ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນິ​ຕິ​ກຳ​ປົກ​ປ້ອງສິດ ໃນການປ່ອນ​ບັດເລືອກ​ຕັ້ງ ຍັງ​ຄ້າງ​ໃນ​​ລັດ​ຖະ​ສະ​ພາ ສ​ຫລ ​ຢູ່ທ່າມ​ກາງ​ການ​ສູ້ຢັນກັນ ໃນ​ປີ 2021


YE US Politics USAGM-
please wait
Embed

No media source currently available

0:00 0:03:48 0:00

ລາຍ​ງານ​ທ້າຍ​ປີ​ກ່ຽວ​ກັບ​ການ​ເມືອງ​ໃນ​ສະ​ຫະ​ລັດ

ຜົນຂອງການເລືອກຕັ້ງປີ 2020 ບໍ່ພຽງແຕ່ເປັນ​ການ​ນຳ​ໄປສູ່ການ ປົກຄອງໃນຍຸກໃໝ່ຂອງວໍຊິງຕັນເທົ່ານັ້ນ, ມັນຍັງໄດ້ສຸມໃສ່​ຄວາມ​ສົນ​ໃຈຄືນ ອີກຕໍ່ວິທີ​ທີ່ຊາວອາເມຣິກັນ​ປ່ອນ​ບັດລົງຄະແນນສຽງ. ນັບຕັ້ງ​ແຕ່​ການ​ກີດ​ກັ້ນ​ຜູ້ປ່ອນ​ບັດລົງ​ຄະ​ແນນ​ສຽງ​ໄປຈົນ​ເຖິງ​ການ​ສໍ້​ໂກງ​ຂອງຜູ້ປ່ອນ​ບັດ, ປີ 2021 ເປັນ​ປີ​ທີ່​ຂະ​ບວນ​ການດ້ານ​ປະ​ຊາ​ທິ​ປະ​ໄຕ​ຖືກ​ນຳ​ມາສົນ​ທະ​ນາ​ຖົກ​ຖຽງ​ກັນຢູ່. ນັກຂ່າວປະ​ຈຳ​ລັດ​ຖະ​ສະ​ພາ​ຂອງວີໂອເອ, Katherine Gypson ມີລາຍ ລະອຽດເພີ້ມ​ເຕີມກ່ຽວກັບການປ່ຽນແປງທາງດ້ານການເມືອງຂອງສະ ຫະລັດໃນປີນີ້ ຊຶ່ງ​ບົວ​ສະ​ຫວັນ ຈະ​ນຳ​ມາສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ການຕໍ່ສູ້ຢ່າງຂົມຂື່ນກ່ຽວກັບການປະຕິຮູບການເລືອກຕັ້ງໄດ້ມາຮອດປະຕູຫນ້າ ອາ​ຄານ​ຫ້ອງການລັດ​ຖະສະພາໃນປີນີ້. ສະ​ມາ​ຊິກພັກເດໂມແຄຣັດໃນລັດ ທັກ​ຊັ​ສຫຼາຍກວ່າຫ້າສິບຄົນໄດ້ໄປເຕົ້າໂຮມກັນ ພາຍຫຼັງໄດ້ຫຼົບໜີອອກຈາກລັດ ຂອງເຂົາເຈົ້າເພື່ອປ້ອງກັນບໍ່​ໃຫ້​ມີການຮັບຜ່ານຮ່າງກົດໝາຍຂອງພັກຣີພັບ ບລີກັນ, ທີ່ພວກເພິ່ນ​ເວົ້າວ່າ ມີການຈຳກັດການລົງຄະແນນສຽງຢ່າງ​ໜັກ ສຳລັບກຸ່ມຊົນກຸ່ມນ້ອຍຫຼັງຈາກການເລືອກຕັ້ງປີ 2020 ຜ່ານ​ໄປແລ້ວ.

