ທະນາຄານໂລກຄາດວ່າ ເສດຖະກິດລາວຈະຂະຫຍາຍໂຕເພີ້ມຂຶ້ນໃນອັດຕາສະເລ່ຍ
6.7 ເປີເຊັນ ໃນປີ 2018 ນີ້ ຊຶ່ງຖືເປັນອັນດັບ 2 ໃນເອເຊຍ ທີ່ຄາດວ່າເສດຖະກິດຂອງ
ກຳປູເຈຍຈະຂະຫຍາຍໂຕເພີ້ມຂຶ້ນສູງທີ່ສຸດ.
ທະນາຄານໂລກໄດ້ສະເໜີລາຍງານສະພາວະດ້ານເສດຖະກິດໃນພູມີພາກເອເຊຍຕາ
ເວັນອອກສຽງໃຕ້ ຫຼືອາຊຽນເມື່ອບໍ່ນານມານີ້ວ່າ ເສດຖະກິດໂດຍລວມ ຂອງອາຊຽນ
ໃນປີ 2017 ໄດ້ຂະຫຍາຍໂຕເພີ້ມຂຶ້ນໃນອັດຕາສະເລ່ຍ 5.1 ເປີເຊັນ ທຽບໃສ່ປີ 2016
ສ່ວນໃນປີ 2018 ນີ້ກໍຄາດໝາຍວ່າເສດຖະກິດໂດຍ ລວມຂອງອາຊຽນ ຈະຂະຫຍາຍ
ໂຕເພີ້ມຂຶ້ນໃນອັດຕາສະເລ່ຍ 5.2 ເປີເຊັນທຽບໃສ່ປີ 2017 ແລະປະເທດທີ່ເສດຖະກິດ
ຈະຂະຫຍາຍໂຕເພີ້ິມຂຶ້ນສູງສຸດທີ່ອັດຕາສະເລ່ຍ 6.8 ເປີເຊັນ ຄືກຳປູເຈຍ ສ່ວນເສດ
ຖະກິດຂອງລາວຈະຂະຫຍາຍໂຕເພີ້ມຂຶ້ນໃນອັດຕາສະເລ່ຍ 6.7 ເປີເຊັນ ຊຶ່ງຖືເປັນ
ອັນດັບທີ 2 ໃນອາຊຽນດ້ວຍກັນ.
ຫາກແຕ່ວ່າຄະນະຊ່ຽວຊານຂອງທະນາຄານພັດທະນາເອເຊຍ (ADB) ກໍໄດ້ຄາດ
ໝາຍວ່າເສດຖະກິດໃນລາວໃນປີ 2018 ຈະຂະຫຍາຍໂຕເພີ້ມຂຶ້ນໃນອັດຕາສະເລ່ຍ
7 ເປີເຊັນ ຊຶ່ງສູງກວ່າຄາດໝາຍຂອງທະນາຄານໂລກ ແຕ່ວ່າທາງທະນາຄານໂລກ
ແລະ ADB ກໍເຫັນກົງກັນວ່າລາວຈະຕ້ອງປະເຊີນກັບບັນຫາເງິນເຟີ້ທີ່ຈະເພີ້ມຂຶ້ນໃນ
ອັດຕາສະເລ່ຍ 3 ເປີເຊັນ ຫາ 5 ເປີເຊັນ ເນື່ອງຈາການປັບຂຶ້ນຂອງລາຄາສິນຄ້າ ທີ່
ລາວນໍາເຂົ້າຈາກຕ່າງປະເທດ ແລະລັດຖະບານລາວກໍບໍ່ສາມາດທີ່ຈະຄວບຄຸມໄດ້
ຢ່າງມີປະສິດທິພາບ ຊຶ່ງຕໍ່ກໍລະນີດັ່ງກ່າວນີ້ ລັດຖະບານລາວກໍຈະປ້ອງກັນດ້ວຍການ
ປະຕິບັດມາດຕະການທາງການເງິນ ແລະການທະນາຄານຢ່າງເຂັ້ມງວດດັ່ງທີ່ທ່ານ
ສົມພາວ ໄຟສິດ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ໄດ້ໃຫ້ການຢືນຢັນວ່າ:
“ທະນະຄານແຫ່ງ ສປປ ລາວ ຈະປະຕິບັດນະໂຍບາຍເງິນຕາແລະ ປ່ຽນອັດຕາ
ແລກປ່ຽນ ສືບຕໍ່ນຳໃຊ້ອັດຕາແລກປ່ຽນພື້ນຖານຂອງທະນາຄານແຫ່ງ ສປປ ລາວ
ອັດຕາສ່ວນເງິນໃນພາກບັງຄັບນັ້ນຈະດັດ ແລະປັບເມື່ອເຫັນວ່າຈຳເປັນ ຊຸກຍູ້ໃຫ້
ຕະຫລາດລະຫວ່າງທະນາຄານກັບຕະຫຼາດເປີດ ເຄື່ອນໄຫວຢ່າງແຂງແຮງ ແລະ
ມີປະສິດທິພາບສູງ ຊຸກຍູ້ໃຫ້ກະຊວງການເງິນຈຳໜ່າຍພັນທະບັດໃຫ້ມີຫຼາຍຮູບ
ແບບເພື່ອລະດົມທຶນໃຫ້ເພີ້ມຂຶ້ນ ສືບຕໍ່ຄຸ້ມຄອງການກຳນົດອັດຕາດອກເບ້ຍ ຂອງ
ບັນດາຄາທະນາຄານທຸລະກິດ.”
