ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລາຍໄດ້ສະເລ່ຍ ຂອງປະຊາຊົນ ຢູ່ນະຄອນຫຼວງວຽງຈັນ ຈະເພີ້ມຂຶ້ນຕື່ມ


ການຂະຫຍາຍຕົວ ທີ່ເພີ້ມຂຶ້ນ ເຮັດໃຫ້ລະດັບລາຍໄດ້ ແລະ ສະພາບຊີວິດ ການເປັນຢູ່ ຂອງປະຊາຊົນລາວ ທີ່ຢູ່ໃນເຂດ ນະຄອນຫຼວງວຽງຈັນ ດີຂຶ້ນ.
ການຂະຫຍາຍຕົວ ທີ່ເພີ້ມຂຶ້ນ ເຮັດໃຫ້ລະດັບລາຍໄດ້ ແລະ ສະພາບຊີວິດ ການເປັນຢູ່ ຂອງປະຊາຊົນລາວ ທີ່ຢູ່ໃນເຂດ ນະຄອນຫຼວງວຽງຈັນ ດີຂຶ້ນ.
ລາຍໄດ້ສະເລ່ຍ ຂອງປະຊາຊົນ ໃນເຂດນະຄອນຫຼວງວຽງຈັນ
ຈະເພີ້ມຂຶ້ນເປັນ 3,800 ດອນລາຕໍ່ຄົນ ໃນຂະນະທີ່ ປະຊາຊົນ
ໃນແຂວງຜົ້ງສາລີ ຍັງຈະມີລາຍໄດ້ສະເລ່ຍ ຕ່ຳກວ່າ 1,000
ດອນລາ ໃນແຜນການປີ 2013-2014 ນີ້.

ທ່ານສົມວັນດີ ນາຖາວົງ ຮອງເຈົ້າຄອງເຂດນະຄອນຫຼວງວຽງຈັນ
ຖະແຫຼງຢືນຢັນວ່າ ຍອດຜະລິດຕະພັນລວມຫຼື GDP ໃນເຂດນະ
ຄອນວຽງຈັນ ມີມູນຄ່າລວມເຖິງ 15,853 ຕື້ກີບໃນລະຍະ 6 ເດືອນທີ່ຜ່ານມາ ຂອງແຜນການ ປະຈຳປີ 2013-2014 ນີ້ ຊຶ່ງນອກຈາກຈະຄິດເປັນ 53 ເປີເຊັນ ຂອງແຜນການປີແລ້ວກໍຍັງສາ ມາດ ຄາດໝາຍໄດ້ວ່າ ເສດຖະກິດ ໃນເຂດນະຄອນຫຼວງວຽງຈັນ ຈະຂະຫຍາຍຕົວເພີ້ມຂຶ້ນ ຕາມແຜນການທີ່ວາງໄວ້ ກໍຄືບໍ່ລຸດ 12.7 ເປີເຊັນ ເມື່ອທຽບໃສ່ກັບແຜນການປີ 2012-2013 ທີ່ຜ່ານມາ.

ໂດຍການຂະຫຍາຍຕົວ ທາງເສດຖະກິດ ໃນອັດຕາສະເລ່ຍດັ່ງກ່າວ ຈະເຮັດໃຫ້ GDP
ໃນເຂດນະຄອນຫຼວງວຽງຈັນ ມີມູນຄ່າລວມເຖິງ 29,912 ຕື້ກີບໃນຕະຫຼອດແຜນການ
ປີ 2013-2014 ທີ່ຈະສິ້ນສຸດລົງ ໃນເດືອນກັນຍາປີນີ້ ແລະ ຈະສາມາດຖົວສະເລ່ຍ ເປັນ
ລາຍໄດ້ ຂອງປະຊາຊົນລາວ ໃນເຂດນະຄອນຫຼວງວຽງຈັນ ໄດ້ເຖິງ 30 ລ້ານກີບ ຫຼືປະ
ມານ 3,800 ດອນລາຕໍ່ຄົນຕໍ່ປີ.
ປະຊາຊົນ ທີ່ຢູ່ເຂດຊົນນະບົດ ຫ່າງໃກສອກຫລີກ ຍັງມີບັນຫາ ຄວາມທຸກຍາກ.
ປະຊາຊົນ ທີ່ຢູ່ເຂດຊົນນະບົດ ຫ່າງໃກສອກຫລີກ ຍັງມີບັນຫາ ຄວາມທຸກຍາກ.