ນັບຕັ້ງແຕ່ອະດີດປະທານາທິບໍດີສະຫະລັດ, ທ່ານດໍ​ໂນ​ລ ທ​ຣຳ ໄດ້ຢືນຢັດ ໂດຍບໍ່ມີຫຼັກຖານວ່າ ການເລືອກຕັ້ງມີການສໍ້ໂກງຄະ​ແນນຈາກທ່ານນັ້ນ, 19 ລັດໄດ້ຮັບຜ່ານກົດຫມາຍ 33 ສະບັບ ທີ່ມີຂໍ້ຈໍາກັດໃຫມ່ກ່ຽວກັບການປ່ອນ​ບັດ ລົງຄະແນນສຽງ. ໃນ​ເດືອນ​ກໍລະກົດຜ່ານ​ມາ, ສານ​ສູງ​ສຸດ​ຂອງ​ສະຫະລັດ​ໄດ້​ອອກ​ຄຳ​ຕັດສິນ​ທີ່​ສຳຄັນ​ໂດຍ​ໃຫ້​ລັດ​ຕ່າງໆ ​ມີ​ອຳນາດ​ກວ້າງ​ຂຶ້ນ​ໃນການວາງ​ຂໍ້ຈຳກັດ​ຕໍ່ການ​ຈັດການ ​ແລະ​ການ​ນັບ​ບັດ​ເລືອກ​ຕັ້ງ.

ບັນດາ​ຜູ້​ສະໜັບສະໜຸນ​ການ​ລົງ​ຄະ​ແນນ​ສຽງ​ກ່າວ​ວ່າ ​ຍິ່ງ​ມີ​ຫລາຍລັດ​ເພີ້ມ​ຂຶ້ນ ອີກ​ທີ່ກຳລັງ​ກະກຽມ​ກົດໝາຍ​ທີ່​ເຂັ້ມ​ງວດ​ກວ່າ​ເກົ່າ​ໃນ​ການຕອບ​ໂຕ້ຕໍ່​ການ​ເລືອກ​ຕັ້ງ​ປີ 2020.

ທ່ານ​ນາງ ຣີ​ເບ​ກາ ຄາ​ຣຸ​ເຕີ​ສ໌ (Rebekah Caruthers), ຈາກສູນກາງ ການເລືອກຕັ້ງຍຸຕິທໍາກ່າວຜ່ານທາງ Zoom ວ່າ:
“ໃນຮອບວຽນເລືອກຕັ້ງປີ 2020, ຢູ່ພາຍໃນສະຫະລັດ, ພວກເຮົາເຫັນຜູ້ມີສິດເລືອກຕັ້ງອອກໄປປ່ອນບັດໃນຈຳນວນສູງທີ່ສຸດໃນຮອບ 100 ກວ່າປີຜ່ານມາ. ຜູ້ລົງຄະແນນສຽງຫຼາຍລ້ານຄົນໄດ້ໄປປ່ອນບັດຜ່ານທາງໄປສະນີ, ເຊິ່ງເປັນ ທາງເລືອກທີ່ຂະຫຍາຍອອກໄປຢ່າງຫຼວງຫຼາຍ ຍ້ອນໂຣກລະບາດນັ້ນ. ແຕ່ພວກເຮົາຍັງໄດ້ເຫັນອີກວ່າ ເນື່ອງຈາກວ່າມີການລົງຄະແນນສຽງຂອງຜູ້ ປ່ອນບັດທັງຫລາຍເຫລົ່ານັ້ນໃນປີ 2020, ພວກເຮົາເຫັນວ່າ ມີຂໍ້ຈຳກັດຕໍ່ຜູ້ ປ່ອນບັດເພີ່ມຂຶ້ນ. ດັ່ງນັ້ນ, ພວກເຮົາໄດ້ເຫັນການສະທ້ອນກັບໃນທາງທີ່ ຂີ້ຮ້າຍຫລາຍໃນທົ່ວສະຫະລັດ.”

ສະມາຊິກສະພາສູງ​ຈາກພັກໂມແຄຣັດໄດ້ປະ​ສົບ​ຄວາມ​ຫຍຸ້ງ​ຍາກ​ໃນການເຮັດ​ໃຫ້ຮ່າງກົດໝາຍທີ່ຈະຕ້ານຄືນ​ຕໍ່ຂໍ້ຈຳກັດເຫຼົ່ານັ້ນຖືກ​ຮັບ​ຮອງ​ເອົາ ເຖິງແມ່ນວ່າ ລັດຖະບານຂອງ​ທ່ານ ​ໄບ​ເດັນ ໄດ້ປະຕິຍານວ່າຈະສືບຕໍ່ສູ້ໄປອີກ​ກໍ​ຕາມ.

