ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ທຣຳ ຈະແຕ່ງຕັ້ງທ່ານ Mnuchin ເປັນ ລັດຖະມົນຕີ ກະຊວງການເງິນ


Wall Street Sees Mnuchin as Treasury Chief 'a Safe Bet'
please wait

No media source currently available

0:00 0:02:14 0:00

ກຸ່ມເສດຖະກິດໃນອະນາຄົດ ຂອງປະທານາທິບໍດີທີ່ຖືກເລືອກໃໝ່ ທ່ານ Donald Trump ແມ່ນກຳລັງຈະເຂົ້າຮູບເຂົ້າຮ່າງ. ແຕ່ຄວາມຄວາມ​ຕັ້ງ​ໃຈທີ່ຈະສະເໜີຊື່ອະດີດນາຍທະນາ ຄານຂອງບໍລິສັດ Goldman Sachs ທ່ານ Steven Mnuchin ເປັນລັດຖະມົນຕີກະ ຊວງການເງິນຄົນຕໍ່ໄປນັ້ນ ອາດຈະກາຍເປັນບັນຫາ, ຍ້ອນຄຳຖະ​ແຫຼງທີ່ຕໍ່ຕ້ານຕະຫຼາດ ຮຸ້ນຂອງ​ທ່ານ ໃນລະຫວ່າງການໂຄສະນາຫາສຽງ. ດັ່ງນັ້ນ, ທ່ານ Steven Mnuchin ແມ່ນໃຜ? ຕໍ່ໄປນັກຂ່າວ Mil Arcega ຈະອະທິບາຍໃຫ້ຮູ້ ເຊິ່ງ ພຸດທະສອນ ຈະນຳລາຍ ລະອຽດມາສະເໜີທ່ານ.

ທ່ານ Steven Mnuchin ບໍ່ແມ່ນຄົນທີ່ມີຊື່ສຽງ. ທ່ານບໍ່ເຄີຍມີຕຳແໜ່ງທາງລັດຖະການ​ໃດໆ, ແຕ່ຜູ້ຊາຍອາຍຸ 53 ປີທີ່ຮຽນຈົບມະ ຫາວິທະຍາໄລ Yale ຄົນນີ້ ມີຊີວະປະຫວັດທີ່ ໜ້າສົນໃຈ. ທ່ານເປັນ ຄູ່ຮຸ້ນສ່ວນ​ຂອງບໍລິສັດ Goldman Sachs ດົນເຖິງ 17 ປີ. ທ່ານ ເປັນເສດຖີເງິນລ້ານຜູ້ທີ່ໄດ້ລິເລີ່ມກອງທຶນເພື່ອການເກງກຳໄລ ແລະ ຕໍ່ມາໄດ້ປະສົບ ຄວາມສຳເລັດໃນຖານະຜູ້ຜະລິດຮູບເງົາໃນ Hollywood.

ແຕ່ທຸກມື້ນີ້ ທ່ານ Mnuchin ກ່າວວ່າ ຈຸດເພັ່ງເລັງຂອງທ່ານແມ່ນ ກ່ຽວກັບ ບັນຫາທີ່ສຳຄັນ ຫຼາຍກວ່ານັ້ນ.

ທ່ານ Steven Mnuchin ທີ່ໄດ້ຮັບການແຕ່ງຕັ້ງເຂົ້າເປັນຄະນະລັດ ຖະມົນຕີຂອງທ່ານ ທຣຳ ກ່າວວ່າ “ບູລິມະສິດອັນດັບໜຶ່ງຂອງພວກເຮົາຈະແມ່ນເສດຖະກິດ, ນຳເອົາການ ເຕີບໂຕ 3 ຫາ 4 ເປີເຊັນກັບມາຄືນ. ພວກເຮົາເຊື່ອວ່າ ມັນມີີຄວາມໝັ້ນຄົງຫຼາຍ ແລະ ເພັ່ງເລັງໃສ່ສິ່ງຕ່າງໆສຳລັບກຳມະກອນ ອາເມຣິກັນ.”

ໃນຖານະເປັນໜຶ່ງໃນບັນດາຜູ້ເລີ່ມຕົ້ນສະໜັບສະໜູນຈຸທຳອິດຂອງທ່ານ ທຣຳ ແລະ ເປັນຜູ້ ຊີ້ນຳການໂຄສະນາຫາສຽງທີ່ໄດ້ຮັບການເຊື່ອຖືນັ້ນ, ບັນດານັກວິເຄາະຕະຫຼາດ ກ່າວວ່າ ການແຕ່ງຕັ້ງທ່ານ Mnuchin ແມ່ນເລື່ອງທີ່ບໍ່ແປກ.

