ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ລາຍງານປະຈຳອາທິດ ທ່າມກາງຂີດໝາຍທີ່ມືດມົວ ໃນການຊຸກຍູ້ໃຫ້ເປີດທຸລະກິດທັງຫຼາຍຄືນ ຍ້ອນໂຄໂຣນາໄວຣັສ


ພວກລູກຄ້າກຳລັງຍ່າງຜ່ານປ້າຍເປີດຮ້ານ Rubio Coastal Grill
ທີ່ເມືອງ Longbeach ລັດຄາລິຟໍເນຍ ວັນທີ 12 ພຶດສະພາ 2020.
ພວກລູກຄ້າກຳລັງຍ່າງຜ່ານປ້າຍເປີດຮ້ານ Rubio Coastal Grill ທີ່ເມືອງ Longbeach ລັດຄາລິຟໍເນຍ ວັນທີ 12 ພຶດສະພາ 2020.

ລາຍງານສະບັບນຶ່ງໄດ້ກ່າວວ່າ ດຽວນີ້ມີກໍລະນີຕິດເຊື້ອໄວຣັສໂຄໂຣນາໃນທົ່ວໂລກເກີນກວ່າ 5 ລ້ານ 3 ແສນຄົນແລ້ວ ແລະຫຼາຍກວ່າ 335,000 ຄົນໄດ້ເສຍຊີວິດທີ່ເປັນຜົນມາຈາກການຕິດເຊື້ອໄວຣັສນັ້ນ. ສະຫະລັດ ເປັນປະເທດນຶ່ງທີ່ມີລາຍງານຂອງການຕິດເຊື້ອໄວຣັສຫຼາຍທີ່ສຸດ. ດັ່ງທີ່ນັກຂ່າວວີໂອເອ ເຄນ ຟາຣາບໍ ລາຍງານມາວ່າ ປະເທດກຳລັງເຂົ້າສູ່ຂີດໝາຍຂອງຄວາມເສົ້າໝອງທ່າມກາງການຜັກດັນໃຫ້ເປີດທຸລະກິດ ແລະໂບດຕ່າງໆຂອງປະເທດຄືນໃໝ່ ໃນຄວາມພະຍາຍາມທີ່ຈະກັບຄືນສູ່ເສດຖະກິດ ແລະຊີວິດການເປັນຢູ່ປະຈຳວັນ ຕາມປົກກະຕິຄືເກົ່າໃນບາງສ່ວນ.

ໃນຂະນະດຽວກັນ ພວກນັກທ່ອງທ່ຽວທັງຫຼາຍ ກໍໄດ້ພາກັນໄປທ່ຽວຕາມຊາຍຫາດຂອງສະຫະລັດຢ່າງໜາແໜ້ນ ທ່າມກາງການຜ່ອນຄາຍຂໍ້ຈຳກັດມາດຕະການປິດເມືອງຢູ່ນັ້ນ ໃນຫຼາຍໆພື້ນທີ່ຂອງປະເທດ ຊຶ່ງຫົວໜ້າໜ່ວຍປະຕິການສະເພາະກິດກ່ຽວກັບໄວຣັສໂຄໂຣນາຂອງທຳນຽບຂາວ ທ່ານໝໍ ເດໂບຣາ ເບີກສ໌ ໄດ້ກ່າວເຕືອນວ່າ ມັນຍັງບໍ່ທັນເປັນສິ່ງທີ່ປົກກະຕິໃດໆເທື່ອ ສຳລັບວັນພັກແຫ່ງຊາດທ້າຍສັບປະດາເພື່ອລຳລຶກເຖິງທະຫານຜ່ານເສິກຂອງອາເມຣິກາ ຫຼື ທີ່ເອີ້ນກັນວ່າ Memorial Day ນັ້ນ.

ທ່ານໝໍ ເບີກສ໌ ໄດ້ກ່າວວ່າ “ເຈົ້າບໍ່ຮູ້ຈັກວ່າຜູ້ໃດ ໄດ້ຕິດເຊື້ອໄວຣັສ ສະນັ້ນແລ້ວ ພວກເຮົາຕ້ອງເຂົ້າໃຈຢ່າງຈະແຈ້ງແທ້ໆ ວ່າການຢູ່ຫ່າງກັນໃນສັງຄົມ ແມ່ນເປັນສິ່ງທີ່ສຳຄັນຍິ່ງທີ່ສຸດ ແລະຖ້າເຈົ້າ ບໍ່ສາມາດທີ່ຈະຢູ່ຫ່າງກັນໃນສັງຄົມ ແລະເຈົ້າພາຍນອກ ເຈົ້າຕ້ອງໄດ້ໃສ່ໜ້າກາກ.”

ຈຳນວນການເສຍຊີວິດຈາກໄວຣັສໂຄໂຣນາໃນສະຫະລັດ ສູງຂຶ້ນຮອດ 100,000 ຄົນແລ້ວ ຊຶ່ງເປັນຂີດໝາຍທີ່ຖືກຕີພິມລົງໜ້າທຳອິດຂອງໜັງສືພິມນິວຢອກໄທມສ໌ ທີ່ໄດ້ບົ່ງບອກເຖິງລາຍຊື່ຂອງພວກຜູ້ເຄາະຮ້າຍຫຼາຍໆຄົນຈາກແຕ່ລະລັດມາເຖິງປັດຈຸບັນນີ້.