ຮອງປະທານາທິບໍດີ​ ຄາ​ມາ​ລາ ແຮ​ຣີ​ສ (Kamala Harris) ກ່າວ​ວ່າ:
“ນີ້ມັນແມ່ນເລື້ອງສິດຂອງປະຊາຊົນອາເມຣິກັນ ໃນການລົງຄະແນນສຽງຢ່າງເປັນອິດສະຫລະ. ມັນແມ່ນເລື້ອງການເຂົ້າເຖິງສິດທິຂອງຕົນ ໃນການລົງຄະ ແນນສຽງຂອງພວກເຂົາເຈົ້າໃນແບບທີ່ມີຄວາມຫມາຍ, ເພາະວ່າບໍ່ມີໃຜຖົກຖຽງໄດ້ວ່າຊາວອາເມຣິກັນທຸກຄົນມີສິດທີ່ຈະປ່ອນບັດລົງຄະແນນສຽງ ຫລືບໍ່. ບັນຫາຢູ່ທີ່ນີ້ ກໍຄືການເຂົ້າເຖິງຂະບວນການລົງຄະແນນສຽງຢ່າງແທ້ຈິງຂອງ ພວກເຂົາເຈົ້າ.”

​ແຕ່​ໂດຍ​ທີ່​ເປັນ​ພັກ​ສຽງສ່ວນ​ຫລາຍທີ່ມີ​ສຽງລື່ນພັກ​ຣີ​ພັບ​ບ​ລິ​ກັນພຽງ​ແຕ່​ໜ້ອຍ​ດຽວ​ເທົ່າ​ນັ້ນ, ພັກ​ເດ​ໂມ​ແຄຣັດ​ບໍ່​ມີ​ໂອກາດທີ່​ໄດ້​ຮັບ 10 ສຽງ​ທີ່​ຈຳ​ເປັນຈາກ​ພວກ​ສັງ​ກັດພັກຣີພັບ​ບລິ​ກັນໃນ​ສະພາ​ສູງ​ເພື່ອຈະ​ຮັບຜ່ານ​ນິ​ຕິ​ກຳນັ້ນ. ພັກຣີພັບ ບລີກັນຢາກ​ໃຫ້ລັດຕ່າງໆ ສະໜັບສະໜູນການກວດ​ໃບຢັ້ງ​ຢືນປະ​ຈຳຕົວຂອງຜູ້ ລົງຄະແນນສຽງ ແລະມາດຕະການຮັກ​ສາຄວາມປອດໄພຂອງບັດເລືອກຕັ້ງ ທີ່ເຂັ້ມງວດກວ່າເກົ່າ.

ທ່ານ​ມາກ ເບິນ​ໂນ​ວິກ (Mark Brnovic), ຫົວ​ໜ້າ​ພະ​ແນກ​ຍຸ​ຕິ​ທຳຂອງລັດ ອາ​ຣີ​ໂຊ​ນາ​ກ່າວ​ວ່າ:
"ມາດ​ຕະ​ການ​ເຫຼົ່າ​ນີ້​ໄດ້​ຖືກ​ອອກ​ແບບ​ມາ ເພື່ອ​ປົກ​ປັກ​ຮັກ​ສາ​ຄວາມ​ເປັນ​ລະ​ບຽບ​ແລະ​ຮັບ​ປະ​ກັນຄວາມ​ປອດ​ໄພ​ຂອງ​ການ​ເລືອກ​ຕັ້ງ ​ແລະ​ໃຫ້​ຄວາມເຊື່ອ​ຫມັ້ນໃນ​ຜົນ​ໄດ້​ຮັບຂອງ​ການ​ເລືອກ​ຕັ້ງ​."

ນັກວິ​ເຄາະທີ່​ມີ​ຫົວ​ອະນຸລັກ​ນິຍົມໄດ້​ໃຫ້​ເຫດ​ຜົນ​ໂຕ້​ແຍ້ງ​ວ່າ ການ​ເລືອກ​ຕັ້ງ​ບໍ່​ຄວນ​ຖືກ​ຄວບ​ຄຸມ​ຈາກ​ວໍ​ຊິງ​ຕັນ.