ທ່ານ Cary Leahey ຈາກບໍລິສັດ Decision Economics ກ່າວວ່າ “ທ່ານຮູ້ບໍ່, ທ່ານ ປະທານາທິບໍດີ ມັກຈະເລືອກຄົນ ຜູ້ທີ່ເພິ່ນຮູ້ສຶກອຸ່ນໃຈນຳ, ຄົນຜູ້ທີ່ຕົກຢູ່ໃນຂຸມບັງເກີ້ ດຽວກັນກັບເພີ່ນ, ແລະ ຄືກັບປະທານາທິບໍດີທຸກໆທ່ານຫັ້ນແຫຼະ, ທ່ານມີຄວາມຈົງຮັກ ພັກດີ ແລະ ທ່ານຢາກຈະໃຫ້ລາງວັນ​ແກ່ຄວາມຈົງຮັກພັກດີນັ້ນ. ທ່ານບໍ່ມີຄວາມເຕັມ ໃຈທີ່ຈະອອກຈາກກຸ່ມວົງໃນຂອງທ່ານໃນເວລານີ້.”

ແຕ່ໃນຖານະທີ່ຈະເປັນຜູ້ຊາຍທີ່ຈະມາຮັບຜິດຊອບ ໃນການປ່ຽນແປງກົດໝາຍພາສີ ສະ ຫະລັດ ນີ້, ບາງຄົນກ່າວວ່າ ການແຕ່ງຕັ້ງໄດ້ສົ່ງ​ສັນຍານທີ່ຜິດ. ນັກຄົ້ນຄວ້ານະໂຍບາຍທີ່​ບໍ່​ຝັກໃຝ່ຝ່າຍ​ໃດຈາກອົງການ Public Citizen ທ່ານ Rick Claypool ໄດ້ເຫັນການບໍ່ ເຊື່ອມໂຍງກັນ ລະຫວ່າງທ່ານ ທຣຳ ທີ່ໂຄສະນາຫາສຽງ ແລະ ທ່ານ ທຣຳ ປະທານາທິບໍດີ ທີ່ຖືກເລືອກໃໝ່.

ທ່ານ Claypool ກ່າວວ່າ “ທ່ານ Mnuchin ແມ່ນຜູ້ລົງແຂ່ງຂັນທີ່ພວກເຮົາຫວັງວ່າ ທ່ານ ທຣຳ ຈະແຕ່ງຕັ້ງແທ້ ຖ້າຫາກທ່ານ​ສະໜັບ ສະ​ໜຸນຕະຫຼາດຮຸ້ນ Wall Street, ບໍ່ແມ່ນ​ເອົາ​ມາດ​ຕະການ​ຕໍ່​ຕະຫຼາດດັ່ງກ່າວ.”

ແຕ່ແທນທີ່ຈະເປັນແນວນັ້ນ, ທ່ານ Claypool ສັງເກດເຫັນວ່າ ການແຕ່ງຕັ້ງທ່ານ Mnuchin ຈະເປັນການຫວນກັບຄືນສູ່ອະດີດທີ່​ເປັນອັນ ຕະລາຍ.

ທ່ານ Rick Claypool ກ່າວວ່າ “ໃນເລື່ອງຂອງນະໂຍບາຍນັ້ນ, ຂ້າ ພະເຈົ້າຫວັງວ່າ ກິດຈະກຳທີ່ມີຄວາມສ່ຽງກວ່າບາງຢ່າງຈະກັບຄືນມາ ເຊິ່ງມັນ​ໄດ້ນຳພວກເຮົາໄປສູ່ວິ ກິດການດ້ານການເງິນ ແລະ ສະພາວະເສດຖະກິດຕົກຕ່ຳຄັ້ງໃຫຍ່.”

ແຕ່ຢູ່ທີ່ຕະຫຼາດຮຸ້ນ Wall Street ນັ້ນ, ພວກເຂົາເຈົ້າເຫັນທ່ານ Mnuchin ​ເປັນຄົນພາຍ ໃນຜູ້ໜຶ່ງ ແລະ ເບິ່ງຄືວ່າຈະດຳ​ເນີນການໃນ​ສິ່ງ​ທີ່​ປອດ​ໄພ.

