ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ອະນາຄົດຂອງບໍ່ຖ່ານຫິນ ໃນ ສຫລ ກໍາລັງບໍ່ແນ່ນອນ (ວີດິໂອ)


ບໍ່ຖ່ານຫີນ Prichard ຢູ່ໃນເຂດ​ເມືອງ Logan ລັດ West Virginia ຍັງດໍາເນີນການຜະລິດຢູ່
ບໍ່ຖ່ານຫີນ Prichard ຢູ່ໃນເຂດ​ເມືອງ Logan ລັດ West Virginia ຍັງດໍາເນີນການຜະລິດຢູ່
ໂຮງງານ​ໄຟຟ້າຫລາຍແຫ່ງ ຢູ່ໃນສະຫະລັດ ກໍາລັງໃຊ້ແກັສ
ທຳ​ມະ​ຊາດແທນຖ່ານຫີນ ເພື່ອຜະລິດໄຟຟ້າ ຊຶ່ງຫລຸດຜ່ອນ
ການປ່ອຍອາຍ​ແກັສຄາບອນໄດອັອກໄຊ ທີ່ພວກນັກວິທະຍາ
ສາດເວົ້າວ່າ ພາໃຫ້ດິນຟ້າອາກາດປ່ຽນແປງໄປນັ້ນ. ໃນຂະນະ
ທີ່ການຫັນປ່ຽນ​ດັ່ງກ່າວເປັນຜົນດີຕໍ່ສະພາບແວດລ້ອມແຕ່
Brian Padden ຜູ້ສື່ຂ່າວວີໂອເອລາຍງານວ່າ ສໍາລັບພວກ
ທີ່ກາງຕໍ່ອາໄສຖ່ານຫີນຢູ່​ໃນເຂດພູ Applachian ທາງພາກ
ຕາເວັນອອກຂອງສະຫະລັດແລ້ວ ການຫລຸດລົງຂອງການຜະ
ລິດຖ່ານຫີນ ເປັນໄພຂົ່ມຂູ່ຕໍ່ຊີວິດການເປັນຢູ່ຂອງພວກເຂົາເຈົ້າ.
ບົວສະຫວັນ ມີລາຍລະອຽດເລື້ອງນີ້ມາສະເໜີທ່ານໃນອັນດັບ
ຕໍ່ໄປ:
ລິງໂດຍກົງ

ເບິ່ງວີດິໂອກ່ຽວກັບລາຍງານນີ້:



ບໍ່ຖ່ານຫີນ Prichard ຢູ່ໃນເຂດ​ເມືອງ Logan ລັດ West Virginia ຍັງດໍາເນີນການຜະ
ລິດຢູ່ ຊຶ່ງໄດ້ຈ້າງຄົນງານ 55 ຄົນທີ່ໄດ້ຮັບຄ່າແຮງງານຫລາຍກວ່າ 60,000 ໂດລາຕໍ່ປີ ແລະຜະລິດຖ່ານຫີນ​ໄດ້ ຫລາຍ ກວ່າ 500,000 ໂຕນຕໍ່ປີ. ແຕ່​ແນວ​ໃດ​ກໍຕາມອະນາຄົດ
ຂອງບໍ່​ຖານ​ຫີນ ດັ່ງກ່າວແມ່ນຍັງບໍ່ແນ່ນອນ. ການແຂ່ງຂັນຈາກອາຍແກັສທໍາມະຊາດທີ່ ມີ
​ຕົ້ນທຶນ​ໃນ​ການ​ຜະລິດ​ຕໍ່າກວ່າ ໄດ້ຜັກດັນໃຫ້ຄວາມຕ້ອງການຖ່ານຫີນຫລຸດລົງ. ແຕ່ທ່ານ
Rocky Hackworth ຜູ້ຈັດການໃຫຍ່ ​ໃ​ນການປະຕິ​ບັດ​ງານຂຸດຄົ້ນບໍ່ຖ່ານຫີນເວົ້າວ່າ ໄພ
ຂົ່ມຂູ່ອັນແທ້ຈິງ ແມ່ນລະບຽບ ການທີ່ເພີ້ມຂຶ້ນ ແລະຄ່າໃຊ້ຈ່າຍທີ່ຕ້ອງການເພື່ອຈະໄດ້ຮັບ
ອະນຸມັດຈາກອົງການປົກປ້ອງສິ່ງແວດລ້ອມ ຫລື EPA ສໍາລັບການດໍາເນີນງານຂຸດຄົ້ນບໍ່.

