ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ວໍຊິງຕັນສັບປະດານີ້: ລັດຖະສະພາສະຫະລັດ ຈະຮັບຜ່ານ ງົບປະມານ ຂອງລັດຖະບານກາງ (ວີດີໂອ)


ລິງໂດຍກົງ

ເບິ່ງວີດີໂອ ກ່ຽວກັບຂ່າວນີ້.

ຄາດ​ວ່າ ​ບັນດາ​ຜູ້​ແທນລັດຖະສະພາສະຫະລັດ ຈະຮັບ​ຜ່ານຮ່າງ​
ງົບປະ ມານ​ສອງ​ປີຂອງ​ລັດຖະບານ​ກາງ ​ໃນ​ອາທິດ​ນີ້ ​ອັນ​ຈະ​ເປັນ
​ກາ​ນ​ສີ້​ນສຸດ​ປີ​ທີ່​ມີການໂຕ້​ແຍ້​ງກັນ ​ແລະ​ແບ່ງ​ແຍກ​ກັນ​ທາ​ງ​ການ
​ເມືອງ ລະຫວ່າງສອງ​ພັກ​ໃຫຍ່​ຂອງ​ປະ​ເທດ.

ບັນດາ​ຜູ້​ແທນສະພາ​ຕໍ່າ ​ໄດ້​ຮັບຮອງ​ເອົາຢ່າງ​ຖ້ວມ​ລົ້ນ​ຮ່າງງົບປະ
ມານດັ່ງກ່າວ ​ໃນອາທິດ​ແລ້ວ​ນີ້ ​ແລະ​ຄາດວ່າ ສະພາ​ສູງກໍຈະ​ປະ
ຕິບັດ​ຕາມ ໃນ​ອີກ​ຫຼາຍໆ​ມື້​ຂ້າງ​ໜ້າ​ນີ້ ​ເພື່ອ​ສ​ະ​ແດງ​ໃຫ້​ເຫັນ​ວ່າ
ລັດຖະສະພາ​ ທີ່​ມີການແບ່ງ​ແຍກກັນທາງການ​ເມືອງ ກໍສາມາດ
ປະຕິບັດ​ງານ​ໄດ້ ອີງ​ຕາມ​ຜູ້​ແທນ​ສະພາ​ສູງພັກ​ເດ​ໂມ​ແຄຣັດ
ທ່ານ Richard Durbin ທີ່​ເວົ້າ​ວ່າ:

“ຂ້າພະ​ເຈົ້າຮູ້ສຶກ​ມີ​ກໍາລັງ​ໃຈ ທີ່ບັນ​ດາ​ສະມາຊິກ​ທັງ​ສອງ​ຝ່າຍ ສະພາ​ຕໍ່າແລະ
​ສະພາ​ສູງ ​ເດ​ໂມ​ແຄຣັດແລະຣີພັບ​ບລິ​ກັນ ຈະລົງ​ຄະ​ແນນ​ສຽງ​ຮັບ​ເອົາຮ່າງ​ງົບ
ປະມານ​ນີ້. ພວກ​ເຮົາ​ຈົ່ງ​ມາ​ພາກັນກ້າວ​ໄປ​ໜ້າ ຈົ່ງ​ມາ​ພາກັນ​ບໍລິຫານ​ປະ​ເທດ
ຈົ່ງຢ່າ​ພາກັນ​ອັດລັດຖະບານນີ້​ລົງອີກ. ນີ້​ແມ່ນ​ໂອກາດດີ​ແລ້ວ ​ແລະ​ພ້ອມ​ກັບ
ໂອກ​າດອັນ​ນີ້ ພວກ​ເຮົາ​ກໍ​ຈະສາມາດ​ ມີລະບົບ​ກາ​ນປ້ອງ​ກັນ​ຊາດທີ່ເຂັ້ມ​ແຂງ​
ກວ່າເກົ່າ ​ເປັນ​ປະ​ເທດ​ທີ່​ເຂັ້ມ​ແຂງກວ່າ​ເກົ່າ ​ແລະສາມາດ​ປະ​ຫຍັດ​ເງິນໃຫ້​ປະຊາຊົນຜູ້ເສຍພາສີ ນໍາ​ດ້ວຍ.”


