ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທາງ​ການ​ລາວ ຈະ​ຫລຸດ ​ແຮງ​ງານ​​​ ພາກ​ກະສິກຳ ​ໃນ​ເຂດ​ ນະຄອນຫຼວງວຽງຈັນ


ຊາວນາ ກຳລັງປູກເຂົ້າຢູ່ໃນລາວ.
ຊາວນາ ກຳລັງປູກເຂົ້າຢູ່ໃນລາວ.

ທາງ​ການ​ລາວຈະ​ຫລຸດກຳລັງ​ແຮງ​ງານໃນ​ພາກ​ກະສິກຳ ​ໃນ​ເຂດ​ນະຄອນຫຼວງ​ວຽງ​ຈັນ
​ໃຫ້​ໄດ້ 10 ​ເປີ​ເຊັນ​ຕໍ່​ປີ ດ້ວຍ​ການ​ສົ່ງ​ເສີມ​ໃຫ້​ນຳ​ໃຊ້​ເຄື່ອງ​ກົນຈັກ ​ແລະ​ເທັກ​ໂນ​ໂລ​ຈີ​ທັນ​
ສະໄໝ​ເຂົ້າ​ໃນ​ການ​ຜະລິດ​ຫຼາຍຂຶ້ນ.

ທ່ານ​ຫລ້າ ສາຍ​ນວນ​ທະ​ສິງ ຫົວໜ້າ​ພະແນກ​ກະສິກຳ ​ແລະ​ປ່າ​ໄມ້​ເຂດ​ນະຄອນ​ວຽງ​ຈັນ
ຢືນຢັນ​ວ່າການ​ລົງ​ທຶນ​ໃນ​ພາກ​ອຸດສາ​ຫະກຳ ​ແລະພາກບໍລິການ​ຢູ່​ໃນ​ເຂດ​ນະຄອນ​ວຽງ
​ຈັນ ທີ່​ເພີ້ມຂຶ້ນຢ່າງຕໍ່​ເນື່ອງ​ໄດ້​ເປັນ​ຜົນ​ເຮັດ​ໃຫ້​ພື້ນ​ທີ່​ການ​ຜະລິດ​ດ້ານ​ກະສິກຳ​ໃນ​ເຂດ​ນະຄອນຫຼວງ​ວຽງ​ຈັນ​ຫລຸດ​ລົງນັບ​ມື້ ທັງ​ຍັງ​ເຮັດ​ໃຫ້​ກຳລັງ​ແຮງ​ງານ​ໃນ​ພາກ​ກະສິກຳ ​ມີ​ຈຳນວນຫລຸດ​ໜ້ອຍລົງ​ດ້ວຍ​ນັ້ນ ​ເຮັດ​ໃຫ້ມີ​ຄວາມ​ຈຳ​ເປັນ​ຢ່າງຍິ່ງ ທີ່​ຈະ​ຕ້ອງ​ແກ້​ບັນຫາ​
ດັ່ງ​ກ່າວດ້ວຍການ​ເພີ້​ມປະສິດທິພາບ​ໃນ​ການຜະລິດ​ດ້ານ​ກະສິກຳ​ຢ່າງ​ຮີບ​ດ່ວນ​ທີ່​ສຸດ
ທັງ​ນີ້​ດ້ວຍ​ການ​ສົ່ງ​ເສີມ​ໃຫ້​ນຳ​ໃຊ້​ເຄື່ອງກົນ​ຈັກ ​ແລະ​ເທັກ​ໂນ​ໂລ​ຈີ​ທີ່​ທັນ​ສະ​ໄໝ​ເຂົ້າ​ໃນ​
ການ​ຜະລິດ​ໃຫ້​ຫຼາຍ​ຂຶ້ນ ​ແລະ​ຈະ​ຕ້ອງ​ຫລຸດກຳລັງ​ແຮງ​ງາ​ນ​ໃນ​ພາ​ກກະສິກຳ​ລົງ​ໃຫ້​ໄດ້
​ສະ​ເລ່ຍ 10 ​ເປີ​ເຊັນ​ຕໍ່​ປີ ຈາກ​ປັດຈຸບັນ​ເຖິງ​ປີ 2020 ​ໂດຍ​ສະ​ເ​ພາະ​ແມ່ນ​ການ​ຫລຸດ​ຈຳ
ນວນຊາວນາ​ນັ້ນດັ່ງ​ທີ່​ທ່ານ​ຫລ້າ​ສາຍ ຢືນຢັນ​ວ່າ”

“ຄາດ​ໝາຍ​ນຶ່ງ​ທີ່​ໄດ້​ກຳນົດຢູ່​ໃນ​ມະຕິ​ກອງ​ປະຊຸມ​ໃຫຍ່​ຂອງ​ອົງຄະນະ​ພັກ ນະຄອນ
ຫຼວງ​ວຽງ​ຈັນ ​ເຮົາ​ຕ້ອງ​ຫລຸດ​ແຮງ​ງານຄົນ​ເຮັດ​ນາ​ນີ້ຫັ້ນລົງ​ໃຫ້​ໄດ້ 10 ​ເປີ​ເຊັນຕໍ່​ປີ ຊຶ່ງ​
ໃນ​ນີ້​ກໍ​ເຫັນ​ວ່າສະ​ເພາະ​ຄວາມ​ໝາຍ​ຂອງການ​ຫລຸດ​ແຮງ​ງານຊາວນາລົງ​ໃນ​ 10
​ເປີ​ເຊັນ​ໃນແຕ່ລະ​ປີຫັ້ນຂອງ​ກະສິກຳ​ເຮົາ​ແມ່ນ​ຕີ​ວ່າ​ການຫັນປ່ຽນ​ຈາກ​ການ​ເຮັດ​ນາ
ດ້ວຍຕີນ​ມືນີ້​ໄປ​ເຮັດ​ນາ​ດ້ວຍ​ນຳ​ໃຊ້​ກົນຈັກທັນ​ສ​ະ​ໄໝ ​ແລະ​ນຳໃຊ້​ວິທະຍາສາດ​
ເທັກ​ໂນ​ໂລ​ຈີ​ເຂົ້າ​ມາ​ແທນ.”

ທາງ​ດ້ານ​ພະ​ແນ​ກ​ແຜນການ ​ແລະ​ການ​ລົງທຶນ​ເຂດ​ນະຄອນ​ວຽງ​ຈັນ ລາຍ​ງານ​ວ່າ
ຍອດຜະ​ລິດ​ຕະພັນ​ລວມ ຫຼື (GDP) ​ໃນ​ນະຄອນ​ຫຼວງວຽງຈັນ​ໃນ​ປີ 2017 ມີ​ມູນ​ຄ່າ​
ລວມ41,182 ຕື້​ກີບ ຊຶ່ງ​ໃນ​ນີ້ພາກ​ອຸດສາຫະກຳ​ກວມ​ເອົາ 47 ​ເປີ​ເຊັນ ພາກ​ບໍລິການ
​ກວມ​ເອົາ36 ​ເປີ​ເຊັນ ​ແລະພາກກະສິກຳ​ກວມ​ເອົາ 17 ​ເປີ​ເຊັນ ຂອງ​ມູນ​ຄາ GDP ຊຶ່ງ
​ກໍ​ໝາຍ​ຄວາມພາກ​ອຸດສາຫະກຳ ​ແລະ​ພາກ​ບໍລິການ​ມີ​ຄວາມຕ້ອງ​ກາ​ນນຳ​ໃຊ້​ແຮງ
​ງານ​ຫຼາຍ​ກວ່າ​ພາກ​ກະສິກຳ​ນັ້ນ​ເອງ.

ສ່ວນ​ທ່ານ​ນາງ​ລຳ​ພອຍ ສີ​ອັກຄະ​ຈັນ ຫົວໜ້າ​ພະ​ແນ​ກ​ແຮງ​ງານ ​ແລະ​ສະ​ຫວັດດີກາ​ນ
ສັງຄົມ​ໃນ​ເຂດ​ນະຄອນ​ວຽງ​ຈັນ ຢືນຢັນ​ວ່າ​ເປົ້າ​ໝາຍ​ສຳຄັນ​ຂອງ​ການ​ພັດທະນາ​ດ້ານ
​ແຮງ​ງານໃນ​ຕະຫລອດ​ປີ 2018 ນີ້ຄືຄວບ​ຄຸມ​ອັດຕາ​ການ​ຫວ່າງ​ງານ ​ໃຫ້​ຢູ່​ໃນ​ລະດັບ​ບໍ່​
ເກີນ 2 ເປີເຊັນ ຂອງ​ຈຳນວນ​ແຮງ​ງານ​ທັງ​ໝົດ​ໃນ​ນະຄອນ​ວຽງ​ຈັນ ​ໂດຍ​ຈະ​ມີ​ການ​ພັດ
ທະນາ​ເພື່ອ​ຍົກ​ລະດັບ​ຝີ​ມື​ແຮ​ງງານ​ໃຫ້​ໄດ້ 15,000 ກວ່າ​ຄົນ ​ແລະ​ສົ່ງ​ເສີມ​ໃຫ້​ມີ​ການ​
ຈ້າງ​ງານ​ໃໝ່​ໃຫ້ໄດ້ 35,000 ກວ່່າ​ຄົນ ດ້ວຍ​ການຈັດ​ງານ​ຕະຫຼາດນັດ​ແຮງ​ງານ ​ເພື່ອ
ສ້າງ​ໂອກາດ​ໃຫ້​ຜູ້​ໃຊ້​ແຮ​ງ ງານ ​ແລະຜູ້​ອອກ​ແຮງ​ງານ​ໄດ້​ພົບ​ປະ​ເຈລະຈາ​ກັນ ​ໂດຍ​
ການຈັດ​ງານ​ຕະຫຼາດນັດ​ແຮງ​ງານ ຄັ້ງ​ທີ 1 ຂອງ​ປີ 2018 ​ເມື່ອ​ວັນ​ທີ 4 ຫາ 8 ພຶດສະ
ພາ​ທີ່ຜ່າ​ນມາກໍ​ປາກົດ​ວ່າ​ມີ​ບໍລິສັດ​ເອກ​ກະ​ຊົນ 250 ກວ່າ​ບໍລິສັດ​ໄດ້​ເຂົ້າ​ຮວມ​ໃນ​ງານ
ແລະໄດ້​ມີ​ການ​ຕົກລົງ​ຈ້າງ​ງານ​ໃໝ່ 2,000 ກວ່າ​ຄົນ ທັງ​ມີ​ແຮງ​ງານ​ທີ່​ລົງທະບຽນສະ
ໝັກ​ງານ​ໄວ້​ກັບ​ບໍລິສັດ​ເຫລົ່າ​ນີ້ຫຼາຍກວ່າ 3,000 ຄົນ.

​ໃນ​ຂະນະ​ທີ່​ທ່ານ​ທອງ​ລຸນ​ ສີ​ສຸ​ລິດ ນາຍົກລັດຖະມົນຕີ ຖະ​ແຫຼ​ງຍອມຮັບ​ວ່າ ຄຸນ​ນະ
ພາ​ບຝີມື​ແຮງ​ງານ​ລາວ ຍັງ​ຫ່າງ​ໄກ​ຈາກ​ລະດັບ​ມາດ​ຕະຖານ​ສາກົນ​ໃນ​ທຸກ​ດ້ານ ຈຶ່ງ​
ເຮັດ​ໃຫ້​ຈຳ​ເປັນ​ຈະຕ້ອງ​ເລັ່ງການ​ພັດທະ​ນາຢ່າງ​ຮອບດ້ານ ​ເພື່ອ​ລະດັບ​ຄຸນ​ນະພາ​ບ
ຝີ​ມືແຮງ​ງານລາວ​ໃຫ້​ສາມາດ​ແຂ່ງຂັນ​ໃນ​ຕະຫຼາດ​ແຮງ​ງານໃນ​ຕ່າງປະ​ເທດ​ໃຫ້​ໄດ້​
ຢ່າງ​ແທ້​ຈິງ ​ເພາະໃນ​ປັດຈຸບັນ​ແຮງ​ງານ​ໃນ​ລາວ​ໄດ້​ຕົກ​ຢູ່​ໃນ​ສະພາບ​ທີ່ບໍ່​ສາມາດ​ແຂ່ງ
ຂັນ​ກັບແຮງ​ງານ​ຕ່າງຊາດ​ໄດ້​ໃນ​ທຸກໆ​ດ້ານ​ຈຶ່ງ​ເຮັດ​ໃຫ້​ໄດ້​ຮັບ​ຄ່າ​ຈ້າງ​ໃນ​ອັດຕາ​ທີ່​ຕໍ່າ
​ນັ້ນ​ເອງ.

ແຕ່ຢ່າງ​ໃດ​ກໍ​ຕາມ ລັດຖະບານ​ລາວ​ໄດ້​ວາງ​ເປົ້າ​ໝາຍຈະ​ພັດທະນາ​ແຮງ​ງານ​ມີ​ຝີ​ມື​ໃຫ້​
ໄດ້ 658,000 ກວ່າ​ຄົນ​ພາຍ​ໃນ​ປີ 2020 ຫາກ​ແຕ່​ອົງການ​ແຮງ​ງານ​ສາກົນ (ILO) ກໍ
​ລະບຸ​ວ່າ​ລັດຖະບານ​ລາວ​ຈະ​ຕ້ອງ​ສົ່ງ​ເສີມ​ເອກ​ກະ​ຊົນ​ລາວ ​ແລະ​ຕ່າງ​ຊາດ​ໃຫ້​ລົງ​ທຶນ
​ເຂົ້າ​ໃນ​ການ​ພັດທະນາ​ການ​ສຶກສາ​ຊັ້ນ​ສູງ​ຫຼາຍ​ຂຶ້ນ ​ເພາະ​ການ​ຂາດ​ແຄນ​ງົບປະມານ
ຂອງລັດ​ຖະບານ​ລາວ​ເຮັດ​ໃຫ້​ບໍ່​ສາມາດ​ທີ່​ຈະ​ສ້າງ​ຕັ້ງ​ສະ​ຖາ​ບັນ​ການ​ສຶກສາ​ຊັ້ນ​ສູງ​ໄດ້
ຢ່າງ​ພຽງພໍໂດຍ​ເຫັນ​ໄດ້​ຈາກ​ມະຫາວິ ທະຍາ​ໄລ​ແຫ່ງ​ຊາດ​ລາວ ສາມາດ​ຮອງ​ຮັບ​ນັກ
​ສຶກສາໄດ້ 11,000 ກວ່າຄົນ​ໃນ​ຂະນະ​ທີ່​ມີ​ນັກຮຽນທີ່​ຈົບ​ມັດທະຍົມ​ປາຍ​ໃນ​ລາວ​ຫຼາຍ​
ກວ່າ 60,000 ຄົ​ມ​ໃນແຕ່ລະ​ປີ.

XS
SM
MD
LG