ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພັກຣີພັບບລີກັນ ເຂົ້າຄວບຄຸມ ສະພາສູງ ສະຫະລັດ


ພັກຣີພັບບລີກັນ ໄດ້ເຂົ້າຄວບຄຸມສະພາສູງສະຫະລັດ ໃນການ
ເລືອກຕັ້ງກາງສະໄໝ ການດຳລົງຕຳແໜ່ງປະທານາທິບໍດີ ເມື່ອ
ວັນອັງຄານວານນີ້ໂດຍໄດ້ຮັບໄຊຊະນະທີ່ສຳຄັນໃນລັດ North
Carolina, Kentucky, Georgia, Arkansas, South Dako-
ta, West Virginia ແລະ Colorado. ພັກຣີພັບບລີກັນ ຊຶ່ງເວ
ລານີ້ກໍກຳສຽງສ່ວນຫຼາຍຢູ່ແລ້ວ ໃນສະພາຕ່ຳສະຫະລັດ. Mike
O’Sullivan ຜູ້ສື່ຂ່າວວີໂອເອ ມີລາຍງານ ກ່ຽວກັບເລື່ອງນີ້ ດັ່ງ
ໄພສານຈະນຳເອົາລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.

ທີ່ລັດ Kentucky ຜູ້ນຳສຽງສ່ວນນ້ອຍ ໃນສະພາສູງສະຫະລັດ
ທ່ານ Mitch McConnell ສາມາດຮັກສາບ່ອນນັ່ງຂອງທ່ານໄວ້
ໄດ້ ຫຼັງຈາກການໂຄສະນາຫາສຽງຢ່າງຂຸ້ນຂ້ຽວສູ້ກັບ ຜູ້ທ້າທາຍ
ຈາກພັກເດໂມແຄຣັດ ທ່ານນາງ Alison Lundergan Grimes. ທ່ານ McConnell ຊຶ່ງ ຈະກາຍເປັນ ຜູ້ນຳສຽງສ່ວນຫລາຍ ຢູ່ໃນສະພາສູງສະຫະລັດນັ້ນ ໄດ້ແຊງໜ້າທ່ານນາງ Grimes ໃນຊຸມມື້ສຸດທ້າຍ ຂອງການແຂ່ງຂັນ.

ທ່ານ McConnell ກ່າວວ່າ “ນາງໄດ້ຮັບຄະແນນສຽງຢ່າງຫຼວງຫຼາຍແລະນາງກໍໄດ້ ຮັບຄວາມນັບຖືຈາກຂ້າພະເຈົ້າ. ຍ້ອນທຸລະກິດ ທີ່ພວກເຮົາພົວພັນ ມັນຈຶ່ງໝາຍ ຄວາມວ່າ ນາງກໍຖືກໂຈມຕີຢ່າງແຮງຄືກັນ. ຂ້າພະເຈົ້າຊື່ນຊົມ ໃນຄວາມເຕັມໃຈ ຂອງນາງ ເພື່ອກ້າວເຂົ້າສູ່ເວທີ ແລະຕໍ່ສູ້ຢ່າງເຕັມທີ່ ດັ່ງທີ່ນາງໄດ້ກະທຳໄປນັ້ນ.”

ໃນການເລືອກຕັ້ງກາງສະໄໝ ເພື່ອແຂ່ງຂັນເອົາບ່ອນນັ່ງ ນຶ່ງສ່ວນສາມ ຂອງຈຳນວນທັງ
ໝົດ 100 ບ່ອນຢູ່ໃນສະພາສູງນັ້ນ ພັກຣີພັບບລີກັນຕ້ອງການບ່ອນນັ່ງເພີ້ມຕື່ມແຕ່ພຽງ 6 ບ່ອນເທົ່ານັ້ນ ກໍສາມາດເຂົ້າຄວບຄຸມສະພາສູງ ຈາກພັກເດໂມແຄຣັດໄດ້. ເວລານີ້ ພັກຣີ ພັບບລີກັນ ກໍກຳສຽງສ່ວນຫຼາຍຢູ່ໃນສະພາຕ່ຳຢູ່ແລ້ວ ແລະກໍຄາດວ່າຈະໄດ້ຮັບບ່ອນນັ່ງ ເພີ້ມອີກ.

