ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໐ ພຶດສະພາ ໒໐໒໔

ຄອບຄົວນຶ່ງ ທີ່ຫາຍດີຈາກ ໄວຣັສໂຄໂຣນາ ໃນນະຄອນຫຼວງ ວໍຊິງຕັນ ບໍລິຈາກນໍ້າເຫລືອງ ເພື່ອການຄົ້ນຄວ້າ


COVID-Fight,Win, Donate -- USAGM
please wait

No media source currently available

0:00 0:02:20 0:00

ບັນດາແພດໝໍ ແລະ ນັກຄົ້ນຄວ້າດ້ານການແພດ ແມ່ນກຳລັງສຶກສາວ່າສານຕ້ານເຊື້ອໃນນໍ້າເຫຼືອງຈາກຄົນໄຂ້ COVID-19 ທີ່ຫາຍດີແລ້ວ ຈະມີ ປະສິດທິພາບໃນການປິ່ນປົວພະຍາດດັ່ງກ່າວຫຼືບໍ່ ເມື່ອຢາວັກຊີນຕໍ່ຕ້ານໄວຣັສທີ່ວ່ານັ້ນ ຖືກຜະລິດອອກມາ. ຄອບຄົວນຶ່ງໃນນະຄອນຫຼວງຂອງ ສະຫະລັດ ທີ່ຫາຍດີຈາກ COVID-19 ຕອນນີ້ແມ່ນກຳລັງຊ່ວຍເຫຼືອ ໃນການສ້າງການປ່ຽນແປງ ທີ່ສຳຄັນ ດ້ວຍການບໍລິຈາກນໍ້າເຫຼືອງສຳລັບການຄົ້ນຄວ້າ. ນັກຂ່າວວີໂອເອ ຊາກິບ ອິລ ອິສລາມ ມີລາຍງານ ເຊິ່ງ ພຸດທະສອນ ຈະນຳລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.

ທ້າວ ລີໂອ ແຄນທີ ອາຍຸ 20 ປີຖືກກວດເປັນຜົນບວກສຳລັບ COVID-19 ໃນທ້າຍເດືອນມີນາທີ່ຜ່ານມາ, ຫຼັງຈາກໄດ້ເດີນທາງກັບບ້ານຈາກວິທະຍາໄລ ໃນລັດ ນິວຢອກ.

ທ້າວ ລີໂອ ແຄນທີ, ທີ່ຍັງເປັນນັກສຶກສາ ກ່າວວ່າ “ຕອນທີ່ເປັນຕາຢ້ານທີ່ສຸດ ກໍແມ່ນວ່າ ຄວາມຄິດໃນສະໝອງຂອງຂ້າພະເຈົ້າ, ຄືການເຮັດໃຫ້ຄົນອື່ນເຈັບ. ຫວັງວ່າຄົນທີ່ຂ້າພະເຈົ້າໄດ້ຕິດຕໍ່ນຳ ໂດຍສະເພາະຄອບຄົວຂອງຂ້າພະເຈົ້າທຸກຄົນຈະບໍ່ເປັນຫຍັງ.”

ທ້າວ ລີໂອ ອາໄສຢູ່ກັບພໍ່ແມ່ຂອງລາວ ແລະ ອ້າຍນ້ອງສາມຄົນໃນນະຄອນ ຫຼວງ ວໍຊິງຕັນ. ລາວໄດ້ກັກຕົນເອງກວດໂຣກໃນຫ້ອງຂອງລາວ, ແຕ່ແມ່ຂອງ ລາວ, ເຊິ່ງແມ່ນພະຍາບານ, ກໍຕິດໄວຣັສໂຄໂຣນາ ໃນເດືອນເມສາ.

ທ່ານນາງ ມິແຊລ ຄອກແຣນ, ພະຍາບານ ໄດ້ກ່າວວ່າ “ພວກເຮົາທຸກຄົນໄດ້ກັກຕົວກວດໂຣກຢູ່ໃນ ເຮືອນຫຼັງນີ້ເປັນເວລາສອງອາທິດ. ມັນເກືອບ 4 ອາທິດທີ່ພວກເຮົາທຸກຄົນຢູ່ໃນເຮືອນຫຼັງນີ້, ຕະ ຫຼອດເວລາເລີຍ, ໃນການກັກຕົວທີ່ຕ່າງ ກັນ.”

ທ່ານນາງ ມິແຊລ ແນ່ໃຈວ່າ ລາວບໍ່ໄດ້ຕິດໄວຣັສຈາກລູກຊາຍຂອງລາວ.