ທ່ານ Hackworth ເວົ້າວ່າ: “ບັດນີ້ ໃບອະນຸຍາດຫລ້າ​ສຸດ ທີ່ພວກເຮົາ ໄດ້ຮັບ ໃຊ້ເວລາສາມປີຈຶ່ງໄດ້ມາ. ພວກເຮົາໝົດເງິນ 1 ລ້ານ 2 ແສນໂດລາ ເພື່ອ
ຈະໄດ້ຮັບອະນຸຍາດ ກ່ອນໜ້າທີ່ພວກເຮົາ ຈະເລີ້ມດໍາເນີນ ງານໄດ້. ຍ້ອນມີ
ຄວາມບໍ່ແນ່ນອນແບບນັ້ນ ດຽວນີ້ ໃນສອງສາມປີຜ່ານມາ EPA ໄດ້ຖອນໃບ
ອະນຸຍາດ ລຸນຫລັງທີ່ການດໍາເນີນງານ ໄດ້ເລີ້ມ ຕົ້ນ ແລະໄດ້ອອກໃຫ້ແລ້ວ.
ສະນັ້ນ ໃຜຈະຢາກສ່ຽງ.”


ທ່ານກ່າວອີກວ່າ ເງິນຈ່າຍໃນການຂໍອະນຸຍາດສ່ວນໃຫຍ່ ແມ່ນໃຊ້ເພື່ອຟື້ນຟູດິນເທິງພູ ທີ່
ໄດ້ຖືກເອົາຂຸດອອກເພື່ອໃຫ້ເຂົ້າເຖິງຖ່ານຫີນ ທີ່ຢູ່ພື້ນດິນໃນພູນັ້ນໄດ້ ແລະຮັບປະກັນວ່າ
ການຂຸດຄົ້ນບໍ່ຖ່ານ​ຫີນບໍ່ໄດ້ເຮັດໃຫ້​ແມ່ນໍ້າ ຢູ່ໃນທ້ອງຖິ່ນ​ເປື້ອນ​ເປິະ.

ບໍ່ຖ່ານ​ຫີນຫລາຍແຫ່ງຢູ່ໃນຂົງເຂດຖືກປິດ ແລະທຸລະກິດແມ່ນພົບກັບຄວາມຫຍຸ້ງຍາກ. ທ່ານ
Jim Winkler ​ເປັນ​ເຈົ້າຂອງບໍລິສັດ American Hydraulic and Rebuild ທີ່ຜະລິດອຸປະ
ກອນສໍາລັບຂຸດຄົ້ນບໍ່ແຮ່ແລະເຄີຍມີຄົນງານເຮັດວຽກມື້ນຶ່ງ 10 ຊົ່ວໂມງ ສອງເທົ່າ ຂອງຈໍານວນ
ດຽວນີ້.

ທ່ານ Winkler ເວົ້າວ່າ: “ແຕ່ປີກາຍມາຮອດປີນີ້ ພວກເຮົາຫລຸດພະນັກງານລົງ
40 ເປີເຊັນ. ຄົນງານຂ້ອຍແມ່ນເຮັດວຽກ 8 ຊົ່ວໂມງ ຕໍ່ມື້ ຫລື 4 ມື້ ຕໍ່ອາທິດ. ຂ້ອຍກໍາລັງກຽມຈະເອົາພະນັກງານ 4 ຄົນອອກການ. ສອງຄົນໃນນັ້ນແມ່ນເຮັດ
ວຽກກັບຂອ້ຍມາໄດ້ 20 ປີແລ້ວ. ມັນເປັນເລື້ອງທີ່ຍາກໃຈທີ່ສຸດ ທີ່ຂ້ອຍເຄີຍໄດ້
ເຮັດມາ. ຂ້ອຍບໍ່ເຄີຍເອົາຜູ້ໃດອອກການຈັກເທື່ອ.”