ທີ່ລັດ Arkansas ຕາໜ່າງໂທລະພາບສະຫະລັດທຳນາຍວ່າ ທ່ານ Tom Cotton ຜູ້ສະ ໝັກຂອງພັກຣິພັບບລີກັນ ໄດ້ຊະນະສະມາຊິກສະພາສູງ ສອງສະໄໝ ສັງກັດພັກເດໂມ ແຄຣັດ ທ່ານ Mark Pyor. ທີີ່ລັດ North Carolina ສະມາຊິກສະພາສູງ ສະໄໝທຳອິດ ຂອງພັກເດໂມແຄຣັດ ທ່ານນາງ Kay Hagen ໄດ້ເສຍໄຊຢ່າງຫວຸດຫວິດ ໃຫ້ແກ່ທ່ານ
Tom Tillis ຜູ້ນຳສະພານິຕິບັດຍັດຂອງລັດ. ທ່ານນາງ Shelley Moore Capito ໄດ້ ກາຍເປັນສະມາຊິກພັກຣີີພັບບລີກັນ ຄົນທຳອິດຈາກລັດ West Virginia ເຂົ້າໄປນັ່ງຢູ່ ໃນສະພາສູງ ໃນຮອບ 50 ກວ່າປີ ແລະທີ່ລັດ South Dakota ທ່ານ Mike Rounds ອະດີດຜູ້ປົກຄອງ ລັດສັງກັດພັກຣີພັບບລີກັນກໍທຳນາຍວ່າຈະຊະນະບ່ອນນັ່ງໃນສະພາ ສູງທີ່ເປັນຂອງພັກເດໂມແຄຣັດ.

ຂະນະດຽວກັນ ພັກເດໂມແຄຣັດ ກໍສາມາດຮັກສາບ່ອນນັ່ງຂອງຕົນໄວ້ໄດ້ ຢູ່ທີີ່ລັດ New Hampshire ຂະນະທີ່ທ່ານນາງ Jeanne Shaheen ຊະນະທ່ານ Scott Brown ຜູ້ສະ ໝັກຂອງພັກຣີພັບບລີກັນຊຶ່ງເປັນອະດີດສະມາຊິກສະພາສູງຈາກລັດ Massachusetts ທີ່ຕັ້ງຢູ່ໃກ້ຄຽງ. ນອກນັ້ນ ພັກເດໂມແຄຣັດກໍຍັງສາມາດຮັກສາບ່ອນນັ່ງຂອງຕົນໄວ້ໄດ້ ທີ່
ລັດ Michigan, Delaware ແລະ Minnesota.

ທີ່ລັດ Louisiana ທ່ານນາງ Mary Landrieu ທີ່ສັງກັດພັກເດໂມແຄຣັດ ກໍຈະປະເຊີນ ໜ້າກັບຜູ້ສະໝັກຂອງພັກຣີພັບບລີກັນທ່ານ Bill Cassidy ໃນການເລືອກຕັ້ງຮອບສອງ ໃນເດືອນທັນວາຈະມານີ້ ໃນເມື່ອວ່າຜູ້ສະໝັກທັງສອງຕ່າງກໍບໍ່ໄດ້ຮັບຄະແນນຮອດ 50 ເປີເຊັນຫຼືສຽງສ່ວນຫຼາຍນັ້ນ.

ປະທານາທິບໍດີບາຣັກ ໂອບາມາ ທີ່ສັງກັດພັກເດໂມແຄຣັດບໍ່ໄດ້ລົງສະໝັກແຂ່ງໃນການ ເລືອກຕັ້ງກາງສະໄໝ ແຕ່ກໍໄດ້ມີອິດທິພົນຢູ່ໃນຫລາຍໆລັດ ຊຶ່ງການມີຄະແນນນິຍົມຕ່ຳ ຂອງທ່ານນັ້ນ ໄດ້ຊ່ອຍພັກຣີພັບບລີກັນ.

