ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ວີໂອເອລາວ ສຳພາດ ຍານາງວົງເດືອນ ມະນີວົງ ນັກອອກແບບກຣາຟິກ ແລະນັກແຕ້ມຮູບຄົນ


ຍານາງວົງເດືອນ ມະນີວົງ ນັກອອກແບບກຣາຟິກ ແລະນັກແຕ້ມຮູບຄົນ.
ຍານາງວົງເດືອນ ມະນີວົງ ນັກອອກແບບກຣາຟິກ ແລະນັກແຕ້ມຮູບຄົນ.

ສະບາຍດີ ທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊີວິດຊາວລາວໃນຕ່າງແດນຂອງອີໂອເອ
ປະຈຳແລງວັນພະຫັດມື້ນີ້ ເຮົາຈະພາທ່ານຟັງການໂອ້ລົມ ກັບຍາ ນາງວົງເດືອນ ມະນິວົງ
ນັກສິນລະປະອອກແບບ ດ້ານກຣາຟິກ ຫລື graphic design ແລະນັກແຕ້ມຮູບອາເມຣິ
ກັນ ເຊື້ອສາຍລາວ ຢູ່ນະຄອນດາລັ ລັດເທັກ ຊັສ ມາເປັນເວລາກວ່າສອງທົດສະວັດແລ້ວ.
ເປັນຫຍັງຍານາງວົງເດືອນຈຶ່ງຍຶດ ຖືເອົາວິຊາອາຊີບການເປັນນັກອອກແບບແລະນັກ
ແຕ້ມຮູບດັ່ງກ່າວ ກິ່ງສະຫວັນ ຈະນຳເອົາການສຳພາດມາສະເໜີທ່ານ ໃນອັນດັບຕໍ່ໄປ.

ຮູບແຕ້ມໂດຍ ວົງເດືອນ ມະນີວົງ
ຮູບແຕ້ມໂດຍ ວົງເດືອນ ມະນີວົງ

ສິນລະປະການແຕ້ມຮູບຄົນຫຼື portrait ໃຫ້ຄືໂຕຈິງ ການຄວດແກະສະລັກ ຮູບຄົນ ສັດ
ແລະອື່ນໆ (sculpture) ໃສ່ຫີນອ່ອນ ທີ່ລະອຽດລະອໍນັ້ນ ເປັນທີ່ຮູ້ກັນແກ່ຊາວໂລກ
ມາໄດ້ຫຼາຍຮ້ອຍປີແລ້ວ. ບັນດາປະເທດອຸດສາຫະກຳ ໄດ້ເປັນ ຜູ້ນຳພາສິນລະປະໃນ
ຄວາມຄິດປະດິດສ້າງແລະສະແດງເຖິງຝີມືຂອງມະນຸດຊາດ. ສິນລະປະເຫລົ່ານີ້ໄດ້ຖືກ
ອະນຸລັກຮັກສາໄວ້ຢູ່ ໃນຫໍພິພິດຕະພັນ ທີ່ມີຊື່ສຽງຕ່າງໆ ຂອງໂລກ ໃຫ້ຄົນໄດ້ຊົມເທົ່າເ
ຖິງທຸກວັນນີ້. ສັດຕະວັດທີ 15 ຫາ 16 ເປັນທີ່ຮູ້ກັນດີວ່າສະໄໝ ເຣີແນສຊັງ (renais-
sance) ຫຼືສະໄໝເກີດໃໝ່ ຂອງຄວາມຈະເລີນຮຸ່ງເຮືອງດ້ານສິນລະປະຕ່າງໆ. ໂຕຢ່າງ
ບັນ ດານັກຄວັດແລະນັກແຕ້ມທີ່ມີຊື່ສຽງຂອງຊາວອີຕາລີ ຢູ່ໃນສະໄໝນີ້ໄດ້ແກ່ໄມເກີລ
ແລນເຈີໂລ(Michelangelo) ນັກຄວັດແກະສະລັກແລະເລໂອນາໂດ ດາ ວິນຊີ
(Leonado daVinci) ນັກແຕ້ມຮູບນາງໂມນາ ລີຊາ ທີ່ມີຊື່ສຽງຂອງໂລກໃນປີ 1503 ຊຶ່ງ
ຮູບແຕ້ມແຜ່ນນີ້ວາງສະແດງຢູ່ຫໍພິພິດຕະພັນລູເວຣິ (Louvre) ໃນປະເທດຝຣັງ ເທົ່າທຸກ
ວັນນີ້.