ພ້ອມກັນນີ້ ADB ຍັງໄດ້ໃຫ້ການຄາດໝາຍດ້ວຍວ່າພາກບໍລິການໃນລາວ ຈະຂະ
ຫຍາຍໂຕເພີ້ມຂືຶ້ນໃນອັດຕາສະເລ່ຍ 9 ເປີເຊັນ ສ່ວນພາກອຸດສາຫະກຳ ຫັດຖະກໍາ
ແລະພາກກະສິກໍາປ່າໄມ້ຈະຂະຫຍາຍໂຕເພີ້ມຂຶ້ນໃນອັດຕາສະເລ່ຍ 8 ເປີເຊັນ ແລະ
2.8 ເປີເຊັນ ຕາມລຳດັບ ຂະນະທີ່ລັດຖະບານລາວກໍໄດ້ວາງຄາດໝາຍການຂະ
ຫຍາຍໂຕພາກອຸດສາຫະກຳໄວ້ທີ່ລະດັບ 9.1 ເປີເຊັນ ພາກບໍລິການ 6.4 ເປີເຊັນ
ພາກກະສິກຳ 2.8 ເປີເຊັນ ແລະພາສີອກອນການຄ້າຂາອອກ-ຂາເຂົ້າຈະຫະຫຍາຍ
ໂຕໃນອັດຕາສະເລ່ຍ 9 ເປີເຊັນຕາມລຳດັບ.
ທັງນີ້ໂດຍລັດຖະບານລາວໄດ້ວາງຄາດໝາຍການຂະຫຍາຍໂຕທາງເສດຖະກິດໄວ້
ທີ່ລະດັບ 7 ເປີເຊັນເທົ່າກັບຄາດໝາຍຂອງ ADB ແລະການຂະຫຍາຍໂຕໃນລະດັບ
ດັ່ງກ່າວນີ້ກໍຈະເຮັດໃຫ້ມູນຄ່າທາງເສດຖະກິດໃນພາກບໍລິການກວມເອົາ 41.68 ເປີ
ເຊັນຂອງ GDP ສ່ວນພາກອຸດສາຫະກຳ ພາກກະສິກຳ ແລະ ພາສີອາກອນການຄ້າ
ຂາອອກ ຂາເຂົ້ານັ້ນຈະກວມເອົາ 30.79 ເປີເຊັນ 15.73 ເປີເຊັນ ແລະ 11.8 ເປີເຊັນ
ຕາມລຳດັບ.
ແຕ່ຢ່າງໃດກໍຕາມໃນແຜນການປີ 2017 ທີ່ຜ່ານມາ ລັດຖະບານລາວກໍໄດ້ວາງຄາດ
ໝາຍການຂະຫຍາຍໂຕທາງເສດຖະກິດໄວ້ທີ່ລະດັບ 7 ເປີເຊັນ ເຊັ່ນດຽວກັນ ຫາກ
ແຕ່ສາມາດຈັດຕັ້ງປະຕິບັດໄດ້ແທ້ທີ່ອັດຕາສະເລ່ຍ 6.83 ເປີເຊັນ ເທົ່ານັ້ນ ໂດຍມີມູນ
ຄ່າຜະລິດຕະພັນລວມ 129,683 ຕື້ກີບ ຫຼື 16,210 ລ້ານໂດລາສະຫະລັດ ທີ່ຖົວ
ສະເລ່ຍເປັນລາຍໄດ້ຂອງປະຊາຊົນລາວ ທີ່ລະດັບ 2,341 ໂດລາຕໍ່ຄົນຕໍ່ປີ.
ທາງດ້ານກອງທຶນການເງິນສາກົນ (IMF) ລະບຸວ່າ ລັດຖະບານລາວຈະຕ້ອງຈັດເກັບ
ລາຍຮັບໃຫ້ໄດ້ບໍ່ໜ້ອຍກວ່າ 25,452 ຕື້ກີບ ຄິດເປັນ 17.02 ເປີເຊັນຂອງ GDP ແລະ
ຈະຕ້ອງຄຸມລາຍຈ່າຍໃຫ້ຢູ່ທີ່ມູນຄ່າບໍ່ເກີນ 32,809 ຕື້ກີບ ຄິດເປັນ 21.94 ເປີເຊັນ
ຂອງ GDP ຊຶ່ງເຮັດໃຫ້ຕ້ອງຈັດຕັ້ງປະຕິບັດວິໃນການເງິນຢ່າງເຂັ້ມງວດ ທັງຈະຕ້ອງ
ນໍາໃຊ້ເທັກນິກທີ່ທັນສະໄໝ ໄນການຈັດເກັບລາຍຮັບພາສີອາກອນດ້ວຍຈຶ່ງ ຈະຄວບ
ຄຸມການຂາດດຸນງົບປະມານໃຫ້ຢູ່ໃນມູນຄ່າ 7,357 ຕື້ກີບ ຫຼື 4.92 ເປີເຊັນ ຂອງ
GDP ໃນປີ 2018 ແຕ່ໃນປີ 2017 ລັດຖະບານລາວຂາດດຸນງົບປະມານເຖິງ
8,019 ຕື້ກີບ ຄິດເປັນ 6.18 ເປີເຊັນ ຂອງ GDP ໂດຍຍັງບໍ່ລວມໜີ້ເງິນກູ້ 6,216
ຕື້ກີບທີ່ລັດຖະບານລາວໄດ້ສຳລະຄືນໃນປີ 2017 ດ້ວຍເຫດນີ້ຈຶ່ງເຮັດໃຫ້ລັດຖະ
ບານລາວຕ້ອງຂາດດຸນທຶນໝຸນວຽນເຖິງ 20 ເປີເຊັນຂອງ GDP ໃນປີ 2018
ນີ້ອີກດ້ວຍ.