ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຮອງປະທານາທິບໍດີຄາມາລາ ແຮຣິສ ເດີນທາງໄປເກາະປາລາວານ ໃນປະເທດຟີລິບປິນ ເພື່ອເປັນສັນຍານເຕືອນຈີນ


VP Harris in Philippines' Palawan Island in Signal to China
please wait

No media source currently available

0:00 0:02:42 0:00

ລາຍງານກ່ຽວກັບ ການເດີນທາງໄປເກາະປາລາວານໃນຟີລິບປິນ ຂອງຮອງປະທານາທິບໍດີ ທ່ານນາງຄາມາລາ ແຮຣິສ.

ຮອງປະທານາທິບໍດີສະຫະລັດ ທ່ານນາງຄາມາລາ ແຮຣິສ ໄດ້ເດີນ ທາງໄປຢ້ຽມຢາມເກາະປາລາວານ ຢູ່ປະເທດຟີລິບປິນ ໃນວັນອັງຄານທີ່ຜ່ານ ມາ ແລະທ່ານນາງໄດ້ຢືນຢັນອີກຄັ້ງນຶ່ງ ເຖິງ​ການ​ສະ​ໜັບ​ສະ​ໜຸນ​ຂອງສະຫະ ລັດ ໃນ​ການ​ຕັດ​ສິນຂອງອົງການສະຫະປະຊາຊາດ ຕໍ່ການກ່າວອ້າງເອົາເຂດ ນ່ານນໍ້າຂອງຈີນ ຢູ່ໃນທະເລຈີນໃຕ້. ທ່ານນາງແຮຣິສ ເດີນ​ທາງ​ໄປຟີ​ລິບ​ປິນເພື່ອສະແດງການສະໜັບສະໜຸນຕໍ່ປະເທດພັນທະມິດຂອງສະ​ຫະ​ລັດທ່າມກາງການສະແດງທ່າທີແບບໝັ້ນໃຈເພີ້ມຂຶ້ນເລື້ອຍໆຂອງລັດຖະບານປັກກິ່ງຢູ່ໃນພູມິພາກແຫ່ງນີ້. ຫົວໜ້ານັກຂ່າວ VOA ປະຈໍາທໍານຽບຂາວ, ແພັດຊີ ວິດາກຸສວາຣາ ມີລາຍງານກ່ຽວກັບເລື້ອງນີ້, ເຊິ່ງ ທິບສຸດາ ມີລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.

ໃນການພົບປະກັບຊຸມຊົນທ້ອງຖິ່ນ​ ທີ່ເກາະປາລາວານ ​ຂອງປະເທດຟີລິບປິນ, ຮອງປະທານາທິບໍດີສະຫະລັດ ທ່ານນາງຄາມາລາ ແຮຣິສ ໄດ້ເນັ້ນຢໍ້າຄວາມສໍາຄັນກ່ຽວກັບການປະມົງທີ່ຜິດກົດໝາຍ ເຊິ່ງເປັນບັນຫາຢູ່ໃນພູມິພາກກັບຈີນ ໃນຖານະເປັນຜູ້ທີ່ກະທໍາຄວາມຜິດຮ້າຍແຮງທີ່ສຸດ.

ທ່ານຮອງປະທານາທິບໍດີ ແມ່ນເຈົ້າໜ້າທີ່ລະດັບສູງສຸດຂອງສະຫະລັດທີ່​ໄດ້ເດີນ​ທາງໄປຢ້ຽມຢາມເກາະ ທີ່ຕັ້ງຢູ່ໃນຂົງເຂດທະເລຈີນໃຕ້, ເຊິ່ງມີໄລຍະຫ່າງຈາກ
ໝູ່ເກາະສແປຣັດລີ (Spratly) ທີ່ເປັນຂໍ້ພິພາດກັນພຽງແຕ່ 330 ກິໂລແມັດໄປ ທາງທິດຕາເວັນອອກ, ​ແລະຈີນໄດ້ອ້າງເອົາ​ກຳ​ມະສິດເປັນສ່ວນຫຼາຍ, ແລະ​ກໍ​ມີ​ການອ້າ​ງ​ເອົາ​ກຳ​ມະສິດ​ເປັນບາງສ່ວນ ໂດຍຟີລິບປິນ, ບຣູນາຍ, ມາເລເຊຍ, ​ໄຕ້ຫວັນ ແລະຫວຽດນາມ.

ທ່ານນາງຄາມາລາ ແຮຣິສ, ຮອງປະທານາທິບໍດີສະຫະລັດ ກ່າວວ່າ:

“ດັ່ງທີ່ສະຫະລັດ ໄດ້ສະແດງໃຫ້​ເຫັນ​ຢ່າງ​ຈະແຈ້ງ ມາເປັນເວລາດົນແລ້ວວ່າ ພວກເຮົາສະໜັບສະໜຸນຕໍ່​ການ​ຕັດ​ສິນຂອງ​ສານ​ໄກ່​ເກ່ຍອົງການສະຫະປະຊາຊາດໃນປີ 2016, ​ເຊິ່ງ​ໄດ້​ມີ​ຂຶ້ນ​ຢ່າງ​ເປັນເອກະສັນກັນ ແລະເປັນການຕັດສິນຂັ້ນສຸດທ້າຍ ກ່ຽວກັບການປະຕິເສດ​ຢ່າງ​ໜັກ​ແໜ້ນ ຕໍ່ການອ້າງເອົາ​ກຳ​ມະສິດ ທາງທະເລຢ່າງກວ້າງຂວາງຂອງຈີນ ຢູ່ໃນຂົງເຂດທະເລຈີນໃຕ້.”

ຈີນ, ຟີລິບປິນ, ບຣູນາຍ, ມາເລເຊຍ, ໄຕ້ຫວັນ ແລະຫວຽດນາມ ຕ່າງກໍແຂ່ງ ຂັນກັນອ້າງກຳ​ມະສິດຢູ່ໃນສ່ວນ​ອື່ນໆຂອງທະເລຈີນໃຕ້, ເຊິ່ງປັກກິ່ງ ໄດ້ອ້າງເອົາ​ກຳ​ມະສິດເ​ກືອບ​ທັງ​ໝົດ​ຢູ່​ແລ້ວ.

ໄດ້ມີການປະທະກັນເກີດຂຶ້ນ ເຊິ່ງປະທານາທິບໍດີຂອງຟີລິບປິນ ທ່ານເຟີດີນານ ມາໂກສ ຈູເນ່ຍ, ກ່າວວ່າ:

“ຄວາມວຸ້ນວາຍຕ່າງໆທີ່ພວກເຮົາເຫັນ, ໂດຍສະເພາະ ບໍ່ພຽງແຕ່ຢູ່ໃນພູມິພາກແຫ່ງນີ້ເທົ່ານັ້ນ, ແຕ່ມັນສະເພາະເຈາະຈົງຢູ່ໃນພູມິພາກແຫ່ງນີ້, ການເປັນ​ພາ​ຄີກັນເຫຼົ່ານີ້ ມີຄວາມສໍາຄັນຫຼາຍກວ່າເກົ່າ.”

ການຢ້ຽມຢາມຂອງທ່ານນາງແຮຣິສ ແມ່ນມີຈຸດປະສົງເພື່ອສະແດງການສະໜັບສະໜຸນໃຫ້ແກ່ນຶ່ງໃນພັນທະມິດທີ່ເກົ່າແກ່ທີ່ສຸດຂອງສະຫະລັດ ຢູ່ໃນຂົງເຂດເອເຊຍແຫ່ງນີ້. ໃນລະຫວ່າງທີ່ທ່ານນາງແຮຣິສ ມີການພົບປະກັບທ່ານມາໂກສໃນວັນຈັນແລ້ວນີ້, ທ່ານນາງກ່າວວ່າ ການໂຈມຕີຕໍ່ຟີລິບປິນຈະເປັນການຂໍຮ້ອງ​ໃຫ້
ມີ​ການ​ນຳ​ໃຊ້ ການປ້ອງກັນ​ຮ່ວມກັນ​ກັບສະຫະລັດ.

ເຊິ່ງ ຈີນ ໄດ້ຕອບໂຕ້ໃນທັນທີທັນໃດ.

ທ່ານຊາວ ລີຈ້ຽນ (Zhao Lijian), ໂຄສົກກະຊວງການຕ່າງປະເທດຂອງຈີນກ່າວເປັນພາສາຈີນກາງວ່າ:

“ພວກເຮົາບໍ່ໄດ້ຄັດ​ຄ້ານ ຕໍ່ການແລກປ່ຽນທີ່ເປັນປົກກະຕິ ລະຫວ່າງສະຫະລັດ ແລະຟີລິບປິນ, ແຕ່ການແລກປ່ຽນຕ່າງໆເຫຼົ່ານັ້ນ ຈະຕ້ອງບໍ່ສ້າງຄວາມເສຍຫາຍຕໍ່ຜົນປະໂຫຍດຂອງປະເທດອື່ນ.”

ໃນຂະນະທີ່ຈີນ ເພີ້ມການເຄື່ອນໄຫວທາງທະຫານຢູ່ໃນພູມິພາກແຫ່ງນີ້, ສະຫະ ລັດກໍກໍາລັງພະຍາຍາມຫາ​ທາງປັບປຸງການພົວພັນ​ກັບ​ມະ​ນີ​ລາ ລຸນຫຼັງທີ່ຄວາມສໍາພັນຕ້ອງປະເຊີນກັບບັນຫາຕ່າງໆພາຍໃຕ້ການປົກຄອງຂອງປະທານາທິບໍດີ ໂຣດຣິໂກ ດູເຕີເຕ.

ຄືກັນກັບປະເທດອື່ນໆຢູ່ໃນພູມິພາກແຫ່ງນີ້, ລັດຖະບານປັດຈຸບັນ ຂອງທ່ານມາໂກສ ແມ່ນ​ພວມ​ຫາ​ທາງ​ຜ່ານ​ຜ່າ ການແຂ່ງຂັນລະຫວ່າງສະຫະລັດ ແລະຈີນ ໂດຍນໍາໃຊ້ນະໂຍບາຍ “ເປັນມິດກັບທຸກໆປະເທດ ແລະບໍ່ເປັນສັດຕູກັບປະເທດໃດ.”

ທ່ານນາງຊາເມນ ມິຊາລູຊາ-ວິລລັອບບີ (Charmaine Misaluchaghby), ຈາກມູນນິທິເພື່ອຜົນປະໂຫຍດແຫ່ງຊາດ, ເຊິ່ງເປັນກຸ່ມຄົ້ນຄວ້າຂອງຟີລິບປິນ

ໄດ້ກ່າວຜ່ານທາງວີດີໂອວ່າ:

“ຢູ່ໃນຫຼາຍໆທາງ, ‘ນະໂຍບາຍເປັນ​ມິດ​ ກັບທຸກໆປະເທດ’ ນີ້ ແມ່ນຍັງຄົງດໍາເນີນງານພາຍໃຕ້ນະໂຍບາຍການຕ່າງປະເທດ ທີ່ເປັນອິດສະຫຼະ, ແຕ່ໃນທິດທາງກົງກັນຂ້າມກັນ ເປົ້າໝາຍຂອງທ່ານດູເຕີເຕ ແມ່ນການເປັນອິດສະຫຼະຈາກສະຫະລັດ ແລະຫັນໄປຂຶ້ນກັບ ຈີນ, ແຕ່ ທ່ານມາໂກສ ເບິ່ງຄືວ່າ ມີຄວາມຊໍານິຊໍານານ ໃນການຫຼິ້ນເກມທີ່ມີຄວາມສ່ຽງນີ້ ຫຼາຍກວ່າ.”

ໃນບັນດາສະມາຊິກສົນທິສັນຍາ 5 ປະເທດ ອິນໂດປາຊີຟິກຂອງວໍຊິງຕັນ, ຟີລິບປິນ ເປັນປະເທດທີ່ຢູ່ໃກ້ກັບໄຕ້ຫວັນ ຫຼາຍທີ່ສຸດ, ແລະດັ່ງນັ້ນ ຈຶ່ງເປັນສູນກາງຂອງສະຫະລັດເພື່ອຂັດຂວາງ ແລະຕອບໂຕ້ຕໍ່ໄພຂົ່ມ​ຂູ່ ທີ່ອາດຈະເກີດຂຶ້ນໄດ້ຂອງຈີນ ຢູ່ໃນເກາະທີ່ປັກກິ່ງມອງວ່າ ເປັນແຂວງນຶ່ງທີ່ຫົວແຂງເອົາແຕ່ໃຈຕົນເອງ.

U.S. Vice President Kamala Harris on Tuesday visited Palawan Island in the Philippines and reaffirmed U.S. support for a U.N. ruling that rejected China’s maritime claims in the South China Sea. Harris is in the country as a show of U.S. support for its ally amid Beijing’s increasingly assertive stance in the region. White House Bureau Chief Patsy Widakuswara has this report.

Meeting local communities in the Philippines island of Palawan, U.S. Vice President Kamala Harris underscored the consequences of illegal fishing — a regional problem with China as its biggest offender.

The vice president is the highest-ranking U.S. official to visit the South China Sea island,

just 330 kilometers east of the disputed Spratly Islands claimed entirely by China and partly by the Philippines, Brunei, Malaysia, Taiwan and Vietnam.

Kamala Harris, U.S. Vice President

“As the United States has long made clear, we support the 2016 ruling of the U.N. arbitral tribunal, which delivered a unanimous and final decision firmly rejecting China’s expansive South China Sea maritime claims.”

China, the Philippines, Brunei, Malaysia, Taiwan and Vietnam — have competing territorial claims in various parts of the sea, with Beijing claiming most of it.

Skirmishes have occurred. Philippines President Ferdinand Marcos Jr.

Ferdinand Marcos Jr, Philippine President in English
“The upheavals that we are seeing, especially, not only in the region but especially in the region, these partnerships become even more important.”

Harris’ visit was designed to show support for one of Washington’s oldest allies in Asia. During her Monday meeting with Marcos, she said an attack on the Philippines would invoke U.S. mutual defense.

China shot back.
Zhao Lijian, Chinese Foreign Ministry Spokesperson, Male, in Mandarin))

“We are not opposed to normal exchanges between the U.S. and the Philippines, but such exchanges should not harm the interests of other countries."

As China increases military activity in the region, Washington is seeking to repair ties with Manila after fraught relations under previous President Rodrigo Duterte.

Like many in the region, the current Marcos government seeks to navigate the U.S.-China rivalry by adopting the “friend to all and an enemy to none” policy.

Charmaine Misalucha-Willoughby, Foundation for the National Interest

“In many ways, this ‘friend to all policy’ is still an exercise of an independent foreign policy, but whereas Duterte’s definition was to be independent from the United States and to be dependent on China, Marcos seems to be more adept at playing this game of hedging.”

Of Washington’s five treaty allies in the Indo-Pacific, the Philippines is closest to Taiwan and therefore central to U.S. plans to deter and respond to a potential Chinese threat on the self-administered island that Beijing views as a wayward province.

XS
SM
MD
LG