ທ່ານ ຮານສ໌ ວອນ ສ​ແປນ​ນັອ​ຟ​ສ​ກີ (Hans von Spankovsky) ຈາກ ມູນນິທິດ້ານມູນ​ເຊື້ອມໍລະດົກກ່າວຜ່ານ SKYPE ວ່າ:
“ລັດ​ຕ່າງໆ ​ມີ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​ດຳ​ເນີນ​ການເລືອກ​ຕັ້ງ​ຂອງ​ຕົນເອງ. ຮ່າງ​ກົດໝາຍ​ HR 1 ສະບັບນີ້ທີ່​ພວກພັກ​ເດ​ໂມ​ແຄຣັດ​ຮຽກຮ້ອງ​ໃຫ້​ລັດຖະສະ ພາຮັບ​ຮອງ​ເອົານັ້ນ ຈະ​ນຳ​ໄປ​ສູ່​ການຄວບ​ຄຸມເອົາການ​ເລືອກ​ຕັ້ງໃນ​ທົ່ວ​ປະ​ເທດໂດຍ​ຄະລັດຖະ​ບານ.​ ​ມັນມີການປ່ຽນແປງຫຼາຍຢ່າງ ທີ່ໂດຍເນື້ອແທ້ແລ້ວ ໄດ້ກໍາຈັດຂັ້ນ​ຕອນ​ໃນ​ການ​ຮັກ​ສາຄວາມໝັ້ນ​ຄົງ ແລະຄວາມປອດໄພຂັ້ນພື້ນ ຖານ ແລະມາດຕະການທີ່ລັດໄດ້ວາງອອກ ເພື່ອທີ່​ຈະພະຍາຍາມປົກປ້ອງ ຄວາມຊື່ສັດ ແລະຄວາມປອດໄພຂອງຂະບວນການເລືອກຕັ້ງ."

ພວກ​ສັງ​ກັດພັກເດໂມແຄຣັດ ກັບໂຕ້ແຍ້ງຄືນ​ວ່າ ການປະຕິຮູບເລື້ອງສິດໃນການປ່ອນ​ບັດລົງຄະແນນສຽງທີ່ເຂົາເຈົ້າສະ​ແຫວງ​ຫາ​ການສະໜັບສະໜູນຢູ່ ເຮັດໃຫ້ລະບົບການເລືອກຕັ້ງຂອງອາເມຣິກາທັນສະໄໝຂຶ້ນ ແລະອະນຸຍາດໃຫ້ ລັດຖະບານກາງປົກປ້ອງສິດໃນ​ການ​ປ່ອນ​ບັດລົງຄະແນນສຽງຂອງຊົນກຸ່ມນ້ອຍ ໄດ້.

ສະມາຊິກສະພາສູງ ທ່ານ ແຈັ​ຟ ເມີ​ຄ​ລີ (Jeff Merkley) ຈາກພັກເດໂມແຄຣັດ ກ່າວ​ວ່າ:
"ຖ້າທ່ານພຽງແຕ່ຢັ່ງຫາງສຽງປະຊາຊົນໃນທົ່ວປະເທດ, ພວກສັງກັດພັກຣີພັບ ບລີກັນ ແລະພັກເອກະລາດ ແລະເດໂມແຄຣັດ, ພວກເຂົາເຈົ້າທັງຫມົດລ້ວນ ແຕ່ພ້ອມທີ່ຈະຕ້ານຕໍ່ການແບ່ງເຂດເລືອກຕັ້ງແບບໃຫ້ໄດ້ປຽບແກ່ຕົນເອງ. ພວກ ເຂົາເຈົ້າລ້ວນແຕ່ຢາກຈະຕ້ານກັບເງິນມືດທີ່ອະນຸຍາດໃຫ້ມະຫາເສດຖີ ແລະບໍລິ ສັດຕ່າງໆຊື້ການເລືອກຕັ້ງໄດ້. ພວກເຂົາເຈົ້າທັງຫມົດລ້ວນແຕ່ຢາກປົກປັກຮັກສາກ່ອງປ່ອນບັດ, ຫົວໃຈທີ່ຍັງເຕັ້ນຢູ່ຂອງສາທາລະນະລັດຂອງພວກເຮົາ.”