ແຕ່ຢ່າງໃດກໍຕາມ ການພັດທະນາເສດຖະກິດ ໃນເຂດນະຄອນ
ຫຼວງວຽງຈັນ ທີ່ຂະຫຍາຍຕົວເພີ້ມຂຶ້ນດັ່ງກ່າວນີ້ ກໍເຮັດໃຫ້ລະດັບ
ລາຍໄດ້ ແລະ ສະພາບຊີວິດ ການເປັນຢູ່ຂອງປະຊາຊົນລາວ ທີ່
ຢູ່ໃນເຂດນະຄອນຫຼວງວຽງຈັນ ແລະ ເຂດຕົວເມືອງ ກັບເຂດຊົນ
ນະບົດມີຄວາມແຕກໂຕນກັນ ຫຼາຍຂຶ້ນນັບມື້ ດ້ວຍເຊັ່ນກັນ ດັ່ງທີ່
ທ່ານສີວັນ ອຸດທະຈັກ ສະມາຊິກສະພາ ແຫ່ງຊາດ ຈາກແຂວງ
ຈຳປາສັກ ໄດ້ຖະແຫຼງຊີ້ແຈງວ່າ:

“ຄວາມທຸກຍາກ ຂອງປະຊາຊົນ ຢູ່ໃນເຂດຊົນນະບົດ ຫ່າງ
ໄກສອກຫລີກ ຖ້າທຽບໃສ່ຢູ່ຕົວເມືອງ ເຫັນວ່າ ຍັງມີຄວາມ
ຜິດ ໂຕນກັນຫຼາຍ ຈາກສະພາບດັ່ງກ່າວນັ້ນ ພວກເຮົາເຫັນວ່າ ລູກຫຼານຂອງ
ປະຊາຊົນ ທີ່ທຸກຍາກ ແມ່ນຂາດ ການສຶກສາຮ່ຳຮຽນ ໝາຍຄວາມວ່າ ລູກຫຼານ
ທີ່ຢູ່ໃນໄວອາຍຸ ໄດ້ຮ່ຳຮຽນ ກໍໄດ້ອອກຈາກ ໂຮງຮຽນ.”


ໂດຍລັດຖະບານລາວ ໄດ້ວາງເປົ້າໝາຍ ທີ່ຈະລົບລ້າງ ບັນຫາຄວາມຍາກຈົນ ຂອງປະຊາ
ຊົນບັນດາເຜົ່າ ໃຫ້ໄດ້ໂດຍພື້ນຖານ ພາຍໃນປີ 2015 ກໍຄືການລົດບັນຫາ ຄວາມຍາກ
ຈົນຂອງປະຊາຊົນລາວ ລົງສູ່ລະດັບບໍ່ເກີນ 10 ເປີເຊັນ ຂອງຈຳນວນ ຄອບຄົວທັງໝົດ
ໃນປີ 2015 ທັງນີ້ ກໍເພື່ອໃຫ້ເປັນພື້ນຖານ ຮອງຮັບເປົ້າໝາຍ ທີ່ພັກປະຊາຊົນປະຕິວັດ
ລາວ ແລະ ລັດຖະບານລາວ ຈະນຳພາປະເທດຊາດ ໄປສູ່ການລຸດພົ້ນ ຈາກສະພາບ
ດ້ອຍພັດທະນາ ໃຫ້ໄດ້ ພາຍໃນປີ 2020 ຕໍ່ໄປ ຊຶ່ງໃນສະພາບການຕົວຈິງ ກໍຄົງຈະເປັນ
ໄປໄດ້ຍາກ ໂດຍມີສາເຫດມາຈາກບັນຫາ ທີ່ກ່ຽວກັບ ຄວາມແຕກໂຕນກັນໃນລະດັບ
ຂອງການພັດທະນາດັ່ງກ່າວ.