ຫຼັງຈາກທ້າວ ລີໂອ ໄດ້ຫາຍດີ ແລະ ກວດເປັນຜົນລົບໃນກາງເດືອນເມສາທີ່ ຜ່ານມາ, ລາວໄດ້ບໍລິ ຈາກນໍ້າເຫຼືອງຂອງລາວ, ເຊິ່ງບັນດານັກຄົ້ນຄວ້າຫວັງວ່າ ຈະໃຊ້ມັນເພື່ອທັງການປ້ອງກັນ ແລະ ປິ່ນປົວການຕິດ COVID-19.

ທ້າວ ລີໂອ ເວົ້າວ່າ “ມັນຈະເປັນການເຫັນແກ່ຕົວຖ້າບໍ່ເຮັດແນວນັ້ນ. ຖ້າມັນມີ ຄວາມເປັນໄປໄດ້ທີ່ຈະຊ່ວຍຄົນບາງຄົນ, ມັນກໍເປັນສິ່ງທີ່ເຈົ້າຕ້ອງໄດ້ເຮັດ.”

ສານຕ້ານເຊື້ອທີ່ໄດ້ມາຈາກຜູ້ລອດຊີວີດ COVID-19 ແມ່ນອາດເປັນຢາປິ່ນປົວ ເມື່ອຖືກສົ່ງຕໍ່ໄປໃຫ້ຄົນໄຂ້ທີ່ກຳລັງຕໍ່ສູ້ກັບໂຣກດັ່ງກ່າວ, ອີງຕາມການກ່າວຂອງ ດຣ. ອາຕູໂຣ ຄາຊາເດວອລ ຈາກໂຮງຮຽນການແພດ ມະຫາວິທະຍາໄລ ຈອນສ໌ ຮັອບກິນສ໌.

ດຣ. ອາຕູໂຣ ກ່າວວ່າ “ໃນໂຣກລະບາດທຸກຄັ້ງໃນອະດີດ ນັບຕັ້ງແຕ່ປີ 1900 ເປັນຕົ້ນມາ, ໃນປີ 1918, ດ້ວຍການລະບາດຂອງໂຣກ SARS, ດ້ວຍການ ລະບາດຂອງໂຣກອີໂບລາ ບັນດາແພດໝໍມັກຈະຕິດຕໍ່ຂໍໃຊ້ສານຕ້ານເຊື້ອເພາະວ່າ ມັນແມ່ນສິ່ງທີ່ມີໃຫ້ເມື່ອເຈົ້າມີຜູ້ລອດຊີວິດ.”

ອີງຕາມ ດຣ. ອາຕູໂຣ, ປະຊາຊົນຫຼາຍກວ່າ 7,200 ຄົນແມ່ນຖືກປິ່ນປົວດ້ວຍນໍ້າເຫຼືອງໃນ ສະຫະ ລັດ ນັບຕັ້ງແຕ່ວັນທີນຶ່ງເດືອນມີນາເປັນຕົ້ນມາ. ແລະ ກໍ ສືບຕໍ່ເພີ່ມຂຶ້ນ, ເຮັດໃຫ້ບັນດານັກຄົ້ນຄວ້າມີຕົວເລືອກຫຼາຍກວ່າເກົ່າ ເພື່ອສຶກສາການປິ່ນປົວທີ່ມີປະສິດທິຜົນ.

ສຳລັບຄອບຄົວ ແຄນທີ, ເຂົາເຈົ້າດີໃຈທີ່ເຂົາເຈົ້າສາມາດທີ່ຈະຊ່ວຍສະໜອງນໍ້າເຫຼືອງຂອງທ້າວ ລີໂອ ໃຫ້.

ທ່ານນາງ ມິແຊລ ກ່າວວ່າ “ຂ້າພະເຈົ້າຮູ້ສຶກໂຊກດີຢ່າງບໍ່ໜ້າເຊື່ອເລີຍ, ທີ່ພວກເຮົາທັງສອງໄດ້ຫາຍດີ ແລະ ບໍ່ມີຄົນອື່ນເປັນໄຂ້ອີກ.”

ທ່ານນາງ ມິແຊລ ເວົ້າວ່າ ລາວຢາກຮູ້ວ່າ ຄົນອື່ນໆໃນຄອບຄົວຂອງລາວຈະ ມີສານຕ້ານເຊື້ອຫຼືບໍ່ ສະນັ້ນເຂົາເຈົ້າຈຶ່ງສາມາດບໍລິຈາກນໍ້າເຫຼືອງຂອງເຂົາເຈົ້າ ສຳລັບການຄົ້ນຄວ້າ.

ອ່ານລາຍງານນີ້ເປັນພາສາອັງກິດ

XS
SM
MD
LG