ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ກຳມະວິທີໃໝ່ ທີ່ໃຊ້​ເຊື້ອຈຸລິນ​ຊີ ບຳບັດ ນ້ຳໂສໂຄກ


ເໝືອງບໍ່ແຮ່ ທີ່ເຮັດໃຫ້ນ້ຳເສຍ ທີ່ Gold King ໃນ San Juan County, Colorado, 5 ສິງຫາ, 2015.
ເໝືອງບໍ່ແຮ່ ທີ່ເຮັດໃຫ້ນ້ຳເສຍ ທີ່ Gold King ໃນ San Juan County, Colorado, 5 ສິງຫາ, 2015.

ນ້ຳ​ທີ່ໃຊ້​ໃນ​ບໍ່​ແຮ່ ບໍ່​ສາມາດ​ຈະ​ນຳ​ກັບ​ມາ​ໃຊ້​ໃໝ່ ໃນ​ທາງ​ຊົນລະປະທານ ໄດ້ ຈົນກ່ວາວ່າ ມັນໄດ້ຖືກສຳລະສະສາງ ແຍກເອົາທາດ​ໂລຫະທີ່ເປັນພິດເຊັ່ນ lead chromium ຊຶ່ງເປັນ​ຂັ້ນ​ຕອນ​ ທີ່​ມີ​ລາຄາ​ແພງ. ​ແຕ່ວ່າ ​ເຊື້ອຈຸລິນ​ຊີ ຫລື microbes ສາມາດຫັນປ່ຽນ​ໃຫ້​ອາ​ຕ໋ອມ ທີ່​ມີ​ພິດຂອງ​ໂລຫະ ​ໄປ​ສູ່​ການ​ປາສະ​ຈາກ​ພິດ ໂດຍ​ການ​ທີ່​ແຍກ​ສິ່ງໂສ​ໂຄກ​ແລະ​ພິດນັ້ນ ອອກ​ຈາກ​ນ້ຳ​ ທີ່​ຈະ​ສາມາດ​ນຳ​ໄປ​ໃຊ້​ສຳ​ຫຼັບການປູກຝັງ​ໄດ້ ຊຶ່ງວັນນະ​ສອນ ຈະນຳເອົາລາຍ​ລະອຽດ ຈາກ​ນັກ​ຂ່າວ​ຂອງ VOA George Putic ​ມາສະ​ເໜີ​ທ່ານ ໃນ​ອັນ​ດັບ​ຕໍ່​ໄປ.

ການ​ປະກອບ​ກິດຈະກຳ​ບໍ່ແຮ່​ຕ່າງໆ​ໂດຍ​ທົ່ວ​ໄປ ​ແມ່ນ​ຕ້ອງ​ໃຊ້​ນ້ຳ​ເປັນ​ຈຳນວນ​ຫຼວງ​ຫຼາຍ​ທີ່​ໄດ້​ກາຍ​ມາ​ເປັນຂອງແຫຼວທີ່​ປະ​ປົນ​ດ້ວຍ​ໂລຫະ​ຕ່າງໆ ທີ່​ລະລາຍ​ໃນ​ນ້ຳ​ນັ້ນ ເພາະສະ​ນັ້ນ
ຈຶ່ງ​ເຮັດ​ໃຫ້​ນ້ຳ​ພວກ​ນີ້​ບໍ່​ປອດ​ໄພ​ທີ່​ຈະ​ໃຊ້​ກິນ​ດື່ມ​ ຫຼື​ແມ້ນ​ແຕ່​ນຳ​ໄປ​ໃຊ້ ​ໃນ​ການຊົນລະປະ
ທານ ​ແລະ​ກະສິກຳໄດ້. ນ້ຳ​ທີ່​ປ່ອຍ​ຖິ້ມພ້ອມ​ກັບ​ຖ່ານ​ຫີນ ໃກ້ໆ​ກັບໂຮງ​ໄຟຟ້າ​ນັ້ນ ​ແມ່ນ​ມີ​ບັນຫາ​ຄື​ກັນ.