​ເວລາໃດ​ທີ່​ອອກ​ມາ​ເປັນ​ກົດໝາຍ​ແລ້ວ ຮ່າງ​ງົບປະມານ​ນີ້​ກໍ​ແມ່ນຈະ​ອໍານວຍ​ໃຫ້​ປະເທດນີ້
ມີ​ເວລາສອງ​ປີທີ່​ປາດ​ສະ​ຈາກຈາກສົງຄາມ​ງົບ​ປະມານ ​ທີ່ໄດ້ຄອບ​ງໍາ​ລັດ​ຖະສະ​ພາ​ ​ໃນ​ໄລ
ຍະ​ຊຸມ​ປີມໍ່ໆ​ຜ່ານມາ​ນີ້ ​ໂດຍ​ຈະ​ຕັດ​ການ​ໃຊ້​ຈ່າຍຂອງ​ລັດຖະບານ​ກາງລົງ​ໃນ​ທຸກ​ພາກສ່ວນ
​ແລະ​ໃນ​ຂະນະ​ດຽວ​ກັນ ກໍລຸດຜ່ອນການ​ຂາດ​ດຸນລົງ​ເຖິງ 23 ພັນ​ລ້ານ​ໂດ​ລ່າ.

​ໃນ​ຂະນະ​ດຽວ​ກັນ​ ການ​ແລ່ນ​ເຕ້ນ​ພະຍາຍາມ​ຕໍ່​ລອງ​ຢ່າງ​ດຸ​ເດືອດ ​ໂດຍ​ລັດຖະບານ
Obama ກໍ​ໄດ້​ບັນລຸ​ຜົນ​ສໍາ​ເລັດ ​ໃນ​ການ​ປ້ອງກັນບໍ່ໃຫ້ ລັດຖະສະພາ ຮັບ​ຜ່ານ​ມາດຕະ
ການລົງ​ໂທດ​ໃ​ໝ່​ຕໍ່ອີຣ່ານ ຢ່າງ​ໜ້ອຍກໍ​ຈົນ​ຮອດ​ປີໜ້າ. ລັດ​ຖະມົນຕີຕ່າງປະ​ເທດ John
Kerry ​ແມ່ນ​ນຶ່ງ​ໃນ​ບັນດາ​ເຈົ້າ​ໜ້າ​ທີ່ສະຫະລັດ ​ທີ່​ຮຽກຮ້ອງ​ໃຫ້ຄະນະຜູ້​ແທນລັດຖະສະ
ພາ ຈົ່ງ​ໃຫ້​ໂອກາດ​ແກ່ການ​ທູດ​ນາໆ​ຊາດ ຫາ​ທາງ​ຍັບ​ຍັ້ງວິ​ກິດ​ການນິວ​ເຄລຍຂອງ​ອີຣ່ານ.

ບັນດາ​ຜູ້​ແທນ​ພັກ​ເດ​ໂມ​ແຄຣັດ ​ແລະຣີພັບ​ບລິ​ກັນ ຈໍານວນ​ນຶ່ງ ຕ້ອງ ການ​ຢາກເພີ້​ມທະວີ
ການ​ລົງ​ໂທດຂື້ນ​ອີກ ​ເພື່ອກົດ​ດັນກຸງ​ເຕຫະຣ່ານ ​ໃນ​ການ​ເຈລະ​ຈາທີ່​ຈະ​ມີ​ຂື້ນນັ້ນ ​ໂດຍ
​ອ້າງ​ວ່າ ການ​ລົງ​ໂທດໃນ​ເບື້ອງ​ຕົ້ນ​ນັ້ນ ໄດ້​ບັງ​ຄັບ​ໃຫ້ອີຣ່ານ​ເຂົ້າມາ​ເຈລະຈາ.

ລັດຖະບານ​ໂອ​ບາ​ມາ ກ່າວ​ວ່າ ລັດຖະສະພາຈະສາມ​າດ​ເຮັດ​ແນວ​ນັ້ນ​ໄດ້​ທຸກຍາມ
​ຖ້າຫາກ​ ​ການ​ເຈລະຈາ​ບໍ່​ສໍາ​ເລັດຜົນ.
XS
SM
MD
LG