ທີ່ລັດ Kentucky ຜູ້ທ້າທາຍຈາກພັກເດໂມແຄຣັດ ທ່ານນາງ Alison Lundergan
Grimes ບໍ່ສາມາດເອົາຊະນະທ່ານ Mitch McConnell ຜູ້ນຳໃນສະພາສູງຂອງພັກຣີ
ພັບບລີກັນໄດ້ ແຕ່ກໍເວົ້າວ່າ ທ່ານນາງມີຄວາມພາກພູມໃຈ ທີ່ໄດ້ຍົກເອົາບັນຫາຕ່າງໆ
ຂຶ້ນມາເວົ້າ:

ທ່ານນາງເວົ້າວ່າ “ຄວາມຫວັງຂອງຂ້າພະເຈົ້າ ກໍຄື ສົ່ງຂ່າວຄາວ ໄປຍັງສະພາວ່າ ພວກເຮົາຕ້ອງໄດ້ດຳເນີນງານເພື່ອຂຶ້ນຄ່າຈ້າງຂັ້ນຕ່ຳສຸດ ເພື່ອອຸດຕັນຊ່ອງຫວ່າງ ໃນເລື່ອງຄ່າຈ້າງລະຫວ່າງເພດແລະນຳເອົາວຽກງານທີ່ມີຄ່າຈ້າງດີໆກັບຄືນມາສູ່
ລັດ Kentucky.”

ການນັບບັດຄະແນນສຽງຢູ່ໃນບາງລັດ ຍັງຈະດຳເນີນຕໍ່ໄປ ໃນວັນພຸດມື້ນີ້ຫລືຊ້າໄປກວ່າ ນັ້ນອີກ.

Republicans Win Control of US Senate in Midterm Elections
please wait

No media source currently available

0:00 0:03:11 0:00

In Kentucky, Republican Senate Minority Leader Mitch McConnell held onto his seat after a tough campaign against Democratic challenger Alison Lundergan Grimes. McConnell, who will become the majority leader, pulled ahead of the Grimes in the final days of the race.


"She earned a lot of votes, and she earned my respect. It took a lot of guts to take on a race like this. Because of the business we're in, it also meant she'd take some heat. I admire her willingness to step into the arena and fight as hard as she did."

In the mid-term races for one-third of the 100 senate seats, Republicans needed to gain six seats to wrest control of the Senate from Democrats. Republicans held the majority in the House of Representatives and are expected to increase their numbers.

In Arkansas, U.S. television networks project that Republican Tom Cotton has unseated two-term Democratic Senator Mark Pryor. In North Carolina, first term Democrat Kay Hagen was narrowly defeated by Tom Tillis, a state legislative leader. Shelley Moore Capito became the first Republican elected to the Senate from West Virginia in more than 50 years. And in South Dakota, Mike Rounds, a former Republican governor, is projected to win a Senate seat that was held by a Democrat.

Democrats held onto a seat in New Hampshire as Jeanne Shaheen defeated Republican challenger Scott Brown, a former senator from neighboring Massachusetts. Democrats also held onto seats in Michigan, Delaware and Minnesota.

In Louisiana, Democrat Mary Landrieu will face Republican Bill Cassidy in a runoff in December, since neither candidate won a majority of the votes.

President Barack Obama, a Democrat, was not in the race in the mid-term election, but was a factor in many states, where his low approval ratings helped Republicans.

In Kentucky, Democratic challenger Alison Lundergan Grimes failed to unseat Senate Republican leader Mitch McConnell, but said she was proud to raise important issues.

"My hope is the message has been sent to Congress that we need to work to increase the minimum wage, to close the gender pay gap and to bring good-paying jobs back to the commonwealth of Kentucky."

Vote counting in some states will continue through Wednesday or even later.

XS
SM
MD
LG