ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ວໍຊິງຕັນ ວາງມາດຕະການລົງໂທດຮອບໃໝ່ ຕໍ່ໂຄງການລູກສອນໄຟ ຂອງອີຣ່ານ


ປະທານາທິບໍດີຂອງອີຣ່ານ ທ່ານອີບຣາຮີມ ເຣຊີ ກ່າວຖະແຫລງ ໃນລະຫວ່າງ ພິທີເປີດເຜີຍ ລູກສອນໄຟຂີປະນາວຸດໃໝ່ ທີ່ເອີ້ນວ່າ ຟາຕຕາ "Fattah" ໂດຍມີໄລຍະທາງໄກເຖິງ 1400 ກິໂລແມັດ, ໃນນະຄອນຫຼວງເຕຫະຣ່ານ ຂອງອີຣ່ານ, ວັນທີ 6 ມິຖຸນາ 2023. (IRGC/WANA/Handout via Reuters)
ປະທານາທິບໍດີຂອງອີຣ່ານ ທ່ານອີບຣາຮີມ ເຣຊີ ກ່າວຖະແຫລງ ໃນລະຫວ່າງ ພິທີເປີດເຜີຍ ລູກສອນໄຟຂີປະນາວຸດໃໝ່ ທີ່ເອີ້ນວ່າ ຟາຕຕາ "Fattah" ໂດຍມີໄລຍະທາງໄກເຖິງ 1400 ກິໂລແມັດ, ໃນນະຄອນຫຼວງເຕຫະຣ່ານ ຂອງອີຣ່ານ, ວັນທີ 6 ມິຖຸນາ 2023. (IRGC/WANA/Handout via Reuters)

ວໍຊິງຕັນ ໄດ້ມີປະຕິກິລິຍາຢ່າງວ່ອງໄວ ຕໍ່ການເປີດເຜີຍ ລູກສອນໄຟໄວກວ່າສຽງລຸ້ນໃໝ່ຂອງເຕຫະຣ່ານ ໃນວັນອັງຄານວານນີ້ ໂດຍວາງມາດຕະການລົງໂທດຮອບໃໝ່ ຕໍ່ໂຄງການລູກສອນໄຟຂີປະນາວຸດຂອງອີຣ່ານ ພ້ອມກັນນັ້ນ ເຈົ້າໜ້າທີ່ທຳນຽບຂາວ ເອີ້ນການເຄື່ອນໄຫວ ຂອງອີຣ່ານ ວ່າ “ການທຳ​ລາຍສະຖຽນລະພາບ.”

“ລັດຖະບານທ່ານໄບເດັນ ໄດ້ມີຄວາມຊັດເຈນຫຼາຍ, ຮັດແໜ້ນຫຼາຍ ແລະໜັກແໜ້ນຫຼາຍ ກ່ຽວກັບການກົດດັນຕໍ່ກິດຈະການຕ່າງໆທີ່ເຮັດໃຫ້ບໍ່ມີສະຖຽນລະພາບໃນພູມິພາກຂອງອີຣ່ານ, ລວມທັງການພັດທະນາປັບປຸງໂຄງການລູກສອນໄຟຂີປະນາວຸດ” ນັ້ນແມ່ນຄຳເວົ້າ ຂອງທ່ານຈອນ ເຄີບີ ຜູ້ອຳນວຍການດ້ານການສື່ສານຍຸດທະສາດ ປະຈຳສະພາຄວາມໝັ້ນຄົງແຫ່ງຊາດ. ທ່ານກ່າວອີກວ່າ “ຂ້າພະເຈົ້າຈະບໍ່ສົນທະນາກ່ຽວກັບລາຍງານທີ່ສະເພາະເຈາະຈົງຂອງຂໍ້ກ່າວຫາເລື້ອງລູກສອນໄຟໄວກວ່າສຽງນີ້ ແຕ່ພວກເຮົາໄດ້ວາງມາດຕະການລົງໂທດຢ່າງຈະແຈ້ງແທ້ໆ ແລະກິດຈະການອື່ນໆ ເພື່ອກົດດັນຕໍ່ສິ່ງທີ່ອີຣ່ານ ກຳລັງເຮັດຢູ່ໃນຂົງເຂດ ອີກເທື່ອນຶ່ງ ລວມທັງໂຄງການລູກສອນໄຟຂີປະນາວຸດຂອງພວກເຂົານຳ.”