ທ່ານນາງ Ashley Justice ຊຶ່ງເປັນຮຸ້ນ​ສ່ວນຜູ້ນຶ່ງຂອງຮ້ານສ້ອມແປງລົດ Busted Knuckle
ເວົ້າວ່າຄວາມບໍ່ແນ່ນອນທາງເສດຖະກິດແມ່ນ ໄດ້ເຮັດໃຫ້ມີຄວາມລໍາບາກໃຈຫລາຍ. ທ່ານນາງ Justice ເວົ້າວ່າ:

“ເປັນເລື້ອງໜ້າທໍ້ຖອຍໃຈຫລາຍ ເມື່ອ ເຫັນວ່າ ພວກເຮົາກໍາລັງເສຍຄົນທີ່ພວກ
ເຮົາຮູ້ມາເປັນເວລາດົນນານທີ່ກໍາລັງຍ້າຍໄປຢູ່​ໃນ​ເຂດ​ອື່ນໆຂອງປະເທດ
ເພື່ອເຮັດວຽກ ຫລືອອກກິນເບ້ຍບໍານານ.”


ສະມາຊິກສະພາສູງປະຈໍາລັດ West Virginia ທ່ານ Art Kirkendoll ເວົ້າວ່າ ລັດຖະບານ
ສະຫະລັດ ກໍາລັງເຮັດສົງຄາມທາງເສດຖະກິດ ຕໍ່ການຂຸດຖ່ານຫີນ ເພື່ອຊຸກຍູ້ການໃຊ້ພະ
ລັງງານທີ່ສະອາດກວ່າ ແລະຫລຸດຜ່ອນສະພາບອາກາດອົບເອົ້າຂອງໂລກ ຫລື global warming ລົງ. ທ່ານ Kirkendoll ເວົ້າວ່າ:

“ພວກເຮົາຮູ້ສຶກຄ້າຍກັບວ່າ ມັນມີສົງຄາມໃນເລື້ອງນີ້ໜ້ອຍນຶ່ງ ເພື່ອຈະຫລຸດ
ມັນລົງເຖິງຂັ້ນທີ່ວ່າ ມີລະບຽບການ ໃດນຶ່ງທີ່ເຮັດໃຫ້ພວກເຮົາພົບຂໍ້ຫຍຸ້ງຍາກ
ທີ່ຈະຂຸດຄົ້ນບໍ່ໄດ້. ແລະທ່ານຮູ້ບໍ່ວ່າ ຖ້າຫາກທ່ານມີສິນຄ້າ ແລະທ່ານບໍ່ສາ
ມາດຂາຍໄດ້ ຫລືບໍ່ສາ ມາດຜະລິດ ແລະຂຸດຄົ້ນມັນໄດ້ແລ້ວ ໃນທີ່ສຸດຈັ່ງໃດ
ພວກເຮົາກໍຈະຕ້ອງປິດກິດຈະການໄປ.”


ທ່ານເວົ້າອີກວ່າ ປະຊາຊົນທີ່ດໍາລົງຊີວິດຢູ່ໃນເຂດຊົນນະບົດທີ່​ສອກຫຼີກຂອງ​ພູ Appalachian ກໍາລັງເປັນຜູ້ໄດ້ຮັບຄວາມ​ເ​ສຍຫາຍ ຈາກສົງຄາມຖ່ານຫີນທີ່ວ່ານີ້.
XS
SM
MD
LG