ບັນດາຜູ້ນຳດ້ານສິດທິພົນລະເຮືອນໄດ້ນຳພາການເດີນຂະບວນຫຼາຍພັນຄົນໃນ ນະຄອນຫຼວງຂອງປະເທດ ໃນເດືອນສິງຫາຜ່ານມ​າ ເພື່ອຮຽກຮ້ອງມີໃຫ້ການ ປະຕິຮູບເຫຼົ່ານັ້ນ - ແລະໃນເດືອນພະຈິກ, ພວກ​ສັງ​ກັດພັກເດໂມແຄຣັດໄດ້ ພະຍາຍາມ ແລະກໍບໍ່ສຳເລັດອີກຄັ້ງນຶ່ງ ໃນ​ການໄດ້ຮັບຄະແນນສຽງຢ່າງພຽງພໍ. ​ແຕ່​ເມື່ອ​ການ​ເລືອກ​ຕັ້ງ​ກາງ​ສະ​ໄໝ​ປີ 2022 ​ກຳ​ລັງ​ຫຍັບ​ໃກ້​ເຂົ້າ​ມາ​ຢູ່ນີ້, ມັນກໍ​ປາກົດ​ວ່າ ​ການ​ຊຸກຍູ້​ໃຫ້​ມີການ​ປະຕິ​ຮູບ​ເຫຼົ່າ​ນັ້ນ​ແມ່ນໄດ້​ຕາຍ​ໄປແລ້ວ.

ອ່ານ​ລາຍ​ງານນີ້​ເພີ້ມເປັນ​ພາ​ສາ​ອັງ​ກິດ​ຢູ່​ລຸ່ມນີ້:

The results of the 2020 election did not just usher in a new era of governance in Washington, it also focused renewed attention on how Americans vote. From voter suppression to voter fraud, 2021 was a year when the democratic process was up for debate. VOA’s Congressional Correspondent Katherine Gypson has more on how American politics changed this year.

The bitter fight over election reform arrived at Congress’ front door this year. More than fifty Texas Democrats gathered after fleeing their state to prevent passage of a Republican bill, they said severely restricted voting for minorities in the wake of the 2020 election.

NAT SOUND POP - “Trump lost this election”

Since former U.S. President Donald Trump insisted without proof the election was rigged against him, 19 states have passed 33 laws with new restrictions on voting. In July, the U.S. Supreme Court handed down a key decision giving states broader powers to impose restrictions on the handling and counting of ballots.

Voting advocates say even more states are preparing more restrictive laws in response to the 2020 election.

Rebekah Caruthers, Fair Elections Center:
“In the 2020 election cycle, within the United States, we saw the highest voter turnout in more than 100 years. Millions of voters cast their ballot by mail, which was an option that was expanded greatly because of the pandemic. But we also saw as a result of all of those voters voting in 2020, we saw an increase in voter restrictions. So, we saw an ugly backlash across the United States.”

Senate Democrats struggled to pass bills that would counter those restrictions even as the Biden administration vowed to keep fighting.

Vice President Kamala Harris: “This is about the American people's right to vote unfettered. It’s about their access to the right to vote in a meaningful way, because nobody is debating whether all Americans have the right to vote. The issue here is their actual access to the voting process.”

But with only a slim majority, Democrats had no chance of securing the 10 Republican votes needed in the Senate to pass legislation. Republicans want the states to support more rigorous voter identification and ballot security measures.

Mark Brnovic, Arizona Attorney General:
“These measures are designed to preserve order and secure the elections and provide confidence in the results.”

Conservative analysts argue elections should not be regulated from Washington.

“The states are each responsible for running their elections. This bill - HR 1, which Democrats are urging Congress to pass would lead to a federal takeover of the administration of elections across the country. It has many other changes that in essence get rid of the kind of basic security and safety protocols and measures that states put in place to try to safeguard the integrity and security of the election process.”

Democrats argue the voting rights reforms they advocate modernize the American election system and allow the federal government to protect minority voting rights.

Senator Jeff Merkley, Democrat:
“If you just poll people across the nation, Republicans and independents and Democrats, they all want to take on gerrymandering ((eds: manipulating electoral boundaries)). They all want to take on dark money that allows billionaires and corporations to buy elections. They all want to protect the ballot boxes, the pulsating heart of our republic.”

Civil rights leaders led a march of thousands on the nation’s capital in August to demand those reforms – and in November, Democrats tried and failed again to secure enough votes. But with 2022 mid-term elections looming, it appears the push for those reforms is dead.

XS
SM
MD
LG