ທ່ານ Cary Leahey ກ່າວວ່າ “ຂ້າພະເຈົ້າຄິດວ່າຕະຫຼາດຮຸ້ນ Wall Street ບາງເທື່ອ ເບິ່ງຄືວ່າ ຈະສະແດງຄວາມ​ໂລ່ງໃຈອອກມາໜ້ອຍໜຶ່ງ, ໂດຍກ່າວວ່າທ່ານອາດຈະ ສ້າງທາງເລືອກອະນຸລັກນິຍົມທີ່ຫຼາຍກວ່າ ຫຼື ໜ້ອຍກວ່າ, ຈະວ່າແນວນັ້ນກໍໄດ້. ແລະ ການເລືອກເອົານັກອະນຸລັກນິຍົມໃນມາດຕະຖານຂອງທ່ານ ທຣຳ ນັ້ນ ຂ້າພະເຈົ້າຄິດ ວ່າ ໂດຍແທ້ຈິງແລ້ວ ຕະຫຼາດແມ່ນບໍ່ພໍໃຈກັບທາງເລືອກຕ່າງໆທີ່ທ່ານໄດ້ເຮັດ.”

ສະພາສູງ ຍັງຈະຕ້ອງໄດ້ຮັບຮອງເອົາ ​ການ​ແຕ່ງຕັ້ງທ່ານ Mnuchin. ແຕ່ຍ້ອນວ່າສຽງ ສ່ວນຫຼາຍຂອງພັກຣີພັບບລີິກັນທີ່ມີຢູ່ທັງ​ໃນສະພາຕ່ຳ ແລະ ສະພາສູງນັ້ນ, ບັນດານັກວິ ເຄາະເຊື່ອວ່າ ທ່ານ ທຣຳ ເບິ່ງຄືຈະ​ໄດ້ໄຊຊະນະ.

((INTRODUCTION))
[[President-elect Donald Trump's future economic team is starting to take shape.But his intention to nominate former Goldman Sachs banker Steven Mnuchin to become the next Treasury secretary could prove to be controversial, given the candidate's campaign rhetoric against Wall Street. So, who is Steven Mnuchin?Mil Arcega explains.]]

((NARRATOR))
Steven Mnuchin is hardly a household name.He's never held public office, but the 53-year-old Yale graduate has an interesting resume.He was a 17-year partner at Goldman Sachs - a millionaire who started his own hedge fund and later enjoyed a successful stint as a Hollywood producer.

But these days Mnuchin says his focus is on more important matters.

((STEVEN MNUCHIN, TRUMP CABINET APPOINTEE))
"Our number-one priority is going to be the economy, get back to 3-4 percent growth.We believe that's very sustainable and focus on things for the American worker."

((NARRATOR))
As one of Mr. Trump's earliest supporters and a trusted campaign adviser, market analysts say Mnuchin's appointment was predictable.

((CARY LEAHEY, DECISION ECONOMICS))
"You know, the president likes to pick people he's comfortable with, people who got into the bunker with him, and, like every president, he's loyal and he wants to reward that loyalty. He's not willing to go outside his inner circle for the moment."

(NARRATOR))
But as the man who would be in charge of overhauling the U.S. tax code, some say the appointment sends the wrong message.On Skype, policy researcher Rick Claypool, at the non-partisan middle class advocacy group Public Citizen, sees a disconnect between campaigner Trump and President-elect Trump.

((mandatory Skype courtesy))

((RICK CLAYPOOL, PUBLIC CITIZEN))
"Mnuchin is exactly the candidate we would expect Trump to appoint if he's embracing Wall Street, not cracking down on it."

((NARRATOR))
Instead, Claypool sees the Mnuchin appointment as a dangerous return to the past.

((RICK CLAYPOOL, PUBLIC CITIZEN))
"Policy-wise, I would expect a return to some of the riskier activities that led us to the financial crisis and the great recession."

((NARRATOR))
But on Wall Street, Mnuchin is seen as an insider and a pretty safe bet.

((CARY LEAHEY, DECISION ECONOMICS ))
"I think Wall Street may be perhaps breathing a little sigh of relief, saying he could have made some more or less conservative choices, so to speak, and picking relatively conservative by Trump's standards, I think, the market is actually not unhappy with the choices that are made."

(NARRATOR))
The Senate still has to confirm Mnuchin.But given Republican majorities in both houses of Congress, analysts believe Trump is likely to prevail.

XS
SM
MD
LG