ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

WB ເຂັ້ມງວດຂຶ້ນ ໃນການກວດສອບ ການໃຊ້ຈ່າຍເງິນ ຊ່ວຍເຫຼືອລາວ


ພິທີເຊັນສັນຍາ ມອບການຊ່ວຍເຫລືອ ຂອງທະນາຄານໂລກ ແກ່ລັດຖະບານລາວ ຈໍານວນ 20 ລ້ານໂດລາ ເພື່ອໃຊ້ເຂົ້າ ໃນການຫລຸດຜ່ອນຄວາມທຸກຈົນ ຂອງປະຊາຊົນລາວ.
ພິທີເຊັນສັນຍາ ມອບການຊ່ວຍເຫລືອ ຂອງທະນາຄານໂລກ ແກ່ລັດຖະບານລາວ ຈໍານວນ 20 ລ້ານໂດລາ ເພື່ອໃຊ້ເຂົ້າ ໃນການຫລຸດຜ່ອນຄວາມທຸກຈົນ ຂອງປະຊາຊົນລາວ.
ທະນາຄານໂລກເພີ່ມມາດຕະການເຂັ້ມງວດເຂົ້າໃນການກວດ
ສອບການໃຊ້ຈ່າຍ ງົບປະມານທີ່ໄດ້ໃຫ້ການຊ່ວຍເຫຼືອແກ່ລາວ ເພື່ອເຮັດໃຫ້ການດໍາເນີນໂຄງການ ພັດທະນາຕ່າງເປັນໄປຕາມ
ເປົ້າໝາຍທີ່ວາງໄວ້.

ເຈົ້າໜ້າທີ່ຂັ້ນສູງໃນກະຊວງການເງິນຂອງລາວ ໄດ້ໃຫ້ການຍອມ
ຮັບວ່າທະນາຄານໂລກໄດ້ເພີ່ມຄວາມເຂັ້ມງວດຫຼາຍຂຶ້ນເຂົ້າໃນ
ການກວດສອບການໃຊ້ຈ່າຍງົບ ປະມານທີ່ໄດ້ໃຫ້ການຊ່ວຍເຫຼືອ ລັດຖະບານລາວໃນໂຄງການພັດທະນາຕ່າງໃນທົ່ວປະເທດ ໂດຍ ມາດຕະການເຂັ້ມງວດດັ່ງກ່າວ ໄດ້ເລີ່ມຈັດຕັ້ງປະຕິບັດ ນັບແຕ່
ກອງປະຊຸມໂຕະມົນ ດ້ວຍການຮ່ວມມືລະຫວ່າງລັດຖະບານລາວ
ກັບນາໆຊາດ ໄດ້ສິ້ນສຸດລົງໃນທ້າຍປີ 2012 ເປັນຕົ້ນມາແລ້ວ.

ສາເຫດສໍາຄັນທີ່ເຮັດໃຫ້ທະນາຄານໂລກ ຕ້ອງເພີ່ມມາດຕະການເຂັ້ມງວດດັ່ງກ່າວນີ້ ກໍ ເນື່ອງຈາກເຫັນວ່າ ການດໍາເນີນໂຄງການພັດທະນາຕ່າງໆທີ່ລັດຖະບານລາວໄດ້ຮັບການ
ຊ່ວຍເຫຼືອຈາກທະນາຄານໂລກ ໃນຊ່ວງທີ່ຜ່ານມານນັ້ນ ໄດ້ດໍາເນີນໄປພາຍໃຕ້ສະພາບ
ການທີ່ຂາດປະສິດທິພາບທັງໃນດ້ານການໃຊ້ຈ່າຍງົບປະມານ ແລະການບໍລິຫານໂຄງ
ການພັດທະນາຕ່າງໆ ໂດຍສະເພາະແມ່ນໂຄງການພັດທະນາໂຄງລ່າງພື້ນຖານ ເຊັ່ນ
ການກໍ່ສ້າງຖະໜົນທີ່ບໍ່ໄດ້ມາດຕະຖານຕາມແບບກໍ່ສ້າງນັ້ນ ກໍໄດ້ເຮັດໃຫ້ຖະໜົນເປ້ເພ
ໄປຢ່າງໄວວາ ໂດຍມີສາເຫດສໍາຄັນມາຈາກການທຸດຈະລິດສໍ້ລາດບັງຫຼວງ ໃນວົງການ
ພະນັກງານລັດຖະບານນັ້ນເອງ.

