ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານທຣຳ ຢູ່ພາຍໃຕ້ ການສືບສວນ ແຕ່ບໍ່ແມ່ນ ເປົ້າໝາຍ ໃນການກະທຳຜິດ ທາງອາຍາ


ໄອຍະການພິເສດ ທ່ານ ໂຣເບີດ ມອລເລີ ເດີນທາງອອກຈາກ ລັດຖະບານພາ ຫຼັງຈາກການສະເໜີລາຍງານສັ້ນຕໍ່ສະພາສູງ ສະຫະລັດ ກ່ຽວກັບ ການສືບສວນ ສອບສວນຂອງທ່ານ ເລື່ອງຄວາມເປັນໄປໄດ້ ໃນການສົມຮູ້ຮ່ວມຄິດລະຫວ່າງ ຣັດເຊຍ ແລະ ການໂຄສະນາຫາສຽງ ຂອງທ່ານ ທຣຳ. ທີ່ນະຄອນຫຼວງ ວໍຊິງຕັນ. 21 ມິຖຸນາ, 2017.
ໄອຍະການພິເສດ ທ່ານ ໂຣເບີດ ມອລເລີ ເດີນທາງອອກຈາກ ລັດຖະບານພາ ຫຼັງຈາກການສະເໜີລາຍງານສັ້ນຕໍ່ສະພາສູງ ສະຫະລັດ ກ່ຽວກັບ ການສືບສວນ ສອບສວນຂອງທ່ານ ເລື່ອງຄວາມເປັນໄປໄດ້ ໃນການສົມຮູ້ຮ່ວມຄິດລະຫວ່າງ ຣັດເຊຍ ແລະ ການໂຄສະນາຫາສຽງ ຂອງທ່ານ ທຣຳ. ທີ່ນະຄອນຫຼວງ ວໍຊິງຕັນ. 21 ມິຖຸນາ, 2017.

ໜັງສືພິມ ວໍຊິງຕັນ ໂພສຕ໌ (Washington Post) ໄດ້ລາຍງານໃນວັນອັງຄານວານນີ້
ວ່າ ໄອຍະການພິເສດທ່ານ ໂຣເບີດ ມອລເລີ ໄດ້ບອກທະນາຍຄວາມຂອງ ປະທານາ
ທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໃນເດືອນແລ້ວນີ້ ວ່າ ໃນຂະນະທີ່ເພິ່ນແມ່ນເປົ້າ
ໝາຍຂອງການສືບສວນສອບສວນນັ້ນ, ທ່ານ ມອລເລີ ບໍ່ໄດ້ພິຈາລະນາວ່າ ທ່ານແມ່ນ
ເປົ້າໝາຍ ໃນການກະທຳຜິດ ທາງອາຍາ ໃນເວລານັ້ນ.

ໜັງສືພິມວໍຊິງຕັນ ໂພສຕ໌ ໄດ້ອ້າງອີງລາຍງານຂອງເຂົາເຈົ້າໃສ່ຂໍ້ມູນຈາກຫຼາຍຄົນຜູ້
ທີ່ຄຸ້ນເຄີຍກັບການສືບສວນສອບສວນສ່ວນຕົວທີ່ທ່ານ ມອລເລີ ມີກັບທະນາຍຄວາມ
ຂອງທ່ານ ທຣຳ ໃນຕົ້ນເດືອນມີນາທີ່ ຜ່ານມາ ກ່ຽວກັບ ຄວາມເປັນໄປໄດ້ທີ່ຈະສຳພາດ
ທ່ານປະທານາທິບໍດີ ໃນຖານະທີ່ເປັນພາກສ່ວນນຶ່ງ ຂອງການສອບສວນກ່ຽວກັບການ
ແຊກແຊງຂອງ ຣັດເຊຍ ເຂົ້າໃນການເລືອກຕັ້ງ ປີ 2016 ແລະ ວ່າການໂຄສະນາຫາ
ສຽງ ຂອງທ່ານ ທຣຳ ໄດ້ສົມຮູ້ຮ່ວມຄິດກັບ ຣັດເຊຍ ຫຼືບໍ່.

ປະຊາຄົມສືບລັບ ສະຫະລັດ ໄດ້ປະເມີນການຊີ້ນຳ ໃຫ້ແຊກແຊງການ ໂຄສະນາຫາ
ສຽງ ຂອງປະທານາທິບໍດີ ຣັດເຊຍ ທ່ານ ວລາດິເມຍ ປູຕິນ ວ່າ ມີເຈຕະນາສ້າງຄວາມ
ເສຍຫາຍ ຕໍ່ໂອກາດໃນການໄດ້ຮັບໄຊ ຊະນະຂອງຜູ້ລົງແຂ່ງຂັນສັງກັດພັກເດໂມ
ແຄຣັດ ທ່ານນາງ ຮິລແລຣີ ຄລິນຕັນ, ເພື່ອສະໜັບສະໜູນທ່ານ ທຣຳ. ທ່ານ ທຣຳ
ໄດ້ປະຕິເສດ ຊໍ້າແລ້ວຊໍ້າອີກວ່າ ມັນບໍ່ມີການສົມຮູ້ຮ່ວມຄິດກັນ ແລະ ໄດ້ເອີ້ນການສືບ
ສວນສອບສວນຂອງທ່ານ ມອລເລີ ວ່າເປັນການຊອກຈັບຜິດ.