​ແຕ່​ວ່າພວກໂລຫະ​ຕ່າງໆ​ເຫຼົ່າ​ນີ້ ​ແມ່ນ​ຢູ່​ໃນ​ຫລາຍ​ຮູບ​ແບບ ຕົວຢ່າງ​ເຊັ່ນທາດ chromium 6 ທີ່​ຈະ​ສາມາດ​ລະລາຍ​ໄດ້ ​ແລະ ​ເປັນ​ພິດ​ທີ່​ຮ້າຍ​ແຮງນັ້ນ ​ໃນ​ຂະນະ​ທີ່​ທາດ chromium 3 ​ບໍ່​ເປັນ​ພິດ ​ແຕ່​ວ່າ​ບໍ່​ສາມາດ​ສະ​ລາຍ​ໃນ​ນ້ຳ​ໄດ້.

ອາຈານ​ສອນ​ຊີວະ​ວິທະຍາ​ດ້​ານສະພາບ​ແວດ​ລ້ອມ ທ່ານ Victor Ibeanusi ​ໃນມະຫາ
ວິທະຍາ​ໄລ Florida A&M ກ່າວ​ວ່າ ກຳມະ​ວິທີ ທີ່​ຈົດທະບຽນເພື່ອ​ທຳ​ຄວາມ​ສະອາດ
​ນ້ຳໂດຍ​ໃຊ້​ເຊື້ອຈຸລິນ​ຊີ​ຊ່ອຍ​ນັ້ນ ສາມາ​ດບຳບັດ​ນ້ຳ​ທີ່​ຈະ​ປອດ​ໄພ ​ໃນ​ການກຳ​ສິກຳ​ໄດ້.

ທ່ານ Ibeanusi ​ກ່າວ​ວ່າ: “ກົນ​ໄກ​ຂອງ​ລະບົບ​ໃຊ້​ເຊື້ອຈຸລິນ​ຊີ​ຊ່ອຍ ​ແມ່ນການ​ປ່ຽນ​ການ​ບຳບັດຂອງ​ນ້ຳເສຍ​ ທີ່​ເຈືອ​ປົນດ້ວຍ​ສິ່ງ​ໂສ​ໂຄກ ທີ່​ປາສະ​ຈາກ​ສິ່ງ​ທີ່​ບໍ່​ມີຊີວິດ​ຢູ່ໃນ​ນ້ຳນັ້ນ​ໄດ້ ນັ້ນໝາຍ​ຄວາມ​ວ່າ ພວກ​ເຮົາ​ສາມາດ​ແຍກ​ເອົາໂລຫະອອກຈາກ​ນ້ຳ.”

​ເພາະວ່າ ກຳມະ​ວິ​ທີ​ໃນ​ການໃຊ້​ເຊື້ອຈຸລິນ​ຊີ ທີ່​ສາມາດແຍກ​ທາດຕ່າງໆ​ອອກ​ມາ​ ​ໄດ້​ຢ່າງ​ໄວໆ​ນັ້ນ ບັນດາ​ນັກວິທະຍາສາດ ຈັດ​ສັນ​ທີ່​ຈະ​ສ້າງສາ​ຍພັນ​ໃໝ່​ທີ່​ສາ ມາດໃສ່ລົງ​ໄປ​ໃນ​ນ້ຳ ​ທີ່​ມີ​ສ່ວນ​ປະສົມ​ຂອງ​ທາດໂລຫະອື່ນ ທີ່​ລະລາຍ​ໃນ​ນ້ຳ​ໄດ້. ດ້ວຍ​ການ​ໄດ້​ຮັບ​ເງິນ​ອຸບປະຖຳ​ຈາກ​ກະຊວງ​ພະລັງງານ​ຂອງລັດຖະບານ​ສະຫະ ລັດ ທ່ານ Ibeanusi ​ໄດ້​ທົດ​ລອງ ​ໃນ​ຫ້ອງ​ແລັບ​ຂອງ​ທ່ານ ​ແລະເກັບ​ນ້ຳ​ດັ່ງກ່າວໄປ​ທົດ​ລອງ​ໃນ​ຮ່ອງ​ລະບາຍ​ນ້ຳ​ເສຍ​ຂອງ​ບໍ່ແຮ່ ​ໃນ​ລັດ Alabama.

