ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ວໍຊິງຕັນ ກຳລັງຈະ ໂຕ້ຖຽງກັນ ກ່ຽວກັບ ເລື່ອງຕຳແໜ່ງ ຜູ້ພິພາກສາສານສູງສຸດ ທີ່ພວມເປົ່າຫວ່າງ


Washington Braces for Brawl Over Supreme Court Vacancy
please wait

No media source currently available

0:00 0:02:11 0:00

ເຊີນຊົມ ວີດີໂອ ລາຍງານນີ້

ການເສຍຊີວິດ ຂອງທ່ານ Antonin Scalia ຜູ້ພິພາກສາ
ສານສູງສຸດ ສະຫະລັດ ໄດ້ກໍ່ໃຫ້ເກີດມີ ການສັ່ນສະເທືອນ
ທາງດ້ານກົດໝາຍ ແລະ ການເມືອງ ໃນວໍຊິງຕັນ ແລະກວ້າງ
ໄກອອກໄປຕື່ມ.

ການຈາກໄປຂອງນັກນິຕິສາດ ຜູ້ທີ່ເປັນຫົວໜ້າອະນຸລັກນິຍົມ
ມີທ່າທາງວ່າ ຈະເກີດການປະເຊີນໜ້າກັນ ລະຫວ່າງ ທຳນຽບ
ຂາວ ກັບ ສະພາສູງທີ່ນຳພາໂດຍພັກຣີພັບບລີກັນ ໃນການຮັບ
ຮອງເອົາ ຜູ້ດຳລົງຕຳແໜ່ງຕໍ່ຈາກທ່ານ Scalia ແລະ ອາດນຳ
ເອົາອຸດົມການ ຂອງການຄວບຄຸມສານສູງສຸດ ມາເປັນເລື່ອງ
ຖົກຖຽງກັນ ໃນການເລືອກຕັ້ງປະທານາທິບໍດີ ໃນປີນີ້.

ຫົວໜ້າຕຸລາການ ທີ່ກຳລັງຈະກະສຽນ ທ່ານ Warren Burger (ຂວາ) ທຳພິທີ ສາບານຕົວ ໃຫ້ແກ່ທ່ານ Antonin Scalia, ໃນຂະນະທີ່ພັນລະຍາ ຂອງທ່ານ Scalia ທ່ານນາງ Maureen ຖືຄຳພີ Bible ຢູ່ໃນຫ້ອງຕາເວັນອອກ ຂອງທຳນຽບຂາວ, ວັນທີ 26 ກັນຍາ 1986.
ຫົວໜ້າຕຸລາການ ທີ່ກຳລັງຈະກະສຽນ ທ່ານ Warren Burger (ຂວາ) ທຳພິທີ ສາບານຕົວ ໃຫ້ແກ່ທ່ານ Antonin Scalia, ໃນຂະນະທີ່ພັນລະຍາ ຂອງທ່ານ Scalia ທ່ານນາງ Maureen ຖືຄຳພີ Bible ຢູ່ໃນຫ້ອງຕາເວັນອອກ ຂອງທຳນຽບຂາວ, ວັນທີ 26 ກັນຍາ 1986.

ການສະເໜີຊື່ ໂດຍປະທານາທິບໍດີ Ronald Reagan ໃນປີ 1986, ຜູ້ພິພາກສາ
Antonin Scalia ໄດ້ຂຽນຄຳຄິດເຫັນ ໃນບາງສ່ວນ ເລື່ອງການອະນຸລັກທີ່ສູງສຸດ
ຂອງສານສູງສຸດ ແລະ ມີຜົນກະທົບ ກ່ຽວກັບ ເລື່ອງສິດທິໃນການປ່ອນບັດອອກສຽງ,
ເລື່ອງຄົນເຂົ້າເມືອງ ແລະ ເລື່ອງພວກຜູ້ຕ້ອງສົງໄສກໍ່ການຮ້າຍ ທີ່ຖືກຄຸມຂັງຢູ່ທີ່
Guantanamo Bay ຂອງປະເທດຄິວບາ ອັນເປັນພຽງສ້ຽວໜຶ່ງເທົ່ານັ້ນ.

ນອກນັ້ນ ທ່ານຍັງໄດ້ຂຽນບົດຄວາມ ບາງສ່ວນຂອງສານສູງສຸດ ທີ່ມີການບໍ່ເຫັນດ້ວຍ
ກັບປະທານາທິບໍດີ ບາຣັກ ໂອບາມາ ກ່ຽວກັບ ເລື່ອງກົດໝາຍ ຮັກສາສຸຂະພາບ ທີ່ເປັນ
ກົດໝາຍຫຼັກ ຂອງທ່ານໂອບາມາ, ສິດທິຂອງພວກກະເທີຍ ແລະ ການໄຫວ້ພະ ໃນໂຮງ
ຮຽນຫຼວງ.

ເຖິງຢ່າງໃດກໍຕາມ ທ່ານ Obama ແລະ ທ່ານ Scalia ບໍ່ຄ່ອຍໄດ້ໄດ້ຊ້ອງໜ້າກັນ ກ່ຽວ
ກັບເລື່ອງຕ່າງໆ ຕາມລັດຖະທຳມະນູນ, ປະທານາທິບໍດີ ໄດ້ສະແດງຄວາມເຄົາລົບ ນັບຖື
ຕໍ່ທ່ານ Scalia ແລະ ຜົນງານດ້ານຕຸລາການຂອງທ່ານ.

The death of U.S. Supreme Court Justice Antonin Scalia set off a legal and political earthquake in Washington and beyond.

The arch-conservative jurist’s passing guarantees a confrontation between the White House and the Republican-led Senate on confirming a successor, and could put ideological control of the high court at stake in this year’s presidential election.

Nominated by President Ronald Reagan in 1986, Justice Antonin Scalia authored some of the Supreme Court's most conservative and impactful opinions on voting rights, immigration, and terror suspects held at Guantanamo Bay, Cuba – to name but a few.

He also authored some of the high court’s most colorful dissents on President Barack Obama’s signature health care law, gay rights, and prayer in public schools.

Although Obama and Scalia rarely saw eye-to-eye on constitutional matters, the president was quick to pay tribute to Scalia and his judicial legacy.

XS
SM
MD
LG