ໂທລະພາບຂອງທາງການໃນອີຣ່ານ ກ່າວວ່າ ລູກສອນໄຟ-ຊື່ວ່າ ຟາຕຕາ ຫຼື “ຜູ້​ມີ​ໄຊ” - ມີໄລຍະທາງໄກເຖິງ 1,400 ກິໂລແມັດ. ນັ້ນແມ່ນໄລຍະຫ່າງທາງອາກາດລະຫວ່າງ ເຕຫະຣ່ານ ແລະ ເຈຣູຊາແລັມ ພຽງເລັກນ້ອຍ.

ປະທານາທິບໍດີຂອງອີຣ່ານ ທ່ານອີບຣາຮີມ ເຣຊີ ໄດ້ອະທິບາຍວ່າ ອາວຸດໃໝ່ນີ້ ເປັນ “ສະໝໍຢຶດໝັ້ນ ຂອງຄວາມໝັ້ນຄົງແລະສັນຕິພາບ” ຢູ່ໃນພາກຕາເວັນອອກກາງ.

ກະຊວງການເງິນຂອງສະຫະລັດ ໄດ້ກ່າວໃນວັນອັງຄານວານນີ້ ວ່າ ມາດຕະການລົງໂທດໃໝ່ ແນເປົ້າໝາຍໃສ່ເຈັດບຸກຄົນ ແລະ ຫົກອົງການຈັດຕັ້ງໃນອີຣ່ານ ຈີນ ແລະ ຮົງກົງ ທີ່ສະໜອງແກ່ໂຄງການລູກສອນໄຟຂອງອີຣ່ານ ດ້ວຍ “ຊິ້ນສ່ວນທີ່ລະອຽດອ່ອນ ແລະສຳຄັນ ແລະດ້ານເທັກໂນໂລຈີ” ລວມທັງສິ່ງຂອງເຊັ່ນວ່າ ເຄື່ອງຈັກໃຊ້ແຮງໝຸນທັງຫຼາຍ ຊຶ່ງໂດຍສ່ວນໃຫຍ່ນຳໃຊ້ເພື່ອກັ່ນທາດຢູເຣນຽມ​ສຳ​ລັບອາວຸດນິວເຄລຍ.

Washington reacted swiftly Tuesday to Tehran’s unveiling of a new hypersonic missile by placing a fresh round of sanctions on Iran’s ballistic missile program, with White House officials calling Iran’s moves “destabilizing.”

“The Biden administration has been very clear, very concise, and very firm on pushing back on Iran's destabilizing activities in the region, to include the development of an improving ballistic missile program,” said John Kirby, director of strategic communications for the National Security Council. “I'm not going to talk about the specific reports of this alleged hypersonic missile, but we have laid down very clear sanctions and other activities to push back on what Iran is doing in the region, again, to include their ballistic missile program.”

State television in Iran says the missile — named Fattah, or “Conqueror” — has a range of up to 1,400 kilometers. That’s just short of the aerial distance between Tehran and Jerusalem. Iranian President Ebrahim Raisi described the new weapon as “an anchor of lasting security and peace” in the Mideast region.

The U.S. Treasury said Tuesday that new sanctions target seven individuals and six entities in Iran, China and Hong Kong that supply Tehran’s missile program with “sensitive and critical parts and technology,” including items such as centrifuges, often used to enrich uranium for nuclear weapons.

XS
SM
MD
LG