ການ​ບຳບັດນ້ຳ​ເສຍ 1 ພັນ ລິດ ຕ້ອງການ​ພວກ​ເຊື້ອຈຸລິນ​ຊີທີ່​ລ້ຽງ​ໄວ້ ປະມານ 1 ມິລ​ລີ​ລິ​ດ ​ແລະ​ປະມານ 23 ກຣາມ ຂອງ​ນ້ຳ​ທີ່​ອຸດົມສົມບູນ​ໄປ​ດ້ວຍ​ໂປຣຕີນ ​ເພາະວ່າ ​ພວ​ກ​ເຊື້ອຈຸລິນ
​ຊີ​ແມ່ນ​ຈະ​ເຕີບ​ໃຫຍ່ ຂະຫຍາຍຕົວຢ່າງ​ໄວວາ ພາຍ​ໃນ 24 ຊົ່ວ​ໂມງ ພວກ​ເຂົາ​ກໍ​ຈະ​ເຮັດ​ໄມ້​ກວດ ທີ່​ຈະ​ບຳບັດ​ແລະປ່ຽນ​ແປງ ໂລຫະທີ່​ເປັນ​ພິດ.

ການ​ທົດ​ລອງ​ອີກ​ອັນ​ນຶ່ງຕ່າງຫາກ ​ແມ່ນ​ທົດ​ລອງ​ໃນ​ກະ​ແສ​ນ້ຳ​ໄຫຼ.

ທ່ານ Ibeanusi ​ກ່າວ​ວ່າ: "ການ​ທົດ​ລອງ​ທີ່​ເຂື່ອນ Russell ບ່ອນ​ທີ່​ພວກ​ເຮົາ​ໄດ້ຕິດ
ຕາມຮ່ອງທາງ​ນ້ຳຂອງ​ນ້ຳ​ເສຍ ດ້ວຍ​ເຊື້ອ​ຈຸລິນ​ຊີ ພວກ​ເຮົາ​ພົບ​ເຫັນ​ວ່າ ພາຍ​ໃນ 3 ມື້ ທ່ານ​ກໍ​ສາມາດເຫັນປະຕິກິ​ລິ​ຍາ​ທີ່​ສູງ​ສຸດ ທີ່ຕອບ​ຮັບ​ທີ່​ດີ​ທີ່​ສຸດ ພາຍ​ໃນ 3 ມື້​ເທົ່ານັ້ນ. ພຽງ​ແຕ່ 3 ມື້​ເທົ່າ​ນັ້ນ ພວກໂລຫະຕ່າງໆ​ນັ້ນ ກໍ​ເລີ້ມ​ຕົກ​ຕະກອນ.”

ການ​ວິ​ໄຈ​ດ້ວຍ X-ray ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ​ໂລຫະ ບໍ່​ໄດ້​ປະ​ປົນ​ຢູ່​ໃນ​ນ້ຳ ຫຼັງ​ຈາກ​ນັ້ນ ອີກ​ບໍ່​ດົນ​ປານ​ໃດ ສິ່ງ​ທີ່​ມີ​ຊີວິດ ກໍ​ກັບ​ຄືນມາ​ຢູ່​ໃນນ້ຳ​ນັ້ນ.

ທ່ານ Ibeanusi ​ແລະ​ຄະນະ​ຂອງ​ເພິ່ນ ​ແມ່ນ​ກຳລັງ​ເຮັດ​ວຽກ ກ່ຽວ​ກັບເຊື້ອຈຸລິນຊີ ​ທີ່​ສາມາດ
ສັງ​ເຄາະທາດ​ໂປຣຕີນ ທີ່​ສາມາດ​ນຳ​ມາ​ໃຊ້​ໃນ​ການ​ບຳບັດ​ນ້ຳ​ທີ່ເປີ​ເປື້ອນ​ໄດ້.

XS
SM
MD
LG