ຕົກມາເຖິງສະໄໝປັດຈຸບັນ ການພັດທະນາດ້ານສິນລະປະອອກແບບ ໄດ້ມາເຫັນຢູ່ໜ້າ
ຄອມພິວເຕີ. ເວລານີ້ທ່ານຈະສັງເກດເຫັນຮູບພາບ ການລຽບລຽງໂຕໜັງສື ແລະສີສັນການ
ອອກແບບຢູ່ໜ້າເວັບໄຊຕ່າງໆທີ່ໜ້າຈັບໃຈ ໂດຍທ່ານບໍ່ຮູ້ເລີຍວ່າ ແມ່ນໃຜຢູ່ເບຶ້ອງຫຼັງການ
ອອກແບບ. ນີ້ຄືວິຊາການຮຽນສິນລະປະກຣາຟິກ (graphic arts) ທີ່ພວກນັກສິນລະປິນ
ສະໄໝໃໝ່ ໃຊ້ຄອມພິວເຕີເປັນເຄື່ອງມື ຊ່ວຍໃນການອອກແບບຕ່າໆ.

ບັດນີ້ເຮົາມາຟັງການໂອ້ລົມກັບ ຍານາງວົງເດືອນ ມະນີວົງ ອາເມຣິກັນເຊື້ອສາຍລາວວ່າ
ເປັນຫຍັງຈຶ່ງໄດ້ຍຶດຖືເອົາວິຊາອາຊີບການອອກແບບສິນລະປະກຣາຟິກ ແລະແຕ້ມຮູບ
ອັນເປັນຊີວິດຈິດໃຈ. ຍານາງວົງເດືອນ ໄດ້ກ່າວເຖິງຂັ້ນຕອນສູ່ ວີໂອເອ ຟັງດັ່ງນີ້.

ຮູບແຕ້ມໂດຍ ວົງເດືອນ ມະນີວົງ
ຮູບແຕ້ມໂດຍ ວົງເດືອນ ມະນີວົງ

ບັນດາພໍ່ແມ່ຜູ້ປົກຄອງຫຼາຍໆຄົນ ບໍ່ສາມາດສົ່ງພວກລູກໆ ໄປເຂົ້າມະຫາວິທະຍາໄລໄດ້
ເພາະມີຄ່າໃຊ້ຈ່າຍແພງ. ຢູ່ໃນສະພາບການດັ່ງກ່າວນີ້ ພວກລູກໆຫຼາຍຄົນ ທີ່ເຫັນຄວາມ
ສຳຄັນການສຶກສາ ຈຳເປັນຕ້ອງໄດ້ຊ່ວຍຕົນເອງໃຫ້ຫຼາຍເທົ່າທີ່ຄວນ ໂດຍເຮັດວຽກຊ່ວຍ
ຕົນເອງແບບບໍ່ເຕັມເວລາ ແລະຮຽນໄປພ້ອມໆກັນຊຶ່ງເປັນກໍລະ ນີຂອງ ວົງເດືອນ. ການ
ຮຽນສິນລະປະການແຕ້ມ ມີລາຄາແພງ ໂດຍສະເພາະ ຕ້ອງຊື້ອຸບປະກອນການຮຽນຫຼາຍ
ຢ່າງ. ວົງເດືອນ ສຳເລັດປະລິນຍາຕີຝ່າຍກຣາຟິກອາດ (Graphic Arts) ຫຼືການອອກ
ແບບຜ່ານຄອມພິວເຕີ ຈາກມະຫາວິທະຍາໄລ ເທັກຊັສ (University of Texas) ຊຶ່ງ
ວົງເດືອນ ໄດ້ອະທິບາຍຕໍ່ໄປອີກ ວ່າ:

ຮູບແຕ້ມໂດຍ ວົງເດືອນ ມະນີວົງ
ຮູບແຕ້ມໂດຍ ວົງເດືອນ ມະນີວົງ


ໜ້າທີ່ວຽກງານຂອງ ວົງເດືອນ ໃນແຕ່ລະວັນຕ້ອງນັ່ງຢູ່ຕໍ່ໜ້າຄອມພິວເຕີ ໃຊ້ມື ສອງເບື້ອງ
ຄວບຄຸມ ເປັນເວລາຫຼາຍໆຊົວໂມງ ໃນແຕ່ລະມື້. ສະພາບການເຮັດ ວຽກດັ່ງກ່າວນີ້ ໄດ້
ເຮັດໃຫ້ ວົງເດືອນ ເຈັບຢູ່ຂໍ້ແຂນ ແລະຂໍ້ມື. ນອກຈາກນັ້ນ ວົງເດືອນ ບໍ່ໄດ້ຫລົດລະກັບ
ຄວາມໄຝ່ຝັນຢາກເປັນນັກແຕ້ມ ສຶກສາເທັກນິກ ການແຕ້ມ ຊຶ່ງວົງເດືອນ ກ່າວວ່າ:

ຮູບແຕ້ມໂດຍ ວົງເດືອນ ມະນີວົງ
ຮູບແຕ້ມໂດຍ ວົງເດືອນ ມະນີວົງ

ວົງເດືອນມັກແຕ້ມຮູບຄົນ ໂດຍສະເພາະແມ່ຍິງລາວ ແລະອື່ນໆ. ການແຕ້ມຮູບຄົນ
ຕາມປົກກະຕິແລ້ວ ຕ້ອງມີໂຕແບບມານັ່ງໃຫ້ແຕ້ມ. ແຕ່ວ່າ ວົງເດືອນ ໄດ້ໃຊ້ ເທັກນິກ
ຈາກການເບິ່ງຮູບຖ່າຍມາປະກອບ. ເວລາແຕ້ມຮູບບັນດານັກແຕ້ມບໍ່ແຕກ ຕ່າງຫຍັງ
ກັບການນັ່ງ ສຳມະທິ. ສຳລັບວົງເດືອນ ມັກຢູ່ຄົນດຽວຢ່າງມິດໆ ບໍ່ໃຫ້ມີ ການລົບກວນ
ໃດໆ ແລະຢູ່ໃນໂລກຂອງຕົນ ເພື່ອໃຫ້ຮູບແຕ້ມນັ້ນ ອອກມາດ້ວຍ ຄວາມເພີ່ງພໍໃຈດັ່ງ
ທີ່ ວົງເດືອນ ກ່າວຕໍ່ໄປອີກວ່າ:

ຮູບແຕ້ມໂດຍ ວົງເດືອນ ມະນີວົງ
ຮູບແຕ້ມໂດຍ ວົງເດືອນ ມະນີວົງ

ວົງເດືອນ ໄດ້ຂາຍຜົນງານການແຕ້ມຮູບຢູ່ເປັນປະຈຳ ຮູບແຕ້ມແຕ່ລະແຜ່ນ ຈະມີລາ
ຄາຈາກຫຼາຍຮ້ອຍ ຂຶ້ນໄປຫາຫຼາຍພັນໂດລາ. ເທັກນິກການແຕ້ມຂອງ ວົງເດືອນ ແມ່ນ
ໃຊ້ສີນໍ້າມັນ ສ່ວນຫຼາຍແມ່ນຮູບໃບໜ້າຂອງແມ່ຍິງ ປະກອບກັບ ເຄື່ອງນຸ່ງພື້ນເມືອງລາວ
ຊຶ່ງ ວົງເດືອນ ໄດ້ອະທິບາຍມ້ວນທ້າຍສູ່ຟັງວ່າ:

ຮູບແຕ້ມໂດຍ ວົງເດືອນ ມະນີວົງ
ຮູບແຕ້ມໂດຍ ວົງເດືອນ ມະນີວົງ

ວົງເດືອນ ເປັນນັກແຕ້ມອາຊີບ ແມ່ຍິງອາເມຣິກັນເຊື້ອສາຍລາວທີ່ຫາຍາກ. ຜົນງານການ
ແຕ້ມຂອງ ວົງເດືອນ ໄດ້ຖືກຊື້ຈາກຜູ້ມັກສິນລະປະການແຕ້ມ ໄປຫ້ອຍເອ້ໄວ້ຢູ່ຕາມບ້ານ
ເຮືອນຫຼາຍໆແຫ່ງ ຢູ່ໃນສະຫະລັດອາເມຣິກາ. ປັດຈຸບັນນີ້ ວົງເດືອນ ຍັງສືບຕໍ່ປັບປຸງການ
ແຕ້ມຂອງຕົນໃຫ້ດີຂຶ້ນໄປເລື້ອຍໆ.

XS
SM
MD
LG