ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ປະຊາຊົນ ຮົງກົງ ລົງຄະແນນສຽງ ໃນການ ເລືອກຕັ້ງ ທີ່ມີຄວາມສຳຄັນທີ່ສຸດ


ພວກຜູ້ສະໜັບສະໜູນຈາກກຸ່ມພັກການເມືອງທີ່ແຕກຕ່າງກັນ ໄດ້ຮຽກຮ້ອງໃຫ້ປະຊາຊົນເລືອກເອົາຜູ້ລົງແຂ່ງຂັນໃນ ການເລືອກຕັ້ງສະພານິຕິບັນຍັດໃນ ຮົງກົງ. 3 ກັນຍາ 2016.
ພວກຜູ້ສະໜັບສະໜູນຈາກກຸ່ມພັກການເມືອງທີ່ແຕກຕ່າງກັນ ໄດ້ຮຽກຮ້ອງໃຫ້ປະຊາຊົນເລືອກເອົາຜູ້ລົງແຂ່ງຂັນໃນ ການເລືອກຕັ້ງສະພານິຕິບັນຍັດໃນ ຮົງກົງ. 3 ກັນຍາ 2016.

ປະຊາຊົນຮົງກົງພວມພາກັນມຸ່ງໜ້າໄປຍັງໜ່ວຍເລືອກຕັ້ງໃນວັນອາທິດມື້ນີ້ ເພື່ອປ່ອນບັດ ເອົາຄະນະປົກຄອງເມືອງພິເສດ ໃນການເລືອກຕັ້ງຄັ້ງສຳຄັນທີ່ສຸດ ນັບຕັ້ງແຕ່ອັງກິດໄດ້ ມອບໂອນເມືອງດັ່ງກ່າວຄືນໃນປີ 1997 ເປັນຕົ້ນມາ.

ການລົງຄະແນນສຽງເອົາສະພານິຕິບັນຍັດ ຄັ້ງນີ້ເປັນເທື່ອທຳອິດນັບຕັ້ງແຕ່ການປະທ້ວງ ເພື່ອປະຊາທິປະໄຕໄດ້ມີຂຶ້ນຕາມທ້ອງຖະໜົນໃນປີ 2014 ທີ່ໄດ້ເຮັດໃຫ້ແຫຼ່ງການເງິນ ຂອງເອເຊຍແຫ່ງນັ້ນສັ່ນຄອນ ແລະຜົນຂອງມັນອາດແຜ້ວທາງໄປສູ່ການປະເຊີນໜ້າຄັ້ງ ໃໝ່ກັບການຄວບຄຸມເມືອງດັ່ງກ່າວໂດຍປັກກິ່ງກໍເປັນໄດ້.

ການເລືອກຕັ້ງຄັ້ງນີ້ ຖືວ່າເປັນການທົດສອບຄວາມສາມັກຄີຂອງຮົງກົງສຳລັບພວກນິຍົມ ປະຊາທິປະໄຕ ຊຶ່ງຖືວ່າເປັນພວກນັກເຄື່ອນໄຫວເອົາຈິງເອົາຈັງລຸ້ນໃໝ່ ທີ່ໂຜ່ໂຕຂຶ້ນມາ ຍ້ອນພວກປະທ້ວງດ່ັງກ່າວ ທີ່ປະກອບສ່ວນ. ພວກນີ້ ພາກັນຊ່ວງຊີງກັບ ພວກຫົວນິຍົມ ພັກປະຊາທິປະໄຕສ່ວນໃຫຍ່ຂັ້ນປານກາງ ຊ່ຶງຕໍ່ຕ້ານການທ້າທາຍປໍຣະປັກອັນຮ້າຍກາດ ຂອງ ປັກກິ່ງ.

ໃນປັດຈຸບັນ ທ່ານເລີງ Chun-ying ຜູ້ນຳທີ່ພວມຄອງອຳນາດ ທີ່ປັກກິ່ງໜູນຫຼັງ ພວມ ຂາດ ຄວາມນິຍົມຢ່າງໃຫຽ່ ທັງອຳນາດປົກຄອງຂອງເພິ່ນ ກໍແມ່ນພວມຖືກສິ້ງຊອມເບິ່ງ. ພວກຜູ້ແທນທີ່ເອີ້ນວ່າ “ແພນເດໂມກຣາຕິກ” ປັດຈຸບັນຄວບຄຸມ 27 ບ່ອນນັ່ງໃນຈຳ ນວນ 70 ບ່ອນ ແລະຈະຕ້ອງໄດ້ຮັກສາໄວ້ຢ່າງໜ້ອຍນຶ່ງສ່ວນສາມຂອງບ່ອນນັ່ງທັງໝົດ ຈຶ່ງຈະ ສາມາດຮັກສາອຳນາດວີໂຕ້ໄວ້ໄດ້.

ຄື້ນຟອງໃໝ່ຂອງພວກນັກເຄື່ອນໄຫວ ທີ່ສະໝັກເອົາບ່ອນນັ່ງຫວັງວ່າ ຈະສ້າງຄວາມພໍໃຈ ໃຫ້ແກ່ພວກຊາວເມືອງທີ່ຄັດຄ້ານຈີນແຜ່ນດິນໃຫຽ່ ໂດຍສະເພາະບັນດາຊາວໜຸ່ມ ຜູ້ທີ່ຕົກ ຢູ່ພາຍໃຕ້ການຄວບຄຸມຂອງກຸງປັກກິ່ງຢ່າງເຄັ່ງຄັດນັ້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG