ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນະຄອນວຽງຈັນ ຈັດເກັບລາຍຮັບໄດ້ຕ່ຳກວ່າເປົ້າໝາຍ ໃນຂະນະທີ່ ບັນດາບໍລິສັດເອກະຊົນ ໄດ້ຮັບຜົນເສຍຫາຍໜັກ


ໂຄງການກໍ່ສ້າງທາງລະຫວ່າງ ດົງໂດກ ຫາ ໜອງບຶກ ໃນນະຄອນວຽງຈັນ ໄດ້ປະເຊີນກັບບັນຫາຊັກຊ້າ ເພາະວ່າ ບັນດາບໍລິສັດເອກະຊົນທີ່ເປັນພາກສ່ວນທີ່ອອກທຶນໃຫ້ກ່ອນ ຂາດເງິນທຶນໝຸນວຽນ ຍ້ອນການລະບາດຂອງໂຄວິດ-19.
ໂຄງການກໍ່ສ້າງທາງລະຫວ່າງ ດົງໂດກ ຫາ ໜອງບຶກ ໃນນະຄອນວຽງຈັນ ໄດ້ປະເຊີນກັບບັນຫາຊັກຊ້າ ເພາະວ່າ ບັນດາບໍລິສັດເອກະຊົນທີ່ເປັນພາກສ່ວນທີ່ອອກທຶນໃຫ້ກ່ອນ ຂາດເງິນທຶນໝຸນວຽນ ຍ້ອນການລະບາດຂອງໂຄວິດ-19.

ການຈັດເກັບລາຍຮັບໄດ້ຕ່ຳສົ່ງຜົນໃຫ້ອຳນາດການປົກຄອງເຂດນະຄອນວຽງຈັນ ບໍ່ສາມາດຈັດຕັ້ງປະຕິບັດໃນຫຼາຍໂຄງການ ສ່ວນບັນດາບໍລິສັດເອກະຊົນ ກໍປະເຊີນກັບບັນຫາຂາດທຶນເພີ້ມຂຶ້ນນັບມື້.

ທ່ານສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນວຽງຈັນ ຖະແຫລງວ່າ ໃນປີ 2020 ເສດຖະກິດຂອງນະຄອນວຽງຈັນ ຂະຫຍາຍຕົວເພີ້ມຂຶ້ນໃນອັດຕາສະເລ່ຍ 9.5 ເປີເຊັນທຽບໃສ່ປີ 2019 ໂດຍຍອດຜະລິດຕະພັນພາຍໃນ (GDP) ມີມູນຄ່າລວມ 54,080 ກວ່າຕື້ກີບຖົວສະເລ່ຍເປັນລາຍໄດ້ຂອງປະຊາຊົນໃນນະຄອນວຽງຈັນ ໄດ້ເຖິງ 6,120 ໂດລາຕໍ່ຄົນ ແຕ່ວ່າ ການລະບາດຂອງໄວຣັສ ໂຄວິດ-19 ກໍໄດ້ສົ່ງຜົນກະທົບຕໍ່ການຈັດເກັບລາຍຮັບໄດ້ຕ່ຳກວ່າແຜນການທີ່ວາງໄວ້ ອັນໄດ້ສົ່ງຜົນກະທົບຕໍ່ເນື່ອງເຖິງການຈັດຕັ້ງປະຕິບັດໂຄງການພັດທະນາຕ່າງໆໃນເຂດນະຄອນຫລວງຢ່າງຫລີກລ່ຽງບໍ່ໄດ້ ຊຶ່ງກໍເຊັ່ນດຽວກັນກັບບັນດາບໍລິສັດເອກະຊົນ ທີ່ປະເຊີນກັບບັນຫາຂາດທຶນເພີ້ມຂຶ້ນນັບມື້ ອັນໄດ້ເຮັດໃຫ້ຕ້ອງມີການເລີກຈ້າງງານຫຼືຢຸດກິດຈະການເພີ້ມຂຶ້ນອີກດ້ວຍ ດັ່ງທີ່ ທ່ານສິນລະວົງ ໄດ້ໃຫ້ການຢືນຢັນວ່າ:

“ເສດຖະກິດຈະຄອນຫຼວງວຽງຈັນ ເຖິງວ່າເຕີບໂຕໃນລະດັບສູງ ແຕ່ການຈັດຕັ້ງປະຕິບັດບາງໂຄງການ ເປັນຕົ້ນໂຄງການບຸກທະລຸໃນການສ້າງຖານະການເງິນຍັງເຮັດໄດ້ໜ້ອຍ ໜີ້ສິນສາທາລະນະຍັງຫຼາຍສົມຄວນ ຂັ້ນເມືອງແລະບ້ານ ບໍ່ທັນສາມາດສ້າງລາຍຮັບ ເພື່ອດຸນລາຍຈ່າຍຂອງຕົນເອງໄດ້ເທື່ອ ການຈັດຫາງົບປະມານເພື່ອບູລະນະຊ້ອມແປງກໍ່ສ້າງເສັ້ນທາງບໍ່ໄດ້ຕາມຄວາມຮຽກຮ້ອງຕ້ອງການຕົວຈິງ ວິສາຫະກິດຈຳນວນນຶ່ງພົບຄວາມຫຍຸ້ງຍາກ ເປັນຕົ້ນໃນເງື່ອນໄຂຜົນກະທົບຂອງພະຍາດ ໂຄວິດ-19 ຈຳເປັນຕ້ອງໄດ້ປົດຄົນງານອອກຫຼືໂຈະກິດຈະການ.”

ສ່ວນທ່ານພູໂຂງ ບັນນະວົງ ຮອງເຈົ້າຄອງນະຄອນວຽງຈັນ ໄດ້ຖະແຫລງວ່າ ການລະບາດຂອງໄວຣັສ ໂຄວິດ-19 ທີ່ເຮັດໃຫ້ລັດຖະບານລາວ ຕ້ອງປິດດ່ານຊາຍແດນໃນທົ່ວປະເທດ ນັບຈາກເດືອນເມສາ 2020 ເປັນຕົ້ນມາ ໄດ້ສົ່ງຜົນກະທົບຢ່າງໜັກໜ່ວງຕໍ່ພາກທຸລະກິດ ການຄ້າ ການລົງທຶນໃນທົ່ວປະເທດລາວ ໂດຍສະເພາະແມ່ນເຂດນະຄອນວຽງຈັນ ທີ່ມີມູນຄ່າທາງເສດຖະກິດສູງທີ່ສຸດໃນລາວນັ້ນ ກໍຍ່ອມຈະໄດ້ຮັບຜົນກະທົບຢ່າງໜັກໜ່ວງທີ່ສຸດ ໂດຍຈາກການສຳຫຼວດພົບວ່າ ບັນດາຫົວໜ່ວຍທຸລະກິດໃນພາກບໍລິການທີ່ໄດ້ຮັບຜົນກະທົບຈາກການລະບາດຂອງໄວຣັສ ໂຄວິດ-19 ຄິດເປັນ 62 ເປີເຊັນ ຂອງບັນດາຫົວໜ່ວຍທຸລະກິດໃນພາກບໍລິການທັງໝົດ ສ່ວນພາກອຸດສາຫະກຳແລະພາກກະສິກຳນັ້ນ ກໍໄດ້ຮັບຜົນກະທົບຄິດເປັນສັດສ່ວນ 32 ເປີເຊັນ ແລະ 6​ ເປີເຊັນ ຕາມລຳດັບ ດັ່ງທີ່ ທ່ານພູໂຂງ ໄດ້ໃຫ້ການຢືນຢັນວ່າ:

“ອັນທີ່ກະທົບແຮງນີ້ ກະແມ່ນພະແນກບໍລິການ ກະມີເລື້ອງການທ່ອງທ່ຽວ ການຄົມມະນາຄົມ-ຂົນສົ່ງ ການຂາຍຍົກຂາຍຍ່ອຍແລະການບໍລິການອື່ນໆ ທີ່ວ່າ ຜົນສຳຫຼວດອອກມານີ້ ແມ່ນກະທົບແຮງນີ້ ກວມເອົາ 62 ເປີເຊັນ ຖັດລົງມານີ້ ກະແມ່ນຂະແໜງອຸດສາຫະກຳ ຊຶ່ງປະກອບມີໂຮງຈັກ ໂຮງງານ ຜູ້ຜະລິດອຸດສາຫະກຳຫັດຖະກຳ ແລ້ວກະອຸດສາຫະກຳອື່ນໆນີ້ ທີ່ກະທົບແຮງນີ້ ມີຢູ່ 32 ເປີເຊັນ ແລະຂະແໜງກະສິກຳ ພວກຟາມໝູ ຟາມໄກ່ ປາກະຊັງ ແລະປູກພືດຜັກຕ່າງໆນີ້ ຖືກກະທົບບໍ່ຫຼາຍ ພຽງແຕ່ 6 ເປີເຊັນ.”

ທາງດ້ານ ເຈົ້າໜ້າທີ່ຂັ້ນສູງໃນຄະນະກວດກາພັກ-ລັດ ຢືນຢັນວ່າ ການກໍ່ສ້າງຖະໜົນໃນເຂດນະຄອນວຽງຈັນ ປະເຊີນກັບບັນຫາຊັກຊ້າໃນທຸກໂຄງການທີ່ບັນດາບໍລິສັດເອກະຊົນເປັນພາກສ່ວນທີ່ອອກທຶນໃຫ້ກ່ອນ ເປັນຕົ້ນແມ່ນໂຄງການກໍ່ສ້າງຖະໜົນຈາກ 3 ແຍກບ້ານບໍໂອ ໄປຫາບ້ານສີຖານໃຕ້ ທີ່ລົງມືກໍ່ສ້າງນັບແຕ່ປີ 2015 ເປັນຕົ້ນມາຈົນເຖິງປັດຈຸບັນນີ້ ປາກົດວ່າ ມີຄວາມຄືບໜ້າບໍ່ເຖິງ 70 ເປີເຊັນ ເພາະບໍລິສັດຂາດເງິນທຶນໝຸນວຽນ ເຊັ່ນດຽວກັນກັບໂຄງການກໍ່ສ້າງຖະໜົນ T5 ກັບໂຄງການກໍ່ສ້າງຖະໜົນ T6 ຊຶ່ງຍັງບໍ່ມີຄວາມຊັດເຈນວ່າ ບໍລິສັດຜູ້ໄດ້ຮັບສຳປະທານ ຈະສາມາດຫາເງິນທຶນເພື່ອດຳເນີນການກໍ່ສ້າງຕໍ່ໄປໄດ້ເມື່ອໃດແທ້.

ຍິ່ງໄປກວ່ານັ້ນ ການກໍ່ສ້າງຖະໜົນເຫຼົ່ານີ້ ຍັງບໍ່ໄດ້ມາດຕະຖານຕາມແບບທີ່ກຳໜົດ ທັງຍັງປາກົດມີຫຼາຍໂຄງການທີ່ມີຄຸນນະພາບຕ່ຳ ແຕ່ມີການປະເມີນຄ່າກໍ່ສ້າງສູງເກີນຈິງ ໂດຍສາເຫດທີ່ເຮັດໃຫ້ເກີດບັນຫາດັ່ງກ່າວ ກໍຍ້ອນວ່າ ໂຄງການສ່ວນໃຫຍ່ ບໍ່ໄດ້ຈັດການປະມູນຢ່າງເປີດກວ້າງ ຈຶ່ງດຳເນີນໂຄງການໃນທຸກຂັ້ນຕອນໂດຍຜູ້ຮັບເໝົາລາຍດຽວ ໂດຍສະເພາະໂຄງການທີ່ເອກະຊົນລົງທຶນໃຫ້ກ່ອນນັ້ນ ເປັນໂຄງການທີ່ມີມາດຕະຖານການກໍ່ສ້າງຕ່ຳທີ່ສຸດ ຊຶ່ງໃນປີ 2019 ໄດ້ກວດພົບ 209 ໂຄງການທີ່ຈັດຕັ້ງປະຕິບັດບໍ່ຖືກກົດໝາຍ ເຮັດໃຫ້ລັດຖະບານຕ້ອງເສຍຫາຍດ້ານງົບປະມານໄປຢ່າງຫຼວງຫຼາຍ.

XS
SM
MD
LG