ຂີດໝາຍດັ່ງກ່າວ ມີມາໃນຂະນະທີ່ ປະທານາທິບໍດີ ທຣຳ ກົດດັນລັດຕ່າງໆ ອະນຸຍາດໃຫ້ສູນກາງປະຕິບັດທາງສາສະໜາ ເປີດຄືນໃໝ່ໄດ້.

ປະທານາທິບໍດີ ດໍໂນລ ທຣຳ ໄດ້ກ່າວວ່າ “ມື້ນີ້ ຂ້າພະເຈົ້າລະບຸສະຖານທີ່ສັກກາລະບູຊາ ໂບດທັງຫຼາຍ ວັດສາສະໜາຢິວ ວັດສາສະໜາອິສລາມ ເປັນສະຖານທີ່ສຳຄັນ ທີ່ສະໜອງພິທີທາງສາສະໜາທີ່ສຳຄັນຕ່າງໆນັ້ນ.”

ມັນເປັນການເຄື່ອນໄຫວທີ່ເຮັດໃຫ້ ຄຸນພໍ່ ແດນ ແຄໂຣລ ຂອງໂບດ Life Community ໃນເມືອງ ຟອນຕານາ ລັດຄາລີຟໍເນຍ ຮູ້ສຶກປິຕິຍິນດີ ບ່ອນທີ່ທ່ານ ແກວິນ ນິວຊຳ ເປັນຜູ້ປົກຄອງລັດຢູ່ນັ້ນ.

ຄຸນພໍ່ ແຄໂຣລ ໄດ້ກ່າວວ່າ “ພວກເຮົາບໍ່ຢາກຈະລະເມີດກົດໝາຍ. ພວກເຮົາພ້ອມແລ້ວທີ່ຈະດຳເນີນໜ້າບໍ່ວ່າແມ່ນຫຍັງກໍຕາມທີ່ ປະທານາທິບໍດີ ທຣຳ ຫຼື ຜູ້ປົກຄອງລັດ ທ່ານນິວຊຳ ໄດ້ກ່າວໄປ ເພາະວ່າ ພວກເຮົາຮູ້ສຶກຄືວ່າ ພວກເຮົາກໍໄດ້ອົດທົນມາຫຼາຍແລ້ວ ພວກເຮົາໄດ້ເອົາໃຈໃສ່ປະຕິບັດຕາມ ແລະພວກເຮົາຮູ້ສຶກຄືວ່າ ພວກເຮົາຕ້ອງເປີດໂບດ ແລະເບິ່ງແຍງພວກຄົນຂອງເຮົາ.”

ສ່ວນປະທານາທິບໍດີ ດໍໂນລ ທຣຳ ກໍໄດ້ກ່າວວ່າ “ບັນດາຜູ້ປົກຄອງລັດ ຕ້ອງເຮັດສິ່ງທີ່ຖືກຕ້ອງ ແລະອະນຸຍາດສິ່ງທີ່ສຳຄັນຍິ່ງທັງຫຼາຍເຫຼົ່ານີ້ ສະຖານທີ່ທີ່ສຳຄັນທາງດ້ານຄວາມເຊື່ອຖື ຈົ່ງເປີດສະດຽວນີ້ ສຳລັບທ້າຍສັບປະດານີ້. ຖ້າພວກເຂົາເຈົ້າບໍ່ເຮັດຈັ່ງຊັ້ນ ຂ້າພະເຈົ້າຈະສັ່ງການແທນພວກຜູ້ປົກຄອງລັດ.”


There are now over 5.3 million reported cases of the coronavirus globally, and more than 335,000 deaths as a result of infection. The United States is the country with the most reported infections. As VOA’s Kane Farabaugh reports, the country is noting a somber milestone amid a push to re-open businesses, and churches, in a bid to return the economy and daily life to some sense of normalcy.

While visitors packed some U.S. beaches amid limited easing of lockdown restrictions in most parts of the country, the head of the White House Coronavirus Task Force Dr. Deborah Birx warned it was still anything but a normal American Memorial Day holiday weekend.

“You don’t know who’s infected, and so we really want to be clear that social distancing is absolutely critical and if you can't social distance and you're outside, you must wear a mask.”

The number of U.S. coronavirus deaths approached 100,000, a benchmark the New York Times newspaper marked with a full front page dedicated to listing the names of many of the victims from each state to date.

The milestone comes as President Trump presses states to allow religious centers to re-open.

“Today I’m identifying houses of worship, churches, synagogues, and mosques as essential places that provide essential services.”

It was a welcome move for Dan Carroll, pastor of Water of Life Community Church in Fontana, California, where Gavin Newsome is Governor.

“We don’t want to break the law. We’re prepared to go ahead no matter what President Trump had said or Governor Newsome because we felt like we’ve been very patient, we’ve been very diligent, and we felt like we needed to open up and take care of our people.”

"The governors need to do the right thing and allow these very important, essential places of faith to open right now, for this weekend. If they don't do it, I will override the governors."

XS
SM
MD
LG