ທັງນີ້ ໂດຍຈະເຫັນໄດ້ ຢ່າງຊັດເຈນ ຈາກກໍລະນີ ຂອງເຂດ ນະຄອນຫຼວງວຽງຈັນ ທີ່
ປະຊາຊົນມີລາຍໄດ້ ສະເລ່ຍເຖິງ 27 ລ້ານກີບ ຫຼື ປະມານ 3,346 ຕໍ່ຄົນ ໃນປັດຈຸບັນນີ້ ຫາກແຕ່ວ່າ ສຳລັບ ປະຊາຊົນໃນແຂວງຜົ້ງສາລີ ກັບຍັງຄົງມີລາຍໄດ້ ສະເລ່ຍພຽງ 6 ລ້ານກີບ ຫຼື 745 ດອນລາຕໍ່ຄົນ ເທົ່ານັ້ນ ໃນຂະນະທີ່ ອັດຕາຄວາມຍາກຈົນ ຂອງປະຊາ
ຊົນໃນແຂວງດັ່ງກ່າວ ກໍຍັງສູງກວ່າ 45 ເປີເຊັນ ຂອງປະຊາກອນທັງໝົດ ໃນເວລານີ້ ເພາະ
ສະນັ້ນ ຈຶ່ງເປັນການຍາກ ຢ່າງຍິ່ງ ທີ່ແຂວງຜົ້ງສາລີ ຈະສາມາດລົບລ້າງ ບັນຫາຄວາມ
ຍາກຈົນໄດ້ຕາມເປົ້າໝາຍ ທີ່ລັດຖະບານລາວ ໄດ້ກຳນົດໄວ້ໃນປີ 2015 ດັ່ງກ່າວ.

ກ່ອນໜ້ານີ້ ທ່ານທອງສິງ ທຳມະວົງ ນາຍົກລັດຖະມົນຕີລາວ ໄດ້ຖະແຫຼງວ່າ ການຈັດ
ຕັ້ງປະຕິບັດ ແຜນການ ພັດທະນາເສດຖະກິດ ແລະ ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 7 ໃນ
ລະຍະເຄິ່ງແຜນການ ທີ່ຜ່ານມານີ້ ກໍໄດ້ມີໝາກຜົນ ທີ່ພົ້ນເດັ່ນ ເກີດຂຶ້ນໃນຫຼາຍໆ ດ້ານ ເຊັ່ນດ້ານເສດຖະກິດ ກໍໄດ້ຂະຫຍາຍຕົວ ຢ່າງຕໍ່ເນື່ອງ ແລະ ໝັ້ນທ່ຽງ ໂດຍເຮັດໃຫ້ GDP
ເພີ້ມຂຶ້ນ ໃນອັດຕາສະເລ່ຍເຖິງ 8.2 ເປີເຊັນ ຕໍ່ປີ ແລະ ກໍຖົວສະເລ່ຍ ເປັນລາຍຮັບ
ຂອງປະຊາກອນລາວ ໄດ້ເຖິງ 1,500 ດອນລາຕໍ່ຄົນໃນປັດຈຸບັນນີ້.

ຍິ່ງໄປກວ່ານັ້ນ ດ້ວຍການຈັດຕັ້ງປະຕິບັດ ແຜນການໃນລະຍະ ທີ່ຜ່ານມາ ດັ່ງກ່າວ ກໍຍັງ
ເຮັດໃຫ້ ອັດຕາສະເລ່ຍ ຄວາມທຸກຍາກ ຂອງປະຊາຊົນລາວ ລົດລົງມາ ຢູ່ທີ່ລະດັບ 19
ເປີເຊັນ ຂອງຈຳນວນ ປະຊາກອນທັງໝົດ ຫຼື ບໍ່ເກີນ 14.8 ເປີເຊັນ ຂອງຈຳນວນ ຄົວເຮືອນ
ທັງໝົດ ໃນທ້າຍປີ 2013 ທີ່ຜ່ານມາອີກດ້ວຍ.
XS
SM
MD
LG