ການສ້າງທາງໃນເຂດຊົນນະບົດແຫ່ງນຶ່ງຂອງລາວ
ການສ້າງທາງໃນເຂດຊົນນະບົດແຫ່ງນຶ່ງຂອງລາວ

ຊຶ່ງຕາມສະພາບການດັ່ງກ່າວ ຈຶ່ງເຮັດໃຫ້ທະນາຄານໂລກໄດ້
ທໍາການກວດສອບ ການປະຕິບັດໂຄງການພັດທະນາຕ່າງໆ ທີ່ໄດ້ໃຫ້ການຊ່ວຍເຫຼືອແກ່ລັດຖະບານ ລາວໃນທຸກໆຂັ້ນ
ຕອນຂອງການດໍາເນີນງານ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງຂອງລາວ
ຄົນ ດັ່ງກ່າວນີ້ ໄດ້ໃຫ້ການຢືນຢັນວ່າ:

ໃນການນໍາໃຊ້ເງິນທະນາຄານໂລກນີ້ ການສ້ອມແປງ
ຕ້ອງໄດ້ມາດຕະຖານເທກນິສາກົນ ຖ້າຫລຸດໂຕນນັ້ນ ຖືວ່າແມ່ນຂະເຈົ້າບໍ່ຈ່າຍເງິນອັນທີ່ສໍາຄັນທີ່ຫຍຸ້ງຍາກ
ທີ່ສຸດຫຼະແມ່ນເລຶ່ອງອັນເຂົາເອີ້ນວ່າຖານພື້ນທາງນັ້ນວັດສະດຸທີ່ເຮົາໃຊ້ນັ້ນຈະ
ຕ້ອງ ມີສ່ວນຜະສົມທີ່ຖືກຕ້ອງ.”


ແຜນການປະຈໍາປີ 2011-2012 ທີ່ຜ່ານມາ ລັດຖະບານລາວໄດ້ຮັບການຊ່ວຍເຫຼືອລ້າ ແລະກູ້ຢືມຈາກຕ່າງປະເທດຄິດເປັນມູນຄ່າລວມຫຼາຍກວ່າ 700 ລ້ານໂດລາ ແລະສໍາລັບ
ໃນແຜນການປະຈໍາປີ 2012-2013 ນີ້ ລັດຖະບານລາວ ກໍຕ້ອງການທີ່ຈະໄດ້ຮັບການ
ຊ່ວຍເຫຼືອຈາກທະນາຄານໂລກບໍ່ໜ້ອຍກວ່າ 120 ລ້ານໂດລາ ໝາຍຄວາມວ່າ ລັດຖະ
ບານລາວກໍຍັງຈະຕ້ອງດິ້ນຮົນເພື່ອຫາການຊ່ວຍເຫຼືອຈາກນາໆຊາດໃຫ້ໄດ້ອີກ ບໍ່ໜ້ອຍ
ກວ່າ 650 ລ້ານໂດລ່າ ຈຶ່ງບໍ່ແມ່ນການງ່າຍທີ່ຈະໄດ້ຮັບການຕອບສະໜອງຈາກນາໆຊາດ
ຕາມຄວາມຕ້ອງການດັ່ງກ່າວ ຖ້າຫາກວ່າບໍ່ມີການປາບປາມການທຸດຈະລິດ ສໍ້ລາດບັງ
ຫຼວງ ໃນວົງການລັດຖະບານລາວຢ່າງຈິງຈັງ.

ທາງດ້ານທ່ານພູເພັດ ຄໍາພູນວົງ ລັດຖະມົນຕີວ່າການກະຊວງການເງິນກໍໄດ້ໃຫ້ ການ ຢືນຢັນຍອມຮັບວ່າສະພາບການຊ່ວຍເຫຼືອລ້າ ທີ່ລັດຖະບານລາວຄາດຫວັງຈະໄດ້ຮັບ ຈາກຕ່າງປະເທດທັງໃນປັດຈຸບັນນີ້ ແລະໃນໄລຍະຕໍ່ໄປດ້ວຍນັ້ນ ຖືເປັນສະພາບການ
ທີ່ມີຄວາມຫຍຸ້ງຍາກຢ່າງຍິ່ງ

ທັງນີ້ເນື່ອງຈາກວ່າການຊ່ວຍເຫຼືອລ້າຈາກຕ່າງປະເທດໃນປັດຈຸບັນນີ້ ບໍ່ພຽງແຕ່ຈະມີຢູ່ ຢ່າງຈໍາກັດເທົ່ານັ້ນ ຫາກແຕ່ກໍຍັງປາກົດດ້ວຍວ່າ ບັນດາປະເທດທີ່ຈະໃຫ້ການຊ່ວຍເຫຼືອ
ລ້ານັ້ນ ກໍໄດ້ມີການຕັ້ງເງື່ອນໄຂໃຫ້ບັນດາປະເທດທີ່ຈະໄດ້ຮັບການຊ່ວຍເຫຼືອນັ້ນຈະຕ້ອງ ປະຕິບັດຕາມຢ່າງເຄັ່ງຄັດຫຼາຍຂຶ້ນດ້ວຍ ຊຶ່ງກໍເປັນຍ້ອນວ່າ ການຊ່ວຍເຫຼືອດັ່ງກ່າວ ບໍ່ແມ່ນ
ເງິນກູ້ ຈຶ່ງເຮັດໃຫ້ບັນດາປະເທດທີ່ຢາກຈະໄດ້ຮັບການຊ່ວຍເຫຼືອນັ້ນ ຕ່າງກໍພະຍາຍາມ
ທີ່ຈະຍາດແຍ່ງເພື່ອເຮັດໃຫ້ປະເທດຂອງຕົນ ໄດ້ຮັບການຊ່ວຍເຫຼືອຕາມຄວາມຕ້ອງການ
ນັ້ນເອງ.
XS
SM
MD
LG