ໜັງສືພິມວໍຊິງຕັນ ໂພສຕ໌ ໄດ້ເວົ້າວ່າ ທ່ານ ມອລເລີ ໄດ້ບອກໃຫ້ກຸ່ມ ນັກກົດໝາຍ
ຂອງທ່ານ ທຣຳ ວ່າ ທ່ານກຳລັງກະກຽມລາຍງານສະບັບ ນຶ່ງ ກ່ຽວກັບ ການກະທຳ
ຂອງທ່ານປະທານາທິບໍດີ ແລະ ໄດ້ກ່າວເນັ້ນ ເຖິງຄວາມຕ້ອງການທີ່ຈະລົມກັບທ່ານ
ທຣຳ. ທະນາຍຄວາມຂອງທ່ານ ທຣຳ ໄດ້ປະຕິເສດທີ່ຈະກ່າວຢ່າງເປັນການເປີດເຜີຍ
ກ່ຽວກັບເລື່ອງດັ່ງກ່າວນີ້. ໜັງສືພິມໄດ້ເວົ້າວ່າ ທ່ານ ທຣຳ ແລະຄົນວົງໃນບາງຄົນຂອງ
ທ່ານ ໄດ້ຕີຄວາມໝາຍຄຳເວົ້າຂອງທ່ານ ມອລເລີ ວ່າເປັນການຮັບປະ ກັນຄວາມສ່ຽງ
ທີ່ຕໍ່າ ໃນການຖືກຕັ້ງຂໍ້ຫາທາງອາຍາ ຂອງທ່ານປະທາ ນາທິບໍດີນັ້ນ, ໃນຂະນະທີ່ຄົນ
ອື່ນໆໄດ້ເຕືອນວ່າ ທ່ານ ມອລເລີ ອາດລໍ້ສຳພາດທ່ານ ທຣຳ ເຊິ່ງອາດເຮັດໃຫ້ທ່ານ
ຕົກຢູ່ໃນອັນຕະລາຍທາງກົດໝາຍ ຫຼາຍຂຶ້ນ.

ຄົນຜູ້ນຶ່ງທີ່ເປັນບຸກຄົນຫຼັກຂອງການສືບສວນສອບສວນ ແຕ່ບໍ່ໄດ້ຖືກພິ ຈາລະນາວ່າ
ເປັນເປົ້າໝາຍນັ້ນ ຕໍ່ມາສາມາດກາຍເປັນເປົ້າໝາຍໄດ້ ຖ້າມີຫຼັກຖານ ທີ່ເຊື່ອມໂຍງ
ເຂົາເຈົ້າໃສ່ການກະທຳຜິດທີ່ປາກົດຂຶ້ນມາ.

ທ່ານ ມອລເລີ ໄດ້ເລີ່ມເປັນຜູ້ນຳພາການສືບສວນສອບສວນຂອງທ່ານ ເກືອບນຶ່ງປີມາ
ແລ້ວ. ທ່ານໄດ້ຟ້ອງຮ້ອງຊາວຣັດເຊຍ 13 ຄົນກ່ຽວກັບ ຂໍ້ກ່າວຫາການສົມຮູ້ຮ່ວມຄິດ
ສຳລັບບົດບາດຂອງເຂົາເຈົ້າໃນການແຊກ ແຊງການເລືອກຕັ້ງ. ທ່ານຍັງໄດ້ຮັບເອົາ
ການຍອມຮັບຜິດຂອງອະດີດທີ່ປຶກສາດ້ານຄວາມປອດໄພແຫ່ງຊາດຂອງທ່ານ ທຣຳ,
ທ່ານ ໄມເຄິລ ຟລິນ ແລະອະດີດທີ່ປຶກສານະໂຍບາຍການຕ່າງປະເທດ ທ່ານ ຈອຣຈ໌
ປາປາໂດປູລັອສ ໃນການຂີ້ຕົວະ ບັນດານັກສືບສວນສອບສວນລັດຖະ ບານກາງ
ກ່ຽວກັບການຕິດຕໍ່ກັບເຈົ້າໜ້າທີ່ ຣັດເຊຍ ຂອງເຂົາເຈົ້າ.

ໃນວັນອັງຄານວານນີ້, ໄອຍະການ ໂຮນລັງ ທີ່ອາໄສຢູ່ນະຄອນຫຼວງ ລອນດອນ ປະ
ເທດ ອັງກິດ ທ່ານ ອາເລັກສ໌ ວານ ເດີ ສວານ ໄດ້ ຖືກຕັດສິນໂທດຂັງຄຸກ 30 ວັນ ແລະ
ປັບໃໝເງິນ 20,000 ໂດລາ ໃນການຂີ້ຕົວະບັນດານັກສືບສວນສອບສວນ ກ່ຽວກັບ
ການຕິດຕໍ່ຂອງລາວ ກັບສະມາຄົມທຸລະກິດ ທີ່ຄັ້ງນຶ່ງເຄີຍເປັນຜູ້ບໍລິຫານການໂຄສະ
ນາຫາສຽງຂອງທ່ານ ທຣຳ, ທ່ານ ພອລ ແມນນາຝອດ ແລະ ຮອງຂອງທ່ານ ແມນນາ
ຝອດ, ທ່ານ ຣິກ ເກດສ໌.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG