະ​ທາ​ນາ​ທິ​ບໍ​ດີ ​ຢູ​ເຄ​ຣນ ທ່ານ​ໂວ​ໂລ​ດີ​ເມຍ ເຊ​ເລນ​ສ​ກີ ​ໃນ​ຕົ້ນ​ເດືອນ​ກັນ​ຍາ ວ່າ ​ຕົນ​ຈະ​ບໍ່​ໄດ້​ຮັບ​ການ​ຊ່ອຍ​ເຫຼືອ​ດ້ານ​ທະ​ຫານ​ຂອງ​ສ​ະ​ຫະ​ລັດ ທີ່​ຕົນ​ຕ້ອງ​ການນັ້ນ ເວັ້ນ​ເສຍ​ແຕ່​ວ່າ ​ຜູ້​ນຳ​ຂອງ ​ກີ​ຢິບ ໝັ້ນ​ໝາຍທີ່​ຈະ​ເປີດ​ການ​ສືບ​ສວນ​ສອບ​ສວນ ທ່ານ​ໄບ​ເດັນ ​ຢ່າງ​ເປີດ​ເຜີຍ.

ມັນ​ເປັນ​ການຕອບ​ແທນ​ຊຶ່ງ​ກັນ​ແລະ​ກັນ ຫຼື​ເປັນຂໍ້​ຕົກ​ລົງ ທີ່​ເອີ້ນ​ໃນ​ພາ​ສາ​ລາ​ຕິນ ວ່າ quid pro quo ທີ່​ທ່ານ​ທ​ຣຳ ໄດ້​ປະ​ຕິ​ເສດ​ວ່າ ບໍ່​ໄດ້​ເກີດ​ຂຶ້ນ​ເລີຍ ແຕ່​ມັນ​ເປັນ​ສູນ​ກາງ​ໃນຄວາມພະ​ຍາ​ຍາມ ​ຂອງ​ບັນ​ດາ​ສະ​ມາ​ຊິກ​ພັກ​ເດ​ໂມ​ແຄ​ຣັດ ທີ່​ຈະ​ຟ້ອງ​ຮ້ອງ​ປະ​ທາ​ນາ​ທິ​ບໍ​ດີຂອງ​ປະ​ເທດ​ ຄົນ​ທີ 45. ທ່ານ​ທ​ຣຳ ໄດ້​ປະ​ຕິ​ເສດ​ ຕໍ່​ການ​ກະ​ທຳ​ຜິດ​ໃດໆ ແລະ​ໄດ້​ກ່າວເຍາະ​ເຍີ້ຍ​ການ​ພະ​ຍາ​ຍາມ​ຟ້ອງ​ຮ້ອງ​ດັ່ງ​ກ່າວນັ້ນວ່າ ເປັນ​ການດຳ​ເນີນ​ງານ​ທີ່ຫລອກ​ລວງ. ແລະ​ໃນ​ທີ່​ສຸດ ທ່ານ​ທ​ຣຳ ກໍ​ໄດ້​ປ່ອຍການ​ຊ່ອຍ​ເຫຼືອ​ດ້ານ​ທະ​ຫານ ມູນ​ຄ່າ 391 ລ້ານ​ໂດ​ລາ ໃນ​ວັນ​ທີ 11 ກັນ​ຍາ ໂດຍ​ປາດ​ສະ​ຈາກ ການ​ເປີດ​ການ​ສອບ​ສວນ​ທ່ານ​ໄບ​ເດັນ ໂດຍ
​ຢູ​ເຄ​ຣນ.

ສ່ວນພະ​ຍານ​ຜູ້ສຳ​ຄັນອື່ນໆ ທີ່​ເຊື່ອມ​ໂຍງ​ກັບ​ການ​ສືບ​ສວນ​ຟ້ອງ​ຮ້ອງ ກໍ​ໄດ້ຢືນ​ຢັນ ການ​ໃຫ້​ການ​ຂອງ​ທ່ານ ​ຊອນ​ແລນ. ໃນ​ບົດ​ບັນ​ທຶກ​ຄຳ​ໃຫ້​ການແບບ​ສ່ວນ​ຕົວ ທີ່​ໄດ້​ຖືກ​ເປີ​ດ​ເຜີຍ​ໃນ​ວັນ​ເສົາ​ຜ່ານ​ມາ ທ່ານ​ທິມ ມໍ​ຣີ​ສັນ ທຶກ​ປຶກ​ສາ​ດ້ານ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ຂອ​ງ​ທຳ​ນຽບ​ຂາວ ໄດ້​ກ່າວ​ເມື່ອ​ທ້າຍ​ເດືອນ​ແລ້ວນີ້ ວ່າ ທ່ານ​ຊອນ​ແລນ ໄດ້​ໂອ້​ລົມ​ກັ​ບ​ທ່ານ​ທ​ຣຳ ​ປະ​ມານ 6 ຄັ້ງ​ໃນ​ສອງ​ສາມ​ເດືອນ​ທີ່​ຜ່ານ​ມານີ້ ແລະ​ໄດ້​ລົມ​ກັບ​ເຈົ້າ​ໜ້າ​ທີ່​ລະ​ດັບ​ສູງ​ຂອງ​ຢູ​ເຄ​ຣນ ກ່ຽວ​ກັບ ການ​ປ່ອຍ ​ກາ​ນ​ຊ່ອຍ​ເຫຼືອ​ດ້ານ​ທະ​ຫານ​ທີ່ ກີ​ຢິບ ​ຕ້ອງ​ການ ເພື່ອ​ຊ່ອຍ​ໃນ​ການ​ຕໍ່​ສູ້​ກັບພວກ​ແບ່ງ​ແຍກ​ດິນ​ແດນ​ທີ່​ສະ​ໜັບ​ສະ​ໜຸນ​ ຣັດ​ເຊຍ ຢູ່​ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ປະ​ເທດ ໃນ​ການ​ແລກ​ປ່ຽນ​ກັ​ບ ການ​ເປີດ​ການ​ສືບ​ສວນ​ສອບ​ສວນ​ດັ່ງ​ກ່າວ ທີ່​ເປັນ​ຜົນ​ປະ​ໂຍດ​ທາງ​ການ​ເມືອງ​ແກ່​ທ່ານ ​ທ​ຣຳ.

ທ່ານ​ ມໍ​ຣີ​ສັນ ໄດ້​ກ່າວ​ກ່ຽວ​ກັບ​ທ່ານ​ ຊອນ​ແລນ ວ່າ “ຂໍ້​ບັງ​ຄັບ​ຂອງ​ທ່ານ ​ຈາກ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ແມ່ນ​ໃຫ້​ໄປ​ເຮັດ​ຂໍ້​ຕົກ​ລົງ​ຕ່າງໆ.”


ອ່ານ​ຂ່າວນີ້​ຕື່ມ ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG