ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ແຫຼມໄຄຣເມຍ ລົງປະຊາມະຕິ ກ່ຽວກັບ ການແຍກອອກ ຈາກຢູເຄຣນ (ວີດີໂອ/ສະໄລດ໌)


Ukraine 16mar
please wait
Embed

No media source currently available

0:00 0:01:50 0:00

ເບິ່ງວີດີໂອ ກ່ຽວກັບຂ່າວນີ້.

ການປ່ອນ​ບັດ​ກຳລັງ​ດຳ​ເນີນ​ໄປ​ໃນ​ແຫຼມ​ໄຄຣ​ເມຍ ​ໃນການ
​ລົງ​ປະຊາ​ມະຕິ ກ່ຽວ​ກັບການ​ ​ແຍກ​ອອກ​ຈາກ​ຢູ​ເຄຣນ ​ແລະ
​ເຂົ້າ​ເປັນ​ພາກສ່ວນ​ນຶ່ງ​ຂອງຣັດ​ເຊຍ.

ການ​ປ່ອນ​ບັດ​ດັ່ງກ່າວ ມີ​ຂຶ້ນ ນຶ່ງ​ມື້​ຫຼັງ​ຈາກຣັດ​ເຊຍ ​ໃຊ້​ສິດ​ຢັບ
ຢັ້ງຮ່າງຍັດຕິສະບັບ​ນຶ່ງ ​ຂອງ​ສະພາຄວາມ​ໝັ້ນຄົງ​ສະຫະ​ປະ
ຊາ​ຊາດ​ ທີ່ຮຽກຮ້ອງປະ​ເທດ​ຕ່າງໆ ບໍ່​ໃຫ້​ຮັບ​ຮູ້​ຜົນ​ຂອງ​ການ
​ລົງ​ປະຊາ​ມະຕິ ຊຶ່ງ​ມີ​ການ​ຄາດ​ຄະ​ເນ​ຜົນກັນ​ຢ່າງ​ແຜ່​ຫຼາຍ​ວ່າ ​
ໄຄຣ​ເມຍຈະ​ກັບຄືນໄປເຂົ້າ​ຮ່ວມ​ກັບຣັດ​ເຊຍ​ນັ້ນ.

ຣັດ​ເຊຍ​ເປັນ​ສະມາຊິກ​ປະ​ເທດ​ດຽວ ທີ່​ລົງມະຕິຢັບຢັ້ງ​ຕໍ່​ມາດ​
ຕະການ​ດັ່ງກ່າວ​ໃນ​ວັນ​ເສົາວານ​ນີ້ ​ໃນ​ຂະນະ​ທີ່​ສະມາຊິກ​ອີກ​ 13 ປະ​ເທດ​ອອກສຽງ​
ສະໜັບສະໜຸນ ​ແລະ​ຈີນ​ບໍ່​ຍອມ​ອອກສຽງ ​ໂດຍ​ກ່າວ​ວ່າ ​ຍັດຕິ​ດັ່ງກ່າວ​ຈະ​ນຳພາ​ໄປ​ສູ່
ການ​ປະ​ເຊີນ​ໜ້າກັນ ​ແລະຄວາມ​ຫຍຸ້ງຍາກຕ່າງໆ​ນາໆ.

ຖ້າ​ຫາກ​ຖືກ​ຮັບ​ຜ່ານ​ເອົາ ​ຍັດຕິ​ດັ່ງກ່າວກໍຈະ​ຢືນຢັນ​ອະທິປະ​ໄຕ​ຂອງ​ຢູ​ເຄຣນ ​ໂດຍ
ປະກາດ​ວ່າ ການ​ລົງ​ປະຊາ​ມະຕິ​ “​ເປັນ​ໂມຄະ​.”


​ແນວ​ໃດ​ກໍ​ຕາມ ການ​ບໍ່​ຍອມ​ອອກສຽງ​ຂອງ​ຈີນ​ນີ້ ອາດໝາຍ​ຄວາມໄດ້ວ່າ ​ມົສກູ​ຖືກ
ໂດດ ດ່ຽວຫຼາຍ​ຂຶ້ນ ສຳລັບ​ການ​ສະໜັບສະໜຸນ​ຂອງ​ຕົນ ​ຕໍ່​ການ​ລົງ​ປະຊາ​ມະຕິ​ໃນ
ໄຄຣ​ເມຍ​ນັ້ນ.

ເອກ​ອັກຄະ​ລັດຖະທູດ​ສະຫະລັດ​ປະຈຳ​ສະຫະ​ປະຊາ​ຊາດ ທ່ານ​ນາງ Samantha
Power ​ເອີ້ນ​ການ​ປາ​ໄຊ​ຂອງ​ຮ່າງ​ຍັດຕິ​ດັ່ງກ່າວ​ວ່າ “​ເປັນ​ຊ່ວງ​ເວລາ​ທີ່​ໂສກ​ເສົ້າ
​ແລ​ະໂດດ​ເດ່​ນ.”

Crimeans Vote on Joining Russia
please wait

No media source currently available

0:00 0:01:54 0:00

​ເອກ​ອັກຄະ​ລັດຖະທູດຣັດ​ເຊຍ ທ່ານ Vitaly Churkin ກ່າວ​ວ່າ ຮ່າງ​ຍັດຕິ​ດັ່ງກ່າວ
ແມ່ນ​ຄັດຄ້ານ ​ຕໍ່​ຫຼັກການ​ຂອງ​ກົດໝາຍ​ນາໆ​ຊາດ.

​ໄຄຣ​ເມຍ ​ແມ່ນ​ເຂດ​ນຶ່ງຂອງຢູ​ເຄຣນ​ ທີ່​ປະຊາຊົນສ່ວນ​ໃຫຍ່ເ​ປັນ​ຊົນ​ເຜົ່າ​ທີ່​ປາກ​ພາສາຣັດ
​ເຊຍ​. ກຸງ​ມົສກູ​ກ່າວ​ວ່າ ຕົນ​ມີ​ສິດ​ປົກ​ປ້ອງ​ຜົນ​ປະ​ໂຫຍ​ດຂອງ​ຕົນ ໃນ​ແຫຼມ​ໄຄຣ​ເມຍ​ນັ້ນ.

ວີດີໂອ: ສື່ສັງຄົມ ມີສ່ວນຊຸກຍູ້ ການປະທ້ວງໃນຢູເຄຣນ:

XS
SM
MD
LG